ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ວັນປະວໍຣະນາ ແລະອອກພັນສາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ. ວັນປະວໍຣະນາ ແລະວັນພຣະເຈົ້າເປີດໂລກ:

- ເທດສະການເຂົ້າພັນສາ ຈຳເດີມແຕ່ວັນຂຶ້ນ ໑໕ ຄ່ຳເດືອນ ໘ ຈົນມາຮອດວັນນີ້ ຄືຂຶ້ນ ໑໕ ຄ່ຳ ເດືອນ ໑໑ ພໍດີຄົບຮອບ ໙໐ ວັນພໍດີ, ແຕ່ວັນນີ້ ກຳນົດວ່າ ເປັນວັນປາວໍຣະນາຂອງພຣະສົງ ຫຼືຈະຮຽກວ່າວັນ ​"ສັງຄະປະວໍຣະນາ" ວັນນີ້ ເວລາ ໑໔:໐໐ ໂມງ, ຄະນະພຣະສົງລາວທົ່ວປະເທດ ຈະທຳສັງຄະປາວໍຣະ ນາກັນທົ່ວເທດ, ບາງວັດບາງແຂວງ ໃນທົ່ວປະເທດນັ້ນ ຈະທຳ ປະວໍຣະນາ ກັນໃນວັດໃຜວັດລາວ, ໂດຍສະເພາະໃນນະຄອນຫຼວງວຽງຈັນ ຈະທຳ "ມະຫາ ສັງຄະປະວໍຣະນາ" ເພາະຄະນະສົງໃນເຂດ (ຕາແສງຂອງຕົນ) ຈະລວມກັນທຳສັງຄະປະວໍຣະນາໃນວັດຫຼວງ ຫຼືວັດສຳຄັນໃນຕາແສງນັ້ນ ສຳລັບເມືອງໄຊ ເສດຖາ ນະຄອນຫຼວງວຽງຈັນ ສະເພາະເຂດທາດຫຼວງ, ນາໄຊ, ໂພນທັນ ຈະລວມທຳສັງຄະກັມ ອັນເປັນກິດຂອງສົງທີ່ຂາດເສັຍບໍ່ໄດ້ ທີ່ວັດພຣະທາດ ຫຼວງເໜືອ (ວັນນີ້ພຣະເດດ ພຣະຄຸນພຣະອຈານໃຫຍ່ ດຣ. ມະຫາວິຈິດບໍ່ໄດ້ລົງຮ່ວມ ເໝືອນທີ່ຜ່ານມາ ເພາະທ່ານອາພາດ ຍາດໂຍມທີ່ຮັກແພງ ເພີ່ນ ສາມາດຕິດຕໍ່ໄປຖາມຂ່າວເພິ່ນໄດ້ທີ່ສຳນັກອົງການ ອ.ພ.ສ ເລີຍ) ໃນວັນນີ້ ພຣະເຖຣານຸເຖຣະຈຳນວນ ໃນ ໓ ເຂດ ມີ ໒໖໑ ອົງເຂົ້າຮ່ວມ, ຄຳວ່າ ປະວໍຣະນາ ມາຈາກ ຄຳປາລີວ່າ ປະວາຣະນາ ແປວ່າ ອະນຸຍາດ ຫຼືຍອມໃຫ້, (ອະທິບາຍວ່າ ພຣະສົງຈະປະວາຣະນາຕໍ່ກັນວ່າ ມີເຫດການແນວໃດ ພຣະສົງຈະອະນຸຍາດໃຫ້ພຣະສົງອົງອື່ນ ເວົ້າວ່າບອກສອນ ຫຼືບອກກ່າວກັນໄດ້ ໂດຍບໍ່ຖືໂກດ, ຫຼືປະວາຣະນາໃຫ້ຮຽກເອີ້ນ ໃຫ້ສອຍ ຫຼືທຳກິດອື່ນໃດ ໃນພຣະທັມມະວິໄນໄດ້.

ຂ. ວັນອອກພັນສາ:
- ວັນອອກພັນສານັ້ນ ກໍນັບແຕ່ວັນເຂົ້າພັນສາມາ ຄື ແຕ່ແຮມ ໑ ຄ່ຳ ເດືອນ ໑໑, ຈົນຮອດວັນ ແຮມ ໑ ຄ່ຳ ເດືອນ ໑໑ ກໍພດີຄົບ ໓ ເດືອນນ ຫຼື ໙໐ ວັນພໍດີ, ວັນນີ້ ກໍກ່ຽວເນື່ອງກັນກັບວັນເຂົ້າພັນສາ ຕາມພຣະວິໄນແມ່ນກຳນົດ ໃຫ້ພຣະສົງເຂົ້າຈຳພັນສາຄົບໄປໄຕມາດ ເມື່ອມາເຖິງກຳນົດເຂດອອກ ກໍອອກຕາມການກຳນົດ ຄືກຳນົດລະດູຝົນ, ເມື່ອມາເຖິງວັນແຮມ ໑ ຄ່ຳຂອງວັນປະາຣະນາແລ້ວ ພຣະສົງກໍທຳສັງຄະກັມ ຄືທຳປະວາຣະນາແທນ ອຸໂປສົດ, ແລ້ວພຣະສົງກໍກ່າວຕັກເຕືອນກັນ ແລ້ວກໍພຣະຜູ້ນ້ອຍ ຜູ້ໃຫຍ່ກໍອະນຸຍາດໃຫ້ມີການຕັກເຕືອນກັນ ໂດຍບໍ່ຖືຄວາມຜິດ.
- ສຳລັບຄຳກ່າວອອກພັນສາ ແລະປະວໍຣະນານັ້ນ ວ່າດັ່ງນີ້ "ສັງຄັມ ພັນເຕ ປະວາເຣມິ ທິຕເຖນະ ວາ ສຸເຕນະ ວາ ປະຣິສັງກາຍະ ວາ ວະທັນຕຸມັງ ອາຍັສມັນໂຕ ອະນຸກັມປັງ ອຸປາທາຍະ ປັສສັນໂຕ ປະຕິກກະຣິສສາມິ" (ວ່າສາມຫົນ) ແປເປັນພາສາລາວ ມີຄວາມໝາຍວ່າ "ຂ້າແຕ່ສົງຜູ້ຈະເຣີນ ຂ້ານ້ອຍຂໍປະວາຣະນາຕໍ່ສົງ ດ້ວຍໄດ້ເຫັນຫຼືໄດ້ຟັງກໍຕາມ ຂໍທ່ານທັງຫຼາຍໂຜດອະນຸເຄາະ ວ່າກ່າວຕັກເຕືອນຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍມອງເຫັນແລ້ວ ຈະປະພືດຕົວໃໝ່ໃຫ້ດີ".
- ທັງນີ້ ການອອກພັນສາແລ້ວ ພຣະສົງຈະເດີນທາງໄປທິດທາງໃດກໍໄດ້ດັ່ງໃຈປາຖະໜາ ຫຼືຄ້າງຄືນທີ່ອື່ນໂດຍບໍ່ຜິດພຸດທະບັນຍັດ ແລະຍັງໄດ້ຮັບອະນິສົງ ກໍຄື:
໑. ໄປໃສມາໃສບໍ່ຕ້ອງບອກລາຄະນະສົງກໍໄດ້.
໒. ບໍ່ຕ້ອງຖືຜ້າໄກໄປຄົບຊຸດກໍໄດ້ (ປົກກະຕິພຣະມີຜ້າສາມຜືນ ຫາກຈຳພັນສາຄົບສາມເດືອນອະນຸຍາດໃຫ້ໄປຄ້າງຄືນທີ່ອື່ນ ບໍ່ຄົບສາມຜືນກໍໄດ້)
໓. ມີສິດຮັບອະຕິເຣກະລາບອັນເກີດຂຶ້ນຖ່າມກາງສົງໄດ້ ສະເໝີສົງທັງປວງ.

ຄ. ປະເພນີກ່ຽວຂ້ອງກັບວັນອອກພັນສາ.
- ວັນເທໂວໂຣຫະນະ(ວັນພຣະພຸດທະເຈົ້າສະເດັດຈາກຕາວະຕິງສາສະຫວັນ)
- ວັນນີ້ຕາມຕຳນານ ແລະພຸດທະປະວັດ ປະກົງກັບວັນເທໂວໂລຫະນະ ຫຼືວ່າວັນພຣະເຈົ້າເປີດໂລກນຳ ເຊິ່ງເປັນວັນທີ່ພຣະພຸດທະເຈົ້າ ຂອງເຮົາໄດ້ສະເດັດຂຶ້ນໄປ ເທດສະໜາໂຜດພຸດທະມານດາ ທີ່ສະຫວັນຊັ້ນຕາວະຕິງສາເທວະໂລກ ເພື່ອໂຜດສີຣິມະຫາມາຍາເທວະບຸດ ຄືພຸດທະມານດາ ໂດຍການສະແດງ ອະພິທັມ ໗ ຄຳພີ, ພໍພຣະພຸດທະອົງໄດ້ເທດສະໜາຈົບລົງ ແລະຕ້ອນຮັບປະຕິສັນຖານເຫຼົ່າເທບ ມີພຣະຍາອິນ ແລະພຣະຍາພຣົມ ແລະອະຣິຍະເມດໄຕເທວະບຸດ ຮຽບຮ້ອຍແລ້ວ ກໍສະເດັດກັບມາຍັງເມືອງມະນຸດຄືນ ພໍດີກົງກັບວັນຂຶ້ນ ໑ ຄ່ຳເ ເດືອນ ໑໑ ພໍດີ, ວັນນີ້ ເປັນວັນທີ່ສະຫວັນ, ມະນຸດ ແລະນະຣົກມອງເຫັນກັນດ້ວຍ ຈຶ່ງມີຊື່ອີກຢ່າງໜຶ່ງວ່າ "ວັນພຣະເຈົ້າເປີດໂລກ", ຊາວພຸດທັງຫຼາຍຈຶ່ງນິຍົມຕັກບາດຖວາຍ ສັງຄະທານໃນວັນຕັກບາດ.

ງ. ວັນໄຫຼເຮືອໄຟ.
- ເປັນວັນໄຫຼເຮືອໄຟ ເພື່ອບູຊາຄຸນນ້ຳ ແລະຄຸນພະຍານາກ ທີ່ລາວນັ້ນແມ່ນເຮັດທຸກໆວັດ ທີ່ວຽງຈັນ ໄຫຼທີ່ທ່າວຽງຈັນ, ທີ່ທ່າແຂກ, ທີ່ສະຫວັນ, ທີ່ປາກເຊ ແມ່ນ້ຳຂອງ ແລະເຊໂດນ, ທີ່ເມືອງຈຳປາສັກ ແລະສີພັນດອນແມ່ນເຮັດກັນທຸກໆບ້ານ, ທີ່ຫຼວງພຣະບາງ ແລະເມືອງອື່ນໆ ກໍອີງຕາມສະຖານທີ່ເມືອງຂອງ ຕົນ.

ຈ. ວັນຊ່ວງເຮືອ ເປັນປະເພນີລາວ ທີ່ທຳກັນມາແຕ່ບູຮານະການ, ສະນັ້ນວັນ ໑ ຄ່ຳ ເຊິ່ງເປັນກົງກັບວັນອອກພັນສາ ທີ່ວຽງຈັນຊ່ວງເຮືອທີ່ທ່າວັດຈັນ, ທີ່ປາກເຊ ທີ່ແມ່ນ້ຳເຊໂດນ ແລະທີ່ຫຼວງນ້ຳທາ ແມ່ນຊ່ວງກັນທີ່ນ້ຳທາ.

ສ. ຖວາຍຜ້າຈຳນຳພັນສາ ຄືຍາດໂຍມນິຍົມເອົາຜ້າໄກ ໄກຖວາຍພຣະສົງ ຕາມສັດທາ ແລະນັບຈາກແຮມ ໑ ຄ່ຳເປັນຕົ້ນໄປ ແມ່ນເຂດກະຖິນ ຈະມີການ ທອດກະຖິນໄປຈົນຮອດເດືອນ ໑໒ ເພັງ(ກົງກັບວັນຕັກບາດບຸນນະມັດສະການພຣະທາດຫຼວງ ໝົດເຂດກະຖິນ.
- ເທົ່າທີ່ຮູ້ແລ້ວວ່າ ວັດຕ່າງໆ ທີ່ຈະມີການທອດຖວາຍຜ້າກະຖິນ ຄື.
໑. ຍາມທ່ານໃຫຍ່ບຸນທອງ ວິປະໄຊ (ພຣະອາຈານຊາໂງນ ຈະນຳກະຖິນໄປທອດທີ່ເມືອງໂຂງ ຖ້າໃຜຢາກໄປຮ່ວມບຸນນຳທ່ານ ກໍຕິດຕໍ່ທ່ານທີ່ວັດນາຄູນ ນ້ອຍ) ອອກເດີນທາງ ວັນທີ ໒໖/໑໐/໐໙
໒. ພຣະອາຈານຖາວອນ ວັດພຣະທາດຫຼວງເໜືອ ຈະນຳກະຖິນໄປທອດທີ່ວັດພູສະເຫຼົ້າ ເມືອງປາກເຊ (ອອກເດີນທາງ ວັນທີ ໒໔/໑໐/໐໙)
໓. ວັດຮ່ອງແກ ເມືອງໄຊເຊດຖາ ຈະທອດຖວາຍຜ້າກະຖິນວັນທີ ໒໔/໑໐/໐໙.
໔. ວັດວຽງຈະເລີນ ເມືອງໄຊເຊດຖາ ຈະທອດຖວາຍຜ້າກະຖິນວັນທີ ໒໔/໑໐/໐໙.
- ທ່ານໃດ ຈະຮ່ວມບຸນກໍອະນຸໂມທະນາ ແລະຕິດຕໍ່ຕາມນັ້ນ ຫຼືມີບຸນກະຖິນວັດໃດ ທີ່ຮູ້ຂ່າວຈະເອົາມາອັບເດດໃຫ້ທ່ານຊາບຕໍ່ໄປ ເພື່ອໄດ້ໄດ້ ອະນຸໂມທະ ນາສາທຸ ນຳກັນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໘ ໂພສ
ນັກການກະທູ້
ຊິໄປລອຍກະທົງ ກັບ....ບໍ່ໄດໄປ ຜິດຫວັງສຸດໆ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອອກພັນສາແລ້ວເນາະບາດນິ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຫຼເຮືອໄຟ ບໍ່ແມ່ລອຍກະທົງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒