ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄວາມໝາຍ ຄວາມສຳຄັນ ວັດຖຸປະສົງ ແລະປະເພດຂອງການສື່ສານ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

1. ຄວາໝາຍຂອງການສືສານ.
ຄຳວ່າ “ການສື່ສານ” ກົງກັບຄຳໃນພາສາອັງກິດ “Communication” ເຊິ່ງມີຜູ້ໃຫ້ຄວາມໝາຍຂອງ “Com-munication” ຫຼື “ການສື່ສານ” ໄວ້ຕ່າງກັນ ດັ່ງນີ້:
- ອຣິສໂຕເຕິລ(Aristotle): ໄດ້ໃຫ້ຄວາມໝາຍໄວ້ໃນການສຶກສາວິຊາວາທພສີລປ໌(rhetoric) ຫຼືການສືສານວ່າ ຄື ການສແວງຫາ“ວິທີການຊັກຈູງໃຈທີ່ມີຢູ່ທຸກຮູບແບບ”(scarch for all avavailable means of perua-sion”.
- ເອັດເວິຣ໌ດ ສເພັຍຣ໌(Edward Sapir): ກ່າວວ່າ “ການສື່ສານ ຄືການຕີຄວາມໝາຍໂດຍສັນຊາດຕະຍານຕໍ່ ທ່າທາງທີ່ສະແດງເປັນສັນຍາລັກ ໂດຍບໍ່ຮູ້ຕົວ ຕໍ່ຄວາມຄິດ ແລະພຶດຕິກັມຂອງວັດທະນະທັມຂອງບຸກຄົນ”
- ເຈີຣ໌ເກນ ຣອຍຊ໌ ແລະເກຣກກໍຣີ ເບທສັນ(Jurgen Ruesch and Greggry Bateson) ໃຫ້ຄວາມເຫັນວ່າ “ການສື່ບໍ່ໄດ້ໝາຍຄວາມເຖິງການຖ່າຍສານດ້ວຍດ້ວຍພາສາເວົ້າ ແລະພາສາຂຽນທີ່ຈະແຈ້ງ ແລະສະແດງ ເຈຕະນາຣົມເທົ່ານັ້ນ ແຕ່ການສື່ສານຍັງຣວມໄປເຖິງກະບວນການທັງຫຼາຍ ທີ່ຄົນມີອິດທິພົນຕໍ່ກັນດ້ວຍຄຳນິ ຍົມຢຶດຫຼັກການທີ່ວ່າການກະທຳ ແລະເຫດການທັງຫຼາຍມີລັກສະນະເປັນການສື່ສານ ຫາກມີຜູ້ເຂົ້າໃຈການກະ ທຳ ແລະເຫດການເຫຼົ່ານັ້ນ ໝາຍຄວາມວ່າ ຄວາມເຂົ້າໃຈທີ່ເກີດຂຶ້ນແກ່ຄົນໆໜຶ່ງນັ້ນ ໄດ້ປ່ຽນແປງຂ່າວສານທີ່ ຄົນໆນັ້ນມີຢູ່ ແລະມີອິດທິພົນຕໍ່ບຸກຄົນຜູ້ນັ້ນ”.
- ຈອຣ໌ຈ ເອ ລິລເລີຣ໌(George A. miller): ໃຫ້ຄວາມໝາຍວ່າ “ການສືສານໝາຍເຖິງ ການຖ່າຍທອດ ຂ່າວສານ ຈາກທີ່ໜຶ່ງໄປຍັງອີກທ່ີໜຶ່ງ”
- ຄາຣ໌ລ ໄອ ໂຮຟແລນດ໌(Carl I. Hovland) ແລະຄະນະ ໃຫ້ຄວາມເຫັນວ່າ “ການສື່ສານ ຄືກະບວນການ ທີ່ບຸກ ຄົນໆໜຶ່ງ(ຜູ້ສົ່ງສານ) ສົ່ງສິ່ງທີ່ໜ້ານສົນໃຈ ເພື່ອປ່ຽນພຶດຕິກັມຂອງບຸກຄົນໆອື່ນໆ(ຜູ້ຮັບສານ)”
- ໂຄລິນ ເຊີຣ໌ຣີ(Colin Cherry) ກ່າວວ່າ “ການສື່ສານເປັນການກະທຳເຊິ່ງເຄື່ອງໝາຍອັນດັບແຮກ(ສິ່ງທີ່ໜ້າ ສົນໃຈ) ກໍ່ໃຫ້ເກີດເຄື່ອງໝາຍອັນທີ່ສອງ(ປະຕິກິ ຣິຍາຕອບສະໜອງ) ເຊິ່ງຂຶ້ນຢູ່ກັບຜູ້ຮັບສິ່ງທີ່ໜ້າສົນໃຈເປັນ ຣາຍໆໄປວ່າ ຈະມີປະຕິກິຣິຍາຕອບສະໜອງຢ່າງໃດ ຕາມັລກສະນະນິສັຍຂອງເຂົາ ເຊິ່ງໄດ້ຈາກປະສົບການ ສື່ສານໃນອະດີດ”.
- ຈອຣ໌ຈ ເກຣີບເນີຣ໌(Goege Gerbner) ໃຫ້ຄວາມາຍວ່າ “ການສື່ສານຄືການສະແດງປະຕິກິຣິຍາສັມພັນທາງ ສັງຄົມ(Social Interaction) ໂດຍໃຊ້ສັນຍາລັກ ແລະຣະບົບສານ(Message System).
- ວໍຣ໌ເຣນ ດັບເບີລຢູ ວີເວີຣ໌(Warren W. Weaver) ໃຫ້ຄຳອະທິບາຍວ່າ “ຄຳວ່າ ການສື່ສານໃນທີ່ນີ້ມີຄວາມ ໝາຍກວ້າງ ຄອບຄຸມເຖິງຂະບວນການທຸກຢ່າງ ທີ່ຈິດໃຈຂອງຄົນຄົນໜຶ່ງ ອາດມີຜົນຕໍ່ຈິດໃຈຂອງຄົນອີກຄົນ ໜຶ່ງ ການສືສານຈຶ່ງບໍ່ໝາຍຄວາມແຕ່ພຽງການຂຽນ ແລະການເວົ້າເທົ່ານັ້ນ ຫາກແຕ່ຣວມໄປເຖິງດົນຕຣີ ພາບ ການສະ ແດງບັລເລ ແລະພຶດຕິກັມທຸກພຶດຕິກັມຂອງມະນູດອີກດ້ວຍ”.
- ວິລເບີຣ໌ ຊແລມມ໌(Wilber Schramm) ອະທິບາຍວ່າ “ການສືສານ ຄືມີການເຂົ້າໃຈຮ່ວມກັນ ຕໍ່ເຄື່ອງໝາຍ ທີ່ສະ ແດງຂ່າວສານ (Informational Signs).
- ເອເວີຣ໌ເຣຕ ເອັມ ໂຣເຈີຣ໌ສ໌ ແລະ ເອຟ ຟລອຍດ໌ ຊູເມັຄເກີຣ໌(Everett M. Rogers F. Floyd Shoemaker) ໃຫ້ຄວາມໝາຍວ່າ “ການສືສານ ຄືກະບວນການເຊິ່ງສານຖືກສົ່ງຈາກຜູ້ສົ່ງສານໄປຍັງຜູ້ຮັບ ສານ”
- ຊາຣ໌ລສ໌ ອີ ອອສ******ດ(Charles E. Osgood) ກ່າວວ່າ “ໃນຄວາມໝາຍໂດຍທົ່ວໄປແລ້ວ ການສື່ສານ ເກີດຂຶ້ນ ເມື່ອຝ່າຍໜຶ່ງຄື ຜູ້ສົ່ງສານ ມີອິດທິພົນຕໍ່ອີກຝ່າຍໜຶ່ງ ຄື ຜູ້ຮັບສານໂດຍ ໃຊ້ສັນຍາລັກຕ່າງໆ ເຊິ່ງ ຖືກສົ່ງຜ່ານສື່ ທີ່ເຊື່ອມຣະຫວ່າງສອງຝ່າຍ.
ຈາກຄຳນິຍາມຂ້າງຕົ້ນ ທີ່ມີລັກສະນະ ແລະຄວາມເວົ້າທີ່ແຕກຕ່າງກັນ ບາງຄົນອະທິບາຍການວ່າ ການສືສານ ມີ ລັກສະນະສະເພາະການສື່ສານທີ່ເປັນສັນຍາລັກ ທາງດ້ານພາສາຂຽນ ແລະພາສາເວົ້າ ທີ່ມີເຄື່ອງ ມືສະເພາະຂອງ ການສືສານ ແຕ່ບາງຄົນອາດຕີຄວາມໝາຍຄວບຄຸມໄປເຖິງ ພຶດຕິກັມສ່ວນອື່ນໆຂອງມະນຸດ ເຊິ່ງບໍ່ແມ່ນພາສາເວົ້າ ແລະພາສາຂຽນ ບາງຄົນຖືວ່າພຶດຕິກັມທຸກຢ່າງຂອງວມະນຸດ ສາມາດສື່ຄວາມໝາຍໄດ້ ຫຼືກໍ່ໃຫ້ເກີດຄວາມໝາຍໄດ້ ເປັນການສື່ສານທັງສິ້ນ ເຖິງແມ່ນວ່າການສະແດງພຶດຕິກັມນັ້ນຈະບໍ່ໄດ້ມີເຈຕຕະນາໃນການສືສານກໍຕາມ ໃນຂະນະ ດຽວກັນນັ້ນ ບາງຄົນມີຄວາມເຫັນວ່າ ໃນການສືສານນັ້ນ ຜູ້ສົ່ງສານຈະຕ້ອງມີເຈຕຕະນາທີ່ຈະທຳການສື່ສານ ຫາເຫດ ຂອງຄວາມແຕກຕ່າງໃນ ເຣື່ອງຂອງຄຳນິຍາມ ຫຼືຄວາມໝາຍຂອງການສືສານທີ່ແຕກຕ່າງກັນກໍເນື່ອງຈາກວ່າ ການສື່ ສານມີສ່ວນກ່ຽວຂອງກັບວິຊາ ການຕ່າງໆທຸກສາຂາວິຊາ ແລະແຕ່ລະຄົນມີຄວາມສົນໃຈໃນການສຶກສາສະເພາະສາຂາ ທີ່ຕົນກຳລັງສຶກສາຢູ່ ແລະຜູ້ທີ່ໃຫ້ຄຳນິຍາມນັ້ນ ກໍໄດ້ເວົ້າສະເພາະສາຂາວິຊາທີ່ຕົນສຶກສາເທົ່ານັ້ນ ໝາຍຄວາມວ່າບຸກ ຄົນທີ່ໃຫ້ຄຳນິຍາມນັ້ນແມ່ນເນັ້ນສະ ເພາະວິຊາທີ່ຕົນສຶກສາຢູ່ ມີຄວາມຮູ້ພື້ນຖານສະເພາະວິຊາທີ່ຕົນສຶກສາ ຫຼືມາຈາກ ສາຂາວິຊາທີ່ແຕກຕ່າງກັນ ຜູ້ສຶກສາໃນ ແຕ່ລະສາຂາວິຊາ ຈຶ່ງມອງການສືສານແງ່ມູມໃນແງ່ມູມຕ່າງກັນ ແລະໃຊ້ວິຊາ ສຶກສາ(Approach) ການສື່ສານຂອງມະນຸດ ແຕກຕ່າງກັນໄປດ້ວຍ.
ຢ່າງໃດກໍຕາມ ວິຊາການສືສານ ເປັນການສັມພັນກັນລະຫວ່າງບຸກຄົນໃນສານ ຫຼືສັງຄົມສ່ວນໃຫຍ່ ທີ່ມີການ ພົວພັນກັນທັງທາງກົງ ແລະທາງອ້ອມ ໂດຍຖືວ່າການພົວພັນກັນຂອງສັງຄົມ ທັງການຄິດ ການເວົ້າ ແລະການກະທຳ ສ່ວນໃຫຍ່ ລ້ວນແຕ່ສະແດງອອກທາງພຶດຕິກັມທັງສາມ ເພື່ອປະໂຫຍດທີ່ກໍ່ໃຫ້ເກີດຄວາມເຂົ້າອົກເຂົ້າໃຈກັນ ຣະຫວ່າງ ບຸກຄົນ ຫລືອົງກອນຜູ້ສົ່ງສານ ແລະຜູ້ຮັບສານດ້ວຍເຄື່ອງມືສື່ສານ ທີ່ທັງສອງຝ່າຍເຂົ້າໃຈຮ່ວມກັນ.
ການສື່ສານ ໃນອະດີດ ແລະປັດຈຸບັນ ລ້ວນແຕ່ເອື້ອປະໂຫຍດ ແລະເປັນກະບອກສຽງຂອງຄົນ, ຂອງອົງການ ແລະໜ່ວຍງານຂອງຣັດຖະບານ, ໃນປັດຈຸບັນພັກ ແລະລັດຖະບານລາວໄດ້ຖືກເອົາການສືສານ ເປັນກະບອກສຽງ ຂອງພັກ ແລະລັດ ທີ່ເປັນຄັນທຸງທຸກຂົງເຂດວຽກງານ ຂອງການພັດທະນາ ແລະສ້າງສາປະເທດຊາດໃນຍຸກໃໝ່ ກໍຄື ສະໄໝຕໍ່ສູ້ປົດປ່ອຍຊາດປະຊາທິປະໄຕ.
ໃນອະດີເນັກວິຊາການດ້ານສີລະປະ ປຣັຊຍາ ແລະການເມືອງໄດ້ໃຫ້ຄວາມສົນໃຈກ່ຽວກັບເຣື່ອງການສື່ສານ ຂອງມະນຸດ ໂດຍສະເພາະຢ່າງຍິ່ງ ໂດຍສະເພາະເຣື່ອງຂອງການເວົ້າ ແລະການຊັກຈູງໃຈ ຢ່າງໃດກໍຕາມການສື່ສານ ເພິ່ງຈະໄດ້ຮັບການສຶກສາຄົ້ນຄ້ວາໃນລັກສະນະວິທະຍາສາດ(Scientific Investigation) ໂດຍໃຊ້ວິທີການໃນການສຳ ຣວດ ແລະວິເຄາະແບບວິທະຍາສາດ ເມື່ອບໍ່ເຫິງມານີ້ເອງ ກ່າວຄືນັບຕັ້ງແຕ່ປະມານ ປີ ຄ.ສ 1933 ເປັນຕົ້ນມາ ນັກ ວິຊາການສາຂາຕ່າງໆ ໃນສະຫະຣັດອາເມຣິກາ ເຊັ່ນ ນັກຈິຕວິທຍາ ນັກສັງຄົມວິທະຍາ ນັກມະນຸດວິທະຍາ ນັກຣັດ ຖະສາດ, ນັກເສດຖະສາດ, ນັກຄະນິດສາດ, ນັກປະຫວັດສາດ ນັກພາສາສາດ, ນັກການສຶກສາ, ນັກວິສາວະກອນ ຕະຫລອດທັງນັກນິເທດສາດສາຂາຕ່າງໆເຫຼົ່ານີ້ ຊ່ວຍໃຫ້ເຮົາມີຄວາມເຂົ້າໃຈກ່ຽວກັບການສືສານຂອງມະນຸດໄດ້ດີຍິ່ງ ຂຶ້ນ ແລະເປັນພື້ນຖານສຳລັບວິຊາການດ້ານນິເທດສາດ ໃນຖານະທີ່ເປັນສາດຂະແໜງໜຶ່ງ ຈົນອາດກ່າວໄດ້ວ່າສາຂາ ວິຊາດ້ານການສື່ສານຂອງມະນຸດ ຫຼືນິເທດສາດເປັນສະຫະວິທະຍາ(Interdiscipline) ທິດສະດີ ແລະວິທີການສຶກສາ ດ້ານນິເທດສາດກໍອາສັຍລັກສະນະສະຫະວິທະຍາ (Interdisciplinary Apporach).
ຫາກກ່າວຣວມໄປເຖິງການເຜີຍແຜ່ພຣະພຸດທະສາສນາ ຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າແລ້ວ ພຣະ ອົງໄດ້ໃຫ້ຄວາມສໍາຄັນຂອງການສື່ສານເປັນຫົວໃຈຂອງການເຜີຍແຜ່ພຣະທັມຄໍາສັ່ງສອນຂອງພຣະອົງເຊັ່ນກັນ ດັ່ງຄໍາ ມີການຕັດສັ່ງໃຫ້ພຣະສົງຜູ້ທີ່ບວດດ້ວຍ “ເອຫິ ພິກຂຸ ອຸປະສັມປະທາ” ໃນຂະນະນັ້ນວ່າ “ທ່ານຈົ່ງໄປເພື່ອປະໂຫຍດ ສຸກແຫ່ງມະຫາຊົນທັງປວງ…” ອັນນີ້ ກໍສະແດງໃຫ້ເຫັນວ່າ ພຣະພຸດທະອົງເນັ້ນຄວາມສໍາຄັນຂອງການສື່ສານ ໂດຍ ໃຫ້ ພຣະພິກຂຸສົງເປັນຜູ້ເປັນຜູ້ໄປປະກາດພຣະສັດທັມທີ່ພຣະພຸດທະອົງຊົງຕັສຮູ້ ນອກຈາກນັ້ນສິ່ງທີ່ເຮັດໃຫ້ເຮົາເຫັນ ວ່າ ພຣະພຸດທະອົງໃຫ້ຄວາມສໍາຄັນຂອງການສື່ສານ ກໍຄື ມີການອະທິບາຍເພີ່ມຕື່ມວ່າ ພຣະພຸດທະອົງຊົງສັ່ງຫ້າມບໍ່ໃຫ້ ພຣະພິກຂຸຜູ້ບວດແລ້ວເດີນທາງໄປທາງດຽວກັນເກີນ 2 ອົງ, ຄືພຣະອົງຊົງຫ້າມພຣະພິກຂຸສົງບໍ່ໃຫ້ໄປທາງດຽວກັນ ຄືຫ້າມບໍ່ໃຫ້ຢຽບຮອຍຕີນກັນ ອັນນີ້ສະແດງໃຫ້ເຫັນວ່າພຣະອົງມີເປົ້າໝາຍເພື່ອຈະໃຫ້ພຣະພິກຂຸໄປໃນທິດຕ່າງໆ ເພາະຈະໄດ້ພົບຄົນທີ່ຢູ່ໃນທິດຕ່າງໆ ແລ້ວບອກຂ່າວການຕັດສະຮູ້ຂອງອົງສົມເດັດພຣະສັມມາສັມພຸດທະເຈົ້ານັ້ນເອງ, ອັນນີ້ຄືການສື່ສານທີ່ພຣະພຸດທະອົງຊົງອະນຸຍາດ ໃຫ້ພຣະພິກຂຸສົງໃຊ້, ໃນໄລຍະຫຼັງໆມາ ພຣະພຸດທະອົງຊົງອະນຸ ຍາດໃຫ້ພຣະສົງຊົງບວດກຸລບຸດໄດ້ເອງ ແລະຊົງໃຫ້ພຣະພິກຂຸສົງຊົງເທດສະໜາແກ່ປະຊາຊົນເອງ ອັນນີ້ພຣະອົງໄດ້ວາງ ຮາກຖານພຣະພຸດທະສາສນາໃຫ້ໝັ້ນຄົງ ດ້ວຍການສືສານທີ່ທັນສະໄໝໃນຂະນະນັ້ນ, ອັນນີ້ເຮົາຈະເຫັນໄດ້ວ່າ ການສື່ ສານກໍຄື ການທີ່ບຸກຄົນ ຫຼືກຸ່ມຄົນໜຶ່ງ ໄດ້ນຳເອົາສານຈາກທີ່ໜຶ່ງ ດ້ວຍພາຫານະຢ່າງໃດຢ່າງໜຶ່ງ ໄປໃຫ້ບຸກຄົນໆໜຶ່ງ ຫຼື ກຸ່ມຄົນຄົນໜຶ່ງ ຢູ່ທີ່ແຫ່ງໃດແຫ່ງໜຶ່ງໄດ້ຮັບ ເພື່ອເກີດຄວາມເຂົ້າໃຈ ຫລືສົນໃຈໃນຂ່າວສານນັ້ນ ໂດຍທົ່ວກັນ ຫຼືກົງກັນນັນ ເອງ.
ຈາກທີ່ບຸກຄົນຕ່າງໆຂ້າງຕົ້ນຂ້າງຕົ້ນ ໄດ້ໃຫ້ຄວາມໝາຍຂອງ “ການສືສານ” ໄວ້ ເຮົາຈະເຫັນໄດ້ວ່າ ສິ່ງທີ່ຄວາມ ໝາຍເຫຼົ່ານີ້ມີຢູ່ຮ່ວມກັນກໍຄື ການສື່ສານຂອງມະນຸດຕັ້ງຢູ່ບົນຫຼັກຂອງຄວາມສັມພັນ(Relationship) ກ່າວຄືໃນການສື່ ສານນັ້ນ ຈະຕ້ອງມີຜູ້ກ່ຽວຂ້ອງ 2 ຝ່າຍ, ຝ່າຍໜຶ່ງທຳນ້າທີ່ເປັນຜູ້ສົ່ງສານ ອີກຝ່າຍໜຶ່ງທຳໜ້າທີ່ເປັນຜູ້ຮັບສານ ທັງ ສອງຝ່າຍມີຄວາມກ່ຽວພັນ(ສັມພັນ)ກັນຢ່າງຫຼິກລຽງບໍ່ໄດ້ ເຮົາຈຶ່ງພໍສະຫຼຸບໄດ້ວ່າ “ການສືສານ” ຄືຂະບວນການຂອງ ການຖ່າຍທອດສານ (Message) ຮຽກວ່າຜູ້ສົ່ງສານ(Source) ໄປຍັງບຸກຄົນອີກຝ່າຍໜຶ່ງເຊິ່ງຮຽກວ່າ ຜູ້ຮັບສານ (Reccover) ໂດຍຜ່ານສື (Channel) ນັ້ນເອງ.
-------------------------------------------------------------------------------------
ກິດຈະກັມ:
ຈົ່ງຕອບຄຳຖາມຕໍ່ໄປນີ້
1. ການສື່ສານໝາຍຄວາມວ່າຢ່າງໃດ ?
2. ການທີ່ມີການເວົ້າວ່າ “ການສື່ສານຂອງມະນຸດຕັ້ງຢູ່ບົນຫຼັກຂອງຄວາມສັມພັນນັ້ນ(Relationship) ນັກສຶກສາມີຄວາມເຂົ້າໃຈເປັນເຊັ່ນໃດ ?.
3. ການສື່ສານທີ່ນັກສຶກສາມີຄວາມເຂົ້າໃຈນັ້ນ ເປັນເຊັ່ນໃດ ?
------------------------------------------------------------------------------------
ແນະແນວການສຶກສາໃນຫົວຂໍ້ນີ້.
1. ຈົ່ງສຶກສາກະບວນການຂອງການຖ່າຍທອດສານ ຈາກບຸກຄົນໆໜຶ່ງ ໄປຍັງບຸກຄົນອີກຄົນໜຶ່ງ ໂດຍຜ່ານສື່.
2. ການສືສານນັ້ນ ມີຜູ້ກ່ຽວຂ້ອງສອງຝ່າຍ ໂດຍມີການສັມພັນກັນ.
3. ຈົ່ງສ້າງຄວາມເຂົ້າໃຈຂອງການສືສານ ຕາມທັດສະນະຮຽນຮູ້ຂອງນັກສຶກສາເອງ.
-----------------------------------------------------------------------------------
ວິທີການສຶກສາ:
(ໃຫ້ຂຽນຄຳຕອບລົງໃນເຈັ້ຍແບບຝຶກຫັດຂອງທ່ານຫຼັງການຮຽນ ແລະການອ່ານບົດນີ້ແລ້ວ ຈະເຮັດໃຫ້ຜູ້ ສຶກສາຈັບປະເດັນຄວາມເຂົ້າໃຈໄດ້ຖືກຕ້ອງ ແລະແມ່ນຢຳ).
----------------------------------------------------------------------------------
ສຶກສາຂໍ້ຄວາມເພີ່ມຕື່ມ
- ຄຳວ່າ “ຜູ້ສົ່ງສານ” ໃນພາສາອັງກິດນັ້ນຍັງມີຄຳອື່ນໆອີກ ທີ່ໃຊ້ກັນຫຼາຍຄຳ ເຊັ່ນ: Communicator, Origi-nator, Generetor, sender ເປັນຕົ້ນ.
- ຄຳວ່າ “ສື່” ກໍມີຄຳໃຊ້ກັນຢູ່ຄຳໜຶ່ງຄື Medium(ເອກພົດ) ຫຼື Media”(ພະຫູພົດ).
- ຄຳວ່າ “ຜູ້ຮັບສານ” ໃນພາສາອັງກິດມີຄຳອື່ນໃຊ້ຮ່ວມກັນຫຼາຍຄຳ ເຊັ່ນ: Destination, Recipient, Perceiver, Communicatee, Audience, Public ເປັນຕົ້ນ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໘໔ ກະທູ້
໙໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ວຍກັນອອກຄຳເຫັນ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ປາດຄືມາຫຼາຍແທ້ບໍ່ມີເວລາລາຍມາອ່ານດອກ.
ສະຫຼຸດແລ້ວວ່າເອົາມາໃຫ້ອ່ານ ແລ້ວ ໃຫ້ຫາຄຳຕອບ ອັນຄວາມໝາຍວັດຖຸປະສົງ ແລະ ປະເພດຂອງການສື່ສານຫັນວະຕີ.