ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ໂຮມສເຕຍ໌ (ບ້ານຖ້ຳກອງລໍ)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້ຳກອງລໍ ເປັນຖໍ້ານໍ້າລອດ ຄືແມ່ນ້ຳຫີນບູນໄຫຼລອດຜ່ານຍາວເຖິງ ໗ ກິໂລແມັດເຄິ່ງ ຈຸດເລີ່ມຕົ້ນຂອງຖໍ້າຈາກບ້ານນາຕານ ເມືອງນາກາຍ ລອດມາໃສ່ ບ້ານກອງລໍ ເມືອງຫີນບູນ.(ມີປະຫວັດ​ຂອງຖໍ້າຂອງບ້ານ)

ວັນນີ້ຈະເວົ້າເລື່ອງພາສາກ່ອນ ຄືວ່າ ທາງແຂວງເປີດຖໍ້ານີ້ໃຫ້ເປັນແຫຼ່ງທ່ອງທ່ຽວ ທາງການແຂວງ ກໍມອບໜ້າທີ່ໃຫ້ບ້ານໂດຍໃຫ້ເປີດ ເປັນໂຮມສເຕຍ໌
- ຄຳວ່າ Home stay ເປັນພາສາອັງກິດ
Home ແປວ່າເຮືອນ
stay ພັກຢູ່, ອາໄສຢູ່ (ຍັງຢູ່)
ແປລວມ Home stay ພັກຢູ່ເຮືອນ ຫຼືອາໄສຢູ່ເຮືອນ.
ຄຳວ່າ "ໂຮມສເຕຍ໌" ເປັນພສາອັງກິດກໍຈິງ ແຕ່ຜູ້ນຳມາສ້າງເປັນປະໂຫຍກ ເພື່ອການທ່ອງທ່ຽວຄັ້ງແຮກກໍແມ່ນໄທຍ໌ເປັນຜູ້ເອົາມາໃຊ້ ເຊິ່ງແປຕາມ ເນື້ອຄວາມຂອງໄທຍ໌ແທ້ນັ້ນ ໂຮມ ແປວ່າ ບ້ານ ແຕລາວ ແປວ່າເຮືອນ ເມື່ອເບິ່ງວິທີປະຕິບັດ ກໍແມ່ນ "ພັກຕາມເຮືອນປະຊາຊົນນັ້ນແລ້ວ
- ວິທີ່ເຮັດໂຮມສເຕຍ໌ຂອງຊາວບ້ານກອງລໍ ເຂົາເຮັດແບບນີ້
- ເມື່ອແຂກ ໄປທ່ຽວຖໍ້າແລ້ວ ເຂົາຈະມອບພັນທະໃຫ້ເຈົ້າຂອງເຮືອນ ທີ່ມີຄວາມສາມາດຕ້ອນຮັບໄດ້ຮັບ ໂດຍຜັດປ່ຽນກັນໄປຈົນຮອບ ແລ້ວກໍມາເລີ່ມໃໝ່ ແຕ່ລະຮອບ ຊ້າຫຼືໄວຂຶ້ນກັບຈຳນວນແຂກຫຼາຍຫຼືນ້ອຍ ຄວາມອາດສາມາດແຕ່ລະເຮືອນກໍຮັບບໍ່ໄດ້ເກີດ ໕ ຄົນຢູ່ແລ້ວ ຜູ້ພັກພາອາໄສ ເຈົ້າຂອງເຮືອນ ຮັບຜິດຊອບທັງການກິນ ຢູ່ຫຼັບນອນ ໃນເຮືອນດຽວກັນເລີຍ, ໂດຍເກັບຄ່າຄືນລາວ ໕໐.໐໐໐ ກີບ ມານ ໖ ໂດລາ ຝຣັ່ງອັງກິດມັກຄັກມັກແນ່ແບບນີ້, ແຕ່ແຂກບາງປະເທດບອດວ່າ "ແພງມາກຄ່ະ". ແຕ່ວ່າຜູ້ໄປຈະໃຫ້ລົດຊາດແທ້ໆ ຕ້ອງນອນຄ້າງຄືນ ແລ້ວຈຶ່ງໄປຂີ່ເຮືອລອດຖໍ້າ ຫາກທ່ອງທ່ຽວອິດສະຫຼະ ເມື່ອເຂົາລອດຈາກບ້ານນາຕານ ເຂົາຈະອອກມາພັກທີ່ບ້ານກອງລໍ ບາງຄົນກໍເຂົ້າກອງລໍ ໄປລອດ ນາຕານ.
- ກັບມາທີ່ພັກ ໂຮມສເຕຍ໌ ຜູ້ອ່ານຄົງສົງໄສວ່າ ເປັນຫຍັງຕ້ອງຂຽນຈັ່ງຊີ້ ຄືບໍ່ຂຽນ ໂຮມສະເຕ ກໍຕາມຜູ້ຂຽນເຂົ້າໃຈນັ້ນກໍເນື່ອງວ່າ ຄຳປະໂຫຍກນີ້ ມັນບໍ່ແມ່ນພາສາລາວ ເມື່ອມັນບໍ່ແມ່ນພາສາລາວ ເຮົາກໍຕ້ອງຂຽນ "ທັບສັບ" ເລີຍ, ເພື່ອໃຫ້ເກີດ ຄວາມແຕກຕ່າງເທົ່ານັ້ນເອງ.
- ຖ້າຖາມວ່າມັນບໍ່ຜິດກັບໄວຍາກອນບໍ ? ເມື່ອມາສຶກສາຄັກໆແລ້ວ ຄົງບໍ່ຜິດເນື່ອງຈາກມີຂໍ້ກຳນົດວ່າ "ພາສາລາວຂຽນຕາມສຽງ" ແຕ່ທີ່ນີ້ເຮົາບໍ່ໄດ້ ຂຽນພາສາລາວ ເຮົາຂຽນພາສາອັງກິດ ດ້ວຍອັກສອນລາວ ຈຶ່ງຖືວ່າບໍ່ຜິດ.
- ຂະບວນຂອງພວກເຮົາ ພັດໄປເຮັດບຸນ ຄືໄປດ້ວຍກັນ ໕໐ ກວ່າຄົນ ເປົ້າໝາຍຫຼັກໄປທຳບຸນ ຄືເອົາສາດ ແລະກອງບຸນ ແລະເງິນຈຳນວນໜຶ່ງ ໄປຊ່ວຍປູຣະນະວັດເກົ່າແກ່ແຫ່ງນັ້ນ ມີສິມເກົ່າແກ່ ອາຍຸເກົ່າແຕ່ທີ່ສຸດເຂົາບອກວ່າ ເກີນ ໒໐໐ ປີແລ້ວ.
- ບາດກັບຄົນທັງໝົດນັ້ນ ພັດພັກທີ່ວັດເລີຍ ຄື
ບາງຄົນພັກທີ່ສາລາ ກໍຄວນທີ່ວ່າ "hall stay" ສ່ວນຜູ້ທີ່ເປັນຜູ້ຊາຍ ພັກຢູ່ກຸຕິ ກໍຄວນທີ່ຈະຮຽກວ່າ "Kuti stay" ສ່ວນພຣະ-ເນນ ກັບໄປພັກທີ່ສີມ ກໍຄວນທີ່ວ່າ "Sima stay" ຊິໄດ້ບໍ ?
- ບາງຄົນອາດສົງໄສວ່າ "hall stay" ນີ້ຝຣັ່ງພໍເຂົ້າໃຈວ່າ ແມ່ນຫຍັງ ສ່ວນຄຳວ່າ "Kuti stay" ແລະ "Sima stay" ຄົນຝຣັ່ງອັງກິດ ເຂົາຊິເຂົ້າ ໃຈບໍ ? ອັນນີ້ຂໍຕອບເລີຍ ທີ່ຂຽນແຍກປະເພດເຊັ່ນນີ້ແລ້ວແລ ທີ່ຝຣັ່ງເຂົາເຂົ້າໃຈດີ.
- ຄຳທີ່ຂຽນແລ້ວຝຣັ່ງບໍ່ເຂົ້າໃຈ ທີ່ຄົນລາວເຮົາຂຽນເຊັ່ນ "ໄຕປີດົກ" ລາວຂຽນວ່າ Taipidok ເຈົ້າຂອງພາສາອ່ານອອກສຽງວ່າ "ຕາຍປີດອກ" ຝຣັ່ງງົງ ບາດບອກວ່າ "PITAKA" ຝຣັ່ງຮອງອຸທານວ່າ "ໂອໄອເຂົ້າໃຈ".
- ສະນັ້ນຄຳວ່າ Kuti ຫຼື Kadi ແລະ Sima ນັ້ນ ຢ່າຢ້ານວ່າຝຣັ່ງເຂົາຊິບໍ່ຮູ້ ຢ້ານແຕ່ຄົນລາວເຮົາເອງເທົ່ານັ້ນບໍ່ຮູ້.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໂອ.. ຕົກລົງວ່າເຂົາຊິເຮັດເປັນບ່ອນທ່ອງທ່ຽວແບບ home stay ແມ່ນບໍ່ເນາະ ແລ້ວຕອນນີ້ເປີດກັນຫຼືຍັງ ມີພາບຖ່າຍຈາກຄົນທີ່ເຄີຍໄປມາຝາກແດ່ບໍ່ທ່ານ?


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກໜ່ອຍຊິໂພສຂຶ້ນຮູບພາບ ງາມໆໆໆໆ ເອີເປີດມາເຫິງແລ້ວ ແຕ່ປີນີ້ດີກວ່າປີກາຍກົງທີ່ຖນົນປູຢາງຈາກບ້ານນາຫີນ(ທາງຂຶ້ນຫຼັກຊາວ) ໄປຫາຖໍ້າກອງລໍເລີຍ) ໔໐ ກມ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
oh yark pai hen deiy nor , 50 000 kip / kon bor ?

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນອນພັກ ແລະບໍຣິການອາຫານ ໃຊ້ຊີວິດແບບເຂົາ ຄືນລະ ໕໐.໐໐໐ ກີບ, ຄ່ານັ່ງເຮືອ ໓ ຄົນ ລຳລະ ໑໐໐.໐໐໐ ໄປຈົນຮອດບ້ານນາຕານ ສຸດຖ້ຳ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
pen ta pai e lee

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ໂອ.. ຕົກລົງວ່າເຂົາຊິເຮັດເປັນບ່ອນທ່ອງທ່ຽວແບບ home stay ແມ່ນບໍ່ເນາະ ແລ້ວຕອນນີ້ເປີດກັນຫຼືຍັງ ມີພາບຖ່າຍຈາກຄົນທີ່ເຄີຍໄປມາຝາກແດ່ບໍ່ທ່ານ?


ເຂົາເປີດແລ້ວ ຖະໜົນງາມ ປູຢາງ ສ່ວນຮູບໂພດໃຫ້ແລ້ວໃນອັລບັມ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຄຳສັບໃໝ່ kuti stay, sima stay
ມີໂອກາດກະຊິໄປທ່ຽວກ່ອນຂ້ອຍກະດາຍ ອິອິ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາໆໆໆ ລອງສ້າງຂຶ້ນມາໃຫ້ຝຣັ່ງງົງໆໆໆ ຊື່ ແຕ່ພາສາອັງກິດເຮົາສ້າງຂຶ້ນໃຫ້ເຂົາກະໄດ້ ອັນນີ້ເຂົາຮຽກວ່າພາເກີດໃໝ່

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ລາຄາເປັນຕາໄປ ນອນຈັກ2 ຄືນ ເນາະ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າເວົ້າຫຼາຍບາດເພີ່ນຂຶ້ນ ໖໐.໐໐໐ ຊີວ່າ "ແຟງຫຼາຍແຖ້ໆໆ" ຟ້າວໄປໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓ ກະທູ້
໑໙໓ ໂພສ
ນັກການກະທູ້
-*-ຄືຊິຄັກ


໓ ກະທູ້
໑໙໓ ໂພສ
ນັກການກະທູ້
ຍາກໄປເດ່


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://www.laozaa.com/linkout.php?referal=http://punlao.com/group/377/
ໄປໂລດ ເບິ່ງນີ້ກ່ອນ
http://www.laozaa.com/linkout.php?referal=http://punlao.com/group/377/

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ນອນພັກ ແລະບໍຣິການອາຫານ ໃຊ້ຊີວິດແບບເຂົາ ຄືນລະ ໕໐.໐໐໐ ກີບ, ຄ່ານັ່ງເຮືອ ໓ ຄົນ ລຳລະ ໑໐໐.໐໐໐ ໄປຈົນຮອດບ້ານນາຕານ ສຸດຖ້ຳ


ສົນໃຈແດ່, ແນະນຳຂໍມູນກ່ຽວກັບການເດີ່ນທາງແດດຸ, ຜັກແລ້ງຊິໄປທ່ຽວ.