ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄວາມເປັນມາແຫ່ງອັກສອນລາວ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນລາວຕາມຫຼັກຖານປະຫວັດ ຢັ້ງຢືນວ່າໄດ້ປາກົດຕົວຂຶ້ນມາໃນໂລກ ໕໐໐໐ ກວ່າປີ ແລ້ວ ເປັນຢ່າງຕ່ຳ ເຊິ່ງນັກປະຫວັດສາດໄດ້ຖືເອົາຫຼັກຖານບູຮານຄະດີ, ຫຼັກຖານທາງຊົນເຜົ່າ, ຫຼັກຖານທາງວັດຖຸ ແລະ ຫຼັກຖານທາງອັກສອນ ແລະ ພາສາຂອງລາວທີ່ຄົນລາວໃຊ້ຢູ່ປັດຈຸບັນ ແລ້ວວິເຄາະຕາມໝ່ວຍສຽງຂອງເຜົ່າຊົນ ທີ່ໃຊ້ພາໃນຕະ******ນດຽວກັນ ເປັນເຄື່ອງມືໃນການຄົ້ນ ຄວ້າ, ນັກຄົ້ນຄວ້າປະຫວັດສາດທາງພາສາ ໄດ້ຜນວກພາສາລາວເຂົ້າຢູ່ໃນກຸ່ມ “ພາສາຕະ******ນໄຕ” ເຊິ່ງມີນັກພາສາສາດຕ່າງປະເທດໄດ້ຄົ້ນຄວ້າຕົ້ນຕະ******ນພາສາໃນກຸມຂອງຊົນຊາວໄຕລາວ (ຫຼືຊາວໄທ ບໍ່ແມ່ນໄທຍ໌), ເນື່ອງຈາກກຸມຊົນທີ່ເປັນກຸ່ມດຽວກັນນີ້ ມັກຈະຮຽກຕົນເອງວ່າ “ໄຕ” ເຊັ່ນ ໄຕລື້, ໄຕອາຫົມ, ໄຕໃຫຍ່, ໄຕແດງ, ໄຕດຳ, ໄຕພວນ, ໄຕຍວນ, ຜູ້ໄທ, ໄຕນ້ຳ, ໄຕຍູ້, ໄຕເໜີໄຕນ້ຳ, ໄທລາວ, ໄທຈ້ວງ ແລະ ອື່ນໆ ທີ່ຢູ່ໃນ ແລະ ນອກປະເທດລາວ, ການສຶກສາຂອງນັກພາສາສາດສະຫຼຸບວ່າ ບັນດາຊົນຊາດຕະ******ນໄຕ ລ້ວນແຕ່ເວົ້າພາສາດຽວກັນ ແຕ່ມີສຳນຽງແຕກຕ່າງກັນ, ພາສາຕະ******ນໄຕ ມັກເປັນຄຳໂດດ ຫຼືຄຳດ່ຽວ, ຄົນໄຕທີ່ຢູ່ໃນປະເທດລາວມິພາສາເວົ້າ ເໝືອນກັນ ແລະ ມີຄວາມແຕກຕ່າງກັນທາງດ້ານສຳນຽງ ແລະ ລັກສະນະຄຳບາງຄຳເທົ່ານັ້ນ, ຫາກຄົນໄຕຢູ່ໃນພະມ້າ ພາສາບາງພາສາກໍຄ້າຍໄປທາງພະມ້າ, ຢູ່ປະເທດຈີນກໍຄ້າຍໄປທາງຈີນ,ເຊັ່ນດຽວກັບ ຄົນໄທລາວຢູ່ທາງຂະເໝນ ຫວຽດນາມມັກຈະມີສຳນຽງ ແລະ ສັບເອນອຽງໄປ ທາງຂະເໝນ ແລະ ຫວຽດນາມ ເຊັ່ນດຽວກັບຄົນລາວຢູ່ໃນພາກອີສານ ແລະ ພາກເໜືອ ຂອງ ໄທຍ ເຊິ່ງວິວັດທະນາການທາງໂຄງສ້າງສັງຄົມ ແລະ ວັດທະນະທັມຄ້າຍລາວ ໄດ້ຫ່າງເຫີນ ຈາກລາວບໍ່ເຖິງ ໓໐໐ ປີ ທີ່ເປັນຄົນກຸ່ມໃຫຍ່ຂອງປະເທດໄທຍ໌ ກໍຍັງມີສຳນຽງ ແລະ ເຄົ້າໂຄງ ທາງພາສາຜ້ຽນໄປຈາກພາສາລາວ ຫຼືໄທລາວແທ້ຫຼາຍສົມຄວນ.
ເມື່ອເອົາລັກສະນະຄຳ, ໂຄງສ້າງສຽງ, ສຳນຽງ ແລະ ພາສາຂອງກຸ່ມຊົນເຫຼົ່ານີ້ ມາສົມ ທຽບ ແລະ ຫາເຄົ້າໂຄງແລ້ວ ເຫັນວ່າພາສາຕະ******ນໄຕ ຫຼືພາສາຕະ******ນລາວເຫຼົ່ານີ້ມາຄົ້ນ ຄວ້າ ເບິ່ງແລ້ວ ເຫັນວ່າພາສາຕະຕູນໄທລາວເປັນພາສາບູຮານ ເຊິ່ງເປັນພາສາອີກຂະແໜງໜຶ່ງຂອງມະນຸດບູຮານ ທີ່ພັດທະນາການມາແຕ່ຍຸກຫີນ.
ພາສາລາວ ຫຼືພາສາຕະ******ນລາວ ເປັນພາສາທີ່ໂອນອຽງ ແລະ ຄ້ອຍໄປຕາມສຽງຂອງພາ ສາອື່ນໄດ້ ດ້ວຍສຽງຂອງວັນນະຍຸດ ແລະ ອັກສອນທີ່ຜັນໄປຕາມສຽງຂອງພາສາອື່ນໄດ້ ຈຶ່ງເຮັດ ໃຫ້ເຮົາຮູ້ວ່າ ພາສາລາວເປັນພາສາຂອງມະນຸດດຶກດຳບັນ ທີ່ສ້າງປະໂຫຍກ ແລະ ໜ່ວຍສຽງ ຂອງມະນຸດມາສຸດຍອດ ແລະ ເຫິງນານແລ້ວ, ກົງກັນຂ້າມກັບພາສາອື່ນ ບໍ່ສາມາດຜັນສຽງ ຕາມສຽງຂອງພາສາລາວໄດ້ ນັ້ນຄືການພັດທະນາການໜ່ວຍສຽງຂອງພາສາ ທີ່ຍັງບໍ່ທັນສົມ ບູນແບບ.
ການທີ່ມີຜູ້ອ້າງວ່າພາສາລາວບໍ່ມີວັນນະຍຸດນັ້ນ ເປັນສິ່ງທີ່ອ້າງບໍ່ຖືກ ເພາະສຽງຂອງ ພາສາລາວນັ້ນ ມີສຽງວັນນະຍຸດຄົບທຸກໜ່ວຍສຽງ ສາມາດຜັນສຽງໄປຕາມພາສາອື່ນ ແລະ ມີ ສຽງຄື້ນຂຶ້ນລົງຕາມໂຄງສ້າງຂອງພາສາ ເຖິງວ່າໃນການຂຽນອັກສອນລາວທັງສອງແບບ ຄືອັກ ສອນບູຮານ ແລະ ລາວເດີມບໍ່ປາກົດເຫັນມີວັນນະຍຸດກໍຕາມ ແຕ່ສຽງວັນນະຍຸດໃນພາສາລາວ ນັ້ນມີຄົບສົມບູນຄື ສຽງສາມັນ, ສຽງເອກ, ສຽງໂທ, ສຽງຕີ, ສຽງຈັນຕະວາ ຄົບໃນຕົວມັນເຊັ່ນ, ກາ, ກ່າ, ກ້າ, ກ໋າ, ກ໊າ, ການຜັນສຽງຂອງວັນນະຍຸດລາວຍ່ອມເປັນໄປຕາມໝວດອັກສອນຕ່ຳ, ກາງ, ສູງ ແລະ ສຣະ.

໑. ພາສາລາວ: ພາສາລາວມີທັງອັກຂະຣະພາສາ(ພາສາອັກສອນ) ແລະ ວັດຈະນະພາສາ(ພາສາເວົ້າ).
໑. ໑. ວັຈຈະນະພາສາ ໝາຍເອົາພາສາເວົ້າຂອງ ຄົນລາວ ພາສາລາວ ມີພາສາເວົ້າ ທີ່ມີຫຼາຍສຳນຽງ ແຕ່ຢູ່ໃນໂຄງສ້າງດຽວກັນ ຫືຼມີເຄົ້າສຽງດຽວກັນຄື, ກິນ, ເຂົ້າ, ໄປ, ເຮືອນ, ບ້ານ, ມາ, ຜັກ, ປາ, ໝູ, ໝາ, ທົ່ງ, ແລະ ອື່ນໆ, ມີພາສາບາງພາສາຂອງກຸ່ມຊົນມີອັກແຕກ ຕ່າງກັນເລັກນ້ອຍນັ້ນບໍ່ໄດ້ຖືວ່າເປັນຄວາມແຕກຕ່າງແຫ່ງເຊື້ອຊາດ, ເຊັ່ນຊາວຈຳປາສັກປາກ ເຊຮຽກວ່າ “ຜັກອີ່ເລີດໃຕ້, ຜັກຫອມຫໍ້” ທາງວຽງຈັນ ຮຽກວ່າ “ຜັກຂາວທອງ, ຜັກຫອມລາບ” ລັກສະນະທາງໂຄງສ້າງຂອງພາສາກໍເປັນໄປໃນທາງດຽວກັນ ເຊັ່ນ: ກິນເຂົ້າ, ໄປນາ, ຫູງເຂົ້າ, ເຮັດນາ, ຄືມີລັກສະນະປະໂຫຍກທີ່ມີເອກະ ລັກສະເພາະ ຄື:
ກ. ເປັນຄຳດ່ຽວ, ຫຼືຄຳໂດດ. ກິນ, ນອນ, ຄວາມ, ຄຳ, ຄິດ ຯລຯ
ຂ. ເປັນຄຳຜະສົມ ແຕ່ສອງພະຍາງຂຶ້ນໄປ, ເຊັ່ນ ຊຸບຜັກ, ຄິດຮອດ, ສົ່ງຂອງ ຯລຯ
ຄ. ປະໂຫຍກຄຳເວົ້າບໍ່ກັບຄຳ ຄືເວົ້າໄປບໍ່ຜວນຄຳ ເຊັ່ນ ໄປໃສມາ, ເວລາມີຄ່າສເມີ, ການສ້າງເຮືອນແປງຊານໃນຍາມແລ້ງຖືວ່າຖືກຄອງຯລຯ
ງ. ມີປະທານມີກັມ ມີກິຣິຍາ ແມ່ນລຽນກັນໄປຈາກຊ້ານຫາຂວາ ເຊັ່ນ ຂ້ອຍຮູ້ວ່າເຈົ້າ ຊິມາຫາຂ້ອຍ”
ຈ. ຄຳດ່ຽວແມ່ນມີຄວາມໝາຍໃນຕົວເອງ ເຊັ່ນ ກິນ, ໄປ, ຮ້ອນ, ນອນ, ນັ່ງ ແລະ ອື່ນໆ
ສ. ຄຳເວົ້າທຸກຄຳ ມີສຽງກົງກັບອັກສອນຕັ້ງທຸກຄຳ ເຊັ່ນ ໜຶ່ງ, ສອງ, ສາມ, ຢູ່, ນອນ (ໜ, ສ, ສ, ຢ, ນ)
ຊ. ມີສຽງວັນນະຍຸດໃນໂຕຂອງມັນເອງ.
ພາສາເວົ້າຂອງລາວ ຫຼືເໝືອນກັບພາສາອື່ນໆໃນໂລກ ຍ່ອມເກີດຂຶ້ນຈາກກຸ່ມຄົນລາວ ທີ່ເປັນບັນພະບູຣຸດລາວ ແລະ ຄ່ອຍພັດທານາມາເປັນພາສາລາວທີ່ສົມບູນ ເມື່ອວິວັດທນະການ ທາງສັງຄົມ ການເມືອງ, ເສດຖະກິດໄດ້ປ່ຽນໄປຕາພາວະວິໄສ ພາສາລາວກໍໄດ້ປັບປຸງປ່ຽນ ແປງຕົນ ໄປຕາມທີ່ກ່າວແລ້ວ ເພາະພາສາກໍຄືການສື່ສານ ທີ່ມະນຸດເປັນສັດສັງຄົມ ເຊິ່ງຈຳ ເປັນຕ້ອງການພາສາເພື່ອເປັນສັນຍາລັກ ໝາຍໃຫ້ຮູ້ກົດລັບ ແລະ ກະຕິກາການກຳນົດສັບ ທີ່ເກີດຂຶ້ນຕາມທັມມະຊາດ ສາມັນສຳນຶກຂອງກຸ່ມຊົນ ແລ້ວພັດທະນາມາເປັນພາສາທີ່ມີເອກະ ລັກ ທີ່ກຸ່ມຊົນຮັບຮູ້ ແລະ ຍອມຮັບດ້ວຍກັນ ແລ້ວພັດທະນາຂຶ້ນຈົນສົມບູນ ກໍຣະນີນີ້ບໍ່ປາກົດຫຼັກ ຖານວ່າ ຄົນລາວປະດິດພາສາຂອງຊາດຕົນເລີຍ ສະນັ້ນຈຶ່ງເຮັດວ່າຄົນລາວມີພາສາຂອງຕົນ ເປັນໄປໂດຍທັມມະຊາດ ທີ່ພັດທະນາພ້ອມກັບຊາດລາວ.

໑.໒. ອັກຂະຣະພາສາ : ໝາຍເອົາພາສາອັກສອນ ທີ່ເປັນພາສາສັນຍາລັກ ແລະ ເອກະ ລັກໃນໂຕຂອງມັນເອງ, ດັ່ງທີ່ເຮົາຮູ້ນຳກັນແລ້ວພາສາຂຽນ ຫຼືອັກຂະຣະພາສາ ເປັນພາສັນຍາ ລັກ ເມື່ອສັງຄົມ ແລະ ກຸ່ມຊົນຮັບຮູ້ແລ້ວ ພາສາຂຽນກໍກາຍເປັນພາສາເອກລັກໄປພ້ອມ, ພາສາຂຽນຂອງທຸກໆຊາດ ຣວມທັງອັກສອນໃນພາສາລາວ ແມ່ນຖືກກຳນົດຂຶ້ນໂດຍສັງຄົມ ເພື່ອຄົງໄວ້ ຫຼືບັນທຶກພາສາເວົ້າໃຫ້ຄົງຢູ່ເທົ່ານັ້ນ.
ພາສາຂຽນຂອງລາວເທົ່າທີ່ປາກົດໃນປັດຈຸບັນ ແມ່ນມີສອງແບບ ເຊິ່ງເຮົາຮຽກວ່າໜັງສື ຫຼືອັກສອນ ຫຼືອັກຂະຣະ ອັກຂະຣະທີ່ເຮົາຍອມຮັບ ແລະ ໃຫຊ້ກັນໃນກຸມຊົນຊາວລາວມີ ໒ ແບບ ຄື ອັກສອນລາວບູຮານ(ເມື່ອສະຕະວັດທີ ໒໐ ເຮົາຮູ້ກັນໃນນາມອັກສອນທັມ ຫຼືໜັງສືທັມ) ແລະ ອັກສອນລາວເດີມ.
- ອັກສອນລາວບູຮານ ບາງຄັ້ງກໍຮຽກອັກສອນທັມຂອງຊົນເຜົ່າຕ່າງໆ ຄື ອັກສອນທັມ ລາວ, ອັກສອນທັມຍວນ(ໄທຍ໌ວ່າຕົວເມືອງ ຫຼືໜັງສືທັມລ້ານນາ) ອັກສອນທັມລື້ ແລະ ອັກສອນໄທໃຫຍ່, ສ່ວນອັກສອນທັມທີ່ໃຊ້ໃນພາກອີກສານ ແມ່ນອັກສອນທັມລາວ ຫຼືຄົນໄທຍ ແລະ ຄົນອີ ສານເອງຮຽກວ່າໜັງສືທັມອີສານ, ບາງຄັ້ງກໍຮຽກວ່າອັກສອນທັມລ້ານຊ້າງ ລັກສະນະຂອງອັກ ສອນທັມອີສານ ມີລັກສະນະ ແລະ ຮູບຊົງຄືກັບອັກສອນທັມລາວທຸກຢ່າງ ເພາະພັດທະນາມານຳກັນ, ສ່ວນອັກສອນທັມລື້ ຈະຄ້າຍໄປທາງອັກສອນໄທຍ່ ແລະ ອັກສອນໄທຍໃຫຍ່ ຄ້າຍຄືກັບອັກສອນພະມ້າ ແຕ່ເຄົ້າ ແລະ ຮູບແບບທັງມວນຈະບໍ່ຕ່າງຈາກອັກສອນທັມລ້ານຊ້າງທາງພາກ ເໜືອ(ຫຼວງພຣະບາງເທົ່າໃດ) ສ່ວນອັກສອນທັມຍວນຈະເໝືອນກັນກັບອັກສອນທັມລື້ ແຕ່ເພີ່ມອັກຂະຣະບາງຕົວຂຶ້ນມາໃໝ່, ທັງນີ້ທັງນັ້ນອັກສອນເຫຼົ່ານີ້ ຈະມີໂຄງສ້າງທາງອັກສອນຄືກັນທັງໝົດ.

ກ. ລັກສະນະອັກສອນບູຮານລາວ(ໄຕ)
໑. ມີຕົວມົນ, ກົມ.
໒. ເວລາຂຽນແມ່ນຂອດທາງຫົວໄປທາງຫາງ(ອັກສອນທັມທຸກຕົວຈະມີຫົວ ແລະ ຫາງ ເວັນຕົວ “ວ”)
໓. ມີທັງອັກສອນເຄົ້າ ແລະ ອັກສອນເຟື້ອງ.
໔. ເວລາປະສົມອັກສອນນັ້ນ ຈະຕັ້ງຢູ່ທາງໜ້າ, ເທິງ, ລຸ່ມ, ຫຼັງ ແລະ ບາງຄັ້ງຈະຊ້ອນ ກັນຂຶ້ນທາງເທິງໄປອີກ ຫຼືຊ້ອນກັນລົງທາງລຸ້ມ.
໕. ມິຫົວ ແລະ ມີຫາງ ປະກອບເປັນຕົວ.
໖. ບໍ່ປາກົດມີວັນນະຍຸດ ແຕ່ເວລາອ່ານມີສຽງວັນນະຍຸດໃນໂຕ.

- ອັກສອນລາວ ຫຼືອັກສອນບູຮານລາວ.
ອັກສອນລາວ ຫຼືອັກສອນບູຮານລາວ ເຊິ່ງເປັນອັກສອນຂອງຊາດ ທີ່ປາກົດໃຊ້ຫຼາຍທີ່ສຸດແມ່ນຢູ່ໃນກຸ່ມຊົນເຊື້ອສາຍລາວ ຄືລາວໃນປະເທດລາວ ແລະ ລາວໃນປະເທດໄທຍ໌(ຊາວອີສານ) ທີ່ໃຊ້ໃນປະເທດລາວຮຽກວ່າ ອັກສອນລາວ, ສ່ວນໃຊ້ໃນປະເທດໄທຍ໌ ຮຽກວ່າອັກສອນໄທຍນ້ອຍ ເຊິ່ງຊື່ນີ້ຖືກຕັ້ງຂຶ້ນໃນສະໄໝຣັຊການທີ ໓-໕ ຫຼັງຈາກທີ່ໄທຍສຍາມໄດ້ບັນຍັດອັກ ສອນໄວ້ໃນເຄື່ອງພິມດີດໂດຍໝໍດ໊ອດ ເນື່ອງຈາກຄົນສຍາມສ່ວນຫຼາຍຍັງໃຊ້ອັກສອນແບບນີ້ຂຽນໃນຊີວິດປະຈຳວັນຢູ່, ຈຶ່ງເຮັດໃຫ້ສັງຄົມສຍາມີອັກສອນໃຊ້ສອງແບບ ຈຶ່ງຮຽກອັກສອນເຫຼົ່າ ລາວນີ້ວ່າອັກສອນໄທຍ໌ນ້ອຍ ໝາຍເຖິງອັກສອນລາວນັ້ນເອງ ເພາະຄົນລາວໃນຄວາມໝາຍຂອງໄທຍ໌ກໍຄືຄົນໄທພວກໜຶ່ງ.
ອັກສອນເຫົຼ່ານີ້ ບໍ່ແມ່ນໄດ້ມາຈາກອັກສອນປາລີ ແລະ ອັກສອນສັງສະກິດ ຫຼືອັກສອນ ພຣົມໝີແຕ່ຢ່າງໃດ ແຕ່ແມ່ນອັກສອນທີ່ບັນພຣະບູຣຸດລາວເຮົາສ້າງຂຶ້ນ ແລະ ໃຊ້ກັນໃນກຸ່ມຊົນ ແຕ່ລະອານາຈັກ ຈົນເຖິງສະຕະວັດທີ ໑໓ ພຣະເຈົ້າຟ້າງຸ່ມມະຫາຣາຊ ໄດ້ທ້ອນໂຮມອານາຈັກ ຈັກເອກະຣາຊເຫຼົ່ານັ້ນ ເປັນອັກດຽວກັນ ແລະ ຮຽກວ່າອານາຈັກລ້ານຊ້າງ ອັກສອນດັ່ງກ່າວກໍໄດ້ນຳໃຊ້ໃນກຸ່ມຊົນລາວຜສົມກັນ, ທັງສອງແບບ ຈົນມາຮອດທີ່ລາວຈະບັນຍັດພາສາ ແລະ ອັກ ສອນເປັນອັກສອນຊາດ ໃນສະໄໝພຣະບາດສົມເດັດພຣະເຈົ້າສີສະຫວ່າງວົງ(ສະໄໝຝຣັ່ງ) ຈຶ່ງເອົາອັກສອນລາວບູຮານ ຂຽນສູດທັມລຳພຣະເຈົ້າ ແລະ ວັນນະຄະດີທາງພຸດທະສາສນາຕ່າງໆ ຮຽກວ່າອັກສອນພຸດທະຈັກ ຄົນທັງຫຼາຍມັກຮຽກວ່າອັກສອນທັມ ເພາະຂຽນຄຳທັມ, ສ່ວນອັກສອນລາວເດີມ ໃຫ້ຮຽກ ວ່າອັກສອນອານາຈັກ ເຊິ່ງຮຽກວ່າອັກສອນລາວ.

ກ. ລັກສະນະອັກສອນລາວເດີມ.
໑. ເປັນຕົວມົນ ແລະ ມີລັກສະນະແຕກຕ່າງກັນໄປຕາມທ້ອງຖີ່ນທີ່ໃຊ້ ແລະ ມີຮູບບໍ່ ເໝືອນກັນ ເພາະອິງຕາມລາຍມືຂອງແຕ່ລະຄົນ ແລະ ຢຶດຖືຈົນກາຍເປັນເອກລັກ ຈຶ່ງເຫັນອັກ ສອນລາວເດີມມີຫຼາຍແບບ.
໒. ມີອັກສອນເຟື້ອງບາງຕົວ.
໓. ຜສົມໄດ້ທັງ ໔ ດ້ານ.
໔. ມີອັກສອນຜສົມ.
໕. ມີສຽງວັນນະຍຸດ ຄົບທຸກໜ່ວຍສຽງ.

ສຣຸບ,
ພາສາລາວ ທີ່ເປັນວັຈຈະນະພາສາ ເປັນພາສາລາວເດີມ ເກີດຈາກຊົນຊາວລາວຕັ້ງ ແຕ່ບູຮານ, ເປັນຄຳໂດດ ແລະ ຄຳຜສົມ, ພາສາລາວປັດຈຸບັນສ່ວນຫຼາຍ ມີອິດທິພົລມາຈາກພາສາປາລີສ່ວນຫຼາຍ ແລະ ພາສາສັນສະກິດສ່ວນນ້ອຍ ແລະ ພາສາອື່ນຜສົມຢູ່, ຄຳໃດທີ່ເປັນ ຄຳມາຈາກພາສາປາລີນັ້ນ ແມ່ນຕ້ອງຖືກປ່ຽນມາເປັນພາສາລາວໂດຍວິທີທາງໄວຍາກອນ.
ສ່ວນອັກຂະຣະພາສາ ສ່ວນໃຫຍ່ເປັນພາສາທີ່ຕິດພັນກັບຄົນ ແລະ ຄົນລາວເປັນຜູ້ສ້າງ ຂຶ້ນ ເຊິ່ງມີຫຼັກຖານມາຈາກຊົນເຜົ່າໄຕທັງຫຼາຍທີ່ໃຊ້ອັກສອນແບບດຽວກັບລາວ.
ອັກສອນປາລີ ແລະ ອັກສອນສັນສະກິດ ບໍ່ໄດ້ເຂົ້າມາມີບົດບາດ ແລະ ປັບປ່ຽນອັກສອນ ລາວເລີຍ, ເພາະຄັມພີທາງສາສນານັ້ນ ບໍ່ໄດ້ພົບຫຼັກຖານວ່າ ມີການເອົາຄັມພີສາສນາມາຍັງ ສຸວັນນະພູມ ແຕ່ມີຫຼັກຖານເຂົ້າມາຂອງພຣະສົງ, ການເຂົ້າມາຂອງພຣະສົງໃນສະໄໝນັ້ນ ກໍແມ່ນຍຸກຂອງການໃຊ້ມຸຂະປະຖະ(ຄືພຣະສົງຈົດຈຳເອົາພາປາລີມາເຜີຍແຜ່) ການຕໍ່ມາເພື່ອບັນທຶກພຣະໄຕປິດົກໄວ້ພຣະສົງລາວ ກໍຄືພຣະສົງຊາວຕ່າງອານາຈັກ ກໍເອົາອັກສອນທ້ອງຖິ່ນບັນທຶກພາສາປາລີ ເຊິ່ງເປັນພຸດທະວະຈະນະ ກໍຖືເອົາອັກສອນລາວ ແລະ ອັກສອນທັມບັນທຶກ ສະນັ້ນເຮົາຈຶ່ງເຫັນອັກສອນລາວ ແລະ ອັກສອນທັມບັນທຶກຄຳປາລີຫຼວງຫຼາຍ.
ຕົວຢ່າງ
ທີ່ອານາຈັກສຍາມ ເນື່ອງຈາກສຍາມເປັນກຸມຊົນດຽວກັບມອນ ແລະ ຂອມ ແລະ ຖືກປົກ ຄອງໂດຍຂອມ ສະນັ້ນພຣະໄຕຣປິດົກສຍາມ ຈຶ່ງໃຊ້ອັກສອນຂອມບັນທຶກ ທັງເປັນອັກສອນຂອງອານາຈັກດ້ວຍ ມາຈົນເຖິງສມັຍຕົ້ນຣາຊະການທີ ໑ ແຫ່ງຣັຕນະໂກສົນ ຈຶ່ງປະຍຸກ ອັກສອນ ສຍາມ(ໄທຍ໌) ເປັນອັກສອນຂອງຊາດເທົ່າບັດນີ້.
ທີ່ລ້ານນາ ໃຊ້ອັກສອນຍວນບັນທຶກພຣະໄຕປິດົກ ທັງເປັນອັກສອນຊາດດ້ວຍ, ຈົນລ້ານ ນາກາຍເປັນຫົວເມືອງຊ່ວຍຂອງສຍາມ(ພ້ອມກັບລາວ) ຈົນມາຮອດສມັຍຣາຊກາຣທີ ໕ ຂຍາຍໂຮງຮຽນປະຊາບານຮອດຫົວເມືອງຮອບນອກ ຈຶ່ງເຮັດໃຫ້ຊາວລ້ານນາຣຸ້ນໃໝ່ຮຽນອັກສອນໄທຍ໌ສຍາມ.
ທີ່ອານາຈັກລ້ານຊ້າງໃຊ້ອັກາສອນລາວ ແລະ ອັກສອນທັມ ມີອະນາເຂດກວ້າງຂວາງ ຈົນຮອດລົບບູຣີ ສຸໂຂໄທ ແລະ ຈຳປາສັກ.
ເຖິງວ່າອຳນາດທາງການເມືອງ ແລະ ການປົກຄອງຂອງລ້ານຊ້າງຍັງບໍ່ປາກົດຫຼັກຖານ ວ່າມີອິດທພົນຮອດລົບບູຣີ ແລະ ສຸໂຂໄທກໍຕາມ ແຕ່ສຸໂຂໄທ ແລະ ລົບບູຣີ ກໍໄດ້ຮັບອິດທິພົນທາງ ພາສາ ແລະ ອັກສອນຕະ******ລໄທລາວ, ຈົນເຖິງສມັຍທີ່ອາຍຸທະຍາ ໄດ້ແຜ່ອິດທິພົນມາເຖິງສຸໂຂ ໄທ ແລະ ອາຍຸທະຍາແລ້ວ, ພາສາ ແລະ ອັກສອນລາວກໍໄດ້ກາຍເປັນອັກສອນ ແລະ ພາສາຂອງ ຊົນເຫຼົ່ານີ້ ທາງດ້ານອັກສອນ ແລະ ພາສາລາວກໍໄດ້ ເຂົ້າສູ່ຫົວເມືອງສຍາມຈົນເຖິງຣັຊການ ທີ ໑ ແຫ່ງຣັຕນະໂກສິນ.
ທີ່ອານາຈັກຊຽງຮຸ່ງ ແລະ ຊຽງຕຸງໃຊ້ອັກສອນໄທລື້ ກໍໃຫຊ້ອັກສອນລາວບູຮານ ແຕ່ ເນື່ອງຈາກຊົນໄທລາວເຫຼົ່ານີ້ ໄດ້ຕົກຢູ່ພາຍໃຕ້ອິດທິພົນພະມ້າ ອັກສອນກໍໄດ້ເບນບຽງ ໄປ ທາງພະມ້າ ແຕ່ທັງນີ້ທັງນັ້ນການຕໍ່ມາພາບຫຼັງ ທາງອຳນາຈການປົກຄອງຂອງຊົນຊາດ ເຫຼົ່່າ ກໍໄດ້ຢຶດເອົາໜັງສືແບບໃດແບບໜຶ່ງໃນຈຳນວນຫຼາຍຮູບ ມາເປັນແມ່ແບບໃນການປະດິດອັກ ສອນຊາດຕົນ ຢ່າງມີເອກລັກ ໃນທີ່ສຸດອັກສອນໄທລາວ ຈຶ່ງມີລັກສະນະແຕກຕ່າງກັນ ດັ່ງ ທີ່ປາກົກໃນປັດຈຸບັນ ດັ່ງນີ້ເປັນຕົ້ນ.
----------------------------------
ໜັງສືອ້າງອິງ:
- ພາສາຕະ******ນໄທ ເຣື່ອງເດດ ບັນເຂື່ອນຂິດ.
- ປະຫວັດອັກສອນລາວ ສີລາ ວິຣະວົງ
- ພຣະສັງຄະຣາຊລາວ ສະບັບອັກສອນໄທຍ໌
- ປະຫວັດອັກສອນລາວ ສີລາວິຣະວົງ
- ໜັງສືພຣົມມະຊາດລາວ ສະບັບລາຍມືຂຽນແບບຕົວເຟື້ອງ ໄດ້ຈາກຫຼວງພຣະບາງ.
- ສົມທຽບ ອັກສອນທັມ ແລະ ອັກສອນລາວໃນໃບລານ ທີ່ພົບໃນທີ່ຕ່າງ ທັງລາວ ແລະ ໄທຍ໌
- ສີລາຈາຣືກ ທີ່ພົບໃນວັດວິຊຸນ ປັດຈຸບັນຍ້າຍໄປໄວ້ທີ່ພຣະຣາຊະວັງ.
- ສີລາຈຣືກ ທີ່ພົບໃນວັດແສນ ແລະວັດພຣະຫົດເມືອງຊະນະຄາມ.
- ສີລາຈາຣືກ ພຣະທາດຫຼວງ ແລະຫໍພຣະແກ້ວ.
- ສີລາຈາຣືກ ທີ່ພົບໃນພາກອີກສານ (ໄທຍ໌)
- ພຸດທະສາສນາ ຂອງທ່ານຟີໂນຕ ພຸດທະບັນດິດສະພາຈັນທະບູຣີພິມ ໃຊ້ອັກສອນລາວເດີມພິມ(໑໙໓໒)
- ວິທະຍາສານ ມໍຣະລະດົກລ້ານຊ້າງ ປີທີ ໑ ສະບັບທີ ໑ ມັງກອນ -ມິຖຸນາ ໑໙໘໖, ໜ້າທີ ໘໕ ສີສະເຫວີຍສຸວັນນີ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ "ບັນກາພາສາລາວ".
- ວິທະຍາສານ ມໍຣະລະດົກລ້ານຊ້າງ ປີທີ ໑ ສະບັບທີ ໑ ມັງກອນ -ມິຖຸນາ ໑໙໘໖, ໜ້າທີ ໖໓ "ພົບສີລາຈາຣືກຫຼັກໜຶ່ງ ເປັນອັກສອນລາວເດີມ ອາຍຸ ໘໐໐-໑໐໐໐ ປີ"
- ວິທະຍາສານ ມໍຣະລະດົກລ້ານຊ້າງ ປີທີ ໑ ສະບັບທີ ໑ ມັງກອນ -ມິຖຸນາ ໑໙໘໖, ໜ້າທີ "ວັນນະກັມທ້າວຮຸ່ງທ້າວເຈືອງ" ຫູມພັນ ຣັດຕະນະວົງ.
- ວິທະຍາສານ ມໍຣະລະດົກລ້ານຊ້າງ ປີທີ ໑ ສະບັບທີ ໑ ມັງກອນ -ມິຖຸນາ ໑໙໘໖, ໜ້າທີ ໑໕໓ "ບົດລາຍງານ ວ່າດ້ວຍນະໂຍບາຍພາສາລາວ" ຫຸມພັນ ຣັດຕະນະວົງ.
- ວິທະຍາສານ ມໍຣະລະດົກລ້ານຊ້າງ ປີທີ ໑ ສະບັບທີ ໑ ມັງກອນ -ມິຖຸນາ ໑໙໘໖, ໜ້າທີ
- ຄາຖາທັມມະບົດ (ຈັດພິມໂດຍ ເຍົາວະພຸດທະກະສະມາຄົມ ແຫ່ງພຣະຣາຊະອານາຈັລາວ" ພ.ສ ໒໕໑໕.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ຍາວ ອະຫລີ໋

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ມື້ຫນ້າມາອ່ານຕໍ່

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານໆໆໆໃຫ້ສຸດໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໕ ກະທູ້
໕໓ ໂພສ
ຂາປະຈຳເວັບບອດ
ຂໍແບບໜັງສືທຳໄດ້ບໍ່
ຢາກເຫັນ
ຢາກຮຽນ ແຕ່ບໍ່ຢາກບວດ
ທັງນີ້ກໍ່ເພາະ ”ຕັກກິເລດບໍ່ໄດ້”


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບວດກ່ອນຈຶ່ງຕັດກິເລດ ຢາກໄດ້ຟອນອັກສອນທັມ ສົ່ງເມລ(ຫຼັງໄມ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lacom ຂຽນວ່າ...
ຂໍແບບໜັງສືທຳໄດ້ບໍ່
ຢາກເຫັນ
ຢາກຮຽນ ແຕ່ບໍ່ຢາກບວດ
ທັງນີ້ກໍ່ເພາະ ”ຕັກກິເລດບໍ່ໄດ້”


ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ lacom ຂຽນວ່າ...
ຂໍແບບໜັງສືທຳໄດ້ບໍ່
ຢາກເຫັນ
ຢາກຮຽນ ແຕ່ບໍ່ຢາກບວດ
ທັງນີ້ກໍ່ເພາະ ”ຕັກກິເລດບໍ່ໄດ້”



ອຶ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
???


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງແມ່ນຍາວ ຮາໆໆໆ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ