ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ວັນທີ 09/09/09 ເປັນມຸງຄຸນຫຼືບໍ່ມຸງຄຸນຈັ່ງໃດ ?

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວັນທີ ໐໙/໐໙/໐໙ ເປັນວັນມຸງຄຸນຈິງບໍ ?
ວັນທີ ໙ ເດືອນກັນຍາ ປີ ຄ.ສ ໒໐໐໙, ຫາກຂຽນເປັນຕົວເລກ ຄື ໐໙-໐໙-໒໐໐໙, ວັນເຊັ່ນນີ້ນັ້ນ ນັບວ່າ ໑໐໐ ປີມີເທື່ອດຽວ, ບາງຄັ້ງອາດກ່າວໄດ້ວ່າລ້ານປີມີຄັ້ງດຽວກໍວ່າໄດ້, ດ້ວຍເຫດນັ້ນຄົນສ່ວນໃຫຍ່ ຈຶ່ງບໍ່ວ່າແຕ່ລາວ ກໍຄືຊາວໂລກສ່ວນຫຼາຍພາກັນເຮັດບຸນເຮັດທານ ບໍ່ວ່າບຸນຂຶ້ນເຮືອນໃໝ່, ບຸນເປີດຮ້ານໃໝ່, ບຸນເຮືອນໃໝ່ສຸດແລ້ວແຕ່ ໃຜຈະມີຄວາມພ້ອມໃນດ້ານໃດກໍເຮັດໄປໃນດ້ານ ແລະມີອີກຫຼາຍຄົນສວຍໂອກາດ ໄປເຮັດເພນ, ຖວາຍສັງຄະທານ, ເຂົ້າວັດໄຫວ້ພຣະບາງຄົນກໍຖືໂອກາດໄປປະຕິບັດທັມກັມມັດຖານກໍ, ເຮັດໃຫ້ວັນນັ້ນພຣະສົງອົງຄະເຈົ້າຫຼາຍວັດ ບໍ່ພໍຕໍ່ຄວາມຕ້ອງການຂອງອອກຕົນຍາດໂຍມ.
ວັນທີ ໐໙/໐໙/໐໙ ວັນນັ້ນ, ເປັນວັນສາກົນ ຄິດໄລ່ຕາມຫຼັກຂອງສາສະໜາຄຣິຕ ຄືກຳນົດເອົາແຕ່ວັນ ເກີດ ຂອງເຢຊູຄຣິຕ, ນັບແຕ່ວັນທີ່ເຢຊູຄຣິຕເກີດມາຮອດວັນນີ້ໄດ້ ໒໐໐໙ ປີ, ກັບອີກ ໘ ເດືອນ ກັບອີກ ໙ ວັນພໍດີ.
ປະຕິທິນແບບສາກົນນັ້ນ ເຂົາຮຽກວ່າແບບສຸຣິຍະຄະຕິ, ຄືນັບເອົາວັນອາທິດເປັນຣືກແຮກ, ແຕ່ຕາມ ຄະຕິແບບລາວນັ້ນ ເຂົາຈະນິຍົມແບບຈັນທະຣະຄະຕິ ຄືນັບເອົາຄ່ຳເປັນວິທີນັບເດືອນ ໑ ມີສອງປັກ ຄື ປັກຂຶ້ນ ແລະປັກແຮມ, ຫາກເປັນເດືອນຄູ່ນັ້ນຈະມີ ໓໐ ວັນຄື ຂຶ້ນ ໑໕ ວັນ, ແຮມ ມີ ໑໕ ວັນ, ຫາກເປັນເດືອນຄີກນັ້ນປັກຂຶ້ນມີ ໑໕ ວັນ, ປັກແຮມມີ ໑໔ ວັນ, ເວັ້ນເສັຍຈາກບປີໃດ ເປັນອະທິກະວານນັ້ນ ເດືອນເຈັດມັກຈະໝົດ ໑໕ ວັນ.
ການຄິດໄລ່ຣືກງາມງາມດີນັ້ນ ມັກຈະຄິດຕາມແບບໂຫຣາສາດ, ປີຂອງໂຫຣາສາດນັ້ນ, ແມ່ນຖືເອົາ ວັນໃນສັບປະດາ, ເຊິ່ງຮຽກວ່າວັນໜຶ່ງ(ອາທິດ), ວັນສອງ(ຈັນ), ວັນສາມ(ອັງຄານ), ວັນສີ່(ພຸດ), ວັນຫ້າ (ພະຫັດ), ວັນຫົກ(ສຸກ), ວັນເຈັດ(ເສົາ); ສ່ວນເດືອນນັ້ນແມ່ນນັບເອົາເດືອນລາວ ຄື ຈຽງ, ຍີ່, ສາມຮອດສີບສອງ, ແຕ່ຫາກຕາມໂຫຣາສາດເມື່ອເອົາມາຄິດຫາໂຊກລາງ ແລະຣືກງາມຍາມດີນັ້ນ ແມ່ນເອົາເດືອນຫ້າໃຫ້ນັບເປັນໜຶ່ງ ຄືໃຫ້ຫົກເປັນ(໑), ເດືອນເຈັດ(໒), ເດືອນເຈັດ(໗), ເດືອນສີ່ລາວກໍເທ່ົາກັບ(໑໒).
ເມື່ອມາເບິ່ງຕາມປະຕິທິນໂຫຣາສາດແລ້ວ ວັນທີ ໐໙ ເດືອນ ໐໙ ປີ ໐໙, ມັນບໍ່ ໙ ສະເໝີໄປສາແລ້ວ, ເພາະວັນນີ້ ທີ່ຈະເອົາມາຄິດເປັນລືກງາມງາມດີນັ້ນມັນກົງກັບ, ວັນພຸດ ພະລັງວັນເທົ່າກັບ ໔, ເດືອນ ໑໐ ລາວ, ພະລັງວັນເທົ່າກັບ ໔ ປີສະລຸ ພະລັງວັນເທົ່າກັບ ໒, ກໍວັນນີ້ເທົ່າກັບ ໔/໕/໒ ນັ້ນເອງ.
ການໃຊ້ປີທາງໂຫຣາສາດກໍໃຊ້ປີລາວ ຫຼືປີຈັກກະຣາສີ, ຫຼືປີ ໑໒ ນັກສັດ, ຄື ຊວດ, ສລຸ, ຂາລ, ເຖາະ, ມະໂຣງ, ມະສິງ, ມະມີ, ມະແມ, ວອກ, ຣະກາ, ຈໍ, ກຸນ.(ສຳລັບມະສິງ, ມະມີ ສອງປີນີ້ລາວສ່ວນໃຫຍ່ດຽວ ນີ້ວ່າມະເສັງ ແລະມະເມັຍ ອັນນີ້ຄວນຄຳນຶ່ງວ່າເປັນສຳນວນລາວແທ້ຫຼືບໍ່ ?), ການປ່ຽນປີ ຫຼືຂຶ້ນປີໃໝ່ຂອງຈັກ ກະຣາສີນັ້ນ ແມ່ນກຳນົດເອົາເດືອນ ໕ (ລາວ)ເປັນວັນປ່ຽນປີຈັກກະຣາສີ ຄືກຳນົດເອົາວັນສັງຂາຍລ່ວງເປັນ ວັນປ່ຽນ.
ວັນທີ ໙ ເດືອນ ໙ ປີ ໒໐໐໙ ນັ້ນ, ກົງກັບວັນແບບຈັນທະຣະຕິແບບໂຫຣາສາດ ຄື ກົງກັບວັນພຸດ ແຮມ ໕ ຄ່ຳ ເດືອນ ໑໐(ລາວ) ປີສລຸ(ສະຫລຸ) ພ.ສ ໒໕໕໒ ບັດນີ້ເຮົາມາເບິ່ງວ່າ ວັນນີ້ເປັນມຸງຄຸນກັບບໍ່ ເປັນມຸງຄຸນ ກ່ຽວກັບພິທີກັມຫຍັງແນ່.
ລຶກກ່ຽວກັບການເກີດ:
- ວັນທີ ໙ ເດືອນ ໙ ປີ ໒໐໐໙ ຜູ້ໃດເກີດວັນນີ້ ຈັກເປັນຊີວິດທີ່ທິ່ດີທີ່ສຸດ ເພາະວ່າວັນພຸດ ເປັນດວງເສດຖີ, ສ່ວນເດືອນ ແມ່ນກົງກັບເດືອນ ໑໐(ລາວ) ເປັນດວງເດືອນເສດຖີ, ສ່ວນປີນັ້ນ ຄືປີສລຸ ເປັນດວງຂຸນນາງ, ສະຫຼຸບວ່າ “ຄົນເກີດວັນນີີ້ ບໍ່ມີ້ຄວາມທຸກເລີຍ, ຫາກທຳການຣັດຖະການຈະເປັນຄົນສົມບູນມີອຳນາດ ແລະເປັນຜູ້ສຳເຣັດມີຊັບສົມບັດມາກ ມີຂ້າທາດບໍຣິວານຫຼວງຫຼາຍ.
ກ່ຽວກັບການທຳກິດຈະກຳຕ່າງຂອງຊີວິດ ອີງຕາມຄຳພີໂຫຣາສາດລາວ ສະບັບຣາຊະວັງຫຼວງພຣະ ບາງ ຂອງຈານພົົມມີ ເປັນສົມບັດຂອງຜູ້ຂຽນເອງ ກ່າວວ່າ:
ວັນພຸດນັ້ນ ເປັນວັນດີບໍ່ດີ ດັ່ງນີ້, ຕັດຜົມດີ, ທານຳ້ຫອມ ຈະເລີນງອກງາມ, ສະຫົວ ບໍ່ດີເລີຍ, ຕັດເລັບ ຈະເລີນ ຮັ່ງມີ, ຫຍີບຜ້າ ຈະເລີນຮັ່ງມີ, ນຸ່ງຜ້າໃໝ່ ສະຫວັດດີມີໄຊ, ຫາກເຫັນໜູກັດຜ້າ ຈະເກີດຖ້ອຍຄວາມ, ໃຫ້ເຂົ້າຂອງຄົນອື່ນ ທຳບຸນໃຫ້ທານດີ ແຕ່ຫ້າມໃຫ້ລູກ, ລາສີວັນພຸດຕົກປາກ ເວົ້າຈາເຈຣະຈາສິນຄ້າ ແລະ ທຸຣະກີດດີ, ຄັນຊິປູກຕົ້ນໄມ້ໃຫ້ໄດ້ ຜົນແມ່ນປູກຕົ້ນໄມ້ດອກ, ປຸກເຮືອນດີທຸກຢ່າງ, ເອົາເງິນເຂົ້າຄັງ ຝາກທະ ນາຄານດີ, ບວດນາກດີ, ຮັບຄົນເຂົ້າເຮືອນ ເຮັດການດີ.
ໃນອີກຕຳລາໜຶ່ງ ວັນພຸດນັ້ນ, ຫ້າມທີ່ສຸດຄື ຫ້າມຊື້ຍວດຍານພາຫານະລົດ, ເຮືອ, ຊ້າງ, ມ້າ, ງົວ ຄວາຍ, ຈົນຮອດຍົນ ກະຫ້າມຊື້ວັນພຸດ, ແຕ່ ໕ ຄໍ່ານັ້ນຫາກກົງກັບວັນອື່ນ ອະນຸໂລມໄດ້.
ກ່ຽວກັບການແຕ່ງງານ ສ້າງຄອບຄົວໃໝ່ນັ້ນ, ວັນພຸດກົງກັບ ແຮມ ໕ ຄ່ຳແຕ່ງງານບໍ່ໄດ້ ຕົກຕີນຍັນຕີນ, ມັກຈະປະຮ້າງກັນ.
ກ່ຽວກັບການທຳມຸງຄຸນອື່ນໆ:
ວັນພຸດ ແຮມ ໕ ຄ່ຳ ດາວປະຫັດຕົກປ່າ ປະທານລຶກ ຄື ໄປຄ້າຂາຍທາງບົກ ທາງເຮືອດີມີລາບ, ໄປປ່າຫາຟັນໄມ້ບໍ່ດີ ເປັນອັບປະມຸງຄຸນ, ຫາກເດີນທາງໄປທາງເໜືອ ຈະເສັຍສັດສອງຕີນ ໔ ຕີນ ໒ ຕີນ, ໄປຂໍເມັຍ ບໍ່ດີຢ່າໄປເລີຍ, ຊື້ງົວຊືຄວາຍບໍ່ດີ(ຫາກ ໕ ຄ່ຳກົງກັບວັນອື່ນນັ້ນ ຊື້ງົວຄວາຍ ແລະລົດລາງພາຫາ ນະກັບດຣທີ່ສຸດ).
ວັນສູນ: ວັນ ໕ ຄ່ຳ ຂອງທຸກໆເດືອນ ຫາກກົງກັບວັນພຸດ ເປັນວັນສູນ, ບໍ່ຄວນປະກອບທຳມຸງຄຸນເຫຼົ່ານີ້ ຄື ຫ້າມປຸກເຮືອນໃໝ່, ຫ້າມຂຶ້ນເຮືອນໃໝ່, ຫ້າມແຕ່ງງານໃໝ່, ຫ້າມເປີດຮ້ານ ແລະສະຖານທີ່ລັດຖະການ ໃໝ່, ເວັ້ນເສັຍ ແຕ່ເຮັດບຸນລ້ຽງພຣະ ແລະໄປໄຫວ້ພຣະທີ່ວັດ.
ທ່ານທັງຫຼາຍ ຜູ້ມີຄວາມເຊື່ອລືກ ເຊື່ອຍາມນັ້ນ, ຫາກທ່ານຫວັງຄວາມຈະເລີນກ້າວໜ້າ ຫວັງຈະເຮັດໃຫ້ ຖືກລືກ ຖືກຍາມ ແລະຍາມແຕ່ລະວັນ ແຕ່ລະປີ ແຕ່ລະເດືອນບໍ່ຄືກັນສະນັ້ນ ຄວນຈະໄປໃຫ້ຜູ້ຊ່ຽວຊານຫາ ລືກງາມຍາມດີໃຫ້ ຈຶ່ງຈະດີກວ່າ, ການທີ່ຖືກຕາມຄວາມນິຍົມ ແລະບໍ່ຄວນຖືກັນແບບຕາຍຕົວ ດັ່ງທີ່ສັງຄົມ ລາວເຮົາເຊື່ອກັນປັດຈຸບັນນີ້.
ແຕ່ຫາກທ່ານບໍ່ເຊື່ອເລີຍ ທຸກຄົນເຮັດຫຍັງທຳຫຍັງ ກໍເຮັດໄດ້ທັງນັ້ນ, ບໍ່ຄວນຖືລືກຖືຍາມ ຫາກເຊື່ອເຊັ່ນນີ້ກໍບໍ່ຜິດ ສິ່ງສຳຄັນທ່ານກໍຄວນຖືທັມ ແລະເຮັດຕາມທັມມະທາງພຸດທະສາສະໜາ.
ພຣະພຸດທະເຈົ້າຖືວ່າ ຣືກດີ, ຍາມດີ, ຮຸ່ງດີ, ແມ່ນດີ ໝາຍຄວາມວ່າຫາກທ່ານທຳດີເວລາໃດ ຍາມໃດ ກໍຈະດີທັງນັ້ນ, ຫາກຜູ້ທີ່ເຊື່ອແນ່ ບໍ່ເຊື່ອແນ່ກໍຄວນຈະຫາຣືກຫາຍາມໃຫ້ດີໆ ຈຶ່ງຈະບໍ່ເປັນອັບປະມຸງຄຸນ.
ໃນທາງພຣະພຸດທະສາສະໜານັ້ນ ບໍ່ໄດ້ແນະນຳໃຫ້ຖືລືກ ຖືຍາມ ແຕ່ໃຫ້ກຳນົດລືກຍາມວ່າ ຄວນຈະເຮັດ ກິດຈະກັມໃນວັນໃດ ຈືຈະຖືກລືກ, ໂດຍສະເພາະພຣະສົງ ຈະລົງອຸໂປສົດ ກໍລົງໃນວັນສິນ ເພາະເປັນວັນສີນ ຫຼືວັນພັກ ແຕ່ບູຮານນັ້ນລາວເຮົາພັກການໃນວັນສີ ເມື່ອບ້ານເມືອງເຂົ້າສູ່ລະບົບສາກັນ ກໍພັກການໃນວັນເສົາ ອາທິດຕາມສັບປະດາ, ສ່ວນພິທີອື່ນບໍ່ກຳນົດຣືກຍາມ.
ສຳລັບລືກເລກ ໙ ກ່ຽວກັບພິທີກັມທາງພຸດທະສາສະໜາບໍ່ມີ ແຕ່ປະກົດເຫັນຫົວຂໍ້ທັມທີ່ພຣະພຸດທະອົງ ຊົງຕັດນັ້ນ ມີຄື ໂລກຸດຕະຣະທັມ ໙ ປະການ, ຄື ມັກ ໔, ຜົນ ໔ ແລະນິບພານ ໑, ບາງຄັ້ງກໍຮຽກວ່າ ນະວະໂລ ກຸດຕະຣະທັມ, ມັກສີ່ ນັ້ນໄດ້ແກ້ ໂສດາປະຕິມັກ, ສະກິທາຄາປະຕິມັກ, ອະນາຄາມີມັກ, ອະຣະຫັນຕະມັກ, ສ່ວນຜົນສີ່ນັ້ນ ໄດ້ແກ່ ໂສດາປະຕິຜົນ, ສະກິທາຄາປະຕິຜົນ, ອະນາຄາມີຜົນ, ອະຣະຫັນຕະຜົນ, ລວມກັບ ນິບພານ ໑ ລວມກັນແລ້ວ ເປັນໂລກຸດຕະຣະທັມ ໙ ປະການນັ້ນ, ເປັນທຳທີ່ນຳຄົນໃຫ້ຫຼຸດພົ້ນ, ນອກຈການີ້ ເປັນໂລກິຍະທັມ ຄືທັມທີ່ທຳໃຫ້ຄົ້ນຫຼຸດພົ້ນ ແລະເປັນສຸກໃນໂລກນີ້.
ອີກອັນໜຶ່ງ ເຮົາມາສຶກສາເລື່ອງຂອງການຂຽນປີສາກົນທາງຣັດຖະການ ຂອງປະເທດຕ່າງໆໃນໂລກນັ້ນ ຍັງບໍ່ຄືກັນ ເຊັ່ນ
໑. ວັນ/ເດືອນ/ປີ ວິທີຂຽນ dd/mm/yyyy ຫືຼ dd.mm.yyyy
໒. ເດືອນ/ວັນ/ປີ ວິທີຂຽນ mm/dd/yyyy ຫຼື mm.dd.yyyy
໓. ປີ/ເດືອນ/ວັນ ວິທີຂຽນ yyyy/mm/dd.
ນອກຈາກນີ້ ພົບການຂຽນວັນ, ເດືອນປີ ໃນແບບຕ່າງໆອີກ ເຊັ່ນ, ໐໙໐໙໐໙, .໐໙.໐໙.໐໙, ໐໙/໐໙/໐໙, ໐໙-໐໙-໐໙, ນອກຈາກນີ້ ຍັງພົບການຂຽນວັນເດືອນປີແບບຕ່າງໆ ອີກເຊັ່ນ ໐໙ ກັນຍາ ໐໙, ໐໙ ກັນຍາ ໒໐໐໙, ໐໙ ກ.ຍ ໐໙, ໐໙ ກ.ຍ ໒໐໐ ແລະຍັງປາກົດ ໙/໙/໐໙, ໙ ກ.ຍ ໐໙, ໙ ກັນຍາ ໒໐໐໙, ໙-໙-໒໐໐໙ ແລະ ໙/໙/໒໐໐໙.
ການທີ່ຍົກວິທີຂຽນວັນ, ເດືອນປີ ທາງຣັດຖະການນັ້ນ ເປັນການພົບເຫັນການຂຽນຫຼາຍປະເທດກຳນົດໃຫ້ ເປັນແບບຂຽນປະຈຳຊາດຂອງແຕ່ລະຊາດ ແຕ່ເປັນທີ່ໜ້າສັງເກດວ່າ ທີ່ປະເທດລາວເຮົານັ້ນ ແມ່ນເຫັນຂຽນ ກັນ ທຸກໆແບບເທົ່າທີ່ມີໃນໂລກ ບໍ່ວ່າແຕ່ທາງການ ກໍຄືປະຊາຊົນທົ່ວໄປ.
ໝາຍເຫດ:
໑. ການຄິດ ແລະອະທິບາຍມາຂ້າງເທິງນັ້ນ, ໃຊ້ໄດ້ສະເພາະວັນ ທີ ໙ ເດືອນ ໙ ປີ ໒໐໐໙ ເທົ່ານັ້ນ, ສ່ວນວັນອື່ນນອກຈາກວັນນີ້ ຕ້ອງໄດ້ຄິດອີກຕ່າງຫາກ.
໒. ການຊອກຫາວັນເດືອນປີ ທີ່ສົມທຽບເບິ່ງວັນ ທີ ໙ ເດືອນ ໙ ປີ ໒໐໐໙ ນີ້ ວ່າດີຫຼືບໍ່ດີຈັ່ງໃດ, ຈຶ່ງໄດ້ ຫາຕຳລາຣືກຍາມມາຊອກຫາຜົນດີ ບໍ່ດີໃນວັນນີ້ ມາຮຽບຮຽງຂຽນໃຫ້ທ່ານທັງຫຼາຍໄດ້ເອົາໄປອ່ານ ເພື່ອ ທຽບຄຽງເບິ່ງ ວັນທີ ໙ ເດືອນ ໙ ໒໐໐໙ ນັ້ນ, ເປັນວັນດີບໍ່ດີຈັ່ງໃດ ? ທີ່ສຳຄັນວັນໃດກໍຕາມ ຈະດີຫຼືຊົ່ວປານ ໃດ ກໍບໍ່ເທົ່າຄົນນັ້ນດີບໍ ຫຼືບໍດີທັງນັ້ນ, ທາງພຸດທະສາສະໜາວ່າ “ຄິດດີ, ເວົ້າດີ, ທຳດີ” ຕາມຫຼັກທັມທາງພຣະ ພຸດທະສາສະໜາເທົ່ານັ້ນ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລີກງາມຍາມດີ..ບໍ່ເທົ່າເຮັດດີ..
ມັນກໍເປັນພຽງມື້ນຶ່ງທີ່ມີເລກງາມຊື່ຯ..

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
van t 10/10/2010 de zan na

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫຍັງຈຶ່ງຕ້ອງໃຊ້ເປັນ file ພາບ
ທັ້ງໆທີ່ມັນກໍມີແຕ່ຕົວຫນັງສື
ຫລືວ່າທ່ານຢ້ານຄົນອື່ນມາ copy ເອົາໄປບໍ່ ?

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກອບໄປໂລດ/ ມີຄົນເຂົາກອບໄປຫຼວງຫຼາຍ ຫາກກອບໄປໃຊ້, ມີວາຣະສານໜຶ່ງ ຍັງກອບປີໄປລົງໃນໜັງສືເຂົາເລີຍ ເສັຍແຕ່ບໍ່ໃສ່ຊື່ໃຫ້

ບໍ່ຫນ້ານັບຖຶເນາະ ອັນພວກເອົາຂໍ້ມູນເຮົາໄປເຜີຍແພ່ ແຕ່ບໍ່ຍອມໃຫ້ credit ນິ
ຢ່າງຫນ້ອຍບອກພຽງແຕ່ນາມແຝງກໍຍັງດີ...

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາກັອບ..ເອີ້ຍ! ເຂົ້າມາອ່ານ. ໂດຍສ່ວນຕົວ ຂພຈ ເຫັນວ່າວັນທີ 09/09/09ເປັນມື້ທຳມະດາອີກມື້ໜື່ງ
ແຕ່ເຫັນຫຼາຍຄົນບອກວ່າມັນເປັນມື້ດີ ແຕ່ກໍ່ບໍ່ເຫັນມີຫຍັງເປັນພິເສດກັບເຂົາເລີຍ

~Vਕਆpïrєی™~

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກມື້ ດີສະເໝີກັນແນ່ນອນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໒໔໗ ໂພສ
ນັກການກະທູ້
ເຫັນດີນຳເດີ

໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ອ່ານແລ້ວໄດ້ຄວາມຮູ້ຫລາຍຂື້ນ

Melodic Intervals

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາຍເປັນອະດີດໄປແລ້ວວັນທີເກົ້ານີ້ກະດາຍ!!!