ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ຕາມສັນນິຖານນັ້ນ ພູເຂົາຄວາຍ ບໍ່ອາດຊິແມ່ນ "ພູທີ່ເຕັມດ້ວຍເຂົາຄວາຍ ຫຼຶພູທີ່ມີຮູບຮ່າງເໝືອນເຂົາຄວາຍ" ດອກ, ແຕ່ຫາກແມ່ນພູເຂົາທີ່ມີຄວາຍ ຫຼືພູແຫ່ງຄວາຍ ຫຼືພູຄວາຍຫຼາຍກວ່າ.
- ດ້ວຍເຫດທີ່ໄດ້ສັນນິຖານຈາກພາສາທີ່ໃຊ້ ຄື ພູ ກັບ ເຂົາ ລ້ວນແຕ່ແມ່ນ ພູ ບໍ່ໝາຍເຖິງເຂົາຄວາຍ.
- ໃນພາສາລາວດຽວນີ້ອາດຊິຄົ້ນຄວ້າຫາຮາກສັບຢາກ ເພາະເຫັນວ່າ "ເຖິງພາສາລາວເຮົາຈະໃຊ້ກັນຕາມສຽງທ້ອງຖິ່ນໃຜມັນກໍຕາມ ແຕ່ພາສານັ້ນ ສ່ວນຫຼາຍ ຈະຖືກພັດທະນາການມາເປັນອັນດຽວກັນເກືອບ ຈະເໝືອນກັນໝົດ".

- ເຮົາຈຶ່ງໄດ້ຄົ້ນຄວ້າ ໃນນັ້ນສີ ຈະເຫັນວ່າ "ພູກັບເຂົາ" ນີ້ ໃນພາສາລາວຈະຮຽກເປັນຄຳດຽວກັນເລີຍ ຄື "ພູເຂົາ" ສ່ວນຫຼາຍໃນພາສາລາວ ໃນວັນນະຄະດີ ຕ່າງໆ.

ແຕ່ຫາກເຮົາຂ້າມໄປທາງຝັ່ງໄທຍ໌ແລ້ວຈະເຫັນມີການແຍກກັນຈະແຈ້ງຄື ທາງພາກເໜືອຮຽກວ່າ ພູເຂົາ, ທາງພາກອີສານ ຈະຮຽນວ່າ ພູຢ່າງດຽວກໍມີ ພູເຂົາ ຄວບກັນກໍມີ ສ່ວນພາກກາງລົງພາກໃຕ້ ຈະຮຽກວ່າເຂົາ.

- ເມື່ອມາເບິ່ງທັດສະນະລວມຄວາມແລ້ວ ຈະເຫັນວ່າ "ພູເຂົາ" ເປັນພາສາລາວເດີມ, ພາສາໄທຍ໌ເອງກໍຮຽກ "ພູເຂົາ" ເຊັ່ນກັນ, ທຳມະດາແລ້ວ ຄົນລາວເຮົາ ຫາກເປັນພາສາເວົ້າ ຫາກຄຳໃດສາມາດເວົ້າຄຳດຽວແລ້ວ ສືສານກັນຮູ້ເລື່ອງກໍຈະເວົ້າຄຳດຽວໄປເລີຍ ຈະເປັນຄຳໜ້າ ຫຼືຄຳຫຼັງກໍຕາມ ເຊັ່ນດຽວກັນ "ທອງຄຳ" ຈະເວົ້າວ່າທອງ ຫຼືຄຳ ກໍໄດ້ ແຕ່ທີ່ນີ້ລາວເຮົາເລືອກເອົາ "ຄຳ" ມາຮຽກ "ໄທຍ" ຈຶ່ງໄປຮຽກເອົາ "ທອງ", ກະຍັງດີ ທີ່ລາວຮຽກ ເອົາຄຳໄວ້ກ່ອນ ຫາກໄປຮຽກເອົາທອງ ຄົງຈະຫຍຸ້ງຍິ່ງກວ່ານີ້ ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ


- ຂຽວງາມອຸ່ມທຸ່ມ ຍາມຟ້າເງື້ອມງຸ່ມບັງບົດ
ທ້ອງຟ້າເມກໝອກບັງໝົດ ແລ່ນລົດໄປຕາມສາຍທາງບ້ານເກີນ
ຫຼຽວເຫັນພູເຂົາຄວາຍຍາມສວຍ ງາມເກີນກຳນົດ
ທົ່ງນາຂຽວງາມໄປໝົດ ສຸກຊື່ນອຸຣາແທ້ໜັກໜາ

- ພຸ້ນພູເຂົາຄວາຍ ສວຍງາມໜ້າຊົມ
ທົ່ງນາສວຍຊື່ນພິລົມ ງາມສົມສົດຊື່ນລື່ນໃຈ
ໂອພູເຂົາຄວາຍຊ່າງສວຍງາມກະດັກກະດໍ້
ເມກໝອກບັງຟ້າຫຼາຍຕໍ່ ແສງທອງຍັງທໍໃຫ້ເຈົ້າສວຍງາມ


ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຢາກໃປເຫັນເດ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍໄປຈັກເທື່ອຢາກໄປເດມັນຊິເປັນແນວໃດກັນແທ້


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມທີ່ສຸດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພູເຂົາຄວາຍເປັນສະຖານທີ່ທ່ອງທ່ຽວທີ່ສວາຍງາມ. ໄລຍະທາງແຕ່ຕີນພູຮອດຈອມພູປະມານຫ້າກິໂລແມັດ. ທາງຂື້ນຈະເປັນທາງດິນແດງ ມີລັກສະນະສູງຊັນ ຄົດລ້ຽວໄປມາ. ຈອມພູຈະເປັນລັກສະນະພູພຽງ ມີຄົນອາໃສຢູ່. ແລະຈະມີອ່າງນ້ຳຂະໜາດໃຫຍ່. ຖ້າໄປຍາມຝົນ ກໍ່ຈະມີນ້ຳຕົກທີ່ສວາຍງາມເລາະໄປຕາມແຄມທາງ. ນອກນີ້ ຖ້າໄປຍາມບຸນ ຫລືຍາມເທດສະການຕ່າງໆ ກໍ່ຈະເຫັນຜູ້ຄົນຂາຍເຄື່ອງຢູ່ແຄມທາງ ໂດຍເຂົາຈະຂາຍຜົນຜລິດທີ່ເຂົາເຈົ້າປູກເອງ ແລະ ເຄື່ອງປ່າຂອງດົງ. ພູເຂົາຄວາຍ ຫລືເອີ້ນອີກຊື່ໜຶ່ງແມ່ນ ປ່າສະຫງວນແຫ່ງຊາດ ຕັ້ງຢູ່ເມືອງທຸລະຄົມ ແຂວງວຽງຈັນ. ໄປທາງທ່າງອນ-ບ້ານເກິນ. ແຕ່ຍັງບໍ່ຮອດສວນສັດບ້ານເກິນ. ຖ້າໃຜກາຍໄປທາງນັ້ນກໍ່ແວະເຂົ້າໄປຊົມໄດ້. ບອກເລີຍວ່າບ່ອນນີ້ເໝາະແກ່ການໄປຕັ້ງແຄັມສຸດ. ອາກາດກະດີ

<-----ຄົນໃຈດີແຟນຄລັບ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແທ້ຫວາ ບຸນເຫຼື້ອມ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອ້າວວ.. ເວົ້າໄປເລື່ອງພູເຂົາຄວາຍລະຫວ໋ານີ້


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ໄດ້ຄວາມຮູ້ຕື່ມ


໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ອິອິອິ ອ້ຽງຄິຄຸ ໄປຕະຫຼອດ ເພາະບ້ານພໍ່ຂອງຂ້ອຍ ຢູ່ແຖວນັ້ນ ອິອິອິ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພຽງຂີ່ຣົຖຜ່ານກາຍໄປ..
ບໍ່ມີໂອກາດໄດ້ໄປເບິ່ງໄປເຫັນ,ໃນໃຈກະຢາກົປແທ້ ແຖວນີ້.
ພາກັນຮັກສາໄວ້ດີໆ.


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປເດ້

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໐ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ຕ້ອງຫາເວລາໄປທ່ຽວເບິ່ງ
ບໍ່ໄປ ບໍ່ຮູ້ ລາວເຮົາມີບ່ອນທ່ອງທ່ຽວ ຫຼາຍບ່ອນ ທີ່ເປັນ ຕາໄປ


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ບໍ່ມີເງິນ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໐ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ເອົາຄຳ ກະ ໄດ້


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄຳ
ເພາະມັນແພງ
ຊ່ວງນີ້ຄຳຂື້ນ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກວັນຕ້ອງໄປໃຫ້ໄດ້ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື່ສະເພາະເພິ່ນບໍ່ໄຫ້ແປ ແຕ່ວ່າລ້ວນແຕ່ມີທີ່ມາ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄປຈອມພູມາແລ້ວ ຮາໆໆໄປຫາຫຼີ້ນກາຊີໂນ ແຮະໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !