ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມາໂສກັນເລື່ອງພັນທະບັດ ກັບທະນະບັດກັນດີກວ່າ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີບາງຄົນເຂົ້າໃຈວ່າ ເງິນ ເປັນພັນທະບັດ ທີ່ແທ້ບໍ່ແມ່ນ ເງິນຄືທະນະບັດ, ເງິນເປັນບັດເຈັ້ຍ ທີ່ທະນາຄານກຳນົດອອກມາ ຈຶ່ງຮຽກວ່າທະນະບັດ.

- ພັນທະ-ປັຕຕະ (ບັດທີ່ກຳນົດມູນຄ່າ ມີພັນທະລະຫວ່າງຜູ້ຖືຄອງ ແລະຜູ້ອອກບັດ)
- ທະນະ-ປັຕຕະ (ບັດທະນາຄານ- ເປັນເງິນ ທີ່ມີມູນຄ່າຕາມທີ່ໄດ້ກຳນົດໃນບັດນັ້ນ ເຊິງທະນາຄານເປັນເຈົ້າຂອງ)

໑. ພັນທະບັດ : ບັດກາສານໜີ້ ທີ່ລັດຖະບານມອບໃຫ້ທະນາຄານແຫ່ງຊາດ ຫຼືທະນາຄານພານິດ ກຳນົດອອກມາ ເພື່ອວັດຖຸປະສົງຣະດົມເງິນໄປໃຊ້ໃນວັດຖຸປະສົງໃດໜຶ່ງ ຂອງລັກຖະບານ, ພັນທະບັດນັ້ນ ລັດຖະບານຕິດໜີ້(ເປັນລູກໜີ້) ມີພັນທະຕໍ່ຄວາມຮັບຜິດຊອບທີ່ຈະຕ້ອງຈ່າຍໜີ້ສິນຄືນໃຫ້ແກ່ຜູ້ຄອບຄອງພັນທະບັດ ຕາມກົດໝາຍ, ພັນທະບັດ ເປັນບັດກາສານໜີ້ ທີ່ຜູ້ເປັນເຈົ້າຂອງສາມາດຮຽກເກັບເງິນຄືນ ກັບທະນາຄານທີ່ຮັບຜິດຕາມກຳນົດໄວ້, ພັນທະບັດ ຍັງສາມາດຈຳໜ່າຍ ແລກປ່ຽນສິ່ງຂອງໄດ້ພາຍ ໃຕ້ກົດໝາຍທີ່ກຳນົດ.(ເວົ້າພາສາຊາວບ້ານ ພັນທະບັດເປັນບັດທີ່ມີມູນຄ່າ ສາມາດໃຊ້ຕ່າງເງິນໄດ້ຕາມທີ່ກົດໝາຍກຳນົດ-ແຕ່ບໍ່ແມ່ນເງິນ).

໒. ທະນະບັດ : (ເງີນ) ເປັນບັດ ທີ່ທະນາຄານແຫ່ງຊາດໄດ້ກຳນົດອອກໃຊ້ແທນເງິນ ມີມູນຄ່າຕາມທີ່ກຳນົດໄວ້ ສາມາດຊຳຮະໜີ້ສິນໄດ້ຕາມກົດ ໝາຍກຳນົດ.

- ການພິມເງິນຂອງທຸກປະເທດມັກຈະເປັນຄ້າຍໆກັນໝົດ ຄືລັດຖະບານຂອງປະເທດນັ້ນໆ ມອບໜ້າທີ່ໃຫ້ແກ່ທະນາຄານແຫ່ງຊາດອອກ ໂດຍ ທີ່ລັດຖະບານປະເທດນັ້ນໆ ຕ້ອງອອກກົດໝາຍຮັບປະກັນເງິນ ໂດຍລັດຖະບານນັ້ນຕ້ອງມີຊັບສີນ ແລະທະນະບັດເງິນຕຣາຕ່າງປະເທດ ຄຳ ເງິນ ແລະ ວັດຖຸອັນມີຄ່າໄປຄ້ຳປະກັນ ກັບສະຖາບັນການເງິນທີ່ສາກົນກຳນົດໄວ້ ໃນມູນຄ່າຂອງທະນະບັດທີ່ຈະພິມ ແລ້ວຈຶ່ງພິມ, ສຳລັບການພິມເງິນ(ທະນະບັດ) ທະນາຄານເປັນຜູ້ອອກແບບ ບາງປະເທດກໍຜ່ານສະພາ ບາງປະເທດກໍຜ່ານສະພາຂອງລັດຖະບານ ແລ້ວຈຶ່ງນຳໄປພິມ ສຳລັບການພິມນັ້ນ ພິມທີ່ໃດກໍໄດ້ ລາວເຮົາມັກພິມຈາກໂຊຫວຽດ ຈີນ ແຕ່ປັດຈຸບັນວ່າມີໂຮງພິມເອງແລ້ວ ແລະຍິນວ່າພິມຄັ້ງແຮກແມ່ນ ໃບພັນໃໝ່(ຄືໃບພັນສາມນາງ)ນັ້ນ, ແຕ່ຢ່າງໃດກໍຕາມ ຜົນງານຂອງທະນາຄານແຫ່ງຊາດ ນັບແຕ່ມີໂຮງພິມເປັນຂອງຕົນເອງມາ ແມ່ນໄດ້ພິມເງິນໃໝ່ຂອງຕົນອອກມາເປັນປະຈຳ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ລອງຍົກຕົວຢ່າງເບິ່ງວ່າພັນທະບັດມີຄ່າຄືຫຍັງແນ່ ຂອບໃຈ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ບັດທີ່ທະນາຄານອອກໃຫ້ປະຊາຊົນຊື້ ໄປໄວ້ ແລະສະຖາບັນການເງິນນັ້ນໆ ກໍຕອບແທນໃຫ້ດ້ວຍຮູບແບບດອກເບັ້ນຕາມກຳນົດ ຫຼືບາງຄັ້ງທາງ ສະຖາບັນການເງິນ ຈັດລາຍການສົ່ງເສີມການຂາຍ ດ້ວຍການອອກສະຫຼາກປະຈຳງວດ ເປັນ ໑ ເດືອນ ໒ ເດືອນ ໓ ເດືອນ ຫຼື ໑ ປີ ກໍສຸດແລ້ວ ແຕ່ນະໂຍບາຍຂອງທະນາຄານແຫ່ງຊາດ ເມື່ອປະຊາຊົນຜູ້ຖືຄອງພັນທະບັນນັ້ນ ຖືກລາງວັນ ກໍໄດ້ຜົນຕອບແທນໄປ ອັນນັ້ນວິທີການຕະຫຼາດສົງເສີມການຂາຍຊື່ໆ, ຫາກກໍລະນີຜູ້ຖືຄອງພັນທະບັດນັ້ນຕ້ອງການປ່ຽນມື ຫຼືມີຄວາມຈຳເປັນໃຊ້ເງິນ ຈະໄປຖອນເງິນ ຄືນ ແຕ່ຍັງບໍ່ທັນຄົບກັນນົດ ບາງຄັ້ງທະນາຄານບໍ່ມີນະໂຍບາຍໃຫ້ຖອນ ຜູ້ຖືຄອງພັນທະບັດສາມາດເອົາໄປຂາຍໃນທ້ອງຕລາດໄດ້ ບາງຄັ້ງຂາຍລົດ ຫຼືບາງຄັ້ງຂາຍເທົ່າທືນຜູ້ຊື້ໄປແມ່ອາໄສກຳໄລໃນດອກເບັ້ຍ, ນອກຈາກນັ້ນພັນທະບັນ ຍັງປ່ຽນໄປເປັນທຶນ ແລະຄ້ຳປະກັນ ການທຳທຸຣະກັມໄດ້ດ້ວຍ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://www.phongsavanhbank.com/loansand_trade_finance_la.php

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ລະອຽດເລີຍ ^^

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລະອຽດແບບໃດນໍ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຮັບຊາບ

ຊີວິດລິຂິດເອງ noOK

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາບແລ້ວປ່ຽນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
...


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂສນຳ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວ່ມາເບີ່ງບໍ່ມີຄຳເຫັນ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ມາຈອບ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອຶມ..ອະທິບາຍໄດ້ແບບສຸດຍອດ ເຂົ້າໃຈລະອຽດເລີຍ thank ຫລາຍໆ


໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ຂໍຖາມແນ່ ພັນທະບັດນິມີແຕ່ລັດເທົ່ານັ້ນຫວາທີ່ສາມາດອອກໃດ້ ນ່ະ

.ເຮີເຮີ