ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ໃບຊາຕາ ຫຼືໃບລາຍເກີດບູຮານ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ໃນພຣະຣາຊະອານາຈັກລ້ານຊ້າງທີ່ກວ້າງໃຫຍ່ໄພສານໃນອະດີດນັ້ນ ເປັນອານາຈັກທີ່ຮຸ່ງເຮືອງນັ້ນ ຕາມສຶກສາເບິ່ງເບື້ອງຫຼັງ ຕາມຫຼັກຖານຕ່າງໆ ພຣະຣາຊະອານາຈັກລ້ານຊ້າງແລ້ວ ປັກຄອງກັນແບບພຣະຣາຊາ ມີຣາຊະມົນຕີ ແລະມີກົດໝາຍເປັນເຄື່ອງມີປົກຄອງປະເທດ ດັ່ງເຮົາຈະເຫັນໄດ້ ຈາກກົດໝາຍທັມມະສາດຫຼວງ, ສ້ອຍສາຍຄຳດ ສຸວັນນະໂມກຂາກ ແລະຮີດສິບສອງຄອງສິບສີ່ ຈົນກາຍເປັນຮີດພື້ນຖານວັດທະນະທັມລາວຈັນ ຮອດບັດນີ້ ເມື່ອລາວປົກຄອງກັນແບບສາກົນທົ່ວໄປແລ້ວ ທັມມະນູນ(ກົດມົນທຽນບານ) ແລະກົດໝາຍເຫຼົ່ານັ້ນ ກໍຖືກຍົກເລີກ ອີກສິ່ງໜຶ່ງທີ່ ເປັນຫຼັກ ຖານວ່າ ການປົກຄອງລາວໃນສະໄໝບູຮານ ເປັນລັກສະນະການປົກຄອງທີ່ບໍ່ໄດ້ມີການໃຊ້ອຳນາດຜູ້ດຽວ ກໍຄື "ໃບຊາຕາ ຫຼືໃບລາຍເກີດບູຮານ ແຜ່ນນ້ອຍໆນີ້.

໑-ໃບລາຍເກີດບູຮານ ທີ່ຂຽນໃສ່ແພຂາວ ຂຽນດ້ວຍອັກສອນທັມລື້ (ແຂວງບໍ່ແກ້ວ)
- ໃບລາຍເກີດບູຮານນີ້ ໄດ້ສືບຕໍ່ປະຕິບັດມາເປັນທາງການຈົນຮອດປີ ໑໙໐໓ ເມື່ອຝຣັ່ງເຂົ້າມາຄອບຄອງລາວໂດຍເດັດຂາດ ຂະນະນັ້ນມີການ ເກັບກຳພົນລະເມືອງລາວ ເພື່ອເປັນຂໍ້ມູນໃນການເກັບສ່ວຍ ເຖິງທາງການຈະມີການເຮັດໃບລາຍເກີດກໍຕາມ ແຕ່ວ່າປະຊາຊົນບັນດາທ້ອງຖິ່ນ ຍັງບໍ່ຖິ້ມຮິດເກົ່າຄອງຫຼັງ ຍັງໄດ້ເຮັດໃບລາຍເກີດບູຮານມາຈົນຮອດປີ ໑໙໕໗ ແຕ່ບໍ່ແມ່ນທາງການ ຫາກເຮັດຕາມປະເພນີ ຄືວິທີເຮັດນັ້ນແບ່ງ ເປັນ ໒ ລັກສະນະດັ່ງນີ້ ຄື:
໑. ທ້ອງຖິ່ນທີ່ບໍ່ນັບຖືພຸດທະສາສນາ ແຕ່ມີການເຊື່ອຖືແບບສາສນາຜີເຈົ້າກົກເຈົ້າເລົ່າ ກໍໄປຫາກວນບ້ານ ກວານບ້ານ(ພໍ່ບ້ານ) ອາດຊິມອບໃຫ້ສະມຽນ ຜູ້ຮູ້ຫຼັກໂຫຣາສາດ ເປັນຜູ້ຂີດຂຽນລົງເລກວັນເດືອນປີເກີດ ແລະຕັ້ງຊື່ໃຫ້.
໒. ທ້ອງຖິ່ນໃດ ທີ່ນັບຖືພຸດທະສາສນາ ເຫັນໄດ້ຈະແຈ້ງ ກໍຄືໄປຫາພຣະສົງ ຜູ້ຊົງຄຸນນະວຸດທະໃນວັດ ລົງເລກໂຫຣາສາດ ແລະຕັ້ງຊື່ໃຫ້ ເມື່ອລົງເລກໄດ້ຊື່ໃຫ້ແລ້ວ ທາງພຣະສົງກໍຂຽນໃບລາຍເກີດນັ້ນໃຫ້ ເປັນທັງອັກສອນລາວ ແລະອັກສອນທັມ ຈານລົງໃສ່ວັດສະດຸ ຕາມກຳລັງສັບ ຫຼືຖານະຂອງຕະ******ນນັ້ນໆ ອາດຊະເປັນແຜ່ນເງິນ ແຜ່ນຄຳ ແຜ່ນທອງ ແຜ່ນໃບລານ ແລະແຜ່ນແພ ເມື່ອຈານດວງຊາຕາແລ້ວ ເຮັດເປັນ ໒ ຄື:
ກ. ແຜ່ນໜຶ່ງມອບໃຫ້ເຈົ້າຂອງດວງຊາຕາ.
ຂ. ແຜ່ນສອງ ເອົາໄປໃສ່ຖານພຣະໄວ້ໃນສິມ ຫຼືສາລາໂຮງທັມ(ຮຽກວ່າຜູກດວງຊາຕາ)

- ອັນນີ້ ແມ່ນເທົ່າທີ່ພົບເຫັນ ແລະຍັງສືບຕໍ່ກັນຢູ່ໃນບາງຊົນເຜົ່າຫ່າງໄກສອກຫຼີກທາງພາກເໜືອ ແລະບໍຣະເວນ (ຜູ້ຂຽນເອງ ກໍເຄີ​ຍໄດ້ເຮັດ ທັງສອງແບບ ແຕ່ເຮັດເປັນປະເພນີ ດຽວນີ້ທີ່ບ້ານເກີດແມ່ນບໍ່ມີໃຜເຮັດແລ້ວ).
- ເມື່ອວິເຄາະຕາມເຫດການແລ້ວ ອາດຊິມີໃບທີ ໓ ເຊິ່ງທາງກວານບ້ານ ຫຼືທາງວັດ ຈະໄດ້ສົ່ງລາຍງານການເກີດໃຫ້ອຳນາດປົກຄອງຂັ້ນສູງຕໍ່, ແຕ່ຍັງບໍ່ທັນເຫັນຫຼັກຖານອື່ນ.
- ຫາກວິເຄາະຕາມເຣື່ອງຣາວທີ່ກ່າວມາເບື້ອງຕົ້ນ ອາດຊິວິເຄາະໄດ້ວ່າ ໃນອະດີດຕະການສະໄໝອານາຈັກລ້ານຊ້າງຮຸ່ງເຮືອງພຸ້ນ ຜູ້ເກັບກຳບັນຊີ ພົນລະເມືອງ ຄົງຈະແມ່ນບັນດິດປະຈຳບ້ານ ແລະພຣະສົງໃນວັດບ້ານນັ້ນໆ ເປັນຜູ້ມີໜ້າທີ່ໂດຍກົງ ດັ່ງກັບປັດຈຸບັນນີ້ ຜູ້ທີ່ເຮັດໃບຣາຍເກີດ ກໍແມ່ນສຳນັກງານຫ້ອງການບ້ານເປັນຜູ້ຮັບລາຍງານການເກີດ ຂອງເດັກນ້ອຍຄັ້ງແຮກ.

ວິທີກົດເບິ່ງລີງກ໌ລຸ່ມນີ້ ເພື່ອໃຫ້ງ່າຍ ແລະບໍ່ຫຍຸ້ງຍາກ ໃຫ້ທ່ານເອົາແຄລເຊີຣ໌ເມົາໄປວາງໄວ້ໃສ່ລິ່ງນັ້ນ ແລ້ວກົດຂວາ ແລ້ວກົດເປີດຈະໄດ້ຮູບລິ່ງຂຶ້ນມາທັນທີ
ກົດເບິ່ງ ຮູບສີລາຈາຣືກວັດສີສະເກດ ຮູບຍັນລົງເລກ
ໃບລາຍເກີດ ຫຼືໜັງສືການເກີດສະໄໝຣະບອບເກົ່າ(ໃບນີ້ທຳຂື້ນໃນປີ ໑໙໖໘)
ຕົວຢ່າງໜັງສືການເກີດ ທີ່ນຳໃຊ້ໃນປັດຈຸບັນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ປ່າາາາາໂທແມ່ນຫຍັງຫວາ ລາຍຕາໄປຫມົດ @_@
ມື້ນີ້ເດີກແລ້ວສາຍຕາເລີຍບໍ່ດີ ປານໃດ ອີອີອີ
ເອົາໄວ້ມື້ອື່ນກ່ອນເດີ້ແລ້ວຈະມາອ່ານວ່າແມ່ນຫຍັງກັນ ^ ^


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ
ເຮັດຈັງໃດ
ຈັງຊິພິມໂຕທັມໄດ້


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ physician ຂຽນວ່າ...
ເຮັດຈັງໃດ
ຈັງຊິພິມໂຕທັມໄດ້



ວິທີ່ພິມໂຕທັມໄດ້ ງ່າຍໆໆ ກໍຕ້ອງມີຟອນຕ໌ໂຕທັມສາກ່ອນ ແລ້ວຈຶ່ງມີສກິບລາວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
khuam hoo mai eek leow . na ja pae hai phom ,...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໒ ກະທູ້
໑໘໘ ໂພສ
ນັກການກະທູ້
ອືມມມ ຖືຫ ອິອິ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ physician ຂຽນວ່າ...
ເຮັດຈັງໃດ
ຈັງຊິພິມໂຕທັມໄດ້



ວິທີ່ພິມໂຕທັມໄດ້ ງ່າຍໆໆ ກໍຕ້ອງມີຟອນຕ໌ໂຕທັມສາກ່ອນ ແລ້ວຈຶ່ງມີສກິບລາວ


ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ມີມາດົນແລ້ວນໍ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຫາກະເຫັນມີສະແຕມນຳ



ຂ້ອຍກະມີແຕ່ມັນບໍ່ມີສະແຕມແບບດຽວກັນນິລະ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ມີມາດົນແລ້ວນໍ


ໂຕໃໝ່ນີ້ ລຽນແບບໂຕເກົ່າຊໍ້າ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຍັງບໍ່ຮູ້ເລີຍວ່າພໍ່ແມ່ເຮັດໃບເກີດໃຫ້ລະບໍ ຫະຫະໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ