ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
- ເຫັນ ນາງສາວກະແຕນ້ອຍ(ຂີ້ດື້) ໄດ້ຕຳແໜ່ງ "ອະພິມະຫາເສດຖີ" ມີເງິນຕັ້ງຫ້າໝື່ນກວ່າພັນລາວ, ໂອ້.........ຟັງເບິ່ງແລ້ວຮັ່ງມະຫາຮັ່ງບໍ່ຢອກ ເປັນອັນດັບທີໜຶ່ງ ຜູ້ຂຽນຢາກໃຫ້ເພີ່ນປ່ຽນຊື່ເປັນ "ກະແຕນ້ອຍ(ຄອຍຮັກ)" ເພີ່ນບອກວ່າ ບໍ່ຕ້ອງຄອຍ ເພາະມີຮັກມາໃຫ້ຮັກບໍ່ຢັບບໍ່ຢັ້ງວ່າຈັ່ງຊັ້ນເນ່, ເພີ່ນບອກວ່າຊື່ "ຂີ້ດື້" ນັ້ນດີແລ້ວເພາະ "ຂີ້ດື້ແບບໜ້າຮັກເດີ". ຜູ້ຂຽນບໍ່ກ້າຮັບປະກັນວ່າ ວ່າເພີ່ນໜ້າຮັກແທ້ບໍ ? ເພາະບໍ່ເຫັນເພີ່ນຈັກເທື່ອ ເຫັນແຕ່ຮູບກະຕູນ ກໍເລີຍໃຫ້ໃສ່ "ກະແຕກະຕູນ" ກະບໍ່ໃສ່ ທີ່ຈິງແລ້ວຊື່ຈັ່ງໃດກໍໄດ້ ຂໍໃຫ້ດີສົມຊື່ສົມສຽງກະພໍແລ້ວ (ກະແຕ່ນີ້ຮູ້ເພີ່ນເຫິງດີສົມຄວນ ຮູ້ແຕ່ໃນເວບ), ສ່ວນອະພິມະຫາເສດຖີອີກຄົນໜຶ່ງ ຄື ຄົນໃຈດີ ຄົງຊີໃຈດີສົມຊື່ ສົມສຽງ ບໍ່ຮູ້ຈັກເພີ່ນຄັກປານໃດ ? - ບາດນີ້ກັບມາເວົ້າເຖິງຄຳວ່າ "ອະພິມະຫາເສດຖີ" ນັ້ນມັນແມ່ນຫຍັງກັນແທ້, ບາງຄົນກະຊິເຂົ້າໃຈລຳບາກບໍ່ຢອກ ແຕ່ທີ່ຈິງມັນແມ່ນຄວາມລາວ ເຮົາຄືກັນ ແຕ່ວ່າຄວາມລາວນີ້ ມັນເປັນຄວາມລາວເກີດໃໝ່ ໂດຍເອົາຄຳເກົ່າໆມາປະຕິດປະຕໍ່ກັນກາຍເປັນອີກຄວາມໜຶ່ງອີກ. - ຄວາມລາວ ເກົ່າໆ ທີ່ວ່ານີ້ ພັດບໍ່ແມ່ນຄວາມລາວແທ້ໆດອກ ມັນຫາກແມ່ນຄວາມລາວທີ່ໄດ້ມາຈາກຄວາມປາລີເພີ່ນ ຄືກັນຫັ້ນແລ້ວ ຈັ່ງຊັ້ນ ຈຶ່ງ ວ່າ "ພາລາວເຮົາມັນໄປຄືກັບປະເທດໃກ້ຄຽງ ບາງຄົນເຫັນວ່າຄືແລ້ວເຂົ້າໃຈຊົມເຊີຍເຂົາ, ບາງຄົນເຫັນວ່າຄືແລ້ວບໍ່ໃຊ້ ແລະຕ້ານໄປເລີຍອັນນັ້ນ ມັນເສັຍຫາຍທີ່ສຸດ, ຖ້າຢາກຮູ້ວ່າຄຳນີ້ ຄືກັບຄຳປະເທດຂ້າງຄຽງ ທ່ານໃດຕັດສິນໃຈຢາກ ຫຼືບໍ່ເຂົ້າໃຈວ່າ ອັນຄຳໆດຽວ ແຕ່ສອງປະເທດເວົ້າຄືກັນ ອັນໃດມັນເປັນຂອງລາວ ຫຼືຂອງໄທຍ໌ ໃຫ້ໄປເປີດວັດຈະນານຸກົມພາສາຂະເໝນເບິ່ງ ຈະຮູ້ເອງວ່າ ອໍ້ ເຮົາຮູ້ແລ້ວວ່າຫຍັງແມ່ນຫຍັງ (ອັນນີ້ເວົ້າສະເພາະຄົນທີ່ຢາກສຶກສາພາສາລາວແທ້ໆ) ຄັນສຶກສາແບຂີ້ສໍ້ ມັນກໍກາຍເປັນຂີ້ຂາດໄປເລີຍ. - ອັນນີ້ມາເວົ້າເຖິງຄຳວ່າ "ອະພິມະຫາເສດຖີ" ນັ້ນແມ່ນຫຍັງມາຈາກໃສ ? ອະພິມະຫາເສດຖີ ປະໂຫຍກນີ້ ມີ ໓ ພະຍາງ ຄື ໑. ອະພິ = ຍິ່ງໃຫຍ່ ໒. ມະຫາ= ໃຫຍ່ ໓. ເສດຖີ = ຜູ້ຮັ່ງ, ຜູ້ໃຫຍ່ກໍໄດ້. (ເມື່ອເອົາຄຳສາມປະໂຫຍກມາຕໍ່ເຂົ້າກັນ ໄດ້ຄວາມວ່າ "ອະພິມະຫາເສດຖີ" ໃຜໆ ຟັງກໍບໍ່ຈັກຊີແປ ແຕ່ບອກວ່າສຸດຍອດໆໆໆໆໆ) ທັງສາມ ປະໂຫຍກນັ້ນ ລວມກັນເປັນດຽວໃນພາສາລາວ ບໍ່ຄ່ອຍຈະໃຊ້ເປັນທາງການປານໃດດອກ, ການເວົ້າທົ່ວໄປກໍມີໃນສັງຄົມ, ສ່ວນໃຫຍ່ມັກຈະເຫັນໃນວາຣະສານບັນເທິງຕ່າງໆ. - ການຂຽນແບບເດີມແທ້ນັ້ນ ດັ່ງລຸ່ມນີ້. ອັນນີ້ວັດຈະນານຸກົມ ຂະເໝນເປັນເຄື່ອງມືສຶກສາ ພາສາລາວໄດ້ຄືກັນ ຂະເໝນອອກສຽງ - ວະຈະນານຸກຣອມ ຂແມຣ໌ - ປ໊ະຕີ ມວຍ - ປ໊ະຕີ ປີ ຊົມເຊີຍ ແລະຍິນດີຢ່າງຍິ່ງທີ່ກະແຕ່ນ້ອຍ ໄດ້ເປັນອະພິມະຫາເສດຖີ, ຈຶ່ງມີເລື່ອງຂຽນ ຂໍໃຫ້ກະແຕເປັນສຸດຍອດພັນລາວຕະຫຼອດໄປ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອະພິ = Corruption |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສາວກະແຕນ້ອຍ ນະ ກະໜ້າຮັກແທ້ລະບໍ ແບ້ງຮັບປະກັນ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແບ້ງຫລານ ຕູ້ສາ ຍ້ອງແຕ່ແຟນເພິ່ນໄດ້ຫັ້ນນະ
Catnoi ຜູ້ຫນ້າຮັກສະເຫມີ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະແຕໄດ້ເປັນທີ່ ໑ ແລ້ວ ຮະຮາ ... ເປັນນຳ ຄຈດ ເພິ່ນຄາວຽກການຮັກຫຼາຍບໍ່ມີເວລາມາປ້ຳເງິນຊ່ວງນີ້ :P |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂອ ເສດຖີຄົນໄຫມ່ ດີໃຈນຳເດີ້ໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
jang noy si pen ma ha sed thee nam der
ຈຸດຢືນຂອງຄົນເຮົາແມ່ນ...ຝາ....
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຢາກເຫັນໂຕແທ້ເດ ກະແຕນ້ອຍຫັນເດ
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເປີດເບີອງ ໂປຣຟລາຍເພີ່ນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຣ່າາາາາາາາາາາ ຂພຈ ໄດ້ເປັນອະພິມະຫາເສດຖີ ແຕ່ມື້ເຫີງ ກິກິກິກິກິ ດີໃຈຈັງ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບາດວ່າໂຕແທ້ຫັ້ນນະ ຄືວ່າມາທຸກງ່າຍແທ້ ແຣະ ໆ ທຸກຍາກກາໄປອີກຢ່າງ ເຊຍກັນແດ່ເດີ້ ຣ່າາາາາາາາາາາ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອາຊໍ້ຂ້ອຍ...ລວຍແລ້ວຫວາ.....ແນວໃດກໍ່ຢ່າລືມຄົນຫລໍ່2ຕາດຳ2ຄົນນີ້ເດີ້.....ອິອິອິອິອິອິ
[img]null[/img]
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃຫ້ກະແຕນ້ອຍເປັນອະພິມະຫາເສດຖີໄປໂລດ... ຫນຸ່ມຈະຂໍເປັນອະພິມະຫາເສດຂະຍະກໍ່ພໍອິອິອິອິ... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອະພິມະຫາເສດຖີມີ ໒ ທ່ານຄື ໑. ກະແຕນ້ອຍ ໒. ຄົງຈາຍດີອີກຄົງໜຶ່ງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂໍເປັນເສດຂະຍະອີກຄົນໜື່ງເດີ ~~ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເປັນຄົນດີນັ້ນແລ້ວ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ວ້າວ..................................ອະພິມະຫາເສດຖີ ຄົນໃໝ່
ຂ້ອຍແມ່ນ in2on!!
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອືມ໌ ວັນໜ້າຕ້ອງເປັນຂອທ່ານ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂະໜາດວ່າເປັນອະພິມະຫຶມາມະຫາເສດຖີໃດຫັ້ນ ...ບາດໄປກິນຕຳໝີ່ຍັງໃຫ້ເຮົາຈ່າຍເສີຍ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
d jai nam
ຊີວິດລິຂິດເອງ noOK
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ລວຍລະກະແບ່ງມາທາງນີ້ແນ່
IlOvECompUteR
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ບາດວ່າໂຕແທ້ຫັ້ນນະ ຄືວ່າມາທຸກງ່າຍແທ້ແຣະ ໆ ທຸກຍາກກາໄປອີກຢ່າງ ເຊຍກັນແດ່ເດີ້ ຣ່າາາາາາາາາາາ ow tae teen hai berng nor khue bor show nar naeeeeeeeeeeeeeee
ຈຸດຢືນຂອງຄົນເຮົາແມ່ນ...ຝາ....
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ TOoooOOOOO ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ບາດວ່າໂຕແທ້ຫັ້ນນະ ຄືວ່າມາທຸກງ່າຍແທ້ແຣະ ໆ ທຸກຍາກກາໄປອີກຢ່າງ ເຊຍກັນແດ່ເດີ້ ຣ່າາາາາາາາາາາ ow tae teen hai berng nor khue bor show nar naeeeeeeeeeeeeeee ແມ່ນຊັ້ນບໍ ? ນຶກວ່າຮັ່ງ ເປັນອະພິມະຫາເສດຖີ ອົດດີໃຈນຳເອົາແທ້ເອົາວ່າ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແບ້ງເອີ້ຍຍ ບໍ່ໝຽວກາບໍ່ລວຍແລ້ວເນາະ ຊໍ່າລ້ຽງຕໍາມີ່ກາຈົ່ມເນາະເຈົ້ານີ້ ດຽວສັ່ງອີ່ແມ່ເຖົ້າ ຣ້ອງຄ່າດອງແພງໆ ຊ້ຳດອກ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂອບໃຈທຸກຄອມເມັ້ນ ຣ່າາາາາາາາ ເວົ້າພໍປານ ແມ່ນເວບບອດໂຕເອງຕັ້ງນີ້ໃດ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ຂອບໃຈທຸກຄອມເມັ້ນ ຣ່າາາາາາາາເວົ້າພໍປານ ແມ່ນເວບບອດໂຕເອງຕັ້ງນີ້ໃດ ມາເອງແລ້ວນໍ ? ຕອບເໝືອນເຈົ້າຂອງບອດກະໄດ້ ອຶອຶ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເດະ........ມີແຕ່ຄົນຢາກເຫັນໝ້າ ພັດລົມກາບອກໄປລະເດະວ່າກະແຕນ້ອຍ ໝັ້ຣັກ ໝ້າຣັກ ຊໍ່ານີ້ກາພໍ ຄິດພາບກັນອອກລະຕີ້ບໍ່
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ດີ ໃຈ ນຳເດີ ເອື້ອຍກາແຕນ້ອຍ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພຽງດີໃຈນຳ ກໍຊື່ວ່າດີແລ້ວແລ (ຫວັງຢາກໃຫ້ເພີ່ນດີ ເຫັນເພີ່ນໄດ້ດີ ຍິນດີດ້ວຍ) |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະເເຕນ້ອຍເປັນອະພິມະຫາເສດຖີແລ້ວວະນີ ໂອ
(ສະມະຊິກພັນລາວ ທ່ານໜຶ່ງເວົ້າວ່າ. ຄວາມຮູ້ເປັນແກ່ນ ຄະເເນນເປັນມອກ)
ຄວາມຮູ້ຕ້ອງຊອກ ສະແຫວງຫາ ຕາມກະຕິກາ ຄະແນນຢູ່ທີ່ປາຍປາກາ |