ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການສ້າງປາຣະມີຂອງພຣະໂພທິສັດ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອພຣະເວດສັນດອນໂພທິສັດ ໄດ້ສະຫວັນນະຄົດແລ້ວ ໄປອຸບັດເປັນສັນຕຸສິຕາເທວະບຸດ ໃນສະຫວັນຊັ້ນດຸສິດ, ເທວະ ບຸດ ເທວະດາທຸກຊັ້ນຟ້າມາປະຊຸມປຶກສາຫາຣືກັນວ່າ ໃຜຈະມາຕັດສະຮູ້ເປັນພຣະພຸດທະເຈົ້າ ຕ່າງກໍເລັງເຫັນວ່າ ພຣະໂພທິສັດ ທີ່ສະຖິດຢູ່ໃນສະຫວັນຊັ້ນດຸສິດ ຈະມາຕັດເປັນພຣະພຸດທະເຈົ້າ ຈຶ່ງພາກັນໄປທູນເຊີນໃຫ້ຈຸຕິລົງມາໂຜດສັດຕະ ວະໂລກ.
ກ່ອນທີ່ພຣະໂພທິສັດອັນສະຖິດ ໃນສະຫວັນຊັ້ນດຸສິດ ຈະໄດ້ຊົງຕັດສະຮູ້ບັນລຸທັມ ເປັນອົງສົມເດັດພຣະສັມມາສັມ ພຸດທະເຈົ້າ ເພື່ອໂຜດຊາວໂລກນັ້ນ ພຣະບໍຣົມມະສາສະດາສັມມາສັມພຸດທະເຈົ້າ ພຣະອົງໄດ້ຊົງບຳເພັງປາຣະມີ ໑໐ ປະການ ອັນໄດ້ແກ່.

໑. ຊາດທີ່ສະເຫວີຍຊາດ ເປັນພຣະເຕເມ ຊົງບຳເພັງ ເນກຂັມມະປາຣະມີ ຄື ຄວາມອົດທົນສູງສຸດ.
໒. ຊາດທີ່ສະເວີຍຊາດເປັນ ພຣະຊະນົກ ຊົງບຳເພັງ ວະຣິຍະປາຣະມີ ຄື ຄວາມພາກພຽນສູງສຸດ.
໓. ຊາດທີ່ສະເຫວີຍຊາດ ເປັນພຣະສຸວັນນະສາມ ຊົງບຳເພັງ ເມດຕາປາຣະມີ ຄື ຄວາມເມດຕາສູງສຸດ.
໔. ຊາດທີ່ສະເຫວີຍຊາດ ເປັນພຣະເນມິຣາຊ ຊົງບຳເພັງ ອະທິຖານະປາຣະມີ ຄື ຄວາມມີຈິດແນ້ວແນ່ສົມບູນ.
໕. ຊາດທີ່ສະເຫວີຍຊາດ ເປັນມະໂຫສົດ ຊົງບຳເພັງ ປັນຍາປາຣະມີ ຄື ຄວາມມີປັນຍາສູງສຸດ.
໖. ຊາດທີ່ສະເຫວີຍຊາດ ເປັນພູຣິທັຕ ຊົງບຳເພັງ ສີລະປາຣະມີ ຄື ຄວາມເປັນຜູ້ສົມບູນດ້ວຍສີນສູງສຸດ.
໗. ຊາດທີ່ສະເຫວີຍຊາດ ເປັນຈັນທະກຸມມານ ຊົງບຳເພັງ ຂັນຕິປາຣະມີ ຄື ຄວາມເປັນຜູ້ມີຄວາມອົດກັ້ນສູງສຸດ.
໘. ຊາດທີ່ສະເຫວີຍຊາດ ເປັນພຣະນາຣະທະພຣົມ ຊົງບຳເພັງ ອຸເປກຂາປາຣະມີ ຄື ຄວາມເປັນຜູ້ມີຄວາມວາງໃຈ ສູງສູດ.
໙. ຊາດທີ່ສະເຫວີຍຊາດ ເປັນວິທູນບັນດິດ ຊົງບຳເພັງ ສັຈຈະປາຣະມີ ຄື ຄວາມເປັນຜູ້ຕັ້ງສັດຈະໄວ້ສູງສຸດ.
໑໐. ຊາດທີ່ສະເຫວີຍຊາດ ເປັນພຣະເວດສັນດອນ ຊົງບຳເພັງ ທານະປາຣະມີ ຄື ຄວາມເປັນຜູ້ມີຈາຄະເອື້ອ ເຟື້ອໃນການໃຫ້ທານສູງສຸດ.

ນີ້ຄື ອຸປະນິໄສຂອງຜູ້ບຳເພັງຕົນ ເພື່ອບັນລຸທັມມະຂັ້ນສູງສຸດ ຄືເປັນພຣະພຸດທະເຈົ້າ.
http://www.laozaa.com/linkout.php?referal=http://punlao.com/group/377/

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒