ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຍິ່ງໃຫ້ຍິ່ງເບົາ ຍິ່ງເອົາຍິ່ງໜັກ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
-----
ຜູ້ທີ່ຮັບ-ຮັບຢາກ-ລຳບາກຈິງ
ຢາກທຸກສິ່ງ-ທີ່ຈະຮັບ-ນັບບັນຫາ
ຮັບວັດຖຸ-ຮັບແລ້ວ-ຍັງຍາກຊາ
ຮັບເອົາມາ-ມັນມາກຄ່າ-ສິນນ້ຳໃຈ

ເພີ່ນໃຫ້ມາ-ໃຫ້ດ້ວຍໃຈ-ຣາຄາມາກ
ຮັບໂດຍຍາກ-ຮັບແລ້ວ-ຕ້ອງຮັກສາ
ໃຊ້ວັດຖຸ-ໝົດໄປແລ້ວ-ຍັງເຫຼືອຄ່າ
ຕ້ອງຮັກສາ-ສິນນໍ້າໃຈ-ທີ່ໃຫ້ຈິງ

ຜູ້ທີ່ໃຫ້-ໃດ້ດ້ວຍໃຈ-ສະບາຍມາກ
ບໍ່ລຳຍາກ-ຍາກຍິ່ງ-ເໜືອສິ່ງໃດ
ໃຫ້ໄປແລ້ວ-ວັດຖຸຫຼາກ-ບໍ່ອາໄລ
ໃຫ້ດ້ວຍໃຈ-ໃຫ້ເທົ່າໃດ-ສະບາຍດີ

ຜູ້ທີ່ໃຫ້-ໃຫ້ເທົ່າໃດ-ຍ່ອມມີສຸຂ
ບໍ່ຕ້ອງເສົ້າ-ອຸກອັ່ງແຄ້ນ-ແໜ້ນຕັນຫາ
ໃຫ້ໄປແລ້ວ-ກໍສະບາຍ-ໃນອຸລາ
ຜູ້ຮູ້ຄ່າ-ຍັງຍ້ອງຍໍ-ສໍຣະເສີນ

ຜູ້ທີ່ໃຫ້-ໃຫ້ດ້ວຍໃຈ-ມີແຕ່ມິດ
ຜູ້ທີ່ຄິດ-ທຳລາຍລ້າງ-ຍ່ອມຖົດຖອຍ
ຫາກມີມານ-ມາທຳຮ້າຍ-ບຸນຕ້ອງຊ່ອຍ
ຄົນໃຫຍ່ນ້ອຍ-ຕ້ອງປົກປ້ອງ-ຄຸ້ມຄອງເອົາ

ນີ້ແລ້ວບຸນ-ທີ່ແທ້-ຢ່າລົດລະ
ພຣະທ່ານວ່າ-ວາງທຳມະ-ວາຈາສິດ
ເວົ້າງ່າຍງ່າຍ-ຄັນຢາກຮູ້-ເອົາໄປຄິດ
ສາສນາ-ພາສິດທັມ-ນຳໄປຕອງ

ຄືວ່າ:
ທ່ານໃຫ້ເຮົາ-ເຮົາກໍຍາກ-ທ່ານກໍຍາກ
ໃຫ້ເທົ່າໃດ-ມັນຍິ່ງຍາກ-ເໝືອນຫາເຫົາ
ເຮົາໃຫ້ທ່ານ-ທ່ານກໍເບົາ-ເຮົາກໍເບົາ
ໃຫ້ບໍ່ເຊົາ-ເຮົາເບີກບານ-ທ່ານໄດ້ບຸນ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື່ມ ອ່ານແລ້ວຮູ້ສຶກດີ
ຖ້າຢາກໃຫ້ຄົນອື່ນໃຫ້ເຮົາ ເຮົາກໍ່ຕ້ອງໃຫ້ເຂົາກ່ອນ ໃຫ້ໂດຍບໍ່ຫວັງສິ່ງຕອບແທນ
ໃຫ້ດ້ວຍໃຈຈິງເປັນສິ່ງປະເສີດ ໃຫ້ແຕ່ໃຈສົກກະປົກມີແຕ່ຄົດກັບມາຫາໂຕ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ໌ ດີໆໆໆ ສະແດງວ່າອ່ານຈົນສຸດຈຶ່ງຕອບຖືກເນື້ອໃນກອນ ຊົມເຊີຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໑໐໗ ໂພສ
ນັກການກະທູ້
ລຽວຊາຍລຽວຂວ່າເຫັນທັງສອງເອັນເລີຍ

(ສະມະຊິກພັນລາວ ທ່ານໜຶ່ງເວົ້າວ່າ. ຄວາມຮູ້ເປັນແກ່ນ ຄະເເນນເປັນມອກ)
ຄວາມຮູ້ຕ້ອງຊອກ ສະແຫວງຫາ
ຕາມກະຕິກາ ຄະແນນຢູ່ທີ່ປາຍປາກາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kava ຂຽນວ່າ...
ລຽວຊາຍລຽວຂວ່າເຫັນທັງສອງເອັນເລີຍ


ເອັນຫຍັງນໍ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
oh maen maen

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ໌

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຽນເອງບໍເຈົ້າ, ຄັກດີເນາະ

ໃຫ້ດ້ວຍໃຈຮັບດ້ວຍໃຈ ດີແທ້ອີຫຼີ


ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
sa thu

ຊີວິດລິຂິດເອງ noOK

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Niknalong ຂຽນວ່າ...
sa thu


-ສາທຸ ເປັນພາສາລາວມາຈາກພາສາປາລີ ແປເປັນລາວແທ້ໆໆໆ ແປວ່າ ຜູ້ຮູ້ດີ ຫຼືຜູ້ໄປດີແລ້ວ
ຄັນມີ "ສາທຸ ຕ້ອງ ອະນຸໂມທານມິພ້ອມ)

ດີແລ້ວໆ ຍິນດີດ້ວຍ (ແປເປັນພາສາລາວ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
hai doiy bor wang sing tob thaen , pen khuam sook jai thee thae jing . amitaphoot...!
kone yang ajarn ( tharm eek leow )

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kava ຂຽນວ່າ...
ລຽວຊາຍລຽວຂວ່າເຫັນທັງສອງເອັນເລີຍ


ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kava ຂຽນວ່າ...
ລຽວຊາຍລຽວຂວ່າເຫັນທັງສອງເອັນເລີຍ



ดีๆๆๆๆ เขาเข้าใจคนเขียรฃนได้นับว่าเป็นคนอ่านี่ดี

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓ ກະທູ້
໑໙໓ ໂພສ
ນັກການກະທູ້
5555555555555


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າໆໆໆໆໆໆໆໆໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ CoMEuP ຂຽນວ່າ...
ອື່ມ ອ່ານແລ້ວຮູ້ສຶກດີ
ຖ້າຢາກໃຫ້ຄົນອື່ນໃຫ້ເຮົາ ເຮົາກໍ່ຕ້ອງໃຫ້ເຂົາກ່ອນ ໃຫ້ໂດຍບໍ່ຫວັງສິ່ງຕອບແທນ
ໃຫ້ດ້ວຍໃຈຈິງເປັນສິ່ງປະເສີດ ໃຫ້ແຕ່ໃຈສົກກະປົກມີແຕ່ຄົດກັບມາຫາໂຕ


ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ CoMEuP ຂຽນວ່າ...
ອື່ມ ອ່ານແລ້ວຮູ້ສຶກດີ
ຖ້າຢາກໃຫ້ຄົນອື່ນໃຫ້ເຮົາ ເຮົາກໍ່ຕ້ອງໃຫ້ເຂົາກ່ອນ ໃຫ້ໂດຍບໍ່ຫວັງສິ່ງຕອບແທນ
ໃຫ້ດ້ວຍໃຈຈິງເປັນສິ່ງປະເສີດ ໃຫ້ແຕ່ໃຈສົກກະປົກມີແຕ່ຄົດກັບມາຫາໂຕ



ເຂົາກ່າວໄດ້ຢ່າງຖືກຕ້ອງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
Saa thu 

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ...
Saa thu 


ສາທຸ ອະນຸໂມ ທາມິ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຖ້າຢາກໃຫ້ຄົນອື່ນໃຫ້ເຮົາ ເຮົາກໍ່ຕ້ອງໃຫ້ເຂົາກ່ອນ ໃຫ້ໂດຍບໍ່ຫວັງສິ່ງຕອບແທນ
heheheheh


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ບໍ່ໄດ້ມາຫຼາຍວັນນີ້ ແມ່ນ້ເອົາຂອງໄປໃຫ້ຄົນ ວັດ ຢູ່ແຂວງຄຳມ່ວນ ແລະແຂວງຈຳປາສັກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ ສາທຸ ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈິດທີ່ຄິດຈະໃຫ້ຍ່ອມສະບາຍກ່ວາຈິດທີ່ຄິດຈະເອົາ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ຈິດທີ່ຄິດຈະໃຫ້ຍ່ອມສະບາຍກ່ວາຈິດທີ່ຄິດຈະເອົາ


ດີໆໆໆເວົ້າໄດ້ດີ ສາທຸ ສາທຸ ອະນຸໂມທາມິ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານເບີ່ງຫົວຂໍ້ະທູກະຮູ້ແລ້ວວ່າກີນໃຈ
.....................................................................................................................................
ທ່ານໃຫ້ເຮົາ-ເຮົາກໍຍາກ-ທ່ານກໍຍາກ
ໃຫ້ເທົ່າໃດ-ມັນຍິ່ງຍາກ-ເໝືອນຫາເຫົາ
ເຮົາໃຫ້ທ່ານ-ທ່ານກໍເບົາ-ເຮົາກໍເບົາ
ໃຫ້ບໍ່ເຊົາ-ເຮົາເບີກບານ-ທ່ານໄດ້ບຸນ.

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ຈິດທີ່ຄິດຈະໃຫ້ຍ່ອມສະບາຍກ່ວາຈິດທີ່ຄິດຈະເອົາ


ດີໆໆໆເວົ້າໄດ້ດີ ສາທຸ ສາທຸ ອະນຸໂມທາມິ



ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ໃຫ້ກໍ່ໜັກ ຮັບກໍ່ໜັກ ບໍ່ສະມັກໃຈ
ໃຫ້ເທົ່າໃດ ຮັບເທົ່າໃດ ຍັງລໍາພັນ
ໜັກທັງນັ້ນ ກໍ້າເກິ່ງກັນ ທັງໃຫ້ ຮັບ
ສິ່ງກໍາກັບ ຄືຫົວໃຈ ໃຫ້ ຮັບມາ
ດ້ວຍສັດທາ ໂດຍພໍໃຈ ຜູ້ໃຫ້ຮັບ
ຄືນຕອບກັບ ຄືສຸກໃຈ ໄດ້ທັງສອງ...


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒