ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ອະພັຍ ຫຼື ອັປພັຍ ໃຊ້ໄດ້ທັງສອງ ແຕ່ຕ້ອງເລືອກໃຊ້ໃຫ້ຖືກຕ້ອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ກາຣອະພັຍ ເປັນປັຈຈັຍ ໃຫ້ເກີດສຸຂ
ລະລົດທຸກຂ໌ ສັພພະສິ່ງ ຈິ່ງສຸຂສັຣຍ໌
ໃຜໄດ້ຮັບ ຍ່ອມຍັງສຸຂ ທຸກຄືນວັນ
ສັພພະສັນ ໃນທຸກສິ່ງ ຈິ່ງສົມປອງ

- ກາຣອະພັຍ ເປັນສົມບັຕ ຂອງມນຸສຍ໌
ບໍ່ເວັ້ນແທ້ ແຕ່ເມືອງພຸທ ເມືອງໃດໃດ
ຫາກເມືອງຄົນ ເມືອງທັມມະ ສີວິໄລ
ກາຣອະພັຍ ຍ່ອມຕ້ອງມີ ສັກສຣີຄົນ

- ກາຣອະພັຍ ເຣີ່ມທີ່ເຮົາ ເປັນຜູ້ກໍ່
ແລ້ວຈຶ່ງຕໍ່ ໃສ່ລູກຮັກ ທັງຜົວເມັຍ
ຍາດພີ່ນ້ອງ ເພື່ອນຝູງ ຢ່າໃຫ້ເສັຍ
ແລ້ວຄ່ອຍເຄຣັຍ ປະເທສຊາຕ ບ້ານເມືອງຕົນ

- ກາຣອະພັຍ ເພີ່ນວ່າໄວ້ ສິ່ງປະເສິ໗
ຈົ່ງໃຫ້ເກີດ ໃນທຸກທີ່ ທຸກສະຖານ
ຢູ່ທີ່ໃດ ມີອະພັຍ ບໍ່ມີມາຣ
ສຸຂສຳຣານ ອະພັຍມີ ສຸຂີເອີຍ

ໝາຍບອກ : ກອນບົດນີ້ຜູ້ຂຽນແຕ່ງເອງ ເມື່ອກີ້ນີ້ເລີຍ ແຕ່ຂໍຂຽນແບບປີ ໑໙໓໐-໑໙໗໕ ຈັກໜ່ອຍ ເພື່ອໃຫ້ຮູ້ເຄົ້າສັບຈັກໜ່ອຍ ແຕ່ເວລາທ່ານເອົາໄປໃຊ້ກໍໃຫ້ແບບປັດຈຸບັນຫັ້ນແລ້ວ ການຂຽນແບບນີ້ ບໍ່ໝາຍວ່າຊີຖືກຕ້ອງຕາມເຄົ້າອັນບູຮານ ແຕ່ຍັງດີກວ່າທີ່ຂຽນແບບຕາມສຽງຄືປັດຈຸບັນ ການຂຽນແບບນີ້ນັ້ນ ເມື່ອເຮົາເຫັນຮູບຂຽນ ແມ່ນວ່າ ເຮົາບໍ່ເຂົ້າໃຈຮູບສຽງ ເຮົາກໍຮູ້ໂລດວ່າ ຄຳນີ້ເປັນຄຳລາວບໍຣິສຸດບໍ ຫຼືແມ່ນຄຳມາຈາກພາອື່ນໆໂລດ, ຄວາມດີຂອງການຂຽນແບບເຄົ້າມັນ ມີຫຼາຍຢ່າງ ທີ່ສຳຄັນແມ່ນເຮົາຮູ້ທີ່ມາຂອງພາສາແຕ່ທີ່ແທ້ ບໍ່ແມ່ນຢາກໃຫ້ໄປຂຽນແບບເກົ່າ ແຕ່ການຮູ້ອັນເກົ່າໆ ແມ່ນດີກວ່າບໍ່ຮູ້ນັ້ນເອງ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ດີ

ພັນທະຫົວໃຈ::

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂຽນກອນກໍ່ເກັ່ງ ຮ້ອງເພງກໍ່ມ່ວນນໍອ້າຍ ໝາກພິກນ້ອຍແຕ່ເຜັດແຮງອີຫລີ ໃຫ້ຜ່ານເລີຍຈາກສາມກັມມະການ
ວ່າແຕ clear ບໍ່ຄວນຂຽນ ເຄຣັຍ ເດີ ຖ້າຢາກຂຽນທັບສັພທ໌ໃຫ້ຖືກຕ້ອງຕາມສະໄຕລ໌ຄວນຂຽນ ເຄລັຍຣ໌ ຫລື ເຄລັຽຣ໌