ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພາສາວິບັດ ແມ່ນຫຍັງ
ຂ້ອຍແມ່ນ in2on!!
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໝາຍຄວາມວ່າ ຈັ່ງໃດນໍ :)??? ພາສາວິບັດ ກ່ຽວກັບພາສາທີ່ໃຊ້ ໃນໂລກອອນລາຍບໍນໍ? ເນື້ອໃນປະມານນີ້ບໍ່..... http://punlao.com/iroza/diary/2265/ ຄັນຖ້າເຮົາ ຊ່ວຍໆກັນ ຄົນລະໄມ້ລະມື ກະຊິເປັນການດີ ຫັ້ນລະ ບໍ່ຈຳເປັນຕ້ອງ ຖືກທຸກອັກຂະຫຼະກະໄດ້ ສັບທີ່ເຮົາໄດ້ໃຊ້ເປັນປະຈຳ ຂໍແຕ່ໃຫ້ມັນຖືກກະພໍ ເພາະເຮົາກະບໍ່ໄດ້ເກັ່ງປານໃດ ທຸກຢ່າງທີ່ຜິດຖືກ ຂໍພຽງ ເຕືອນກັນ ບອກກັນ ຫັ້ນລະ.... ແມ່ນຕວ໋າ!!! :)
ທີ່ເພີ່ນທີ່ໂຕ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພາສາວິບັດ ຄື ໑. ເວົ້າໄປແລ້ວ ຄວາມໝາຍບໍ່ກົງປະເດັນ ໒. ເວົ້າໄປແລ້ວ ຫາຄວາມໝາຍບໍ່ໄດ້ ໓. ເວົ້າໄປແລ້ວ ຕີຄວາມໝາຍເປັນຫຼາຍຄວາມໝາຍ ສ່ວນພິມຜິດ ບໍ່ແມ່ນພາສາວິບັດ, ແຕ່ການສະກົດຜິດ ເປັນອັກຂະຫຼະວິບັດ. ການຈຳເປັນໃນການນຳໃຊ້ພາສາຕ່າງປະເທດ ບໍ່ແມ່ນພາສາວິບັດ ແຕ່ເປັນພາສາຢືມ ການເວົ້າລາວຄວາມໜຶ່ງ ເວົ້າພາສາຕ່າງປະເທດຄວາມໝຶ່ງ ຄືພາສາຊອດກະຈາ. ຂອບໃຈ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອຶມ ວ່າສັນ້ນສ່າ <<ອັນນີ້ເອີ້ນວ່າວິບັດບໍ່?
ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໝາຍເຖິງພາສາເວົ້າຢ່າງດຽວຫວາ.....? ເລື່ອງຄຳຫຍາບເດ? ມີສ່ວນເປັນ ພາສາວິບັດບໍ່??? ສ່ວນເລື່ອງພິມ ສົມມຸດພີມ: “ອ໋ອອອອຍ!!! ບໍ່ເຂົ້າຈ່າຍນ່າ!!! ເວົ້າມ່າຍຍຍຍດຸຫ້ານນນນນ.... ກຳລາງ ງົງ ຢູ່ເວີ້ຍ.....” ເພາະ ຄຳພວກນີ້ມັກເຫັນເປັນບາງເທື່ອ ເວລາຂຽນຢອກກັນ(ເປັນາສາວິບັດ, ອັກຂະຫຼະວິບັດ ຫຼື... ???) ແມ່ນຕົກກໍລະນີໃດ? ເພາະຖ້າເປັນພາສາເວົ້າ ກໍບໍ່ໜ້າຈະຜິດ ເພາະຂຽນແບບນີ້ແມ່ນ ຂຽນເອົາອາລົມ(ເຫັນພາບ ກຳລັງອ້ອນວນ) ຫັ້ນນະ.... ຟັງເບິ່ງ ລາຍຕໍ່ໄປຊິໃຫ້ຄຳເຫັນວ່າແນວໃດ Share idea ນຳກັນເດີ້ :)
ທີ່ເພີ່ນທີ່ໂຕ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພາສາວິບັດ ແມ່ນຫຍັງ
ຈຸດຢືນຂອງຄົນເຮົາແມ່ນ...ຝາ....
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສິເຊົາບາດນີ້ແຫລະ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອັນວ່າ "ຄຳຫຍາບນັ້ນ ບໍ່ແມ່ນພາສາວິບັດ ແຕ່ຈັດຢູ່ໃນພາສາຊັ້ນຕ່ຳ ຫຼືພາສາຕະຫຼາດ" ສ່ວນ “ອ໋ອອອອຍ!!! ບໍ່ເຂົ້າຈ່າຍນ່າ!!! ເວົ້າມ່າຍຍຍຍດຸຫ້ານນນນນ.... ກຳລາງ ງົງ ຢູ່ເວີ້ຍ.....” ບໍ່ແມ່ນອັກສອນວິບັດ ແຕ່ຈັດຢູ່ໃນເຕັກນິກ ການຂຽນ ແຕ່ສຳຄັນ ເມື່ອນຳໄປໃຊ້ ຄືໃຊ້ໄດ້ໃນວັນນະກັມ ແຕ່ທາງການແລ້ວ ໃຊ້ບໍ່ໄດ້. ພາສາວິບັດເຊັ່ນ "ຮ້ອຍ ເປັນ ລ້ອຍ, ຮິບໂຮມ ເປັນ ລີບໂຮມ, ແລະພາສາໃໝ່ໆໆ ທີ່ຟັງແລ້ວຂັດຫູ ຢ່າລືມພາສາທ້ອງຖີ່ນ ບໍ່ແມ່ນພາສາວິບັດ ເຊັນ "ແອ້ະ ກະເລີ ພິເລີ ພິສັງ" ເຫຼົ່ານີ້ເປັນຕົ້ນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂໍຖາມ ຄຳສັບວ່າ ຮວມກັນ ກັບ ລວມກັນ ອັນໃດເປັນຄຳສັບວິບັດ? ແລະເປັນຫຍັງຈຶ່ງເປັນ? ຂໍຂອບໃຈ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
pha sa Lao pen pha sa thi oo dom som boun ,
ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ທີ່ເປັນພາສາລາວບູຮານແທ້ນັ້ນ ຮ່ວມກັນ ແລະ ຣວມ(ບໍ່ແມ່ນລວມ-ລວມເປັນອັກສອນວິບັດ) ຣວມກັນກໍໃຊ້ໄດ້ ຖ້າວ່າວິບັດ ກໍວິບັດມາແຕ່ບູຮານ ເນື່ອງຈາກວ່າ ໃນອັກສອນທັມລາວ ໂຕ ຣ ກັບ ໂຕ ຮ ໃຊ້ອັກສອນໂຕດຽວກັນ, ສ່ວນຕົວ ຮ ແທ້ນັ້ນ ເຮົາກໍານົດຂຶ້ນໃຊ້ແທນສຽງ ຮ ທີ່ມີມານຳຫຼັງ ແລະເມື່ອລາວໃຊ້ ຮ ໄທ ກໍໃຊ້ ຣ ເຊັ່ນ ໄຮ່ນາ(ໄຣ່ນາ) ເຫຼົ່ານີ້ເປັນຕົ້ນ ເມື່ອໄທຍ໌ ໃຊ້ ຣ ເປັນຫຼັກ ແຕ່ປາສະຈາກສຽງ ຮ ບໍ່ໄດ້ ໄທຍ໌ກໍສ້າງ ฮ ຂຶ້ນ ມາໃຊ້ໃນອັກສອນໄທຍ໌ ແຕ່ ສຽງ ຮ ໃນພາສາໄທຍ໌ໃຊ້ນ້ອຍ ບໍ່ເໝືອນໃນ ພາສາລາວ ສຽງ ຮ ສຽງ ຣ ໃຊ້ປົນກັນຫຼາຍ ທັງນີ້ທັງນັ້ນ ຜູ້ໃຊ້ກໍພະຍາຍາມສັງເກດ ແລະເບິ່ງວ່າ ຄຳໃດຄວນບໍ່ຄວນໃຊ້ເທົ່ານັ້ນ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫາກໍ່ຮູ້ຄວາມໝາຍ
<td>
<a href="linkout.php?referal=http://istorelao.com" target="_blank"><img src="http://img.laoupload.com/images/0tmwxnslwc9c30g4dbp.jpg" onload="thumbImg(this)" alt="" width="430" height="88"><br> ແນະນຳເວບມືຖືຂອງຄົນລາວເພື່ອຄົນລາວ</a></td> |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂດຍ...ເລີ່ມຈະເຂົ້າໃຈແລ້ວ
ຂ້ອຍແມ່ນ in2on!!
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຈະພະຍາຍາມຈ໋າ
K.Soubandith
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພາສາວິບັດ ຫາກໍ່ເຄີຍຍີນແຕ່ ຈະບໍ່ໄດ້ເປັນແນວນັ້ນອີກແລ້ວ ຂ້ອຍກະມັກເປັນ ນະ
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ... ພາສາວິບັດ ຫາກໍ່ເຄີຍຍີນແຕ່ ຈະບໍ່ໄດ້ເປັນແນວນັ້ນອີກແລ້ວ ຂ້ອຍກະມັກເປັນ ນະ
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ... ພາສາວິບັດ ຫາກໍ່ເຄີຍຍີນແຕ່ ຈະບໍ່ໄດ້ເປັນແນວນັ້ນອີກແລ້ວ ຂ້ອຍກະມັກເປັນ ນະ
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ TOoooOOOOO ຂຽນວ່າ... ພາສາວິບັດ ແມ່ນຫຍັງວິບັດ ໝາຍເຖິງໃຊ້ການບໍ່ໄດ້ ພາສາວິບັດ ໝາຍເຖິງພາສາໃຊ້ການບໍ່ໄດ້ ( ຄິດວ່ານະ )
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ວິປັຕຕິ : ວິບັດ = ຄວາມອັນຕະຣະທານ ຫຼືຄວາມວິບັດນັ້ນແລ້ວ ຫຼືຄວາມເສື່ອມສູນກໍໄດ້ ຈະໃຊ້ວ່າ ໃຊ້ການບໍ່ໄດ້ກໍຖືກ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
"ໄວໜຸ່ມທັນສະໄໝຮ່ວມໃຈເລີກໃຊ້ພາສາວິບັດ" ວະຍະ =ວັຍ= ໄວ(ປາລີ) ທັນ = ເຖິງ = ຮອດ(ລາວ) ສະມະເຍ = ສມັຍ = ສໄມ = ສະໄໝ = ເວລາໜຶ່ງ, ສະໄໝໜຶ່ງ.(ປາລີ) ຮ່ວມ = ພ້ອມ(ລາວ) ໃຈ (ລາວ) ເລີກໃຊ້(ລາວ) ພາສັງ=ພາສາ=(ປາລີ) ວິປັຕຕິ=ວິບັຕິ=ວິບັຕ=ວິບັດ(ປາລີ) ນີ້ ໃນນັ້ນມີພາສາປາລີປົນຢູ່ (ນີ້ຄືທີ່ມາຂອງຄຳແຕ່ລະຄຳກວ່າຈະມາເປັນພາສາລາວມາດຕາຖານ) |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຈັບຫົວ
ທ້າວທອງໃສ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ນີ້ແລ້ວ ເພີ່ນຈຶ່ງວ່າ ພາສາລາວນີ້ຍາກໆໆ ແຕ່ທີ່ຂໍບອກພາສາລາວທີ່ເຮົາຕ້ອງພັດທະນານີ້ຍັງອີກຫຼວງຫຼາຍ ບໍ່ພຽງແຕ່ "ຣ ແລະ ລ" ເທົ່ານັ້ນດອກ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ... ພາສາວິບັດ ຄື໑. ເວົ້າໄປແລ້ວ ຄວາມໝາຍບໍ່ກົງປະເດັນ ໒. ເວົ້າໄປແລ້ວ ຫາຄວາມໝາຍບໍ່ໄດ້ ໓. ເວົ້າໄປແລ້ວ ຕີຄວາມໝາຍເປັນຫຼາຍຄວາມໝາຍ ສ່ວນພິມຜິດ ບໍ່ແມ່ນພາສາວິບັດ, ແຕ່ການສະກົດຜິດ ເປັນອັກຂະຫຼະວິບັດ. ການຈຳເປັນໃນການນຳໃຊ້ພາສາຕ່າງປະເທດ ບໍ່ແມ່ນພາສາວິບັດ ແຕ່ເປັນພາສາຢືມ ການເວົ້າລາວຄວາມໜຶ່ງ ເວົ້າພາສາຕ່າງປະເທດຄວາມໝຶ່ງ ຄືພາສາຊອດກະຈາ. ຂອບໃຈ ພາສາວີບັດໆໆໆໆໆໆໆໆໆ ຄັກໆໆໆ ລະມັນໃຊ້ແນວໃດ
*ความรู้ คือ อำนาจ**ถ้าไม่โง่ก่อน แล้วจะฉลาดได้ิอย่างไร*
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພາສາ ບໍ່ມີເຈົ້າຂອງ ຖ້າເຮົາໃຊ້ຫລາຍຯມັນກາເປັນຂອງເຮົາ ພາສາກໍ່ຄືສິ່ງມີຊີວິດຫນຶ່ງ ມີເກີດກໍ່ຕ້ອງມີດັບ ສັງຄົມປ່ຽນ ພາສາກໍ່ຕ້ອງປ່ຽນແປງປັບຕົວໄປນຳ ຖ້າບໍ່ປັບຕົວກໍ່ບໍ່ສາມາດຢູ່ລອດໄດ້
ຊີວິດລິຂິດເອງ noOK
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຖ້າຈະມາຮຽກຮ້ອງໃຫ້ເຊົາໃຊ້ພາສາວິບັດ ຄວນປ່ຽນຊື່ມາເປັນ ຮຽກຮ້ອງໃຫ້ໃຊ້ພາສາທີ່ສວຍງາມ ສຸພາບ ແລະຖືກກາລະເທສະຈະດີກ່ອນ ຕາມຂ້ອຍຄິດມັນຄົງມີຄວາມຫມາຍຄ້າຍຄືກັນ ແຕ່ ຮຽກຮ້ອງໃຫ້ເຊົາໃຊ້ພາສາວິບັດ ມັນອາດມີຄວາມຫມາຍກວມລວມໄປເຖິງ ການຈຳກັດການເກີດຂອງພາສາໃຫມ່ ສະນັ້ນຮຽກຮ້ອງໃຫ້ໃຊ້ພາສາທີ່ສວຍງາມ ສຸພາບ ແລະຖືກກາລະເທສະ ຈະເປັນການປ້ອງກັນໃນຈຸດນີ້ໄດ້ດີກວ່າ ຫມາຍເຖິງ ການອະນຸລັກພາສາເກົ່າທີ່ມີຢູ່ ຄວບຄູ່ກັບການຄວບຄຸມການເກີດໃຫມ່ຂອງພາສາ
ຊີວິດລິຂິດເອງ noOK
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ nOOoooOOk ຂຽນວ່າ... ພາສາ ບໍ່ມີເຈົ້າຂອງ ຖ້າເຮົາໃຊ້ຫລາຍຯມັນກາເປັນຂອງເຮົາພາສາກໍ່ຄືສິ່ງມີຊີວິດຫນຶ່ງ ມີເກີດກໍ່ຕ້ອງມີດັບ ສັງຄົມປ່ຽນ ພາສາກໍ່ຕ້ອງປ່ຽນແປງປັບຕົວໄປນຳ ຖ້າບໍ່ປັບຕົວກໍ່ບໍ່ສາມາດຢູ່ລອດໄດ້ - ອັນນັ້ນຖືກຕ້ອງ ພຸດທະສາສນາເພີ່ນບອກວ່າ "ຢ່າຢຶດຕິດ" ແຕ່ວ່າ ມະນຸດຕ້ອງສ້າງຄວາມເປັນເອກລາດ "ຫາກເຮົາບໍ່ສ້າງເອກະລັກ ແລະສັນຍາລັກ ແລະຈະມີເອກະລາດໄດ້ຈັ່ງໃດ ມະນຸດກະເສືອກກະສົນລິ້ນລົນສຶກສາຫາຄວາມຮູ້ທຸກມື້ນີ້ບໍ່ແມ່ນຊອກສະແຫຼວງຫາຄວາມຫຼຸດພົ້ນ ບໍ່ແມ່ນບໍ ? - ນີ້ຄີສິ່ງທີ່ເປີດໂອກາດໃຫ້ພາສາເກີດໃໝ່ (ກ່າຍມາຈາກກະທູ້ທີ ໗ ກັບໄປເບິ່ງເທິງປະກອບ ສົມທຽບກັນ) ສ່ວນພິມຜິດ ບໍ່ແມ່ນພາສາວິບັດ, ແຕ່ການສະກົດຜິດ ເປັນອັກຂະຫຼະວິບັດ. ການຈຳເປັນໃນການນຳໃຊ້ພາສາຕ່າງປະເທດ ບໍ່ແມ່ນພາສາວິບັດ ແຕ່ເປັນພາສາຢືມ ການເວົ້າລາວຄວາມໜຶ່ງ ເວົ້າພາສາຕ່າງປະເທດຄວາມໝຶ່ງ ຄືພາສາຊອດກະຈາ. ຂອບໃຈ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
understood...
ຈຸດຢືນຂອງຄົນເຮົາແມ່ນ...ຝາ....
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ດີໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ... ພາສາວິບັດ ຫາກໍ່ເຄີຍຍີນແຕ່ ຈະບໍ່ໄດ້ເປັນແນວນັ້ນອີກແລ້ວ ຂ້ອຍກະມັກເປັນ ນະ ເກີນກວ່າ ໔໐ ແລ້ວທີ່ມີຄຳນີ້ ແຕ່ມາໄລຍະໜຶ່ງບໍ່ມີໃຜເວົ້າ - ພາສາວິບັດ - ອັກສອນວິບັດ ຄຳວ່າວິບັດອີກອັນໜຶ່ງ ຄືການເສັຍຮູບ ເສັຍສຽງ ແລະເສັຍຄວາມໝາຍ |