ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເສັຍພາສາ ເໝືອນເສັຍຊາດ ເປັນລັກສະນະຢ່າງໃດ ?

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ເສັຍພາສາ ເໝືອນເສັຍຊາດ ອັນນີ້ແມ່ນສຸນທອນພົດຂອງພະນະທ່ານໄກສອນ ພົມວິຫານ ຖືເປັນອະມະຕະວາຈາ ອີກບົດໜຶ່ງ ທີ່ສ່ອງແສງເຖິງວິທະ ຍາສາດວິທະຍາການທາງດ້ານພາສາ ແລະອັກສອນລາວ ຍັງລວມໄປເຖິງວັດທະນະທັມລາວທັງໝົດດ້ວຍ.
- ລັກສະນະການເສັຍພາສາ ແລ້ວຈະຕ້ອງເສັຍຊາດນັ້ນ ເປັນຈັ່ງໃດ ? ເນື່ອງຈາກມະນຸດເຮົາ ທີ່ຈິງມັນກໍເປັນມະນຸດທັມມະດາ ມີເກີດແກ່ ເຈັບຕາຍ ມີສຸກ ມີທຸກເໝືອນກັນນີ້ແລ້ວ ແຕ່ເປັນຫຍັງມະນຸດຈຶ່ງຕ້ອງແບ່ງເປັນຊາດນັ້ນ ເຜົ່ານີ້ໄກ້ຢ່າງຫຼວງຫຼາຍຈົນບໍ່ອາດນັບໄດ້ວ່າຊາດໃດ ມີເທົ່າໃດໃນໂລກ ນີ້ ອັນໃດເປັນສິ່ງຢັ້ງຢືນຄວາມເປັນຊາດ ອັນນີ້ນອກຈາກຄວາມຕ່າງ ທາງກາຍພາບ ແລະພູມສັນຖານ ພູມສາດແລ້ວ ອັນຈະແຈ້ງສຸດ ສິ່ງທີ່ໃຫ້ມະນຸດ ມີຄວາມເປັນຊາດນັ້ນ ເຜົ່ານີ້ ຈົນແບ່ງກັນເປັນອານາຈັກ ແລະປະເທດກັນຈະແຈ້ງເໝືອນປັດຈຸບັນແລ້ວ, ວັດທະນະທັມ ແລະພາສາ ເປັນສິ່ງໜຶ່ງທີ່ບົ່ງ ບອກໃຫ້ຮູ້ວ່າ ຄົນນີ້ເປັນຊາດນີ້ ຄົນນັ້ນເປັນຊາດນັ້ນ, ສະນັ້ນ ພາສາ ເປັນຕົວຢັ້ງຢືນຄວາມເປັນຊາດ ຈະແຈ້ງ ແລະຮູ້ກັນງ່າຍທີ່ສຸດ.
- ຫາກມະນຸດ ປະເທດອື່ນ ຂາດພາສາ ແລະອັກສອນແລ້ວ ມະນຸດກໍຂາດຄວາມເປັນເອກລາດໄປແລ້ວສ່ວນໜຶ່ງ ເຖິງວ່າມະນຸດຊາດນັ້ນຈະດຳຣົງ ຊາດຂອງຕົນທາງການເມືອງໄວ້ ແຕ່ປະຫວັດສາດມັນກໍສະທ້ອນໃຫ້ເຫັນຄວາມເສັຍເອກຣາດ ໄດ້ໃຫ້ຊົນຮຸ່ນຫຼັງບັນທຶກໄວ້ບໍ່ມີວັນຈະໝົດສິ້ນ.
- ລັກສະນະຄວາມເສັຍພາສາເປັນຈັ່ງໃດ ?
໑. ມີພາສາເວົ້າ ແລະພາສາຂຽນ ແຕ່ພາສາຂຽນບໍເປັນທີ່ນິຍົມ ແລະຂາດຕັກກະ.
໒. ມີພາສາເວົ້າ ແລະພາສາຂຽນ ແຕ່ຄົນໃນຊາດ ບໍ່ເຂົ້າໃຈພາສາ ກໍພັດທະນາສັບພະວິຊາ ແລະທິດສະດີຕ່າງໆໄປຢາກ.
໓. ມີພາສາ ແຕ່ພານັ້ນເປັນອັມມະພາດໃຊ້ການບໍ່ໄດ້.
໔. ການຕໍ່ຕ້ານພາສາ ກໍເຮັດໃຫ້ເສັຍຊາດໄດ້.
໕. ຊາດນິຍົມ ແລະອຳນາດນິຍົມກໍທຳລາຍພາສາໄດ້,
໖. ຄວາມບໍ່ຮູ້ ກໍເປັນການທຳລາຍພາສາໄດ້ ດັ່ງນີ້ເປັນຕົ້ນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
maen leo

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ພາສາບອກຊາດ ມາລະຍາດບອກຕະກຸນ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາບອກຊາດ ຕົວຢ່າງ ພາສາລາວບອກຄວາມເປັນລາວ ພາສາຈີນບອກຄວາມເປັນຈີນ
ມາຣະຍາດບອກຕະ******ນ : ຕົວຢ່າງ ຄົນນີ້ມາຣະຍາດດີ ຕ້ອງມາຈາກຕະກຸນດີແນ່ນອນ ດັ່ງນີ້ເປັນເຄົ້າ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
.........................


໙ ກະທູ້
໙໔ ໂພສ
ນັກການກະທູ້
ຄົນລາວເປັນ ຄົນຂີ້ແພ້ ແລະ ຂີ້ຄ້ານ
ທີ່ສຳຄັນແມ່ນ ຂີ້ນ້ອຍໃຈ ແລະ ຂີ້ຢ້ານ

ເສົ້າໃຈທີ່ເຫັນຄົນລາວ "ຍອມແພ້"

໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Xiangmiang ຂຽນວ່າ...
ຄົນລາວເປັນ ຄົນຂີ້ແພ້ ແລະ ຂີ້ຄ້ານ
ທີ່ສຳຄັນແມ່ນ ຂີ້ນ້ອຍໃຈ ແລະ ຂີ້ຢ້ານ



ຄົນລາວເສຍໃຫ້ເຈົ້າບ່ອນໃດ


໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Xiangmiang ຂຽນວ່າ...
ຄົນລາວເປັນ ຄົນຂີ້ແພ້ ແລະ ຂີ້ຄ້ານ
ທີ່ສຳຄັນແມ່ນ ຂີ້ນ້ອຍໃຈ ແລະ ຂີ້ຢ້ານ


ເປັນຫຍັງຄືເວົ້າແນວນີ້ ມັນບໍ່ຖືກຕ້ອງ... ຂ້ອຍກະຄົນລາວຄົນຫນື່ງ
ຂ້ອຍບໍ່ມັກໃຫ້ໃຜມາເວົ້າໃຫ້ປະເທດທີ່ຂ້ອຍເກີດແນວນີ້

liverpool you"ll never walk alone

໐ ກະທູ້
໒໗໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Xiangmiang ຂຽນວ່າ...
ຄົນລາວເປັນ ຄົນຂີ້ແພ້ ແລະ ຂີ້ຄ້ານ
ທີ່ສຳຄັນແມ່ນ ຂີ້ນ້ອຍໃຈ ແລະ ຂີ້ຢ້ານ



ເບີ່ງທ່ານຄືຊິດຸຫມັ່ນເນາະ ບໍ່ແມ່ນເບີ່ງໂທລະທັດຫມົດມື້ເບາະ
ຢ່າເອົາມາດຕະຖານເຈົ້າມາເວົ້າກັບຄົນອື່ນ,,,,,,,ຫລັງໄມ


໐ ກະທູ້
໒໗໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Xiangmiang ຂຽນວ່າ...
ຄົນລາວເປັນ ຄົນຂີ້ແພ້ ແລະ ຂີ້ຄ້ານ
ທີ່ສຳຄັນແມ່ນ ຂີ້ນ້ອຍໃຈ ແລະ ຂີ້ຢ້ານ



ເບີ່ງຈາກສະພາບເຈົ້າແລ້ວຫນ້າຈະແມ່ນຄົນມີປົມດ້ອຍເນາະ
DON'T SAID THAT ANYMORE . STUPID GIRL


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Xiangmiang ຂຽນວ່າ...
ຄົນລາວເປັນ ຄົນຂີ້ແພ້ ແລະ ຂີ້ຄ້ານ
ທີ່ສຳຄັນແມ່ນ ຂີ້ນ້ອຍໃຈ ແລະ ຂີ້ຢ້ານ




Such an Idiot girl!!!



ບໍ່ຮູ້ຈັກຄົນລາວດີ
ລະຢ່າມາທຳທ່າເວົ້າຈັ່ງຊີ້
ບໍ່ພໍໃຈລະຮີບໜີອອກຈາກພັນລາວໄປ
ເພາະຢູ່ນີ້ບໍ່ມີໃຜຕ້ອນຮັບເຈົ້າ!!!


You're an IDIOT GIRL!!

I believe in the IMPOSSIBLE

໐ ກະທູ້
໒໗໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Xiangmiang ຂຽນວ່າ...
ຄົນລາວເປັນ ຄົນຂີ້ແພ້ ແລະ ຂີ້ຄ້ານ
ທີ່ສຳຄັນແມ່ນ ຂີ້ນ້ອຍໃຈ ແລະ ຂີ້ຢ້ານ





ບັກນີ້ ມັນຕ້ອງການຫຍັງແທ້ວະບໍ່ເຂົ້າໃຈມືງລະເດີ
ເວົ້າມ່ວນແນ່ ບໍ່ແມ່ນເປັນຄົນໄທບໍ່ລະ ດຽວກູແຈ້ງສາຍດ່ວນກະຊວງຖະແຫຼງຂ່າວກວດສອບ ລະຈະເປັນເລື່ອງເດີ
ກົດຫມາຍລາວ ເຈັບບໍ່ຢອກເດີ ຕິດຕາມ ໄອພີ ມືງນະງ່າຍຫນ້ອຍດຽວ ຈັດຫນັກໃຫ້ຊະບໍນິ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໃຜກັນແທ້ ທີ່ຂີ້ຢ້ານ ບາດນີ້ນະ

I believe in the IMPOSSIBLE

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າໄປສົນໃຈມັນເທາະ!

ມັນບໍ່ແມ່ນຄົນລາວແທ້ໆ!

ຖ້າເຫັນມັນຢູ່ກະທູ້ໃດລະໄລ່ມັນໜີໂລດ!

ຖ້າມັນຍັງມາດູຖູກຄົນລາວຢູ່ດຽວທ່ານນິນຈະຈັດການເອງ!




໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...

ໃຜກັນແທ້ ທີ່ຂີ້ຢ້ານ ບາດນີ້ນະ


ເອົາອີກສ່ຽວ

liverpool you"ll never walk alone

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ່ຽວຢ່າມາຍຸແຍ່ສ່ຽວແມະ

ແຮງຢ້ານຫົວໜ້າເຜົ່າມາຮ້າຍຢູ່ນິ

I believe in the IMPOSSIBLE

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ຮ່າໆໆ ສ່ຽວສິຍອມຫວະ... ເຮົາມາໃຫມ່ເຮົາບໍ່ຮູ້ຫຍັງ ແຕ່ສ່ຽວຢູ່ມາດົນແລ້ວ ສ່ຽວຈັດໄປເລີຍ

liverpool you"ll never walk alone

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ່ຽວຊິຖືກທ່ານຫົວໜ້າເຜົ່ານິນຮ້າຍຫັ້ນນ່າ ຈຸ໊ໆໆໆ

I believe in the IMPOSSIBLE

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ຮ່າໆ ໂອເຄສ່ຽວ

liverpool you"ll never walk alone

໖ ກະທູ້
໑໐໐ ໂພສ
ນັກການກະທູ້
ຮ່າ ຮ່າ ເຮັດເພິ່ນໂລດນະ ເຮົາມິກຽດມີສັກສີ

<img alt="http://punlao.com" src="http://punlao.com/glittergenerator/tipos/14/a.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/l.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/e.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/x.gif" /><br><a href="http://punlao.com"><b>http://punlao.com</b></a>

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາວ່າທ່ານຫົວໜ້ານິນ ໜ້າຈະເຮັດເພິ່ນແລ້ວໃດ໋

I believe in the IMPOSSIBLE

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍພາສາ ເຫມືອນເສຍຊາດ ແຮ່ໆໆ ຖ້າເປັນແບບນີ້ກໍ່ເສຍໄປຫລາຍແລ້ວ
ສັງເກດເບິ່ງໄວລຸ່ນລົມກັນ ຈ໋າ ຈ໋ະ ຢູ່ນັ້ນແຫລະ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ເສຍພາສາ ເຫມືອນເສຍຊາດ ແຮ່ໆໆ ຖ້າເປັນແບບນີ້ກໍ່ເສຍໄປຫລາຍແລ້ວ
ສັງເກດເບິ່ງໄວລຸ່ນລົມກັນ ຈ໋າ ຈ໋ະ ຢູ່ນັ້ນແຫລະ


ແມ່ນແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ເສຍພາສາ ເຫມືອນເສຍຊາດ ແຮ່ໆໆ ຖ້າເປັນແບບນີ້ກໍ່ເສຍໄປຫລາຍແລ້ວ
ສັງເກດເບິ່ງໄວລຸ່ນລົມກັນ ຈ໋າ ຈ໋ະ ຢູ່ນັ້ນແຫລະ


ແມ່ນແລ້ວ



ມາໃຊ້ຄຳວ່າເຈົ້າ ຫລື ໂດຍດີກ່ວາ ມ່ວນໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າໄດ້ຍິນຄຳວ່າ ຈ໋ະ ຈ໋າ ແລ້ວຄັນຫູເລີຍ ບໍ່ຮູ້ເປັນສັງ ຮ່າໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ