ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ໄວໜຸ່ມທັນສະໄໝຮ່ວມໃຈເລີກໃຊ້ພາສາວິບັດ

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>


໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຮັບຊາບ

ຊີວິດລິຂິດເອງ noOK

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາບແລ້ວປ່ຽນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມອບແດ່ທ່ານຜູ້ຢາກຮູ້ຄຳວ່າວິບັດແມ່ນຫຍັງ ? ບາງຄົນວ່າບໍ່ມີໃນພາສາລາວ ທຸກຢ່າງມີໝົດ ພຽງແຕ່ເຮົາຈະຮັບຮູ້, ຫຼືຈະຮຽນຮູ້ ຫຼືຈະຊອກຮູ້ເທົ່ານັ້ນເອງ


ອ້າງອີງຈາກວັດຈະນານຸກົມພາສາລາວ ກະຊວງສຶກສາທິການ ພ.ສ ໒໕໐໕.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ມອບແດ່ທ່ານຜູ້ຢາກຮູ້ຄຳວ່າວິບັດແມ່ນຫຍັງ ? ບາງຄົນວ່າບໍ່ມີໃນພາສາລາວ ທຸກຢ່າງມີໝົດ ພຽງແຕ່ເຮົາຈະຮັບຮູ້, ຫຼືຈະຮຽນຮູ້ ຫຼືຈະຊອກຮູ້ເທົ່ານັ້ນເອງ


ອ້າງອີງຈາກວັດຈະນານຸກົມພາສາລາວ ກະຊວງສຶກສາທິການ ພ.ສ ໒໕໐໕.



ສະໄໝກ່ອນສົງຄາມໂລກ ອິອິ

M99NOY

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ກວ່າຊີເຂົ້າໃຈ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັ້ນແລ້ວ ເຮົາເກີດໃໝ່ໃຫຍ່ລຸນມັນຕ້ອງຮຽນຮູ້ໄປເລື້ອຍ ພາສາລາວເຮົາອຸດົມສົມບູນທີ່ສຸດ ຫາກແຕ່ພວກເຮົາບໍ່ມັກອ່ານ ບໍ່ມັກຊອກຮູ້ ຊອກເຫັນ ແລະທີ່ສຳຄັນຄົນລາວເຮົາບໍ່ມັກສຶກສາຕົນເອງ ບໍ່ຍອມຍົກກຽດຕິຄຸນຂອງຕົນເອງ ຈຶ່ງຍອມງໍມື ງໍ້ຕີນບາກໜ້າບາກຕາໄປເຫັນຂອງຄົນອື່ນ ວ່າດີ ພາສາລາວເຕັມໄປດ້ວຍມົນຂັງ ແລະພະລັງແຫ່ງຄວາມງາມ ພຽບພ້ອມໄປດ້ວຍສັນທະລັກສະນະແຫ່ງສູນທະຣິຍະພາບແຫ່ງທ່ວງທຳນອງ ແລະຮູບສຽງ ອັນອໍຣະຊອນ ພາສາລາວ ອາດເປັນພາສາດຽວໃນໂລກທີ່ອື່ນໄຫວໄປຕາມສຽງແຫ່ງທັມມະຊາດໄດ້ຄົບ ນັກພາສາສາດໄດ້ກວດ ຄົບເບິ່ງແລ້ວ ວ່າສຽງວຽງຈັນໄດ້ ໖ ສຽງ ສຽງສະຫວັນມີ ໙ ສຽງ ສຽງປາກເຊ ມີ ໑໐ ສຽງ ອັນນັ້ນລະຄືຄວາມແຕກຕ່າງຂອງພາສາລາວ ທີຄໍ ລິ້ນ ເພດານ ດັງ ແລະແຖ້ວ ຂອງຄົນລາວສ້າງສັນອອກມາເປັນພາສາລາວ ສະນັ້ນຄົນລາວບໍ່ຄວນເຮັດພາສາລາວວິບັດ.
- (ອ່ານນີ້ລາວຮັບຮອງວ່າພວກທ່ານຕ້ອງ ສົງໄສ ແລະບໍ່ເຂົ້າໃຈແນ່ນອນບໍ່ເຂົ້າໃຈ ຂໍໃດ ຖາມຂໍ້ນັ້ນມາ ຍອມທີ່ຈະເສັຍສະຫຼະເວລາເພື່ອຄົນລາວ ພັດທະນາພາສາລາວ ດ້ວຍພາສາລາວສຶບຕໍ່ໄປ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ພາສາວິບັດ ເທົ່າທີ່ໄດ້ອ່ານຫລາຍໆບົດຄວາມ ລວມທັງຄອມເມັ້ນ ກະເຫັນໆຢູ່ໄດ໋ (ບາງຄຳກະຂັດຕາຢູ່ຄືກັນ...)

ຢາກໄດ້ປຶ້ມວັດຈະນານຸກົມລາວມາອ່ານຫລິ້ມຢູ່ໄດ໋ ໄປເລາະໄອເຕັກ ກະເຫັນ ແຕ່ຫົວຫນຶ່ງ ໒໕໐,໐໐໐ ກີບ... ແພງອ່າ ຢາກໄດ້ ແຕ່ຂໍຫາເງິນເອງກ່ອນຈຶ່ງຊິຊື້...


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍົກຕົວຢ່າງທີ່ຄອມເມັນຕ໌ມາເບິ່ງວ່າ ອັນໃດວິບັດ ເພື່ອຈະໄດ້ແນະນຳກັນໃດວ່າວິບັດບໍ່ວິບັດ(ການຖາມເຊັ່ນນີ້ ກໍເນື່ອງຈາກວ່າ ມີຄຳບາງຄຳທີ່ເຮົາບໍ່ຮູ້ບໍ ເຂົ້າໃຈ ບໍ່ຍິນ ກໍຫາວ່າເປັນພາສາໄທຍ໌ໄປ ໃນທີ່ສຸດຄົນລາວເຮົາກໍຍົກພາສາດີໆໃຫ້ຄົນໄທຍ໌ໄປ) ສະນັ້ນຫາກເຫັນຄຳທີ່ຄິດວ່າມັນວິບັດ ຍົກຕົວຢ່າງມາ ຈັກຢ່າງ ຊິພິຈາຣະນາໃຫ້ ວ່າວິບັດແທ້ ຫຼືບໍ່ແທ້.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຂໍນິຍາມພາສາວິບັດແດ່

ຊີວິດລິຂິດເອງ noOK

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໃຈແລ້ວ 60 % ຂອບໃຈຫຼາຍໆເດີ້ທ່ານນຳຄວາມຮູ້ດີໆມາບອກກ່າວ ຕໍ່ໄປມີບັນຫາເລື່ອງພາສາລາວຊິມາຂໍຖາມນຳທ່ານນີ້ລະ ຮູ້ສຶກວ່າຕົນເອງກະມັກໃຊ້ຜິດໃຊ້ຖືກຢູ່ຄືກັນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nOOoooOOk ຂຽນວ່າ...
ຂໍນິຍາມພາສາວິບັດແດ່


ເຂົາໃຫ້ໄປແລ້ວ ຕ້ອງພະຍາຍາມອ່ານບົດຄວາມແລະກະທູ້ໃຫ້ລະອຽດ ຖາມເຊັ່ນນີ້ມັນເສັຍພາບພົດນັກອ່ານ ເຂົາຊິວ່າເຮົາໄດ້ ຕົວຢ່າງນິຍາມ ມີໃຫ້ອ່ານຄົບແລ້ວ
ຊິນິຍາໃຫ້ເປັນຄົ້ງສຸດທ້າຍ

- ພາສາ-ເປັນຄຳເວົ້າທີ່ເກີດຈາກປາກຂອງມະນຸດ
- ວິບັດ- ເບິ່ງໃນວັດຈະນານຸກົມເທິງນັ້ນ

ແລ້ວເອົາພາສາ-ກັບ-ວິບັດ ແລ້ວກໍແປເອົາເອງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ອື່ນກໍ່ສວາຍເກີນໄປ, ຄຳນີ້ຂ້າພະເຈົ້າໃຊ້ຖືກຢູ່ບໍເຈົ້າ?

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ມື້ອື່ນກໍ່ສວາຍເກີນໄປ, ຄຳນີ້ຂ້າພະເຈົ້າໃຊ້ຖືກຢູ່ບໍເຈົ້າ?



ໃຊ້ໄດ້ (ນັບວ່າໃຊ້ຖືກ)
ຖືເປັນພາສາສຳນວນ ຫຼືສຳນວນໂວຫານ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ nOOoooOOk ຂຽນວ່າ...
ຂໍນິຍາມພາສາວິບັດແດ່


ເຂົາໃຫ້ໄປແລ້ວ ຕ້ອງພະຍາຍາມອ່ານບົດຄວາມແລະກະທູ້ໃຫ້ລະອຽດ ຖາມເຊັ່ນນີ້ມັນເສັຍພາບພົດນັກອ່ານ ເຂົາຊິວ່າເຮົາໄດ້ ຕົວຢ່າງນິຍາມ ມີໃຫ້ອ່ານຄົບແລ້ວ
ຊິນິຍາໃຫ້ເປັນຄົ້ງສຸດທ້າຍ

- ພາສາ-ເປັນຄຳເວົ້າທີ່ເກີດຈາກປາກຂອງມະນຸດ
- ວິບັດ- ເບິ່ງໃນວັດຈະນານຸກົມເທິງນັ້ນ

ແລ້ວເອົາພາສາ-ກັບ-ວິບັດ ແລ້ວກໍແປເອົາເອງ



ພາສາ-ເປັນຄຳເວົ້າທີ່ເກີດຈາກປາກຂອງມະນຸດ
ຖ້າຫມາຍຄວາມວ່າແນວນັ້ນ ພາສາຂຽນທີ່ເກີດຈາກການຂີດຂຽນຫລືການພິມກໍ່ບໍ່ແມ່ນພາສາຊັ້ນຫວາ

ສະນັ້ນ ພາສາວິບັດກໍ່ຄົງຫມາຍເຖິງ ຄຳເວົ້າເກີດຈາກປາກຂອງມະນຸດ ທີ່ເຮັດໃຫ້ເກີດຄວາມຈິບຫາຍ ຊັ້ນຫວາ
ແລະຄວາມຈິບຫາຍນັ້ນເກີດແກ່ໃຜລະ ຜູ້ເວົ້າ ຜູ້ຟັງ ຫລື ສ່ວນລວມ
ຕົວຢ່າງ ຂ້ອຍຈະຂ້າເຈົ້າ
ນີ້ກໍ່ຄົງເປັນພາສາວິບັດ ຍ້ອນມັນອາດເກີດການຄາຕະກຳທີ່ເຖິງແກ່ ຄວາມຕາຍ ອັນສ້າງຄວາມຈິບຫາຍແກ່ບຸກຄົນທີ່ຖືກກ່າວເຖິງ
ທັ້ງຯທີ່ໃຊ້ພາສາລາວດັ່ງເດີມທັງຫມົດ

ອີກຕົວຢ່າງຫນຶ່ງ ຂ້ອຍຈະຊັບພອດເງິນຄ່າຮຽນໃຫ້ເຈົ້າຈົນຮຽນຈົບ
ອັນນີ້ກໍ່ເປັນຄຳເວົ້າທີ່ອອກຈາກປາກຂອງມະນຸດ ແຕ່ບໍ່ເກີດຄວາມຈິບຫາຍ ກໍ່ບໍ່ແມ່ນພາສາວິບັດຊັ້ນຫວາ


ຊີວິດລິຂິດເອງ noOK

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການສຶກສາ ເພື່ອພັດທະນານັ້ນມັນຕ້ອງສຶກສາໃຫ້ກວ້າງ ຫຼາຍຕຳລາ ແລະຫຼາຍຄູຫຼາຍອາຈານ ແລະຍ່ອມເປີດກວ້າງຍອມຮັບໃນສິ່ງໃໝ່ໆສະເໝີ
ເຂົາໃຈແຈ້ງ, ເຂົ້າໃຈຖືກຕ້ອງ, ເຂົ້າໃຈກົງຄວາມໝາຍ ຮູ້ທັງຄວາມໝາຍກົງ ແລະຄວາມໝາຍຊ້ອນໄດ້, ນັກມະນຸດວິທະຍາ ແລະນັກພາສາສາດ ເຂົາຍອມຮັບໃນສິ່ງທີ່ເຂົາເຫັນ ແລະຍອມຮັບໃນສິ່ງທີ່ຄົນອື່ນເຫັນ, ຍອມຮັບໃນສິ່ງທີ່ຕາຍໄປ ແລະຍອມຮັບໃນສິ່ງ ທີ່ຈະຕາຍອີກ.
- ພາສາລາວເຮົາຫຼວງຫຼາຍພາຍມາກ ມີຫຼາຍຄົນຍຸກເຮົາຮູ້ບໍ່ທົ່ວເຖິງໃນຍຸກນີ້ ໝົດຍຸກເຮົາຈະເປັນຈັ່ງໃດ ແລະໝົດຍຸກເຂົາເດ ຈະເປັນຈັ່ງໃດ ?

ຫາກສຶກສາ ເພື່ອທີ່ຈະພັດທະນານັ້ນ ກໍລອງອ່ານຄຳໃນສີລາເລກນີ້ ໘໓໘ ປີແລ້ວ ຄຳລາວຍຸກນັ້ນ ກັບຍຸກນີ້ຍັງເໝືອນເດີມ

ແຕ່ຈາກຍຸກນີ້ໄປ ຄວາມລາວຂອງເຮົາຕ້ອງປ່ຽນໄປ ການທີ່ເວົ້າເຊັ່ນນີ້ ບໍ່ແມ່ນວ່າຊິບໍ່ຍອມຮັບການປ່ຽນແປງ ເຖິງວ່າພາສາລາວຈະປ່ຽນແປງໄປໃສກໍຕາມ ຄົນລາວຕ້ອງຮູ້ຄວາມໝາຍເລີກ ຄວາມໝາຍຕື້ນ ແລະນຳໃຊ້ພາສາໃຫ້ສອດຄ່ອງກັບຄວາມໝາຍ ແລະໜ້າທີ່ຂອງພາສານັ້ນ ແມ່ນໜ້າທີ່ຂອງຄົນລາວ

ບົດຄວາມທັງໝົດຂອງຜູ້ຂຽນ ທີ່ຂຽນນັ້ນ ມີຄວາມກ່ຽວຂ້ອງກັນທັງໝົດ ຫາກບຸກຄົນໃດບຸກຄົນໜຶ່ງບໍ່ໄດ້ຕິດຕາມບົດຄວາມທັງໝົດ ແລ້ວຍ່ອມເຫັນຜິດ ຫຼືເຂົ້າໃຈຢາກໃນອັນທີ່ຈະຢາກເວົ້າກ່ຽວກັບພາສາໄດ້.

ເພື່ອໃຫ້ງ່າຍຕໍ່ການອ່ານລອກມາໄວ້ແລ້ວທີ່ນີ້ ເມື່ອອ່ານແລ້ວ ຈົ່ງຕີຄວາມໝາຍ ແລະພິຈາຣະນາຄວາມເວົ້າເບິ່ງວ່າ ພາສາໃນສີລາ ນີ້ເໝືອນກັບຄຳໃດ ໃນປັດຈຸບັນ ແລະມີຄຳໃດທີ່ອ່ານແລ້ວເຮົາບໍ່ຮູ້ຄວາມໝາຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ງົງ

ຊີວິດລິຂິດເອງ noOK

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຖາມໄປບໍ່ໄດ້ຄຳຕອບ

ຊີວິດລິຂິດເອງ noOK

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຕອບບໍ່ຕົງຄຳຖາມ

ຊີວິດລິຂິດເອງ noOK

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກຄຳຖາມໃດ ເປັນໄປເພື່ອບໍ່ເປັນການປະເທືອງປັນຍາແລ້ວ ບາງຄັ້ງກໍບໍ່ຄວນແກ່ການຕອບ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Niknalong ຂຽນວ່າ...
ຕອບບໍ່ຕົງຄຳຖາມ


ຫາກຕອບທ່ານມັນຈະເປັນຈັ່ງຊີ້
ຫາກຄຳຖາມໃດ ເປັນໄປເພື່ອບໍ່ເປັນການປະເທືອງປັນຍາແລ້ວ ບາງຄັ້ງກໍບໍ່ຄວນແກ່ການຕອບ(ແຕ່ທີ່ຈິງແລ້ວໄດ້ຕອບໄປແລ້ວ ບໍ່ຮູ້ວ່າຜູ້ຖາມໄດ້ອ່ານຄຳຕອບຫຼືຍັງ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງ

you will when you believe

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ພາສາວິບັດ ເທົ່າທີ່ໄດ້ອ່ານຫລາຍໆບົດຄວາມ ລວມທັງຄອມເມັ້ນ ກະເຫັນໆຢູ່ໄດ໋ (ບາງຄຳກະຂັດຕາຢູ່ຄືກັນ...)

ຢາກໄດ້ປຶ້ມວັດຈະນານຸກົມລາວມາອ່ານຫລິ້ມຢູ່ໄດ໋ ໄປເລາະໄອເຕັກ ກະເຫັນ ແຕ່ຫົວຫນຶ່ງ ໒໕໐,໐໐໐ ກີບ... ແພງອ່າ ຢາກໄດ້ ແຕ່ຂໍຫາເງິນເອງກ່ອນຈຶ່ງຊິຊື້...


ທ່ານເອີ່ຍເຖິງ ກໍເລີຍຍົກມາໃຫ້ເບິ່ງເປັນພວງເລີຍ, ນີ້ເຄື່ອງມືຕັດສິນວ່າ ການໃຊ້ພາສາຖືກບໍ່ຖືກ, ຄົນລາວເຮົາຜູ້ທີ່ເປັນນັກສຶກສາ ຫຼືຄູບາອາຈານຕ້ອງມີໄວ້, ສ່ວນຜູ້ອື່ນບໍ່ມີ ກໍຮຽນໄປນຳໝູ່ນຳພວກ ຫຼືບັນດິດ ອາຈານ ນັກປຣາດ ກໍບໍ່ເປັນຫຍັງ ຜູ້ຂ້າຊ່າງເປັນຄົນມັກອ່ານ ບໍ່ແມ່ນຄູອາຈານນຳເພີ່ນ ແຕມັກພາສາລາວ ກໍເລີຍມີໄວ້.

- ເຫຼັ້ມທີ່ທ່ານວ່າ ຄົງຈະເປັນເຫຼັ້ມກາງ ລາຄາເທົ່າທີ່ທ່ານວ່າ
- ເຫຼັ້ມຊ້າຍມື ເມື່ອກ່ອນບໍ່ແພງ ລາຄາປະມານແສນ ແຕ່ດຽວນີ້ບໍ່ຮູ້
- ເຫຼັ້ມຂວາມື ບໍ່ຕ້ອງເວົ້າເຖິງ ລາຄາຊື້ບໍ່ໄດ້ເຫັນເຂົາວາງຂາຍໃນຮ້ານຂາຍປຶ້ມເກົ່າ (ເຊື່ອວ່າຄົນລາວບໍ່ມີໃຜກ້າຊື້)
- ຍັງມີອີກສອງເຫຼັ້ມ ລາຄາກໍມັນຫູເໝືອນກັນ ແຕ່ຊອກເງິນກ່ອນຊິໄປເອົາມາໄວ້.

ທ່ານເຫັນທີ່ໃດຮີບຊື້ໂລດ(ຫົວສີນ້ຳຕານນັ້ນ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄົນໂງ່ມັກເຂົ້າໃຈຫຍັງຍາກໆ ຈັ່ງຊີ້ ແຫລະ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Niknalong ຂຽນວ່າ...
ຕອບບໍ່ຕົງຄຳຖາມ


ອັນນີ້ຕອບທ່ານ
ຕົງ (ເປັນພາສາວິບັດ).
ລາວ
- ກົງໄປກົງມາ (ตรงไปตรงมา)
- ຢືນກົງ. (ยืนตรง)
- ຊື່ກົງ (ฃื่อตรง)
- ກົງຕໍ່ເວລາ (ตรงต่อเวลา) ແລະອື່ນໆ

ຄຳອັນນີ້ ບໍ່ແມ່ນພາສາຢືມ, ເພາະວ່າເຮົາມີໃຊ້ ຫາກເຮົາບໍ່ມີໃຊ້ເຮົາຈຶ່ງໄປຢືມເຂົາມາ, (ຫາກເຮົາບໍ່ແຍກໄທຍແຍກລາວແລ້ວ ຈະໃຊ້ ກົງ ຫຼື ตรง ກໍຍ່ອມໄດ້ ຄຳວ່າ "ຕົງ" ໃນພາສາລາວ ກໍຄື "ຕົງເຮືອນ" ໃກ້ໆກັບຂື່ກັບແປພຸ້ນ.


ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໖ ກະທູ້
໑໐໑ ໂພສ
ນັກການກະທູ້
ເຈັບຫົວລາຍຕາ

Catnoi ຜູ້ຫນ້າຮັກສະເຫມີ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Catnoi ຂຽນວ່າ...
ເຈັບຫົວລາຍຕາ


ຄັນລາຍຕາ ອ່ານແຕ່ກະທູ້ບົດຄວາມພຸ້ນ ໒ ຫຼົບເຂົ້າໃຈແລ້ວ, ຄອມເມັນຕ໌ ຄອມເອີ່ຍນັ້ນ ຄັນສຶກສາໄດ້ກໍສຶກສາໄປ ບົດຄວາມນັ້ນສົມບູນໃນຕົວມັນແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ nOOoooOOk ຂຽນວ່າ...
ຂໍນິຍາມພາສາວິບັດແດ່


khue tham laiy theua thae........... J

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ທີ່ບໍ່ຕອບ ກໍ່ຍ້ອນຕອບບໍ່ໄດ້

ຊີວິດລິຂິດເອງ noOK

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Niknalong ຂຽນວ່າ...
ທີ່ບໍ່ຕອບ ກໍ່ຍ້ອນຕອບບໍ່ໄດ້


- ແມ່ນແລ້ວ ພຸດທະພົດທີ່ວ່າ "ກັມສະແດງເຈດຕະນາ" ຫຼັກຖານອ້າງມີແລ້ວນັ້ນແລພິສູດ
ຫຼືຄວາມຮູ້ເພື່ອການພັດທະນາ ວິນຍູຊົນເພິ່ງປະກອບການນັ້ນເຖີດ ຄວາມຮູ້ໄດ້ເປັນໄປເພື່ອການເພີ່ມໂລບ ໂກດ ຫຼົງແລ້ວ ວິນຍູຊົນເພິ່ງລະ ພານຊົນເຫຼົ່າໃດປະກອບ ພານຊົນເຫຼົ່ານັ້ນຍ່ອມເສື່ອມ.
- ກໍແລ ສັບປຸຣະສາທັງຫຼາຍ ເພິ່ງຊາບວ່າ ມວນໝູ່ພູມະຣິນນັ້ນຍ່ອມສະແຫວງຫາກິ່ນຫອມແຫ່ງອຸບົນທີ່ບານຢູ່ກາງສະພັງ ສັນໃດ ແຕ່ແມງວັນຍ່ອມສະແຫວງກິ່ນອາສາວະ ສັນນັ້ນ.


ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໑໒໙ ໂພສ
ນັກການກະທູ້
ພາສາບອກຊາດ..ມາລະຍາດບອກຕະ******ນ..
ບັນພຣະບູລຸດລາວເຮົາບົງບອກໄວ້ຊັດເຈນ
ຖ້າລືມພາສາ..ກໍ່ເທົ່າກັບວ່າລືມຊາດ
ຖ້າລືມຊາດ..ກໍ່ຫມາຍຄວາມວ່າຄົນໆນັ້ນ
ຄວາມເຊື່ອມກຳລັງເຂົ້າມາຖາມຫາແລ້ວ


ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>