ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ຂໍຖາມສະມາຊິກພັນລາວທຸກຄົນແດ່ວ່າ.[b][/b]

1/ ເປັນຫຍັງສະມາຊິກສ່ວນໜື່ງ(ສ່ວນໃຫຍ່)ມັກຈະຂຽນພາສາລາວບໍ່ຖືກ?
2/ ເປັນຫຍັງມັກຂຽນພາສາລາວແບບພາສາຕ່າງປະເທດ?
-ຕົວຢ່າງ: ຄຳວ່າ "ຂໍ" ເຮົາກໍຕ້ອງຂຽນວ່າ "ຂໍ" ນີ້ຜັນຂຽນເປັນ "ຂອ".
3/ ມັນເປັນຍ້ອນວ່າຄົນເຫຼົ່ານີ້ໄປຮັບເອົາການຂຽນແບບນີ້ມານຳ "GAME ONLINE" ເບາະ?

4/ ກໍເລີຍເຮັດໃຫ້ຂຽນພາສາລາວທີເປັນພາສາບ້ານເກີດເມືອງນອນຕົນເອງປ່ຽນໄປ?
ເຊີ່ງມັນດີແລ້ວບໍ່ທີເຮົາຄວນປະຕິບັດແບບນີ້ຕໍ່ໄປອີກ.
ເຊິ່ງຈະເຮັດໃຫ້ຄົນລາວຂຽນພາສາລາວທີ່ມີມາຕັ້ງແຕ່ບູຮານນະການຕ້ອງປ່ຽນໄປຈົນເສຍຄວາມເປັນເອກະລັກຂອງຊາດເຮົາໄປແບບນີ້.
ຖ້າພວກເຮົາຍັງປະຕິບັດກັນແບບນີ້ກໍຈະເຮັດໃຫ້ພາສາລາວເຮົາຄ່ອຍໆຜິດໄປເລື້ອຍໆຈົນເສຍຄວາມເປັນເອກະລັກໄປ.
ແລ້ວຖ້າລຸ້ນຫລັງມາຮຽນພາສາລາວອາດຈະບໍ່ມີພາສາລາວທີຖືກຕ້ອງໃຫ້ຮຽນກໍ່ເປັນໄດ້.[b]
[/b]

--ນີ້ກໍ່ເປັນພຽງຄວາມຄິດຂອງຂ້າພະເຈົ້າທີມີຄວາມເປັນຫ່ວງເປັນໃຍ ພາສາລາວ ແລະ ກໍບໍ່ຢາກໃຫ້ພາສາລາວສູນຫາຍໄປຈາກຄົນລາວ

ປລ.ຂ້າພະເຈ້າເອງກໍບໍ່ໄດ້ເກັ່ງ ພາສາລາວ ຫຼາຍດອກ ຂ້າພະເຈ້າພຽງແຕ່ຢາກໃຫ້ຄົນລາວຂຽນພາສາລາວໃຫ້ຖືກ ແລະ ຢາກໃຫ້ພາສາລາວຢູ່ຄູ່ກັບຄົນລາວຕະຫຼອດໄປ


ປລ.2/ ອາດເປັນຍ້ອນເຫັນວ່ານີ້ເປັນໂລກ ONLINE ກໍເລີຍພາກັນບໍ່ສົນໃຈໃນຂໍນີ້.ແຕ່ຂ້າພະເຈ້າຄິດວ່າເຮົາຍີ່ງຄວນເອົາໃຈໃສ່ເປັນພິເສດເພາະວ່າອາດຈະມີນັກສືກສາຕ່າງປະເທດແລ້ວມາຮຽນຢູ່ລາວແລ້ວເຂົ້າມາເຫັນເຂົາອາດຈະຫັວຂວັນເຮົາກໍເປັນໄດ້

(ຂ້າພະເຈົ້າເອງອາດຈະຂຽນຜິດກໍຕ້ອງ ຂໍໂທດມາຍັງທີນີ້ດ້ວຍ)


໒ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ເປັນຍ້ອນແກັສໂຊຮຸໍ


໕ ກະທູ້
໙໙ ໂພສ
ນັກການກະທູ້
ຍ້ອນເຂົາເຈົ້າພິມພາສາໄທເປັນ ແລະ ເກັ່ງກວ່າພາສາລາວ ເລີຍເຮັດໃຫ້ຄວາມລຶ້ງເຄີຍບວກກັບຄວາມຂີ້ຄ້ານມັກງ່າຍຂອງເຂົາເຈົ້າເອງ
ເລີຍເຮັດໃຫ້ເສຍວັດທະນະທຳຂອງຊາດແບບບໍ່ຮູ້ໂຕ.

ແລະຍັງມີຄຳວ່າ "ເສຍ" ຂອງພາສາລາວ ກາຍເປັນ "ເສີຍ" ແບບພາສາໄທ ກໍ່ມີ

Your life would suck without me. LaoMac.net
Macbook Pro 15.4/CTO redesign late 2008
2.8GHz Intel Core 2 Duo processor with 6MB shared L2 cache 1066MHz frontside bus
4GB (two 2GB SO-DIMMs) of 1066MHz DDR3 SDRAM
320GB Serial ATA @ 5400
NVIDIA GeForce 9600M GT 512MB of GDDR3/GeForce 9400M 256MB of DDR3 SDRAM

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງທີເຮົາກະຫຼົງຄືການຫັ້ນລະ


໑ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ບາງທີເຮົາກະຫຼົງຄືການຫັ້ນລະ

ແຕ່ຫຼົງຕະຫຼອດກະບໍ່ເປັນເອົາຕິ?


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍແຕ່ອ່ານຫົວຂໍ້ກໍ່ແທງໃຈແລ້ວ ແຮະແຮ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນຄວາມໄວເຮັດໃຫ້ເຮົາບໍ່ໄດ້ກວດກາລະອຽດຄືນວ່າເຮົາຂຽນຖືກລະບໍ່
ຖ້າໃຫ້ຄົນອາຍຸອາວຸດໂສມາເຫັນເພີ່ນຈະເວົ້າໃຫ້ໂລດວ່າ ເຮົາບໍ່ຈົບປະຖົມເທື່ອ ຫຼື ຮຽນຂ້າມຫ້ອງ
ຂຽນແນວນີ້ກ່າຍັງຜິດ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະມີຫຼົງມີລືມແດ່ຫັ້ນແລ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໑ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ຂະຫນາດເລື່ອງເລັກໆນ້ອຍໆແບບນີ້ຍັງຫຼົງໆລືມໆເລື່ອຍໆແບບນີ້

ແລ້ວຖ້າເກີດເລື່ອງໃຫຍ່ມາກະສິໄປລອດຢູ່ຫວ່າ


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຍ້ອນເລື່ອງເລັກໆນ້ອຍໆຫັ້ນແລຍັງລືມ
ຖ້າເລື່ອງໃຫຍ່ໆຈະລືມງ່າຍຫວາ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໑ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ຂະຫນາດຂຽນພາສາບ້ານເກີດເມືອງນອນຕົນເອງບໍ່ລອດ ແລ້ວຈະໄປເຮັດຫຍັງລອດອີກ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຄຳເຫັນທີ່ ທ່ານ omegamaxship ເຫັນ ອາດຈະບໍ່ແມ່ນຄຳເຫັນທີ່ຄົນລາວພິມ
ບາງທີອາດຈະແມ່ນຄົນໄທ ດັ່ງນັ້ນທີ່ ທ່ານ omegamaxship ບອກວ່າ
ອ້າງເຖິງຂໍ້ຄວາມຈາກ omegamaxship ຂຽນວ່າ...
ຂະຫນາດຂຽນພາສາບ້ານເກີດເມືອງນອນຕົນເອງບໍ່ລອດ ແລ້ວຈະໄປເຮັດຫຍັງລອດອີກ


ອັນນັ້ນກໍບໍ່ແມ່ນຄວາມຜີດຂອງເຂົາເຈົ້າເພາະເຂົາເຈົ້າບໍ່ແມ່ນເຈົ້າຂອງພາສາ
--------------------------------------------------------------------
ສ່ວນໃນກໍລະນິທີ່ຄົນລາວເຮົາພິມຜິດກໍອາດຈະເກີດຈາກຫລາຍສາເຫດ
ອາດຈະບໍ່ຮູ້ຫລັກພາສາ ຫລື ໃຊ້ຕາມຄວາມເຄີຍຊິນ
ຫລື ອາດຈະຫລົງພິມຜີດກໍໄດ້.


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີໃຜແດ່ ຂຽນພາສາລາວບໍ່ຜິດຈັກດີ້ ຍົກມືຂື້ນ...
ການຂຽນພາສາລາວໃຫ້ຖືກໝົດນັ້ນເປັນສິ່ງທີ່ເຮັດຍາກ ..ຈະເອົາອັນໃດເປັນຫຼັກກະຍາກ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ຖ້າເປັນຄົນໄທແທ້ກະບໍ່ວ່າຫຍັງດອກ (ຢ້ານໄທປອມຫັ້ນ) ແລະ ນີ້ບໍ່ບອກແມ່ນຄຳເຕືອນ ຫຼື ຄຳຕິຕຽນຫຍັງດອກ ແຕ່ເປັນຄວາມຫ່ວງໃຍໃນພາສາລາວທີອາດຈະຜິດພຽງໄປເໝືອນກັບພາສາເພືອນບ້ານຫັ້ນດອກ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ອ້າງເຖິງຂໍ້ຄວາມຈາກ omegamaxship ຂຽນວ່າ...
ຖ້າເປັນຄົນໄທແທ້ກະບໍ່ວ່າຫຍັງດອກ (ຢ້ານໄທປອມຫັ້ນ) ແລະ ນີ້ບໍ່ບອກແມ່ນຄຳເຕືອນ ຫຼື ຄຳຕິຕຽນຫຍັງດອກ ແຕ່ເປັນຄວາມຫ່ວງໃຍໃນພາສາລາວທີອາດຈະຜິດພຽງໄປເໝືອນກັບພາສາເພືອນບ້ານຫັ້ນດອກ


ຈະເຫັນໄດ້ວ່າບາງຄັ້ງເຮົາເອງກະບໍ່ໄດ້ເຈດຕະນາຈະພິມຜິດຫລັກພາສາ


໑ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ຈະເຫັນໄດ້ວ່າບາງຄັ້ງເຮົາເອງກະບໍ່ໄດ້ເຈດຕະນາຈະພິດຜິດຫລັກພາສາ

ກະແມ່ນ


໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖ້າຈັກຫນ້ອຍກ່ອນ ສິເຮັດເກມ ອອນລາຍ ຂອງລາວ

ໃຜພິມໄທຜິດໆ ຫຼື ລາວ ມັ່ວໆ ແບນຖີ້ມ ພ້ອມສົ່ງຄົນໄປຕົບເຖິງທີ່

GM ພິມຜິດເອງ ໄຫມເບຍ10ລັງ


One down Another Rise

໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ຂະໜາດຄົນໄທຍເອງ(ຂ້ອຍຄົນນຶງລ່ະ) ເຂົາເຈົ້າກະຍັງພິມພາສາຂອງເຂົາເຈົ້າ ຜິດພ້ຽນໄປ ເພາະວ່າຕັ້ງໃຈພິມໃຫ້ອ່ານເປັນພາສາວັຍລຸ້ນຫັ້ນລ່ະ ບ້ານຂ້ອຍເອີ້ນວ່າ ພາສາວິບັດ ສ່ວນພາສາລາວການພິມ ແລະປະໂຍກກະເປັນເອກກະລັກຂອງຕົວມັນເອງຢູ່ແລ້ວ ຖ້າລ່ຽງບໍ່ພິມພາສາວິບັດແບບພາສາໄທຍໄດ້ກະຈະດີຫຼາຍຯ ຢ່າປ່ອຍໃຫ້ພາສາໄທຍສຍາມເຂົ້າມາມີອິດທິພົນເໜືອພາສາປະຈຳຊາດເກິດຕົວເອງ ຖ້າບໍ່ຊັ້ນຈະເປັນຢ່າງບ້ານຂ້ອຍນະ ພາສາຂຽນປະຈຳແຂວງຫາຍໄປ ກ່າຍເປັນພາສາໄທຍໝົດ ແລ້ວ ພາສາຂຽນປະຈຳຊົນຊາດ ກ່າຍເປັນພາສາລອງຂອງພາສາໄທຍໄປແລ້ວ 55555555555555


໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຂພຈ ກໍ່ຕ້ອງຂອໂທດນຳເດີ້ ຂພຈ ອາດຊຶຂຽນຜຶດ ແຕ່ກໍ່ພະຍາຍາມ( ຄຳນີ້ ຈັກຄົນລາວເວົ່າແນວໄດ໋) ຍູ່
ມັນບໍ່ແມ່ນແຄ່ເມືອງລາວເດີ້ ເດົກວັຍລຸ້ນເມືອງໄທຍົ ກໍ່ຊຽນບໍ່ເປົນພາສາໄທຍົຄືກັນ ຍ່ອນເກມອອນລາຍນີ່ແຫຼະ
ຂພຈໄປແນມເບຶ່ງລູກຊາຍພຶມແຊດກັນ ກໍອ່ານບໍ່ເປົນພາສາໄທຍົຄືກັນ


໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢາກໃຫ້ຄົນຫມົດໂລກພິມພາສາປະເທດໂຕເອງຖືກຄືກັນຫັ້ນລະ.....ແຕ່ມັນຄືສິເປັນໄປບໍ່ໄດ້....ຂະຫນາດພາສາອັງກິດ ທີ່ເຮົາເວົ້າແລະຮຽນກັນມາທຸກມື້ນີ້ ຖ້າເອົາດີໆ ມັນຍັງບໍ່ຖືກຫຼັກໄວຍະກອນ ເລີຍ.....ແລ້ວສິມາເອົາຫຍັງຫຼາຍນຳພາສາຄົນກຸ່ມນ້ອຍ

ຢາກໃຫ້ຄິດງ່າຍໆໄວ້ເລີຍວ່າ ພາສາ ທີ່ເຮົາໃຊ້ທຸກມື້ນີ້ ແມ່ນເພື່ອສື່ສານໃຫ້ເຂົ້າໃຈກັນແລະກັນ ບໍ່ຈຳເປັນຕ້ອງຕາມຫຼັກເກນສະເຫມີໄປ

ກະຄື ພາສາເວົ້າ ກັບ ພາສາຂຽນ ຫັ້ນລະ ມັນບໍ່ຄືກັນດອກ ເພາະນີ່ບໍ່ແມ່ນຫ້ອງຮຽນ

-------------------------------------------------

ບອກຕາມຕົງ ພິມໄທ ມາເກືອບໆ10ປີ ຫາກະມາພິມລາວໄດ້ບໍ່ຖືງ 3ມື້......ພະຍາຍາມສຸດໆ......ຂ້ອຍເຮັດໄດ້ ຄົນອື່ນກະນ່າຈະເຮັດໄດ້ຄືກັນຫັ້ນລະ ເພາະມັນບໍ່ຍາກຢ່າງທີ່ຄິດ


One down Another Rise

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນລະພາລາວຖ້າຄົນລາວບໍ່ຮູ້ຮັກສາໄວຍາກອນຂອງການຂຽນຈະເຮັດໃຫ້ພາສາບໍ່ເປັນລະບຽບ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ