ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພາສາລາວບອກຄວາມເປັນລາວ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາບອກຊາດເຊື້ອ-------------ບອກຖີ່ນທີ່ອາໄສ
ບອກເຖິງຄວາມສີວິໄລ------------ບອກວັດທະນາການກ້າວ
ບອກເຜົ່າລາວທັງຫຼາຍລ້ວນ------ບອກອາຍຸການປະຫວັດສາດ
ພາສາຊາດທີ່ບໍ່ຂ້ອງ--------------ຊາດລາວກ້າວຮຸ່ງຈະເລີນ

ຄືວ່າ ພາສາບອກຊາດເຊື້ອ-----ເຄືອຍາດສະກຸນລາວ
ເວົ້າຈາຄວາມຄຳໃດ------------ຄ່ອງຄວາມຄຳເວົ້າ
ສຳນວນລາວມີຫຼາຍແທ້-------ເຫຼືອຄະນາເກີນຊີກ່າວ
ເວົ້າສຳນຽງໃດກໍແມ່ນລາວ-----ສຳນວນຈາຈົ່ງຈ້ອຍ
--------------------------------ຊາວລາວທັງໃຫຍ່ນ້ອຍເໜືອໃຕ້ ບໍ່ແບ່ງກັນ

ອັນວ່າບອກຖີ່ນທີ່ອາໄສນັ້ນ------ຄືໝາຍວ່າສຳນຽງຈາ
ເວົ້າອອກມາສຽງໃສ-------------ກໍຮູ້ໄວເຖິງບ້ານ
ບໍ່ຕ້ອງຖາມເຖິງເບື້ອງ-----------ພູມຫຼັງຖານຖີ່ນເກີດ
ຍິນສຽງຈາອິ່ນອ້ອຍ-------------ກໍເຫັນຮູ້ຖິ່ນສະຖານ

ບອກເຖິງຄວາມສີວິໄລນັ້ນ-------ຮູ້ຄ່າພາສາສັບ
ນັບເອົາສຳນຽງຂານ-------------ແຍກພັນພົງເຄົ້າ
ພາສາລາວມີຊັ້ນ----------------ຈາກັນຫຼາຍຮູບແບບ
ອັກສອນຂຽນຂີດໄວ້--------------ຄຳເຄົ້າເກົ່າເຫິງ.

ຫຼືວ່າຄຳທີ່ເວົ້າ------------------ພາສາຕ່ຳລະດັບຄວາມ
ເວົ້າກັບຄົນທຳມະດາ------------ກໍວ່າໄປຕາມນັ້ນ
ເວົ້າກັບຄົນສຳຄັນຂຶ້ນ------------ສູງສັກຍົດໃຫຍ່
ເວົ້າກັບສັງຄະເຈົ້າ---------------ມີຄຳເວົ້າແຍກຄົນ

ບອກວັດທະນາການນັ້ນ----------ພາສາລາວມີຫຼາຍຊ່ຳ
ອາຍຸຫຼາຍພ່ຳພ້ອມ----------------ພຽງເຊື້ອເຜົ່າລາວ
ລາວຄູ່ດາວໂລກກ້າວ--------------ຫຼາຍຫຼາກພັນປີ
ພາສາວັດທະນາການ------------ເອກະລັກລາວສາກົນຮູ້

ບອກເຜົ່າລາວທັງຫຼາຍລ້ວນ-----ສຽງສຳນຽງຄຳຄວາມກ່າວ
ຈາຈົງໂອມປາກຕ້ານ--------------ກໍເຫັນຮູ້ເຜົ່າລາວ
ເຊັ່ນຄົນຜູ້ໄທຈາຕ້ານ-------------ສຽງຕ່າງຄວນຈົດຈຳ
ເວົ້າຈາພາສາລາວ---------------ແຕ່ບອກພູມພັນພື້ນ

ບອກອາຍຸການຂະຫຍາຍເຊື້ອ----ພົວພັນປະຫວັດສາດ
ພາສາລາວທີ່ຄົບຖ້ວນ------------ໄດ້ເຫັນຮູ້ຕ່າງຄວາມ
ປະຫວັດສາດເຄື່ອນຍ້າຍ---------ພາສາປ່ຽນຕາມອາຍຸ
ປະຫວັດຂຽນລຽນຄຳ-------------ກໍຄ່ອຍຈຳຈົງໄວ້

ພາສາລາວທີ່ເຮົາເວົ້າ-------------ເຫັນຄອງວັດທະນາຊາດ
ພາສາລາວປະກາດເລື້ອງ----------ໃຫ້ຄົ້ນຮູ້ວຽກການ
ຄັນວ່າເວົ້າວຽກບ້ານ---------------ຕຸລາການລັດຖະສາດ
ເວົ້າເຖິງພານິດຄ້າ------------------ວຽກງານລໍ້າກໍບໍ່ເຂີນ

ຄັນເວົ້າລາວຄົນລາວຮູ້-------------ບໍ່ຕ້ອງຕື່ມຍົກສາທົກ
ເອົາແຕ່ຄວາມຄຳຄັກ---------------ປະກາດໄປໃຜກໍຮູ້
ຄັນວ່າພາສາໃບ້--------------------ເວົ້າຄວາມໃດຄິດບໍ່ອອກ
ເວົ້າຄຳລາວຈາຈົງແຈ້ງ--------------ຄົນລາວຕຶ້ງຄຶດບໍ່ເຖິງ

ອັນນັ້ນຄືເສັ້ນເວິ້ງ-------------------ພັດທະນາຊາດບໍ່ສຸດສິດ (ສາແລ້ວ)
ພັດທະນາຊີວິດ---------------------ກໍຍາກຊາປັນຍາປູ້
ພາສາສູນເສັຍແລ້ວ-----------------ທຳລາຍການນະໂຍບາຍຊາດ
ເວົ້າໃຫ້ຟັງກໍບໍ່ຮູ້---------------------ໃຈບໍ່ເຕື້ອງຮອດບ່ອນໝາຍ (ນັ້ນຈຶ່ງວ່າພາສາຕາຍແລ້ວ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
hak xad Lao , hak khuam pen Lao , hak pha sa Lao.

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຄັກໆ ທ່ານແຕ່ງຂື້ນເອງບໍ
ຫຼືຮຽບຮຽງຂື້ນມາຈາກໃສ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ງບໍ່ເປັນດອກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ລາວເຮົານະເປັນປະເທດນ້ອຍໆ ພົນລະເມືອງກະບໍ່ຫຼາຍ ແຕ່ມີພາສາເປັນຂອງໂຕເອງ ນິນະ ມັນສະແດງເຖິງຄວາມຈະເລີນຮຸ໋ງເຮືອງຄືກັນໃດ໋, ເຖິງວ່າເຮົາຈະຍັງບໍ່ຖືວ່າເປັນປະເທດທີ່ພັດທະນາຄືເພິ່ນ ແຕ່ກະໜ້າພາກພູມໃຈ. ຂະໜາດບາງປະເທດທີ່ພັດທະນາແລ້ວ ກະຍັງບໍ່ມີພາສາເປັນຂອງໂຕເອງ -"-

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ໊ະ......ເວົ້າຖືກໃຈໃຫ້ ໑໐໐໐໐ ຄະແນນຣວດດຽວເລີຍແລ້ວເລື່ອງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ກອນມ່ວນດີ

ຊີວິດລິຂິດເອງ noOK

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ອງໄວ້ ໄດ້ປະໂຫຍດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
kha noi bor dai waow hai Ajarn der . kha noi waow siad see khon fark nam.

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ຄິດຮອດສາວເບຍລາວ ຮືໆໆໆໆໆໆໆໆໆໆໆໆໆ

K.Soubandith

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
kha noi bor dai waow hai Ajarn der . kha noi waow siad see khon fark nam.

ເວົ້າເລື່ອງໃດ ບໍ່ຮູ້ຈັກເລີຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
aha..

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນລາວຝູງພີ່ນ້ອງ----------------ຈົ່ງຮັກຮໍ່ພາສາຄົນ
ເປັນຄົນລາວຄວນສະຫງວນ-----ຮີດປະເພນີໄວ້
ພາສາລາວເປັນກົກເຫງົ້າ--------ວັດທະນະທັມເອກລາດ
ບອກຄວາມເປັນຊາດຮັກສາຄອງເກົ່າໄວ້----ລາວບໍ່ສິ້ນຊື່ສຽງ ທ່ານເອີຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ...
ລາວເຮົານະເປັນປະເທດນ້ອຍໆ ພົນລະເມືອງກະບໍ່ຫຼາຍ ແຕ່ມີພາສາເປັນຂອງໂຕເອງ ນິນະ ມັນສະແດງເຖິງຄວາມຈະເລີນຮຸ໋ງເຮືອງຄືກັນໃດ໋, ເຖິງວ່າເຮົາຈະຍັງບໍ່ຖືວ່າເປັນປະເທດທີ່ພັດທະນາຄືເພິ່ນ ແຕ່ກະໜ້າພາກພູມໃຈ. ຂະໜາດບາງປະເທດທີ່ພັດທະນາແລ້ວ ກະຍັງບໍ່ມີພາສາເປັນຂອງໂຕເອງ -"-

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ...
ລາວເຮົານະເປັນປະເທດນ້ອຍໆ ພົນລະເມືອງກະບໍ່ຫຼາຍ ແຕ່ມີພາສາເປັນຂອງໂຕເອງ ນິນະ ມັນສະແດງເຖິງຄວາມຈະເລີນຮຸ໋ງເຮືອງຄືກັນໃດ໋, ເຖິງວ່າເຮົາຈະຍັງບໍ່ຖືວ່າເປັນປະເທດທີ່ພັດທະນາຄືເພິ່ນ ແຕ່ກະໜ້າພາກພູມໃຈ. ຂະໜາດບາງປະເທດທີ່ພັດທະນາແລ້ວ ກະຍັງບໍ່ມີພາສາເປັນຂອງໂຕເອງ -"-

นี้คือทัศนาของความเข้าใจลาวที่ถืกต้อง

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ຄົນລາວຝູງພີ່ນ້ອງ----------------ຈົ່ງຮັກຮໍ່ພາສາຄົນ
ເປັນຄົນລາວຄວນສະຫງວນ-----ຮີດປະເພນີໄວ້
ພາສາລາວເປັນກົກເຫງົ້າ--------ວັດທະນະທັມເອກລາດ
ບອກຄວາມເປັນຊາດຮັກສາຄອງເກົ່າໄວ້----ລາວບໍ່ສິ້ນຊື່ສຽງ ທ່ານເອີຍ

*-* ດີໆ