ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ໄວໜຸ່ມທັນສະໄໝຮ່ວມໃຈເລີກໃຊ້ພາສາວິບັດ

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ noom ຂຽນວ່າ...
ພາສາບອກຊາດ..ມາລະຍາດບອກຕະ******ນ..
ບັນພຣະບູລຸດລາວເຮົາບົງບອກໄວ້ຊັດເຈນ
ຖ້າລືມພາສາ..ກໍ່ເທົ່າກັບວ່າລືມຊາດ
ຖ້າລືມຊາດ..ກໍ່ຫມາຍຄວາມວ່າຄົນໆນັ້ນ
ຄວາມເຊື່ອມກຳລັງເຂົ້າມາຖາມຫາແລ້ວ


ແມ່ນແລ້ວ
ສະນັ້ນ, ຄົນລາວຕ້ອງຮັູຮັກພາສາລາວ ເໝືອນພະຍັກຂາທີ່ຮັູ ແລະຮັກພົງພະນາວັນອັນອຸດົມ
ບຸກຄົນຮູ້ຈັກພາສາລາວອັນອຸດົມ ເລີດລົ້ນ ຮູ້ທ່ວງທ່າ ແລະວັນນະຂອງພາສາລາວໄດ້ ບຸກຄົນນັ້ນ ຊື່ວ່າບຸກຄົນທີ່ເຊີດຊູຊາດ
ບຸກຄົນໃດ ຮູ້ພາສາລາວພຽງເພື່ອຕາເຫັນ ບໍ່ສອດສ່ອງຫາກົກເຄົ້າ ອັນເລີກແລລບຂອງພາສາທີ່ມີເຫຕຸກັມມະວິທີຂອງອັກຂະ ແລະວັດຈະນາແລ້ວ ບຸກຄົນເຫຼົ່ານັ້ນ ຍ່ອມພາຊາດໄດ້ສູ້ຄວາມຫາຍະນະ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
*-*

ຊີວິດລິຂິດເອງ noOK

໒ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ພາສາບອກຊາດ ມາລະຍາດບອກຕະກຸນ

ພາສາລາວ ກໍ່ຄືຄົນລາວ ຄືຄວາມເປັນລາວ ຄືວັດທະນະທຳອັນເກົ່າແກ່ຂອງຊາວລາວ ຄືປະເທດລາວ ຄືລາວ
ການອະນຸລັກຮັກສາປົກປ້ອງມັນໃວ້ ເປັນໜ້າທີ່ຂອງ ປະຊາຊົນລາວທຸກຄົນ ບໍ່ວ່າຈະເດັກຫຼືເຖົ້າ
ການທີ່ເຈົ້າສຶກສາແລະເຜີຍແຜ່ຄວາມຮູ້ທີ່ເຈົ້າສະສົມມາໃຫ້ຄົນທີ່ຍັງບໍ່ຮູ້ເຂົ້າໃຈໂດຍບໍ່ຫວັງຜົນຕອບແທນອັນໃດ
ມັນເປັນບຸນດີແກ່ເຈົ້າແລ້ວ.
ສ່ວນໂຕຂ້າພະເຈົ້າແມ່ນມັກປະຫວັດສາດ ຄວາມເປັນມາ ວັດທະນະທຳ ວິຖີຊີວິດ ສະຖານທີ່ທ່ອງທ່ຽວ ໃນປະເທດລາວ
ນຳສະເໜີໃຫ້ຊາວໂລກໄດ້ຮັບຮູ້ ວ່າ ລາວ ກໍ່ເປັນຊາດທີ່ໜ້າສົນໃຈ ໜ້າມາຢ້ຽມຢາມ.
ຍິນດີທີ່ໄດ້ຮູ້ຈັກເດີ້ ອາຣິຍາ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເວົ້າເລື່ອງວັດຈະນານຸກົມແລ້ວ ມື້ວານໃຫ້ຄົນຊ່ວຍໄປຊື້ຢູ່ຮ້ານປື້ມດອກເກດຢູ່ໜ້າໂຮງແຮມ Novotel ແລ້ວຝາກມາໃຫ້



ສະບັບປົກແຂງ ລາຄາ ໓໐໐,໐໐໐ ກີບ ປົກອ່ອນແມ່ນ ໒໕໐,໐໐໐ ກີບ ແຕ່ມີສັບປາລີນ້ອຍ ຢາກໄດ້ສະບັບແປ ປາລີ-ລາວ ຢູ່ ສົງໄສຕ້ອງຖ້າງວດໜ້າກ່ອນ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ສະບັບປັບປຸງຈາກ ພ.ສ ໒໕໐໕
ສ່ວນສະບັບປາລີໄປຊື້ຢູ່ວິທຍາໄລສົງ ຫ້ອງການວິຊາການເດີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ zeez ຂຽນວ່າ...
ພາສາບອກຊາດ ມາລະຍາດບອກຕະກຸນ

ພາສາລາວ ກໍ່ຄືຄົນລາວ ຄືຄວາມເປັນລາວ ຄືວັດທະນະທຳອັນເກົ່າແກ່ຂອງຊາວລາວ ຄືປະເທດລາວ ຄືລາວ
ການອະນຸລັກຮັກສາປົກປ້ອງມັນໃວ້ ເປັນໜ້າທີ່ຂອງ ປະຊາຊົນລາວທຸກຄົນ ບໍ່ວ່າຈະເດັກຫຼືເຖົ້າ
ການທີ່ເຈົ້າສຶກສາແລະເຜີຍແຜ່ຄວາມຮູ້ທີ່ເຈົ້າສະສົມມາໃຫ້ຄົນທີ່ຍັງບໍ່ຮູ້ເຂົ້າໃຈໂດຍບໍ່ຫວັງຜົນຕອບແທນອັນໃດ
ມັນເປັນບຸນດີແກ່ເຈົ້າແລ້ວ.
ສ່ວນໂຕຂ້າພະເຈົ້າແມ່ນມັກປະຫວັດສາດ ຄວາມເປັນມາ ວັດທະນະທຳ ວິຖີຊີວິດ ສະຖານທີ່ທ່ອງທ່ຽວ ໃນປະເທດລາວ
ນຳສະເໜີໃຫ້ຊາວໂລກໄດ້ຮັບຮູ້ ວ່າ ລາວ ກໍ່ເປັນຊາດທີ່ໜ້າສົນໃຈ ໜ້າມາຢ້ຽມຢາມ.
ຍິນດີທີ່ໄດ້ຮູ້ຈັກເດີ້ ອາຣິຍາ


ສຸດຍອດ ຊົມເຊີຍໆ ແລະຍິນດີທີ່ຮູ້ຈັກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ສຶກວ່າ ວວ ເອງກໍ່ໃຊ້ພາສາລາວຜິດໆຖືກໆຢູ່ ຖ້າຄຳໃດຂຽນຜິດກໍ່ຂໍໃຫ້ທ່ານຜູ້ຮູ້ບອກເຕືອນແນ່ເດີ້

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ນັ້ນແລ້ວ ເຮົາເກີດໃໝ່ໃຫຍ່ລຸນມັນຕ້ອງຮຽນຮູ້ໄປເລື້ອຍ ພາສາລາວເຮົາອຸດົມສົມບູນທີ່ສຸດ ຫາກແຕ່ພວກເຮົາບໍ່ມັກອ່ານ ບໍ່ມັກຊອກຮູ້ ຊອກເຫັນ ແລະທີ່ສຳຄັນຄົນລາວເຮົາບໍ່ມັກສຶກສາຕົນເອງ ບໍ່ຍອມຍົກກຽດຕິຄຸນຂອງຕົນເອງ ຈຶ່ງຍອມງໍມື ງໍ້ຕີນບາກໜ້າບາກຕາໄປເຫັນຂອງຄົນອື່ນ ວ່າດີ ພາສາລາວເຕັມໄປດ້ວຍມົນຂັງ ແລະພະລັງແຫ່ງຄວາມງາມ ພຽບພ້ອມໄປດ້ວຍສັນທະລັກສະນະແຫ່ງສູນທະຣິຍະພາບແຫ່ງທ່ວງທຳນອງ ແລະຮູບສຽງ ອັນອໍຣະຊອນ ພາສາລາວ ອາດເປັນພາສາດຽວໃນໂລກທີ່ອື່ນໄຫວໄປຕາມສຽງແຫ່ງທັມມະຊາດໄດ້ຄົບ ນັກພາສາສາດໄດ້ກວດ ຄົບເບິ່ງແລ້ວ ວ່າສຽງວຽງຈັນໄດ້ ໖ ສຽງ ສຽງສະຫວັນມີ ໙ ສຽງ ສຽງປາກເຊ ມີ ໑໐ ສຽງ ອັນນັ້ນລະຄືຄວາມແຕກຕ່າງຂອງພາສາລາວ ທີຄໍ ລິ້ນ ເພດານ ດັງ ແລະແຖ້ວ ຂອງຄົນລາວສ້າງສັນອອກມາເປັນພາສາລາວ ສະນັ້ນຄົນລາວບໍ່ຄວນເຮັດພາສາລາວວິບັດ.
- (ອ່ານນີ້ລາວຮັບຮອງວ່າພວກທ່ານຕ້ອງ ສົງໄສ ແລະບໍ່ເຂົ້າໃຈແນ່ນອນບໍ່ເຂົ້າໃຈ ຂໍໃດ ຖາມຂໍ້ນັ້ນມາ ຍອມທີ່ຈະເສັຍສະຫຼະເວລາເພື່ອຄົນລາວ ພັດທະນາພາສາລາວ ດ້ວຍພາສາລາວສຶບຕໍ່ໄປ)


ແມ່ນແລ້ວອາຈານຂອບໃຈມານະທີ່ນີ້ດ້ວຍ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຮະແຮະ ເຮົາເຫັນດີນຳ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ແຮະແຮະ ເຮົາເຫັນດີນຳ



ແມ່ນໆ ຮູ້ສຶກວ່າພາສາລາວເຮົາພ້ຽນກັນໄປຫຼາຍແລ້ວເນາະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒ ກະທູ້
໑໐໗ ໂພສ
ນັກການກະທູ້
ພາສາບອກເຖິງຊາດ ມາລະຍາດເປັນເລື່ອງຂອງສັງຄົມນັ້ນໆໆໆໆ

(ສະມະຊິກພັນລາວ ທ່ານໜຶ່ງເວົ້າວ່າ. ຄວາມຮູ້ເປັນແກ່ນ ຄະເເນນເປັນມອກ)
ຄວາມຮູ້ຕ້ອງຊອກ ສະແຫວງຫາ
ຕາມກະຕິກາ ຄະແນນຢູ່ທີ່ປາຍປາກາ

໑໐ ກະທູ້
໓໗໙ ໂພສ
ຊຳນານການເວັບບອດ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ noom ຂຽນວ່າ...
ພາສາບອກຊາດ..ມາລະຍາດບອກຕະ******ນ..
ບັນພຣະບູລຸດລາວເຮົາບົງບອກໄວ້ຊັດເຈນ
ຖ້າລືມພາສາ..ກໍ່ເທົ່າກັບວ່າລືມຊາດ
ຖ້າລືມຊາດ..ກໍ່ຫມາຍຄວາມວ່າຄົນໆນັ້ນ
ຄວາມເຊື່ອມກຳລັງເຂົ້າມາຖາມຫາແລ້ວ


ແມ່ນແລ້ວ
ສະນັ້ນ, ຄົນລາວຕ້ອງຮັູຮັກພາສາລາວ ເໝືອນພະຍັກຂາທີ່ຮັູ ແລະຮັກພົງພະນາວັນອັນອຸດົມ
ບຸກຄົນຮູ້ຈັກພາສາລາວອັນອຸດົມ ເລີດລົ້ນ ຮູ້ທ່ວງທ່າ ແລະວັນນະຂອງພາສາລາວໄດ້ ບຸກຄົນນັ້ນ ຊື່ວ່າບຸກຄົນທີ່ເຊີດຊູຊາດ
ບຸກຄົນໃດ ຮູ້ພາສາລາວພຽງເພື່ອຕາເຫັນ ບໍ່ສອດສ່ອງຫາກົກເຄົ້າ ອັນເລີກແລລບຂອງພາສາທີ່ມີເຫຕຸກັມມະວິທີຂອງອັກຂະ ແລະວັດຈະນາແລ້ວ ບຸກຄົນເຫຼົ່ານັ້ນ ຍ່ອມພາຊາດໄດ້ສູ້ຄວາມຫາຍະນະ.



ຫາກວ່າກັນຈັ່ງຊີ້ ຫຼັກການປ່ຽນມາໃຊ້ເມື່ອປີ ໑໙໗໕ ມານີ້ຈະໃຫ້ຖືກັນໃນເກັນໃດ?
ແລ້ວບັນດິດທີ່ຈັດໃຫ້ມີການປ່ຽນແປງກັບສູ່ຣະບົບເກົ່າຄືນນັ້ນໃຫ້ຂໍ້ອ້າງອິງແລະແກ້ຕົວແກ່ບັນດິດຜູ່ພິກປີ້ນຕອນປີເຈັດສິບຫ້າກັນຈັ່ງໃດ?.
ແລະທ່ານວ່າຂໍ້ສູນເສັຍໃນຣະຍະນັ້ນຮອດດຽວນີ້ກະມີບໍ?
ແລະໃຜໄດ້ເປັນຜູ່ຮັບກຳຕໍ່ການສັບສົນອົນລະມ່ານໃນພາສາແລະໄວຍະກອນລາວ?

ບັນດາຊາວຫນຸ່ມທີ່ເກິດໄດ້ໃຫຍ່ມາຫຼັງປີເຈັດຫ້າເຂົາກະຮູ້ພຽງນີ້ ເພາະການສຶກສາຄົ້ນຄົ້ວຫາໃສບໍ່ມີ.
ການອ່ານທັງຂີດຂຽນທີ່ບໍ່ມີກົກເຄົ້າເຫງົ້າກໍ ຈະຖືວ່າຊາວຫນຸ່ມບໍ່ເອົາໃຈໃສ່ໃນບັນຫານີ້ບໍ່ຖຶກແລະບໍ່ເປັນທຳແກ່ເຂົາເຈົ້າ.
ເພາະຜູ່ໃຫຍ່ພາໄປ ກະຈຳເປັນຕ້ອງໄປຕາມ.
ການສົ່ງເສີມການອ່ານຫຼືຂີດຂຽນ ແຕ່ປົດປ່ອຍມາ ມັນຕ້ອງເປັນໄປຕາມ"ແນວທາງ"ແລະແນວໂນ້ມ ເພາະເຫດນີ້ ຜຂ ຈຶ່ງວ່າການວິວັດທະການທາງພາສາລາວເຮົາເຫມືອນຖືກແຮ້ວໃນສໄຫມຫນຶ່ງ ເປັນຣະຍະເວລາທີ່ພາສາລາວກຳລັງໃກ້ເຖິງວາຣະສຸດທ້າຍ..
ດີທີ່ຍັງມີຜູ່ທີ່ຄິດເປັນຫ່ວງເປັນໄຍໃນຊາຕາກຳຂອງພາສາຊາດຂອງຄົນລາວ.
ບໍ່ມີໃຜມາຂ້າພາສາເຮົາແຕ່ຍ້ອນບັນດາທ່ານຜູ່ທີ່ຖືຕົນວ່າເປັນ``ຜູ່ຮູ້``ທັງຫຼາຍນັ້ນລະພະຍາຍາມສ້າງຄວາມ``ວິບັດ`ໃຫ້ແກ່ພາສາແມ່ຂອງພວກເຮົາ.
ການສົ່ງເສີມການຂີດຂຽນມີພຽງທໍ່ຫົວແມງຫມີ່,ກວ້າງໄກກະສ່ຳ ວາ ແມງຫມີ່.ເນື້ອຫາສາຣະກະໃຫ້ເປິດແປນທໍ່ໂອບປີກແມງຫມີ່.
ອີກດົນປານໃດເຮົາຈຶ່ງຈະເປັນເຮົາເອງໄດ້.
ຫາກວ່າພາສາຍັງຖືກໂສ້ ຄຳເວົ້າຄຳຈາຂອງພວກພີ່ນ້ອງນັກຂຽນທັງຫຼາຍກະເຫມືອນຖືກຂຶງກັນດ້ວຍໂສ້ເຫຼັກທາງອຸດົມການຢ່າງຕັດບໍ່ຂາດ!!
ພາສາເຮົາຈຶ່ງໄດ້ຮັບຄວາມວິບັດ ແລະພາກັນໃຊ້ຢ່າງວິບັດ.

ອາຈຮຸນແຮງໄປແນ່
ແຕ່ຕິເພື່ອກໍ່ຢ່າງດຽວຫາກວ່າຜູ່ໃດຫາກຂິນຕາໂພດກະຂໍໂທດນຳ.


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າໄປໂລດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄົນດີຕ້ອງຮັກຊາດ ຢ່າຂຽນພາສາວິບັດ


໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂລກໂລກາວິວັດເທັກໂນໂລຢີທັນສະໄຫມ ຄົນຈະໃຊ້ຄອມພິວເຕີເປັນເຄື່ອງມື
ການໃຊ້ພາສາຂຽນຈະຜິດພຽ້ນ ການຄິດໄລ່ເລກທາງຫົວສະຫມອງຈະບໍ່ມີຄ່າ


໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມາຈອບເບິ່ງ

..........................................................................
..........................................................................

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະໃຊ້ເລື້ອຍໆ


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເດີ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຂ້ອຍກະໃຊ້ເລື້ອຍໆ


ດີໆໆໆໆໆ ໃຊ້ພາສາລາວໃຫ້ຖືກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ວຍກັນ ຊ່ວຍກັນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາວິບັດ ແມ່ນພາສາອິຫຍັງ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຂ້ອຍກະໃຊ້ເລື້ອຍໆ


ດີໆໆໆໆໆ ໃຊ້ພາສາລາວໃຫ້ຖືກ


ໂດຍແມ່ນແລ້ວ ຄົນລາວຕ້ອງໃຊ້ພາສາລາວ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ພາສາວິບັດ ຄື
໑. ເວົ້າໄປແລ້ວ ຄວາມໝາຍບໍ່ກົງປະເດັນ
໒. ເວົ້າໄປແລ້ວ ຫາຄວາມໝາຍບໍ່ໄດ້
໓. ເວົ້າໄປແລ້ວ ຕີຄວາມໝາຍເປັນຫຼາຍຄວາມໝາຍ

ສ່ວນພິມຜິດ ບໍ່ແມ່ນພາສາວິບັດ, ແຕ່ການສະກົດຜິດ ເປັນອັກຂະຫຼະວິບັດ.
ການຈຳເປັນໃນການນຳໃຊ້ພາສາຕ່າງປະເທດ ບໍ່ແມ່ນພາສາວິບັດ ແຕ່ເປັນພາສາຢືມ
ການເວົ້າລາວຄວາມໜຶ່ງ ເວົ້າພາສາຕ່າງປະເທດຄວາມໝຶ່ງ ຄືພາສາຊອດກະຈາ.
ຂອບໃຈ



ເວົ້າຄຳດຽວແຕ່ຫາກ ມີຫລາຍຄວາມໝາຍ ຄິດວ່າເປັນຄວາມອຸດດົມສົມບູນຂອງພາສາ ແລະ ພູມປັນຍາຫຼາຍກວ່າ ຄວາມວິບັດນະ
ໃນນີ້ ມັນກໍ່ຂື້ນກັບ ສະຖານະການ ແລະຫົວຂໍ້ອີກ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນແຕ່ໄວລຸ້ນສະໄໝໃໝ່ດອກ ຜູ້ໃຫຍ່ບາງຄົນກະຍັງໃຊ້ສັບພາສາລາວບໍ່ຖືກ

I believe in the IMPOSSIBLE

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ໄວໜຸ່ມໃຊ້ຖືກ ດີຄັກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ດ້ວຍເຫດຊະນີ້ເອງ

ອິອິ


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ເທົ່າທີ່ຮູ້ ພາສາ = ສິ່ງທີ່ສື່ສານໃຫ້ເຂົ້າໃຈລະຫວ່າງສິ່ງໃດສີ່ງຫນື່ງ


ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>