ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ວາຣະສານສຽງວິທະຍາໄລສົງອອກໃໝ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້



ເປັນວາຣະສານເພື່ອການສຶກສາ, ສາສນາ ແລະວັດທະນະທັມລາວ ອອກຄັ້ງແຮກປີ ໒໐໐໐ ຢຸດເຊົາເນື່ອງຈາກຂາດປັດໄຈທຶນ ປັດຈຸບັນສະພາວະການຕື່ນຕົວຂອງສັງຄົມສູງຂຶ້ນ ກໍລະດົມທຶນໄດ້ພໍພິມເຫຼັ້ມທີ ໑ ຂຶ້ນອີກປີນີ້ ແຕ່ກໍຍັງບໍ່ທັນມີທຶນສະບັບທີ ໒ ທ່ານໃດສົນໃຈຈ່ອງ ແລະສະໜັບສະໜູນ ຕິດຕໍ່ໂດຍກົງໄປຍັງ ອີແມລ ແລະເບີໂທຣະສັບທີ່ປາກົດນັ້ນ, ເປັນວາຣະສານທີ່ບໍ່ທຳທຸຣະກິດ ແລະເປັນການເກື້ອ******ນ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ດີດີຫລາຍ ເປັນການສົ່ງເສີມ ວ/ທ ເເລະ ປະເພນິລາວ


໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
ດີດີຫລາຍ

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ໌ ຄັນສົນໃຈກໍອີເມລໄປຫາເພີ່ນ ຫຼືບໍ່ກໍໂທຣໄປຕາມເບີໂທນັ້ນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະເຈົ້າບໍ່ເຂົ້າໃຈວ່າ ຄຳວ່າຄັ້ງແຮກ ກັບຄຳວ່າ ຄັ້ງທຳອິດ ມັນຖືກໝົດສອງບໍທ່ານ

ສ່ວນຫຼາຍຂ້າພະເຈົ້າມັກໃຊ້ແຕ່ ຄັ້ງທຳອິດ ກັບໄດ້ຍິນເພື່ອນບ້ານໃຊ້ ຄັ້ງແລກ

ຄັ້ງແຮກ ແຕ່ຍັງນ້ອຍກະໄດ້ຍິນຢູ່ຄືກັນ...

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຄັກຢູ່ໃດເນາະ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຄວນສະຫນັບສະຫນູນ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຂຽນຊື້ມາອ່ານແລ້ວ ເຫັນວ່າເປັນວາຣະສານທີ່ໃຫ້ສາຣະຫຼາຍຈຶ່ງນຳມາເຜີຍແຜ່ ຄັນຕ້ອງການສົ່ງເສີມເພີ່ນ ຫຼືຢາກຊາບຂໍ້ມູນອື່ນໆນອກຈາກນີ້ ກໍໂທຣ ຫຼືອີເມລໄປສຳນັກງານເພີ່ນໂລດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ຂ້າພະເຈົ້າບໍ່ເຂົ້າໃຈວ່າ ຄຳວ່າຄັ້ງແຮກ ກັບຄຳວ່າ ຄັ້ງທຳອິດ ມັນຖືກໝົດສອງບໍທ່ານ

ສ່ວນຫຼາຍຂ້າພະເຈົ້າມັກໃຊ້ແຕ່ ຄັ້ງທຳອິດ ກັບໄດ້ຍິນເພື່ອນບ້ານໃຊ້ ຄັ້ງແລກ

ຄັ້ງແຮກ ແຕ່ຍັງນ້ອຍກະໄດ້ຍິນຢູ່ຄືກັນ...



- ຄັ້ງແຮກ ກັບທັງຄັ້ງທຳອິດໃຊ້ໄດ້ທັງສອງ ສຸດແລ້ວແຕ່ຈະໃຊ້ ແຕ່ຄັນວ່າຄັ້ງແລກ ເປັນພາສາວິບັດ, ຄັ້ງແຣກ ເປັນພາສາໄທຍ໌
ຕົວຢ່າງ:
- ຕັ້ງເສົາແຮກ ບໍ່ແມ່ນເສົາແລກ(ຕັ້ງເສົາທຳອິດ)
- ແຮກນາ ບໍ່ແມ່ນແລກນາ (ເຮັດນາທຳອິດ)
- ແຮກສ່ຽວ ບໍ່ແມ່ນແຮກສ່ຽວ(ກໍຄືຜູ້ສ່ຽວຄັ້ງທຳອິດ)

ຫຼືຈະໃຫ້ເອົາຫຼັກຖານມາສະເໜີອີກ ກໍໄດ້ ເບິ່ງນີ້ ມີທັງ "ຮຽກ" ແລະ "ແຮກ"

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໙໙ ໂພສ
ນັກການກະທູ້
ອາ ມີອີກສະບັບນຶ່ງ ເປັນຂອງອົງການ ພຸດທະສາສະຫນາ ເພື່ອການພັດທະນາ
ຊື່ວ່າ "ຈົດຫມາຍຂ່າວຊາວພຸດ" ລະເພິ່ນກະມີລາຍການວິທະຍຸນຳ ວັນເສົາຫລືວັນທິດນິລະບໍ່ຈື່ເວລາ 22-23ໂມງ ຄຶ້ນ 103,7MHZ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວນແກ່ການຫາມາອ່ານ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒