ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕໍ່ແຕ່ນີ້ ຊິເວົ້າເຖິງຄຳທີ່ໃຊ້ໃນພາສາລາວ ທີ່ກ່ຽວກັບ "ຊະນະ ແລະແພ້" ໃຫ້ເບິ່ງຄື
- ໄຊຍະ ເປັນພາສາປາລີ ມີຄວາມໝາຍດຽວກັບ "ຊະນະ" ເມື່ອເອົາສອງຄຳເຂົ້າກັນ ຈະໄດ້ຄຳວ່າ "ໄຊຊະນະ"
ໃນເພງປະຕິວັດເພງໜຶ່ງວ່າ "ຊົມເຊີຍ ຊົມເຊີຍ ໄຊຊະນະ ສັນຕິພາບຄືນມາ ພົງພະນາຂອງລາວໄດ້ປ່ຽນສີ..."

ໄຊຍ໌ ກັບ ຊັຍຊະນະ(ໄຊຍຊະນະ) ມີຄວາມໝາຍດຽວກັນ ທັງສອງຄຳລ້ວນແລ້ວແຕ່ມາຈາກພາສາປາລີ ປັດຈຸບັນເປັນພາສາລາວແລ້ວ. ຄຳເດີມ ແມ່ນ (ຊະຍະ, ໄຊຍະ, ຊນະ, ຊະໂນ, ຊະນັງ)

ຄຳທີ່ມີການໃຊ້ໃນພາສາລາວ
- ອະນຸສາວະລີໄຊຍ໌(ຊະນະ).
- ປະຕູໄຊຍ໌(ຊະນະ).
- ວັດນາໄຊຍ໌(ຊະນະ).
- ວັດມີໄຊຍ໌(ຊະນະ)
- ໄຊຍະ(ຊະນະ)ບູຣີ.
- ໄຊຍ໌(ຊະນະ)ພູທອງ.
- ອຸດົມໄຊຍ໌(ຊະນະ)
- ເສັ້ນໄຊຍ໌(ຊະນະ)
- ໄຊຍ໌(ຊະນະ)ບູຣີ [ເມືອງໜຶ່ງທີ່ແຂວງສະຫວັນ]
- ສຸພະໄຊຍ໌(ຊະນະ) [ຊື່ຄົນ]

ດັ່ງທີ່ເຮົາຮູ້ແລ້ວ ວ່າ "ຊະນະ" ມີຄວາມໝາຍດຽວກັບ "ຊະຍະ(ໄຊຍະ) ເມື່ອຄຳ "ໄຊຍະ" ມາຢູ່ໂດດດ່ຽວ ມັນກໍມີຄວາມໝາຍໃນໂຕຂອງມັນວ່າ "ຜາບແພ້" ໃນພາສາລາວແທ້, ແຕ່ຄົນລາວເຮົາມັກໃຊ້ຄຳໂຕ່ງໂຕຍ ຈຶ່ງສ້າງຄຳໃໝ່ມາໃຫ້ອີກ ໂດຍເອົາ ພາສາລາວປະສົມປາລີວ່າ "ໄຊຊະນະຜ້າບແພ້ຂ້າເສີກສັດຕູ" ຄຳວ່າ "ໄຊຊະນະຜ້າບແພ້" ລ້ວນແຕ່ມີຄວາມໝາຍດຽວກັນທັງ ໓ ຄຳນັ້ນ, ຫຼື "ໄຊຊະນະຜ້າບແພ້" ກໍຍັງເປັນຄຳຜສົມອີກ ຫາກເປັນຄຳຜສົມຣະຫວ່າງ ພາສາປາລີລາວ ໃນຄຳປາລີເອງ ຄົນລາວກໍເອົາມາຜສົມກັນ ຄື "ຊັຍຊນະ"(ໄຊຊະນະ)ນັ້ນ. ຫາກບໍ່ໃຊ້ຄຳຜສົມ ກໍໃຊ້ດຽວກໍໄດ້ ຄື ໄຊຍ໌ ຫຼືຊະນະ ແຕ່ ໄຊຍ໌ ຄົນລາວເຮົາບໍ່ມັກໃຊ້ໂດດໆ ຈຶ່ງມີຄຳໜຶ່ງອີກວ່າ "ມີໄຊຍ໌" ກໍມີຄວາມໝາຍເຕັມ ໃນຕົວມັນເອງ.
- ດ້ວຍເຫດນັ້ນມີຄົນສົງໄສ ຄຳວ່າ "ແພ້ ກັບ ຊະນະ" ນັ້ນເປັນຄຳລາວແທ້ບໍ ? ອັນນີ້ມັນຕ້ອງໄດ້ສຶກສາວ່າ ຫາກເຮົາເຂົ້າໃຈວ່າ ສາສນາພຸດ ແລະສາສນາພຣາມຮີນດູ ມາມີອິດທິພົນໃນດິນແດນທີ່ເປັນຂອງລາວ ແລະບັນດາປະຊາຊົນລາວຕັ້ງແຕ່ ພສ. ໘ ພຸ້ນ ເຮົາກໍເຂົ້າໃຈວ່າ ພາສາປາລີ ເປັນສ່ວນໜຶ່ງຂອງພາສາລາວແລ້ວ ແລະໃນພາສາລາວເຕັມໄປດ້ວຍຄຳລາວທີ່ແປງມາຈາກພາສາປາລີເປັນສ່ວນຫຼາຍ.
- ແຕ່ຫາກວ່າ ພາສາປາລີມາຢູ່ໃນພາສາລາວນັ້ນ ມັນຕ້ອງປ່ຽນສຽງກໍມີ, ປ່ຽນຮູບກໍມີ ບໍ່ປ່ຽນສຽງປ່ຽນຮູບກໍມີ ບໍ່ແມ່ນມາເປັນພາສາລາວແບບ ກົງຕົວໂລດເຊັ່ນ ຕົວຢ່າງ:
໑. ປັນຍະ-ປັນໂຍ-ປັນຍັງ ເປັນ ປັນຍາ
໒. ສັດທາ-ສັທທັງ ເປັນສັດທາ.
໓. ຄາຣະວະ, ຄາຣະໂວ ເປັນເຄົາຣົບ.(ຂາບ)
໔. ທະນະ+ອາຄາຣະ ເປັນທະນາຄານ.
໕. ພັຕຕະ+ອາຄາຣະ=ພັດຕາຄານ.
- ພາສາປາລີ ນອກຈາກມາມີສ່ວນຮ່ວມເປັນໜຶ່ງໃນພາສາລາວ ຢ່າງປະສົມກົມກືນແລ້ວ ພາສາປາລີຍັງມາມີອິດທິພົນດັດແປງວັດທະນະທັມການ ໃຊ້ພາສາລາວອີກ ເຊັ່ນ
໑. ຕູຂ້າ(ຕູ) ******ຂ້າ, ເຈົ້າ****** ໄດ້ກາຍມາເປັນ ຂ້ອຍ, ຂ້ານ້ອຍ, ຂ້າພະເຈົ້າ ຄຳເຫຼົ່ານີ້ບໍ່ໄດ້ມາຈາກປາລີໂດຍກົງ ແຕ່ໄດ້ໂດຍການປ່ຽນແປງວັດທະນະທັມ ຈາກຄຳເຫຼົ່ານີ້ " ອາມະ ພັນເຕ" ແລະ "ມະຍັງ"
໒. ຂ້າແຕ່ເຈົ້າ******(ເຈົ້າຕູ) ຮັບອິດທິພົນມາຈາກ "ນ້ອມນະມັດສະການ"
ແລະອື່ນໆ

- ເຮົາຈະປະຕິເສດ ຄຳປາລີໃນພາສາລາວແມ່ນບໍ່ໄດ້ເດັດຂາດ ຫາກເຮົາຈຳແນກພາປາລີອອກຈາກພາສາລາວເມື່ອໃດ ເຮົາຈັກບໍ່ມີພາສາ ລາວເຮົາໃຊ້ຄົບເລີຍ, ສະນັ້ນ ຈຶ່ງວ່າໃນພາສາລາວຂອງເຮົາເຕັມໄປດ້ວຍພາສາປາລີ ທີ່ຍົກມານັ້ນແມ່ນຕົວຢ່າງຊື່ໆ ຫາກຊິເວົ້າໃຫ້ຫຼ້ອນໆ ອະໄວຍະວະເພດຊາຍນັ້ນ ກໍແມ່ນຊື່ທີ່ໄດ້ມາຈາກພາສາປາລີຄືກັນ ແຕ່ແປງຮູບມາ ຮູບເດີມ ຄື "ຄຸຍຫະ".

- ເອົາເປັນວ່າ ໄຊຍ໌ - ຊະນະ - ຜາບແພ້ ລ້ວນແຕ່ເປັນພາສາລາວ ຄືກັນນັ້ນແລ, ແຕ່ວ່າ ລາວເຮົາ ມັກໃຊ້ຄຳໂດດ ຫຼືຄຳດຽວ ຄຳໃດມີ ໒ ພະຍາງ ບາງຄັ້ງກໍໃຊ້ແຕ່ພະຍາງດຽວກໍໄດ້ ເຊັ່ນ ຜາບແພ້ ໃຊ້ແຕ່ "ແພ້" ກໍໄດ້, ສ່ວນຄຳວ່າ "ຜາບ" ກັບໄປໃຊ້ເປັນຄຳອື່ນກໍໃຊ້ "ຜາບເສືອ" ຄຳວ່າ "ຜາບ" ຄົນລາວເຮົາ ກໍປ່ຽນ(ຜ່ຽນ) ໄປເປັນ "ປາບ" ກໍໄດ້ ແລະແລ້ວ ກໍສ້າງປະໂຫຍກຂຶ້ນມາໃຊ້ໃໝ່ອີກ "ປາບປາມ" ເຊັ່ນ "ປາບປາມໝູ່ໄພຣີ" ຄັນເວົ້າ ແລ້ວ ພາສາລາວເຮົານີ້ ຫາກຊິສຶກສາແທ້ ມັນກະບໍ່ສຸດບໍ່ສ້ຽງດອກ ຫຼວງຫຼາຍພາຍມາກແທ້ໆ.

ຄັນຊິຫາຕົ້ນປາຍສາເຫດວ່າ ເປັນຫຍັງຄົນລາວເຮົາຈຶ່ງ ເກີດຄວາມສົງໃສໃນພາສາລາວ ທີ່ແປກໆແລ້ວປະຕິເສດວ່າ ບໍ່ແມ່ນຂອງລາວ ມັນເປັນ ຜົນ ຈາກການທີ່ຄົນລາວຂາດການຮຽນປາລີ, ການຂຽນອັກສອນ ແລະພາສາລາວບໍຄົງເຄົ້າສັບໄວ້ ແລະອີກຫຼາຍຢ່າງລວມ ໄປເຖິງການອ່ານ ການຮຽນຂອງລາວເຮົານຳ.

ນຳມາຈາກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
xa na = dai hab xai xa na .
phae = bor dai mai khuam wa phai phae , tae pae wa dai hab xai xa na .( pen pa sa thong thin thang tai )

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແພ້ ເປັນພາສາລາວທັງມວນ (ບໍ່ສະເພາະແຕ່ທາງໃຕ້)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
phae=xa na?

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໒ ກະທູ້
໙໙ ໂພສ
ນັກການກະທູ້
ແມ່ນແລ້ວ ແພ້ ແປວ່າ ຊະນະ

ແຕ່ຄົນລາວດຽວນີ້ໄປເວົ້ານຳໄທ ການເປັນວ່າ ແພ້ ແປວ່າ ປະລາໄຊ

ເຄີຍມີຄົນມາເວົ້າໃຫ້ເຮົາວ່າ *********ແພ້******ແລ້ວ (ຫົວເຍາະເຍີ້ຍພ້ອມ) ເຮົາກະຫົວໃນໃຈ ແລ້ວກໍບອກຜູ່ກ່ຽວວ່າ ຂອບໃຈ ຜູ່ກ່ຽວກໍງົງເປັນໄກ່ຕາແຕກແມ່ນຫຍັງ ກະເລີຍອະທິບາຍໃຫ້ຟັງຜູ່ກ່ຽວກໍຫົວບໍ່ອອກຄືກັນ

ບາງຄົນກະວ່າ ແພ້ທ້ອງ ແພ້ດອກໄມ້ ແພ້ກຸ້ງ ຖືວ່າເປັນການໃຊ້ພາສາທີ່ຜິດຫມົດ ແລ້ວແມ່ນຫຍັງທີ່ຖືກ? ໃນກໍລະນີນີ້ເຮົາຄວນໃຊ້ວ່າ ຜິດທ້ອງ ຜິດດອກໄມ້ ຜິດກຸ້ງ (ຕາມເຂົ້າໃຈບໍ່ຮູ້ວ່າສິຖືກບໍ່)

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໑໓ ກະທູ້
໒໓໗ ໂພສ
ນັກການກະທູ້
ແມ່ນ ເຫັນດີນຳ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...

ງົງເປັນໄກ່ຕາແຕກແມ່ນຫຍັງ ອັນນີ້ສຳນວນໄທຍ໌ (ເປັນພາລາວຄືກັນ ແຕ່ສຳນວນໄທຍ໌)
ໃນກໍລະນີນີ້ເຮົາຄວນໃຊ້ວ່າ ຜິດທ້ອງ ຜິດດອກໄມ້ ຜິດກຸ້ງ (ຕາມເຂົ້າໃຈບໍ່ຮູ້ວ່າສິຖືກບໍ່) ອັນນີ້ກະຜິດ ເຖິງຈະປ່ຽນ ແພ້ ມາເປັນ ຜິດ ມັນກະຜິດ ເພາະມັນເປັນສຳນວນ.

ຈົ່ງເຂົ້າໃຈສະເໝີວ່າ ພາສາລາວ ກັບພາສາໄທຍ໌ມັນອັນດຽວກັນ ຕ່າງກັນກໍສີ ສຳນຽງ ແລະສຳນວນ ເທົ່ານັ້ນ,
ຕົວຢ່າງ :
໑. ຜົມຮູ້ແລ້ວວ່າຄຸນຈະມາ (ລາວ-ຂ້ອຍຮູ້ແລ້ວວ່າເຈົ້າຈະມາ) {ເຮົາຈະເຫັນວ່າມີການໃຊ້ຄຳຕ່າງການ ແຕ່ສຳນວນປະໂຫຍກຄືກັນ} ຕ່າງກັນທີ່ ສຳນວນ(ຫຼືຮູບະໂຫຍກ)
໒. ໄມ່ນ່າຈະໃຊ່ເລີຍ (ບໍ່ອາດຊິແມ່ນເລີຍ)
ດັ່ງນີ້ເປັນເຄົ້າ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໙໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...

ອ່າ ສຳນວນໄທ ເວົ້າເລື່ອງສຳນວນຄຳເວົ້າແລ້ວເຮົາວ່າບໍ່ຫນ້າມີບັນຫາ ຖ້າພາສາຖືກ ເຊັ່ນນັກຂີດນັກຂຽນ ເພິ່ນກໍມີສຳນວນຂອງເພິ່ນ ຫລືສ້າງຂຶ້ນໃຫມ່ເລື້ອຍໆ ທີ່ສຳຄັນພາສາທີ່ໃຊ້ຫັ້ນຖືກຫລືບໍ່ (ອັນນີ້ບໍ່ແມ່ນປະເດັນ)

ຄືນມາປະເດັນຂອງກະທູ້ນີ້ ກໍຄື ຄຳວ່າ "ແພ້" ທີ່ຂ້າພະເຈົ້າຍົກມາວ່າ ອາດໃຊ້ຄຳວ່າ ຜິດທ້ອງ ຜິດດອກໄມ້... ແທນຄຳວ່າແພ້ທີ່ຄົນລາວນິຍົມໃຊ້ກັນ ທ່ານອາຣິຍາ ບອກວ່າຜິດ ແລ້ວເຮົາຄວນໃຊ້ສັບໃດແທນ???

ໃຫ້ອ່ານບົດຄວາມສຸດກ່ອນເດີ(ບໍ່ໄດ້ບອກວ່າ ແພ້ ຜິດ) ອ່ານຄັກໆ
ທີ່ຈິງຜູ້ຂຽນຢາກສື່ໃຫ້ຮູ້ວ່າ "ພາສາລາວ ພາສາໄທຍ໌ ບໍ່ຕ່າງກັນເລີຍ" ເຖິງຕ່າງກໍສຳນຽງ ແລະສຳນວນ"

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໙໙ ໂພສ
ນັກການກະທູ້
ແມ່ນຄວາມທ່ານອາຣິຍະ ຂໍໂທດຫລາຍໆອ່ານບໍ່ລະອຽດເອງ ຂໍໂທດຫລາຍໆ

ເມື່ອອ່ານຄືນແລ້ວເລີຍສັງເກດເຫັນວ່າເປັນແນວນີ້ເນາະ "ເອົາເປັນວ່າ ໄຊຍ໌ - ຊະນະ - ຜາບແພ້ ລ້ວນແຕ່ເປັນພາສາລາວ ຄືກັນນັ້ນແລ, ແຕ່ວ່າ ລາວເຮົາ ມັກໃຊ້ຄຳໂດດ ຫຼືຄຳດຽວ ຄຳໃດມີ ໒ ພະຍາງ ບາງຄັ້ງກໍໃຊ້ແຕ່ພະຍາງດຽວກໍໄດ້ ເຊັ່ນ ຜາບແພ້ ໃຊ້ແຕ່ "ແພ້" ກໍໄດ້"

ເມື່ອຍົກກໍລະນີນີ້ມາແລ້ວກໍເລີຍຢາກເວົ້າເຖິງຄຳວ່າ ແພ້ ທີ່ຄົນລາວນິຍົມໃຊ້ (ພາກັນໃຊ້ຜິດໄປຫມົດ) ຂ້າພະເຈົ້າເລີຍຢາກຍົກໃຫ້ເຫັນຄຳວ່າ ແພ້ທ້ອງ ຫັ້ນແລ ເພື່ອວ່າຢາກອະທິບາຍໃຫ້ຄົນທີ່ໃຊ້ບໍ່ຖືກໄດ້ຮູ້ນຳ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ໌ ແມ່ນແລ້ວ ຫາກແປກັບຄືນ ມັນອາດຊິເປັນ "ແພ້ທ້ອງ-ຊະນະທ້ອງ, ແພ້ຢາ-ຊະນະຢາ" ໂອວ໌ ຕລົກຂະໜາດ
- ເອົາເປັນວ່າ ເລືອກໃຊ້ກະໄດ້ ແຕ່ຢ່າລືມວ່າ "ແພ້ໃນພາສາລາວກໍໃຊ້, ຊະນະກໍໃຫ້ ອັນແພ້ນັ້ນ ຄຳສົມບູນມັນແມ່ນ "ຜາບແພ້" ເໝືອນ ກັບ "ທອງຄຳ" ແຕ່ ລາວເຮົາ ມັກຮຽກວ່າ "ຄຳ" ແຕ່ບໍ່ມັກຮຽກວ່າ "ທອງ" ທີ່ເປັນສັບສົມບູນມັນ "ທອງຄຳ".

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໙໙ ໂພສ
ນັກການກະທູ້
ເຮົາວ່າຄຳວ່າ ຜິດເບິ່ງເຫມາະສົມທີ່ສຸດໃນກໍລະນີນີ້ ຢ່າລືມວ່າຖ້າເຮົາໄປລຶ້ງໃຊ້ວ່າ ແພ້ທ້ອງ ຕະຫລອດ ສຸດທ້າຍ ຄຳວ່າ ແພ້ ມັນກໍຈະປ່ຽນໄປເລີຍ ບໍ່ມີຄວາມຫມາຍແບບເດີມ

ຜິດທ້ອງ ກໍສະແດງວ່າ ທ້ອງເຮົາຜິດປົກກະຕິ ຄ້າຍກັບຄຳວ່າ ມື້ນີ້ເຈັບທ້ອງ ໄປກິນອາຫານຜິດແນວມາ ເຮົາກໍຍັງໃຊ້

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ແພ້ = ຊະນະ ເດີ້ພີ່ນ້ອງ

M99NOY

໖ ກະທູ້
໑໐໑ ໂພສ
ນັກການກະທູ້
ແພ້ຊະນະ ,ຊະນະເປັນມານ

Catnoi ຜູ້ຫນ້າຮັກສະເຫມີ

໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ສະບາຍດີ, ຂໍປະກອບສ່ວນນຳເນາະ

ໂດຍສະເພາະ ຈະຂໍອະທິບາຍການນຳໃຊ້ຄຳລາວເດີມທີ່ວ່າ "ແພ້", ແນ່ນອນ ຄຳວ່າແພ້ນັ້ນ ພາສາລາວໝາຍເຖິງຄວາມມີໄຊ (ຊັຍ, ໄຊຍ໌)
ການນຳໃຊ້ທີ່ຖືກຕ້ອງ ມີຕົວຢ່າງດັ່ງນີ້:
- ເພື່ອສະແດງເຖິງຄວາມມີໄຊ, ຕົວຢ່າງ: ນ້ອງຖຽງແພ້ອ້າຍ, ຝ່າຍ ກ ແພ້ຝ່າຍ ຂ ສອງຕໍ່ໜຶ່ງ, ... ຯລຯ
- ເພື່ອສະແດງເຖິງອາການພູມແພ້, ຂໍອະທິບາຍກ່ອນວ່າ ບັນດາອາການພູມແພ້ຕ່າງໆ ໄດ້ຜ່ານການຄົ້ນຄວ້າຈາກສະຖາບັນທີ່ກ່ຽວກັບອັກສອນສາດ ແລະ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳຂອງລາວເຮົາ ເປັນທີ່ຮຽບຮ້ອຍແລ້ວ ແລະ ໄດ້ຢັ້ງຢືນຄຳເຫຼົ່ານີ້: ແພ້ຢາ, ແພ້ທ້ອງ, ແພ້ອາກາດ, ແພ້ຄັວນ ແລະ ອາການແພ້ອື່ນໆ ທີ່ຮ່າງກາຍເປັນຕົວຕ້ານທານ ລ້ວນແຕ່ເປັນສຳນວນລາວ ທີ່ຖືກຕ້ອງ ແລະ ດັ້ງເດີມ ແລະ ໃຫ້ຮຽກໝວດອາການທີ່ໄດ້ກ່າວວ່າ ໂຣກພູມແພ້ ເຊິ່ງໝາຍເຖິງ ອາການທີ່ພູມຮ່າງກາຍສາມາດຕ້ານທານ(ແພ້)ໄດ້. ໃນນີ້, ຈະຂໍອະທິບາຍເພີ່ມເຕີມ ຄຳວ່າ: ແພ້ຢາ (ເປັນພາສາກາງ, ບາງທ້ອງຖິ່ນໃຊ້ຄຳວ່າ ແຄະຢາ), ອາການນີ້ ເປັນຜົນຈາກການທີ່ຄົນໆໜຶ່ງຮັບເອົາທາດຢາໜຶ່ງເຂົ້າໄປ ແຕ່ລິດຢາບໍ່ສາມາດສົ່ງຜົນໃນທາງທີ່ດີຕໍ່ຮ່າງກາຍຂອງຄົນຜູ້ນັ້ນ, ພູມຄຸ້ມກັນຂອງຮ່າງກາຍ ຈິ່ງເຮັດການຂັບຫຼັ່ງທາດຢາເຫຼົ່ານັ້ນ ອອກມາຕາມຊ່ອງທາງຕ່າງໆ ເຊັ່ນ: ອອກຕາມຜິວໜັງຈະເຮັດໃຫ້ເກີດເປັນຕຸ່ມ, ເປັນຜື່ນແດງ ແລະ ອື່ນໆ; ອອກໂດຍການອາຈຽນ ເພາະພູມຄຸ້ມກັນຮ່າງກາຍບີບບັງຄັບໃຫ້ທ້ອງດັນເອົາທາດເບື່ອນັ້ນ ໃຫ້ອອກທາງເກົ່າ (ແພ້ທ້ອງ)... ດັ່ງທີ່ໄດ້ກ່າວມາເປັນຕົ້ນ.

ຄຳວ່າ ແພ້ ໃນສຳນວນລາວ, ແປວ່າ ຊະນະທັງມວນ ແຕ່ສຳນວນການໃຊ້ ແລະ ທິດທາງຄວາມເຂົ້າໃຈ ຕໍ່ດ້ານວິທະຍາສາດ ຈະມີຮູບແບບສະເພາະຂອງຕົນ ເຊັ່ນຄຳວ່າແພ້ ທີ່ໃຊ້ກັບຮູບການຂັດແຍ້ງ ຫຼື ປະທະ ທາງກາຍະພາບ ແລະ ຄຳວ່າແພ້ທີ່ໃຊ້ໃນທາງການແພດລາວ ທີ່ໄດ້ຍົກມາຂ້າງເທິງ.

ຄຳວ່າແພ້ ໃນສຳນວນໄທຍ, ໝາຍເຖິງເສຍໄຊ ຫຼື ປະລາໄຊທັງມວນ ແຕ່ຖ້າໃຊ້ໃນທາງການແພດ ຈະມີຄວາມໝາຍດຽວກັບລາວ, ຫາກແຕກຕ່າງພຽງທິດທາງຄວາມເຂົ້າໃຈ ເຊັ່ນ: ອາການແພ້ຢາ, ລາວເຮົາຈະເຂົ້າໃຈວ່າ ຮ່າງກາຍຊະນະທາດເບື່ອໃນຢາ ແລ້ວຊຸກທາດເບື່ອນັ້ນອອກນອກຮ່າງກາຍຕາມຊ່ອງທາງຕ່າງໆ; ໄທຍຈະເຂົ້າໃຈວ່າ ຮ່າງກາຍປະລາໄຊໃຫ້ທາດເບື່ອໃນຢາ ຈິ່ງເກີດເປັນຕຸ່ມເປັນຕໍ, ອາຈຽນ ແລະ ອື່ນໆ.... ພວກເຮົາບໍ່ອາດເວົ້າວ່າ ຄວາມເຂົ້າໃຈຂອງຝ່າຍໃດຝ່າຍໜຶ່ງຜິດ ຫຼື ຖືກ, ເພາະມັນເປັນສຳນວນເດີມຂອງແຕ່ລະຝ່າຍ ແຕ່ພວກທ່ານລອງພິຈາລະນານຳກັນເບິ່ງວ່າ ຄວາມເຂົ້າໃຈຂອງຝ່າຍໃດ ມີລັກສະນະທາງວິທະຍາສາດກ່ວາກັນ...

ຂໍຂອບໃຈ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
GAPSNOVA
HITMII
ຄັກໆ ເພີ່ທຕື່ມໄດ້ດີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໙໙ ໂພສ
ນັກການກະທູ້
ຊ່ອຍໆກັນ ຫລາຍຄົນ ປະກອບສ່ວນ ເປັນການນຳສູ່ການແກ້ບັນຫາ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ,

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
they va da thang nun lei huhu

arn wai pa dup khuam hu

ທ້າວທອງໃສ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
they va da thang nun lei huhu

arn wai pa dup khuam hu

ສຶກສາໄວ້ ບໍ່ໄດ້ເອົາບ່າແບກຫາມແມ່ນບໍລະ ຖືກຕ້ອງເນີ
- ການສຶກສານີ້ຫາລະສຶກສາໄວ້ໂລດ ມັນບໍ່ໜັກຄືແບກໄມ້ ແບກຂອນດອກ
ຊົມເຊີຍທ່ານ ທອງໄສເດີ
- ພຸດທະສາສນາວ່າຈັ່ງຊີ້ "ສຸວິຊຊາໂນ ພະວັງໂຫຕິ" ແປ " ຜູ້ຮູ້ດີ ເປັນຜູ້ຈະເລີນ" (ທ່ານທອງໄສ ເປັນຄົນທີ່ຮູ້ໄວ ຕົກຢູ່ໃນທັມມະຂໍ້ນີ້)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ່ານໄວ້ແລ້ວສິເອົາໄປເວົ້າໃຫ້ຄົນຮູ້ວ່າອັນໃດຖືກອັນໃດຜິດ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ພາສາລາວພາສາໄທບໍ່ແມ່ນອັນດຽວກັນເດີ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆຊົມເຊີຍ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ GAPSNOVA ຂຽນວ່າ...
ສະບາຍດີ, ຂໍປະກອບສ່ວນນຳເນາະ

ໂດຍສະເພາະ ຈະຂໍອະທິບາຍການນຳໃຊ້ຄຳລາວເດີມທີ່ວ່າ "ແພ້", ແນ່ນອນ ຄຳວ່າແພ້ນັ້ນ ພາສາລາວໝາຍເຖິງຄວາມມີໄຊ (ຊັຍ, ໄຊຍ໌)
ການນຳໃຊ້ທີ່ຖືກຕ້ອງ ມີຕົວຢ່າງດັ່ງນີ້:
- ເພື່ອສະແດງເຖິງຄວາມມີໄຊ, ຕົວຢ່າງ: ນ້ອງຖຽງແພ້ອ້າຍ, ຝ່າຍ ກ ແພ້ຝ່າຍ ຂ ສອງຕໍ່ໜຶ່ງ, ... ຯລຯ
- ເພື່ອສະແດງເຖິງອາການພູມແພ້, ຂໍອະທິບາຍກ່ອນວ່າ ບັນດາອາການພູມແພ້ຕ່າງໆ ໄດ້ຜ່ານການຄົ້ນຄວ້າຈາກສະຖາບັນທີ່ກ່ຽວກັບອັກສອນສາດ ແລະ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳຂອງລາວເຮົາ ເປັນທີ່ຮຽບຮ້ອຍແລ້ວ ແລະ ໄດ້ຢັ້ງຢືນຄຳເຫຼົ່ານີ້: ແພ້ຢາ, ແພ້ທ້ອງ, ແພ້ອາກາດ, ແພ້ຄັວນ ແລະ ອາການແພ້ອື່ນໆ ທີ່ຮ່າງກາຍເປັນຕົວຕ້ານທານ ລ້ວນແຕ່ເປັນສຳນວນລາວ ທີ່ຖືກຕ້ອງ ແລະ ດັ້ງເດີມ ແລະ ໃຫ້ຮຽກໝວດອາການທີ່ໄດ້ກ່າວວ່າ ໂຣກພູມແພ້ ເຊິ່ງໝາຍເຖິງ ອາການທີ່ພູມຮ່າງກາຍສາມາດຕ້ານທານ(ແພ້)ໄດ້. ໃນນີ້, ຈະຂໍອະທິບາຍເພີ່ມເຕີມ ຄຳວ່າ: ແພ້ຢາ (ເປັນພາສາກາງ, ບາງທ້ອງຖິ່ນໃຊ້ຄຳວ່າ ແຄະຢາ), ອາການນີ້ ເປັນຜົນຈາກການທີ່ຄົນໆໜຶ່ງຮັບເອົາທາດຢາໜຶ່ງເຂົ້າໄປ ແຕ່ລິດຢາບໍ່ສາມາດສົ່ງຜົນໃນທາງທີ່ດີຕໍ່ຮ່າງກາຍຂອງຄົນຜູ້ນັ້ນ, ພູມຄຸ້ມກັນຂອງຮ່າງກາຍ ຈິ່ງເຮັດການຂັບຫຼັ່ງທາດຢາເຫຼົ່ານັ້ນ ອອກມາຕາມຊ່ອງທາງຕ່າງໆ ເຊັ່ນ: ອອກຕາມຜິວໜັງຈະເຮັດໃຫ້ເກີດເປັນຕຸ່ມ, ເປັນຜື່ນແດງ ແລະ ອື່ນໆ; ອອກໂດຍການອາຈຽນ ເພາະພູມຄຸ້ມກັນຮ່າງກາຍບີບບັງຄັບໃຫ້ທ້ອງດັນເອົາທາດເບື່ອນັ້ນ ໃຫ້ອອກທາງເກົ່າ (ແພ້ທ້ອງ)... ດັ່ງທີ່ໄດ້ກ່າວມາເປັນຕົ້ນ.

ຄຳວ່າ ແພ້ ໃນສຳນວນລາວ, ແປວ່າ ຊະນະທັງມວນ ແຕ່ສຳນວນການໃຊ້ ແລະ ທິດທາງຄວາມເຂົ້າໃຈ ຕໍ່ດ້ານວິທະຍາສາດ ຈະມີຮູບແບບສະເພາະຂອງຕົນ ເຊັ່ນຄຳວ່າແພ້ ທີ່ໃຊ້ກັບຮູບການຂັດແຍ້ງ ຫຼື ປະທະ ທາງກາຍະພາບ ແລະ ຄຳວ່າແພ້ທີ່ໃຊ້ໃນທາງການແພດລາວ ທີ່ໄດ້ຍົກມາຂ້າງເທິງ.

ຄຳວ່າແພ້ ໃນສຳນວນໄທຍ, ໝາຍເຖິງເສຍໄຊ ຫຼື ປະລາໄຊທັງມວນ ແຕ່ຖ້າໃຊ້ໃນທາງການແພດ ຈະມີຄວາມໝາຍດຽວກັບລາວ, ຫາກແຕກຕ່າງພຽງທິດທາງຄວາມເຂົ້າໃຈ ເຊັ່ນ: ອາການແພ້ຢາ, ລາວເຮົາຈະເຂົ້າໃຈວ່າ ຮ່າງກາຍຊະນະທາດເບື່ອໃນຢາ ແລ້ວຊຸກທາດເບື່ອນັ້ນອອກນອກຮ່າງກາຍຕາມຊ່ອງທາງຕ່າງໆ; ໄທຍຈະເຂົ້າໃຈວ່າ ຮ່າງກາຍປະລາໄຊໃຫ້ທາດເບື່ອໃນຢາ ຈິ່ງເກີດເປັນຕຸ່ມເປັນຕໍ, ອາຈຽນ ແລະ ອື່ນໆ.... ພວກເຮົາບໍ່ອາດເວົ້າວ່າ ຄວາມເຂົ້າໃຈຂອງຝ່າຍໃດຝ່າຍໜຶ່ງຜິດ ຫຼື ຖືກ, ເພາະມັນເປັນສຳນວນເດີມຂອງແຕ່ລະຝ່າຍ ແຕ່ພວກທ່ານລອງພິຈາລະນານຳກັນເບິ່ງວ່າ ຄວາມເຂົ້າໃຈຂອງຝ່າຍໃດ ມີລັກສະນະທາງວິທະຍາສາດກ່ວາກັນ...

ຂໍຂອບໃຈ

ຂອບໃຈທ່ານອາຈານ ລະອຽດເລີຍເຂົ້າໃຈງ່າຍອີກ
ສຸດຍອດແຫ່ງການອະທິບາຍ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ຄັກຫຼາຍ ໂອ່!

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ເປັນກະທູ້ກ່ຽວກັບພາສາລາວທີ່ສຸດຍອດອີຫລີ ໄດ້ຄວາມຮູ້ຫຼາຍແທ້ ຢາກໃຫ້ມີຄົນເກັ່ງແລະຮູ້ພາສາລາວແບບນີ້ຫຼາຍເພີ່ມຂຶ້ນອີກ ແລະທີ່ສຳຄັນທີ່ສຸດຢາກໃຫ້ລັດຖະບານສົ່ງເສີມການຮຽນພາສາບາລີສົ່ງເສີມພຣະພຸທທະສາສນາໃຫ້ເຂັ້ມແຂງຂຶ້ນແລ້ວຄົນລາວເຮົາກໍ່ຈະໄດ້ເກັ່ງພາສາລາວແລະຮູ້ແລະເຂົ້າໃຈທັມມະເພີ່ມຂຶ້ນ ສາທຸ ສາທຸ ສາທຸ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mmmmmmmmmmmmmmm ຂຽນວ່າ...
ພາສາລາວພາສາໄທບໍ່ແມ່ນອັນດຽວກັນເດີ

ບອກຄວາມຕ່າງມາໃຫ້ດ້ວຍ ຈະປັນພຣະຄຸນມາກມາຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒