ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ອ່ານຍາກອີຫຼີອາຈານ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາຍພູແດນລາວ
ສາຍເຊລຳເພົາ


ທີ່ຕັ້ງ:

ສາຍພູແດນລາວ ເປັນຊື່ຂອງຊາວໄທຍ໌ຮຽກໃນປັດຈຸບັນ ແລະເປັນຊື່ທີ່ຊາວລ້ານນາ ຮຽກຂານກັນມາຕັ້ງ ແຕ່ບູຮານ ນະການ ເມື່ອລ້ານນາໄດ້ກາຍເປັນເມືອງສ່ວຍຂອງສຍາມ ແລະໄດ້ກາຍເປັນດິນແດນໄທຍ໌ຮອດບັດນີ້ ສາຍພູແດນລາວກໍໄດ້ຖືກ ຮຽກຂານກັນມາຮອດບັດນີ້, ສາຍພູແດນລາວນັ້ນ ເປັນສາຍພູຢູ່ທາງພາກເໜືອຂອງເທດໄທຍ໌ໃນປັດຈຸບັນ ເຊິ່ງວາງ ຕົວທອດຍາວໄປຕາມແນວຊາຍແດນໄທຍ໌-ພະມ້າ(ມຽນມາ).
ສາຍພູແດນລາວນັ້ນ ບໍ່ໄດ້ວາງຕົວແນວຕາເວັນອອກ-ຕາເວັນຕົກ ເພາະທີ່ຈິງແລ້ວ ສາຍພູແດນລາວວາງຕົວ ໃນແນວສະຫຼຽງ ຕາເວັນຕົກສ່ຽງໃຕ້-ຕາເວັນອອກສ່ຽງເໜືອ ເລີກເຂົ້າໃນເຂດຣັດສານ ເປັນສ່ວນໜຶ່ງຂອງສາຍພູ ສານ ໂຍມາ, ທາງຝັ່ງໄທຍ໌ ໄດ້ລວມເອົາສາຍພູອິນທະນົນທ໌ ແລະ ສາຍພູຂຸນຕານດ້ວຍ.


ເຫດທີ່ມີຊື່ວ່າສາຍພູແດນລາວ:

ເດີມນັ້ນ ລ້ານນາ ຫຼືອານາຈັກລາວະຈັກກະຣາຊ (ລາວ ຈັກ) ເປັນອານາຈັກເອກະຣາດ ໄດ້ສືບເຊື້ອສາຍມາຈາກອາ ນາ ຈັກຊຽງແສນ ເຊັ່ນດຽວກັບລາວລ້ານຊ້າງ, ມີອານາຈັກເອກະ ຣາຊເປັນຂອງຕົນເອງ ທັງຍັງມີຄວາມສຳພັນຢ່າງໃກ້ຊິດ ກັບອານາຈັກລ້ານຊ້າງມານັບແຕ່ຍຸກປະຫວັດສາດ ຫຼັກຖານທີ່ເຫັນເປັນຮູປະທັມນັບຕັ້ງແຕ່ເລີ່ມຕົ້ນປະຫວັດສາດ ກໍນັບ ມາແຕ່ສະໄໝພຣະເຈົ້າຟ້າງຸ່ມ, ຈົນຮອດສະໄໝພຣະເຈົ້າໄຊຍະເຊດຖາທິຣາດ, ຄົນລ້ານນາເຂົາມີຄວາມສຳນຶກວ່າ ເຂົາເປັນ ຊາດລາວ ເຖິງວ່າລ້ານນາບໍ່ໄດ້ເປັນສ່ວນໜຶ່ງຂອງລ້ານຊ້າງ ແຕ່ຄວາມສຳນຶກໃນຊາດ ແລະວັດທະນະທຳ, ທີ່ອີງຕາມຊາດ ພັນວິທະຍາແລ້ວ ຄົນລ້ານນາເປັນກຸ່ມຊາດພັນໄຕ-ກະໄດ ສາຂາໜຶ່ງ, ສະນັ້ນໃນສະໄໝ ທີ່ລ້ານນາໄດ້ຕົກ ເປັນເມືອງ ຊ່ວຍຂອງສຍາມ ເຊັ່ນດຽວ ແລະສະໄໝດຽວກັບລ້ານຊ້າງ ນັບແຕ່ປີ ໑໗໗໙ ແລ້ວ, ມາຮອດພຣະຈຸນຈອມ ເກົ້າຣັດຊະການທີ ໕ ຂອງສຍາມກໍໄດ້ຈັດການຫົວເມືອງລາວຮຽກວ່າລາວສຽງ ລ້ານຊ້າງຫຼວງພຣະບາງໃຫ້ຮຽກວ່າ “ລາວພຸງຂາວ” ສ່ວນລາວ ລ້ານນາໃຫ້ຮຽກວ່າ “ລາວພຸງຂາວ” ຕໍ່ມາໄດ້ປ່ຽນລ້ານນາໃຫ້ເປັນມົນທົນພາຍັບ ແຕ່ກໍຍັງຮຽກວ່າ ລາວສ່ຽງຢູ່.
ພູເຂົາແດນລາວ ເຖິງບໍ່ໄດ້ກັ້ນເຂດແດນລະຫວ່າງລາວ-ໄທຍ໌(ປັດຈຸບັນ)ກໍຕາມ ແຕ່ໃນອະດີດສາຍພູນີ້ມີ ຄວາມ ສຳຄັນຍິ່ງໃນດ້ານປະຫວັດສາດ, ອັນສຳຄັນຄົນລ້ານນານັ້ນ ຍັງມີຄວາມສຳນຶກໃນຄວາມເປັນຊາດພັນ ທີ່ເປັນ ເຊື້ອສາຍ ລາວຂອງຕົນ, ອີກອັນໜຶ່ງຄວາມເຊື່ອອັນເກົ່າແກ່ຂອງຄົນສຍາມເອງໃນສະໄໝນັ້ນ ເຂົາກໍຍອມຮັບວ່າ ຄົນລ້ານນາເປັນຄົນ ລາວພວກໜຶ່ງ, ຈຶ່ງໄດ້ຮຽກລ້ານນາວ່າ “ລາວສ່ຽງ ຫຼືລາວພຸງດຳ” ໂດຍມີລາວພາກເໜືອຂອງ ສປປ.ລາວ (ປັດຈຸບັນ) ວ່າ “ລາວ ພຸງຂາວ, ສາຍພູດັ່ງກ່າວ ອະດີດຄົງເປັນເຂດແດນລາວ-ກັບມອນ ຫຼືພະມ້າ ຈຶ່ງເຮັດໃຫ້ມີຊື່ວ່າ “ສາຍພູແດນລາວເທົ້າບັດນີ້”.

ອີງຕາມຄວາມເຊື່ອດ້ານປະຫວັດສາດ:

໑. ສາດຕຣາຈານຄລິຟຕັນ ດ໊ອດດ໌ ຊາວອາເມຣິກັນ ກ່າວວ່າ “ລາວ ແປວ່າ ໃຫຍ່ ຫຼື ຄົນໃຫຍ່ ໝາຍຄວາມວ່າ ຊາດລາວເປັນຊາດ ໃຫຍ່, ມີຄົນຫຼາຍ ແລະມີຄວາມຈະເລີນ ຫຼືເປັນຊົນຊາດທີ່ມີອາຣະ ຍະທັມສູງໃນສະໄໝບູຮານ.
໒. ທ່ານເຈົ້າຄຸນພຣະທັມມະທີຣະຣາຊະມະຫາມຸນີ(ທີຣ໌ ປຸນນະ ໂກ) ໄດ້ກ່າວໄວ້ໃນໜັງສືພິມລາຍເດືອນໂຍນົກວ່າ “ລາວ” ອາດພ້ຽນ ມາຈາກດາວ, ເຊິ່ງໝາຍຄວາມວ່າຟ້າ ຫຼືສູງສຸດ ເພາະພວກລາວມີ ຖິ່ນຖານເດີມຢູ່ທີ່ຮາບ ສູງໃນປະເທດຈີນ ແລະຖື ຕົວວ່າເປັນພວກຈະ ເລີນ ສືບເຊື້ອສາຍມາຈາກແຖນ ຄຳວ່າແຖນ, ທຽນ, ໄທ, ໄທ້ ກໍ ໝາຍຄວາມວ່າ ຟ້າເຊັ່ນກັນ.
ມະຫາສີລາ ວິຣະວົງສ໌ ເຫັນວ່າ ຄຳວ່າ “ລາວ” ພ້ຽນມາຈາກ ຄຳວ່າ ຫຼວງ, ລີ, ລຸງ, ລວງ ແລະລວງພ້ຽນມາເປັນຫຼວງກໍໄດ້ ດັ່ງນັ້ນລາວ ຈຶ່ງໝາຍວ່າ ໃຫຍ່ ຫຼື ຈະເລີນ.
ດ້ວຍຫຼັກຖານການວິເຄາະຂອງນັກປະຫວັດສາດທັງ ໓ ທ່ານທີ່ວ່າມານີ້ “ລາວ” ໝາຍເຖິງຊົນຊາດທີ່ເກົ່າແກ່ ແລະຈະ ເລີນ, ຕັ້ງຖິ່ນຖານຢູ່ໃນດິນຈີນ ແລະອາດເຄື່ອນຍ້າຍລົງມາທາງໃຕ້ ຫຼືຕາເວັນຕົກສ່ຽງໃຕ້ ຫຼືຕາເວັນອອກສ່ຽງໃຕ້, ຕັ້ງຕົວໃນ ລ່ອງແມ່ນໍ້າຂອງ, ແມ່ນຳ້ອະຣະວະດີ, ແມ່ນໍ້າຄົງ, ແມ່ນຳ້ປິງ, ວັງ, ຍົມ, ນ່ານ ຈົນຮອດຕົ້ນແມ່ນຳ້ເຈົ້າພຣະຍາ, ຈຶ່ງເຮັດໃຫ້ຄົນບູ ຮານໃນເຂດນີ້ ຮຽກພູນີ້ວ່າ “ສາຍພູແດນລາວ” ສິ່ງໜຶ່ງອີກທີ່ຢັ້ງຢືນວ່າ ການຕັ້ງຊື່ຂອງຄົນບູຮານນັ້ນ ມັນຍ່ອມມີເຫດຜົນ ແລະມີຫຼັກຖານຂອງເຂົາ ຄື ເຮົາເຫັນວ່າ ໃນຊຽງໃໝ່ນັ້ນ ມີແມ່ນຳ້ສາຍໜຶ່ງຮຽກວ່າ “ແມ່ນຳ້ລາວ”.
ສາຍພູແດນລາວນັ້ນກວ້າງໃຫຍ່ ກວາມເອົາດິນແດນປະເທດຈີນ, ພະມ້າ ແລະພາກເໜືອໄທຍ໌(ລ້ານນາ) ມີຄວາມ ຍາມເຖິງ ໑.໓໓໐ ກິໂລແມັດ, ສະເພາະທີ່ເປັນເຂດແດນໄທຍ໌ກັບພະມ້າ ຍາວ ໑໒໐ ກິໂລແມັດ.
-----------
ລົງໃນພັນລາວ ແລະໃບລານເປັນຄັ້ງແຮກ ຫາກລົງທີ່ອື່ນ ໂດຍທີ່ບໍ່ມີຊື່ຜູ້ຂຽນກຳກັບໄວ້ ຖືວ່າ(ລະເມີດລິຂະສິດ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຂພຈ ມີຂ້ອສອບຖາມອາຈານຂ້ອໜື່ງ ຄືຂພຈ ໄດ້ເຄີຍອ່ານປື້ມປະຫວັດສາດຂອງທ່ານມະຫາ ສີລາ ວີຮະວງສົບອກ(ເປັນ foot note)ວ່າ ສະໄໝບຸຮານເຄີຍຮຽກກຸງສີອະຍຸທຍາວ່າ ລ້ານເພົຽ ຄຳນີ້ອາຂານມີຄວາມເຫົນແນວໄດ໋ ເພາະ ຂພຈຍູ່ທາງພີ້ບໍ່ເຄີຍໄດ້ຍຶນຄຳວ່າ ລ້ານເພົຽ (ຂພຈ ອ່ານອອກສຽງກໍ່ບໍ່ຖືກນຳ)


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ຂຽນມາມາຖາມ,
- ຕາມຄວາມເຊື່ອກ່ຽວກັບປະຫວັດສາດ ຕາມທິດສະດີເກົ່າໆ ຂອງກຣົມພະຍາດຳຣົງຣາຊານຸພາບ ແລະຜູ້ອື່ນໆ ໃນສະໄໜດຽວກັບລ້ວນແຕ່ກຳນົດວ່າ "ໄທ-ລາວ" ມາຈາກທາງເໜືອ ຄື ພູເຂົາອັລໄຕ.
- ມະຫາສີລາ ວິຣະວົງ ກໍຄົນຢູ່ໃນຍຸກດຽວກັນ ແລະໄດ້ຮ່ວມງານກັນກັນກົມພຣະຍາດຳຣົງຣາຊານຸພາບ ສະໄໝທີ່ມະຫາສີລາ ວິລະວົງ ເຮັດວຽກຢູ່ຫໍສະໝຸດ ແຫ່ງຊາດໄທຍ, (ຖນົນສາມເສນໃນ), ນັ້ນ, ມະຫາສີລາ ວິຣະວົງ ຄົງຈະໄດ້ຮ່ວມງານກັນກັນ, ໂດຍສະເພາະເມື່ອສະເດັດເຈົ້າເພັດຊະຣາຊ ສະເດັດປະທັຍສວນສະຣານຣົມນ໌ນັ້ນ, ມະຫາສີລາໄດ້ຊ່ວຍວຽກພຣະອົງທ່ານ ຕອນນີ້ເຈົ້ານາຍໄທຍ໌ ຄົງຈະເຂົ້າມາປຶກສາຫາລື ເລື່ອງອື່ນໆ ນຳສະເດັດເຈົ້າ ເນື່ອງໆ ການສົນທະນາປາໄສກ່ຽວກັບບັນຫາປະຫວັດສາດນັ້ນ ແຕ່ສິ່ງແນ່ນອນ ແນວຄິດຂອງມະຫາສີລາ ວິລະວົງກໍໄດ້ຮັບອິທີພົນໃນການຂຽນປະຫວັດສາ ແບບແນວສະບັບຂອງກົມພຣະຍາດຳຣົງຣາຊານຸພາບ, ພຣະຍາອະນຸມາລຣາຊະທົນເປັນຢ່າງຍິ່ງ, ຈຶ່ງເຫັນວ່າແນວຄິດປະຫວັດສາດລາວກັບໄທຍ໌ນັ້ນ ກໍບໍ່ມີສິ່ງ ແຕກຕ່າງກັນ ແລະບໍ່ຂັດກັນໃນລັກສະນະຕອນຕົ້ນໆ ແຕ່ມາໃນໄລຍະຫຼັງໆ ນັ້ນການຕີຄວາມໝາຍຂອງປະຫວັດສາດໄທຍ໌ນັ້ນ ຈະມີການຕີຄວາມ ໝາຍແຜແຫວກແນວອອກໄປ ອາດຊິມີການຈັບປະເດັນຍາງປະເດັນທີ່ຕ່າງກັນ ແລະໄດ້ປະໂຫຍດຫຼາຍສຸດ.
- ເອົາລະເມື່ອຖາມເຖິງລ້ານເພັຍ ຊິອະທິບາຍ ເລື່ອງລ້ານລ້ານເພັຍໃຫ້ຟັງ
ເມື່ອງຂອງຄົນລາວ(ບໍ່ໝາຍເຖິງຄົນໃນ ສປປ.ລາວ) ແຕ່ເປັນຄົນລາວບູຮານນັ້ນ ມີຢູ່ ໓ ນະຄອນ(ສາມລ້ານ) ຄື
໑. ລ້ານຊ້າງ.
໒. ລ້ານນາ.
໓. ລ້ານເພັຍ (เพีย)
- ຄຳວວ່າ "ລ້ານເພັຍ" ນັ້ນໝາຍເອົາເມືອງໃດ ເມືອງໜຶ່ງໃນລ່ອງແມ່ນນ້ຳເຈົ້າພະຍາກໍໄດ້ ເພາະຄຳວ່າ "ເພັຍ" ນັ້ນທັງໄທຍ໌ ແລະລາວ ເປັນຊື່ຕຳແໜ່ງ ທາງຣາຊະການ. ເຊັ່ນ "ເພັຍເມືອງແສນ" ເປັນຕົ້ນ, ອີກອັນໜຶ່ງ ຄຳວ່າເພັຍ ອາດໝາຍໝາຍເຖິງ "ພຣະຍາ ຫຼື ພຽາ (พญา) ອັນວ່າເມືອງເພັຍນັ້ນ ຢູ່ທີ່ໃດ ບໍ່ມີໃຜກຳນົດແນ່ນອນ ແຕ່ອາຈານມາຄິດວ່າ ໜ້າຊິແມ່ນເມືອງທີ່ຕັ້ງຢູ່ແມ່ນ້ຳເຈົ້າພຣະຍາກໍໄດ້.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົ້ນສະບັບອ່ານບໍ່ເປັນເລີຍ ມີຜູ້ຊ່ວຍໃຄແດ່


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ເຖິງອະພິຊາດ ຄຳວ່າລ້ານເພັຽ ອ່ານອອກສຽງວ່າ "ล้านเพีย" ຄົນໄທຍບໍ່ຄ່ອຍຮູ້ຈັກຄຳນີ້ດອກ ເພາະວ່າມັນເປັນພາສາລາວທີ່ຄົນລາວໃຊ້ ຈະມີບ້າງປຣະປຣາຍໃນເວັບພາກອີສານ ເຊັ່ນເວັບນີ້ ລອງເຂົ້າໄປອ່ານເບິ່ງ http://www.sawasdeenakhonphanom.com/knowledge.php?name=knowledge&file=readknowledge&id=32 ຄຳວ່າ ເພັຽ ໃນພາສາລາວ ແປວ່າ ພະຍາ ຫຼື "พญา" ເປັນຄຳຮຽກພະເຈົ້າແຜ່ນດິນ ຫຼືພຣະມະຫາກະສັດ(ບໍ່ແມ່ນພຣະຍາ ທີ່ໝາຍເຖິງຂຸນນາງໃນສະໝັຍອະຍຸດທະຍານະ)ເຊ່ນພະຍາລ່ວງ(ພຣະລ່ວງແຫ່ງກຸງສຸໂຂທັຍ) ພະຍາຕິໂລກຣາຊ(ພຣະເຈົ້າແຜ່ນດິນລ້ານນາ ຄູ່ກັດຕະຫຼອດການຂອງສົມເດັຈພຣະບະລົມມະໄຕໂລກນາທແຫ່ງອະຍຸດທະຍາ ຕົ້ນກຳເນິດໂຄຼງ"ລິລິຕຍວນພ່າຍ") ໃນພາສາລາວ ລ້ານເພັຽໝາຍເຖິງເມືອງອະຍຸດ ລ້ານນາກະໝາຍເຖິງອານາຈັກລ້ານນາ(8 ຈັງຫວັດພາກເໜືອຕອນເທິງຂອງປະເທດໄທຍ) ແລະລ້ານຊ້າງກະໝາຍເຖິງປະເທດລາວ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

- ພຣະມະຫາກະສັດ (ເຈົ້າຊີວິດ)
- ອຸປຮາດ
- ພຣະຍາ(ພຽາ)
- ເພັຽ(ເພັຍ)
- ຂຸນ.
- ທ້າວ
- ຫົວ.
--------------
ຄຳວ່າ ເພັຍສືບທອດມາຈົນເຖິງສະໄໝທີ່ລາວໄດ້ເອກຣາດ ແລະໄດ້ປ່ຽນແປງເມື່ອປົດປ່ອຍປີ ໑໙໗໕. ພ້ອມກັບຖານັນດອນສັກແບບກະສັດທັງໝົດ,

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຂອຖາມອາຂານອີກຂ້ອໜື່ງ
ຂພຈ ໄດ້ມີໂອກາດໄປເຣັດວຽກງານແຖວອຳເພີ ດງຫຼວງ ປະເທດໄທ ຈັງຫວັດ ມຸກດາຫານ ບ່ອນທີ່ຂພຈ ເຣັດວຽກງານດັງກ່າວ ມີຊນຊາດສ່ວນໜ້ອຍກຸ່ມໜື່ງ ຂ້າເຈົ້າເອຶ້ນຕົວເອງວ່າ ຂ່າ ບ້າງ ບະລູ ບ້າງ ຫຼືອ ກະໂຊ່ ບ້າງ(ນາມສະກຸນ ທັງໝູ່ບ້ານ ແມ່ນ ວງສົກະໂຊ່) ອາຈານມີຂ້ອມູນຊນຊາດນີ້ບ້າງບໍ່ ວ່າພວກຂ້າເຈົ້າອບພະຍບມາແຕ່ປະເທດລາວທາງສ່ວນໄດ໋ ເນື່ອງຈາກວ່າ ພາສາເວ່າຂອງຂ້າເຈ້າບໍ່ຄືພາສາລາວເລີຍ ມັນອອກໄປທາງຂະເໝນຫຼາຍກວ່າ ຂພຈ ໄປເຣັດວຽກຍູ່ຣັ່ນໄດ້ດົນເຕຶບ ຈນພໍ່ເຂົ້າໃຈພາສາເພຶ່ນ(ດຽວນີ້ບໍ່ຈື່ປານໄດ໋ແລ້ວ)


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://lo.wikipedia.org/wiki/%E0%BA%9B%E0%BA%B0%E0%BB%80%E0%BA%97%E0%BA%94%E0%BA%A5%E0%BA%B2%E0%BA%A7
-----------------------
ເທິງນັ້ນ ກະພໍອ້າງໄດ້ ແຕ່ບໍ່ຮູ້ວ່າລາວຫຼືໄທຍ໌ຂຽນ
ສ່ວນກ່ຽວກັບຊົນເຜົ່າເລົ່ານີ້ນັ້ນ ເປັນພາສາ ແລະອັກສອນລາວ ຂອງແນວລາວສ້າງຊາດ, ກໍມີການຄົນຄວ້າຢູ່ ແລະມີຂາຍໃນຮ້ານຂາຍປຶ້ມທົ່ວໄປ ເທົ່າທີ່ເລືອກໄດ້ງ່າຍແມ່ນຮ້ານຂາຍປື້ມແຫ່ງລັດ ໃນນະຄອນຫຼວງວຽງຈັນເດີ;
-------------------------------------
- ຊົນເຜົ່າທີ່ທ່ານວ່າວ່າມານັ້ນ, ບໍ່ໄດ້ອົບພະຍົບມາຈາກທີ່ໃດດອກ, ຫາກເຂົາຢູ່ທີ່ນັ້ນແລ້ວ, ທີ່ເຮົານີ້ແມ່ນດິນແດນພວກນີ້ທັງນັ້ນ, ບັນດາຊົນເຜົ່າເຫຼົ່ານີ້ເປັນເຈົາຂອງດິນແດນພູມີພາກອາຊີຕາເວັນອອກສ້ຽງໃຕ້ລ່ວງລົງໄປຮອດ ເກາະຊວາພຸ້ນ
- ກ່ອນປະຫວັດສາດພວກນີ້ ມີອິດທິພົນໃນດິນແດນອາຊີຕາເວັນອອກສ່ຽງໃຕ້ນີ້, ເມື່ອໄທລາວລົງມາທາງເໜືອ ກໍມາຢູ່ນຳເຂົາ, ໃນທີ່ສຸດກໍໄດ້ເປັນໃຫຍ່ ມີອຳນາດທາງການປົກຄອງ ຈັດຕັ້ງນະຄອນຣັດ ຈັດຕັ້ງມະຫາອະນາຈັກ ແລະຣາຊະທານີ້ ໃນທີ່ສຸດພວກໄທລາວ ກໍຂະຫຍາຍອຳນາດວັດທະນະທຳ ພາສາ ຂອງຕົນ ແຕ່ງງານແຕ່ງການກັນ ກໍກາຍເປັນຊົນຊາດໄທລາວ, ສ່ວນທີ່ຍັງໃຫ້ເຮົາຮຽກວ່າຂ້າ, ຕະລ່ຽງ, ກະໂຊ້, ລະເວນ, ກຣວຍ ແລະອື່ນໆ ອຳນາດການ ປົກຄອງລາວໄປບໍ່ເຖິງ ເຂົາກໍຄົງວັດທະນະທັມຂອງເຂົາໄວ້ ໃຫ້ເຮົາໄດ້ສຶກສາຮອດບັດນີ້, ຫາກທີ່ໃດມີລາວໄປເຖິງ ກໍກໍປົນກັນກັບໄທລາວ ກໍກາຍເປັນໄທລາວໄປ, ທີ່ໃດຄົນໄທລາວໄປບໍ່ເຖິງ ແຕ່ອຳນາດທາງການເມືອງໄປປົກຄອງໄປເຖິງ ຊິ້ນໜັງມັງສັງຂອງເຂົາກໍສົມບູນ ແລະບໍຣິສຸດ ແຕ່ວັດທະນະທັມພາສາ ແລະອື່ນໆກໍກາຍເປັນໄທລາວ, (ອັນນີ້ມີຕົວຢ່າງຢູ່ປັກໃຕ້ຂອງໄທຍ໌) ລ້ວນແຕ່ແມ່ນຊົນເຜົ່າບູຮານເຫຼົ່ານີ້ແຕ່ເວົ້າພາສາໄທຍ໌ ໃນສຽງໜຶ່ງອີກ-ພາສາໄທຍ໌ປັກໃຕ້), ທີ່ນີ້ເມື່ອມາເຖິງ ອົງການສະຫະປະຊາຊາດເກີດຂຶ້ນປະເທດຕ່າງໆເກີດຂຶ້ນ ດິນແດນຕອນນີ້ແບ່ງອອກເປັນ ໄທຍ໌, ລາວ, ຂະເໝນ, ມຽນມາ, ມາເລ ແລະອື່ນໆ ພວກນີ້ກໍກາຍເປັນຊາດຕ່າງໄປຕາມນັນ, ມັນພິເສດແຕ່ ລາວ-ກັບ-ໄທຍ໌ ນີ້ມີທີ່ພາສາຄ້າຍກັນ ເພາະເປັນຄົນມາຈາກແຫຼ່ງດຽວກັນ (ໄທຍ໌ສຍາມ-ໝາຍເຖິງໄທຍ໌ພາກກາງ ຮອດປັກໃຕ້ຂອງໄທຍ໌) ໄທລາວໝາຍເຖິງຄົນໃນພາກອີສານ, ເໜືອ ຂອງໄທຍ໌ ຈຶ່ງເຮັດໃຫ້ເຮົາເຂົ້າໃຈວ່າ "ຄົນເຫຼົ່ານີ້ໄປຢູ່ກັບໄທຍ໌ ເຊັ່ນດຽວໃນປະຫວັດສາດໄທຍ໌ວ່າຄົນອີສານອົບພະຍົບໄປເພິ່ງໂພທິສົມພານນັ້ນເອງ ທີ່ຈິງຄົນອີສານ ກັບຄົນໄທຍ໌ແທ໊ໆ ກໍລ້ວນແຕ່ອົບພະຍົບໄປຢູ່ໃນດິນແດນສຍາມທັງນັ້ນ ແຕ່ວ່າໄທໄດ້ມີອຳນາດເໜືອກວ່າສຍາມທາງດ້ານການເມືອງ ເຮັດໃຫ້ໄທຍຼກຶນສຍາມສຍາມ ທາງວັດທະນະທັມໄປ, ຄວາມຈິງສຍາມເປັນຊົນຊາດ ທີ່ເວົ້າພາສາກຸ່ມມອຍ ຂະແມ ເໝືອນກັບຊົນເຜົ່າເຫຼົ່ານີ້.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒