ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພາສາ ລາວໂອເກະ (ພາສາ karaoke 2)

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ເຫັນໃຈບາງຄົນທີ່ພິມພາສາລາວບໍ່ໄດ້ເລີຍຕ້ອງພິມພາສາkaraoke ແຕ່ບາງຄົນກະຂຽນແບບອ່ານຍາກເຫຼືອເກີນ, ດ້ວຍເຫດນັ້ນ 4ne' ເລີຍເກີດໄອເດີຍ ຢາກສ້າງມາດຕະຖານໃໝ່ໃຫ້ແກ່ພາສາດັ່ງກ່າວ ພ້ອມຖືວິສາສະ ສະຖາປະນາຊື່ໃໝ່ວ່າ ພາສາ"ລາວໂອເກະ" ແຕ່ນີ້ບໍ່ໄດ້ໝາຍວ່າມັນຈະຕາຍໂຕເລີຍ ແຕ່ຢາກໃຫ້ໝູ່ເພື່ອນມາລອງສຶກສາເບິ່ງ, ໃຫ້ຄຳຄິດເຫັນ ແລະ ປັບປຸງເພື່ອໃຫ້ພາສາດັ່ງກ່າວມີຄວາມສົມບູນຍິ່ງຂຶ້ນ ແລະ ພ້ອມອອກເຜີຍແພ່ໃຫ້ສາທາລະນະຊົນຮັບຮູ້ ແລະ ຊົມໃຊ້ໃນຂັ້ນຕໍ່ໄປ. ແລະຕໍ່ໄປນີ້ແມ່ນ ມາດຖານຂັ້ນຕົ້ນທີ່ ຂພຈ ຂະນຳສະເໜີ: ນັ້ນກໍ່ຄືການແທນອັກສອນລາວ ດ້ວຍຕົວອັກສອນອັງກິດ ຄ້າຍໆການຂຽນໂຄດຫັ້ນລະ ບໍ່ແມ່ນການພ້ອມສຽງອັກສອນອັງກິດໃຫ້ອ່ານອອກສຽງຄືພາສາລາວຄືຜ່ານມາ ເຊິ່ງມີເນື້ອໃນລະອຽດດິ່ງນີ້: ກ=g ຂ=kh ຄ=k ງ=ng ຈ=j ສ=s ຊ=z ຍ=y ດ=d ຕ=t ຖ=tx ທ=th ນ=n ບ=b ປ=p ຜ=px ຝ=fh ພ=ph ຟ=f ມ=m ຢ=yx ລ=l ຣ=r ວ=v ຫ=hx ອ=x(ຫຼືບໍ່ຂຽນພະຍັນຊະນະເລີຍກໍ່ໄດ້) ຮ=h ຫງ=gh ຫຍ=yh ໜ=nh ໝ=mh ຫວ=w(ຫຼືvh) ຫຼ=lh ສັງເກດວ່າ ການແທນສຽງສູງບາງໂຕ ແລະ ພະຍັນຊະນະປະສົມຈະຕື່ມໂຕ "h" ແຕ່ກໍ່ມີບາງກໍລະນີທີ່ຕື່ມໂຕ "x" ແທນ ເພື່ອຫຼີກລ້ຽງການໃຊ້ອິກສອນຊ້ຳກັນ, ສ່ວນສະລະກໍ່ມີຄືດັ່ງນີ້: ອະ=a ອິ=i ອຶ=q ອຸ=u ເອະ=e ໂອະ=o ແອະ=ae ເອາະ=or ເອີະ=er ເອີຍະ=ia ອົວະ=ua ເອຶອ=ea ໄອ=ai ພຶເສດ: ອວຍ=uay ເອີຍ=ey ໂອຍ=oy ອອຍ=oi ແອວ=eo ສ່ວນການອອກສຽງຍາວໃຫ້ໃຊ້ໝາຍຂີດ "-" ໃສ່ດ້ານຫຼັງວັນນະຍຸດ ຫຼື ຫຼັງສຸດຂອງຄຳນັ້ນໆ ຫຼື ຂຽນສະລະໂຕສຸດທ້າຍ2ໂຕກໍ່ໄດ້ (ຕຢ: ມາ=ma- ຫຼື maa ຕາຍ=tai- ຫຼື taii ). ຕໍ່ໄປແມ່ນວັນນະຍຸດ ອ່= ' ອ້= " ອ໊= ^ ອ໋= * ໃສ່ດ້ານຫຼັງຕົວລສະກົດ (ຕຢ: ບ້າ=ba"- ຫຼື Baa" ຮ້ອນ=horn"- ຫຼື horr" )ແລະ ສຸດທ້າຍແມ່ນໝາຍຊ້ຳ ໆ= r ແຕ່ຕ້ອງຍະວ່າງກ່ອນ, ກໍລະນີໃຊ້ ຂີດ"-" ບໍ່ກໍ່ໄດ້ (ຕຢ: ຮ້ອນໆ=horn"-r ຫຼື horrn' r ). ສຳລັບລຳດັບການຂຽນກໍ່ມີຄື: ພະຍັນຊະນະ+ສະຫຼະ+ຕົວສະກົດ+ວັນນະຍຸດ+(ຂີດລາກສຽງຍາວ"-" ກໍລະນີຂຽບແບບຂີດ). ຕໍ່ໄປນີ້ແມ່ນຕົວຢ່າງການຂຽນພາສາລາວໂອເກະ: ຂ້ອຍຮັກເຈົ້າ= khoi-hug-jao" ກິນເຂົ້າແລ້ວຫວ໋າ?= gin khao" leo"-wa-? ຫຼິ້ນພັນລາວຢູ່= lhin" phan lao- yxu'- ເວົ້າຫຼິ້ນຊື່ໆ= vao" lhin" zq'-r ເປັນຕົ້ນ. ດ້ວຍວິທີນີ້ຈະຊ່ວຍລົດຄວາມເຂົ້າໃຈຜິດໃນການຕີຄວາມໝາຍຂອງພາສາຄາລາໂອເກະໄດ້ບໍ່ໜ້ອຍ, ເຖິງແນວໃດກໍ່ຕາມ ມັນກໍ່ມີຄວາມຫຍຸ້ງຍາກສັບສົນໃນການໃຊ້ໃນເບື້ອງຕົ້ນ ເພາະບໍ່ທັນລຶ້ງເຄີຍ ແລະ ມີບາງຈຸດທີ່ບໍ່ເໝາະສົມ ແລະ ຄອບຄຸມບໍ່ເຖິງ, ດັ່ງນັ້ນ ຈຶ່ງຍາກໃຫ້ໝູ່ເພື່ອລອງເບິ່ງ ສຶກສາ ແລະ ປັບປຸງແກ້ໄຂໃຫ້ສົມບູນຂຶ້ນຕື່ມ. ຂໍຂອບໃຈລ່ວງໜ້າສຳລັບທຸກຄຳຄິດເຫັນ ເຖິງແມ່ນວ່າສຸດທ້າຍແລ້ວພາສານີ້ຈະບໍ່ໄດຖືກນຳໃຊ້ຈິງກໍ່ຕາມ. di-jai ti'-dai" khian- 4ne'

Sin tu amor en mi vida, mi vida no se
como podre yo vivir

໔ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ອ່ານແລ້ວວິນຫົວ ຄືຊິຕ້ອງເລົ່າດົນເຕິບ..

somchit(索姆)professional Translater: chinese-lao;lao-chinese phone:0086-13761328644 /ambear212726@yahoo.com

໐ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ok i got it...thx Q der


໑ ກະທູ້
໑໑໖ ໂພສ
ນັກການກະທູ້
ຄືຖອດມາຈາກພາສາຫວຽດ

ສັດໂລກ ຍ່ອມເປັນໄປຕາມກຳ

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ກະດີຄືກັນ ເຫັນດີນຳການໃຊ້ພາສາຄາຮາໂອເກະສຳລັບຄົນທີ່ບໍມີຫຼືພິມລາວບໍໄດ້

ເນື່ອງຈາກສະໄໝນີ້ໄວຮຸ່ນລາວມີຄ່ານິຍົມໃຊ້ພາສາໄທເກີນເຫດ ເພາະອາດຈະມີຜົນກະທົບກັບພາສາລາວໃນອະນາຄົດ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍຂຽນ ງ = ng ; ກ = g ຫຼື k

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຄິດຄື soji


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ຕາມເຄີຍຂຽນ ງ = ng, ກ = k . ກິນເຂົ້າແລ້ວຫວາ? = kin khao leo wa? , ເຮັດຫຍັງຢູ່ = het yung yu? or h y u?...

"no one is perfect"

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືກັບ ceng

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ok ຊັ້ນຂໍປ່ຽນ g=ກ ng=ງ

Sin tu amor en mi vida, mi vida no se
como podre yo vivir

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
khoi-hug-jao" ອ່ານວ່າ ຂອຍຮາກເຈົ້າ ? ຈັ່ງຊິຫວະ


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ດຽວນີ້ພາສາໂອເກະກະມີແບບຫຍໍ້ໆນຳຕົວະ
ແບບ mg ອິຫຍັງສິ


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@april

maen leo...


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
khuk d sun hao kor khien keuab theuk leo

ຄົນຄິດຮອດບ້ານ

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຂ້ອຍວ່າ ມາຮັກສາພາສາລາວ ແລະອັກສອນລາວ ຂອງເຮົາ ດີກວ່າ ເພາະວ່າ ເຫຼືອພຽງສິ່ງດຽວ ທີ່ເຮົາ ສາມາດບອກໄດ້ວ່າ ນີ້ຫລະ ຄືລາວແທ້ໆ
ເຮົາຄົນລາວ ວັດທະນະທຳລາວ ກະປ່ຽນແປງ ໄປຕາມການເວລາ ສິ່ງດຽວ ທີ່ເຫຼືອໃຫ້ລູກຫລານ ກະຄື ອັກສອນ


໑ ກະທູ້
໑໙໖ ໂພສ
ນັກການກະທູ້
ດຽວນື້ໄວລຸ້ນລາວນິຍົມໃຊ້ພາສາໄທ

Evil ໃຈດຽວຫຼາຍຄວາມຄິດ

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ໄຊ້ພາສາໄທ ຫຼື ພາສາ karaoke ມັນກະຄືກັນຫັ້ນຫລະ ຊິເອົາພາສາ karaoke ມາແຂ່ງກັບພາສາໄທຫວາ ແລ້ວພາສາລາວເຮົາເອົາໄປໄວ້ໄສ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະບໍ່ແມ່ນວ່າບໍ່ຮັກສາ ພາສາລາວ
ແຕ່ວ່າຄວາມສະດວກຂອງແຕ່ລະຄົນມັນບໍ່ຄືກັນ ບາງຄົນບໍ່ສາມາດ ພິມພາສາລາວໄດ້ ຄອມບໍມີຟ່ອນລາວ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາໜ້າເຫັນໃຈນໍທີ່ພິມລາວບໍ່ໄດ້ນ່ະ ຈະຊ່ວຍໄດ້ແນວໃດນໍ ເພື່ອຈະໃຫ້ໝູ່ທຸກໆຄົນພິມພາສາລາວໄດ້ເພື່ອຈະເປັນການດີທີ່ສຸດ ຮ່າຮ່າ


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
phoenixten ເກັ່ງເວີ້ຍ ອ່ານຖືກຕ້ອງເລີຍ ປູ່ສາ"ຕັ້ງໃຈ"ຂຽນຜິດໄວ້ ໃດ໋ຫັ໊ນ...

Sin tu amor en mi vida, mi vida no se
como podre yo vivir

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 4ne ຂຽນວ່າ...
"ຕັ້ງໃຈ"ຂຽນຜິດໄວ້ ໃດ໋ຫັ໊ນ


4ne ແນ່ໃຈຫວະ ?


໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ເຮົາຂໍສະແດງຄວາມຄິດເຫັນນຳແນ່ເດີ້ ເລື່ອງນີ້ນະ

ຈຳເປັນແທ້ໆບໍ່ຈຶ່ງຕ້ອງພາກັນໃຊ້ karaoke ເພາະເຮົາເຫັນວ່າຖ້າຊ່ວຍກັນສົ່ງເສີມການໃຊ້ພາສາລາວທີ່ເປັນລາວແທ້ໆໜ້າຈະດີກວ່າ
ແລະ ອີກຢ່າງໜຶ່ງ ການອອກສຽງ(phonetic)ທີ່ມາດຕະຖານເຂົາເຈົ້າກະມີແລ້ວ ສຳລັບພາສາລາວເພິ່ນກະເຮັດໄວ້ແລ້ວຕ່າງຫາກ

ເພາະບໍ່ແມ່ນຫຍັງດອກ ພາສາລາວເຮົາ ບໍ່ເໝາະສົມກັບkaraoke ບ່ອນວ່າ ການອອກສຽງວັນນະຍຸດນີ້ລະ ໂຕທີ່ທ່ານແນະນຳໃນເບື້ອງຕົ້ນນັ້ນ ກະແມ່ນເປັນແນວທາງທີ່ດີຢູ່ ແຕ່ເຮົາຄິດວ່າບາດໄວລຸ້ນເອົາໄປໃຊ້ແລ້ວເຂົາຊິບໍ່ໃຊ້ວັນນະຍຸດທີ່ທ່ານແນະນຳຫັ້ນຕິລະ!

ແຕ່ທ້າຍທີ່ສຸດແລ້ວເຮົາຊິພາກັນກັບໄປໃຊ້ແບບພາສາລາວໃນອະດີດບໍ່?(ທີ່ບໍ່ມີວັນນະຍຸດ)


ເຮົາລະເຫັນດີກັບ b4510024/

ຂອບໃຈ :)

ທີ່ເພີ່ນທີ່ໂຕ

໙ ກະທູ້
໒໒໕ ໂພສ
ນັກການກະທູ້
ເຈັບຫົວ ເລີຍ

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແທ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
http://punlao.com/files/punlao_layout.exe


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ສຳຫຼັບໃຜທີ່ພໍຈະຂຽນພາສາລາວໄດ້ແຕ່ບໍ່ຂຽນ4ne' ກະວ່າຊັ້ນລະ. ຂພຈ ຄີຍເວົ້າບັນຫານັ້ນແລ້ວ ທີ່ວ່າຢາກໃຫ້ຂຽນລາວ ແຕ່ກະຖືກຕຳໜິຄືນມາຫລາຍບັນຫາ. ເຮົາຕ້ອງເອົາໃຈເຂົາມາໃສ່ໃຈເຮົາລອງເບີ່ງ ເພາະບາງຄົນກະຢູຕ່າງປະເທດດົນ ຈົນລືມການຂຽນພາສາລາວໄປ ສິໃຫ້ໄປຮຽນຄືນກະຢາກຍາກ ທັງເລື່ອງອາຍຸ, ເວລາ ໆລໆ ບາງຄົນແປ້ນພິມກະບໍ່ມີສະກີນພາສາລາວ ເວລາພຶມກະລຳບາກ ຄອມບາງຄົນກະລົງພາສາລາວບໍ່ໄດ້ ແລະອື່ນໆ ອີກ ກະເລີຍຢາກຫາທາງຊ່ວຍເຂົາເຈົ້າຊື່ໆ ແລະ ບໍ່ໃດ້ໝາຍວ່າສຶໃຫ້ໄປໃຊ້ຈິງດອກ ແຕ່ຢາກໃຫ້ລອງສຶກສາເບິ່ງກ່ອນ ຫຼັງຈາກນັ້ນກະສຸດແລ້ວແຕ່ເຈົ້າຂອງ. ເຖິງແນວໃດກໍ່ຕາມ ກໍ່ຂໍຂອບໃຈສຳລັບຄຳຄິດເຫັນທີ່ມີປະໂຫຍດ (ແຕ່ກະຍັງສົງໃສຢູ່ໜ້ອຍໜຶ່ງວ່າ ໄດ້ອ່ານສຶ່ງທີ່ ຂພຈ ຂຽນຂ້າງເທິງນັ້ນ ເຂົ້າໃຈລະອຽດດີແລ້ວ ຫຼື ບໍ່ ຫຼື ອ່ານພຽງເຜີນ ຂ້າມໆ ແລ້ວເດົາເນື້ອໃນລວມເອົາເອງ)

Sin tu amor en mi vida, mi vida no se
como podre yo vivir

໑ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ຍຸກສະໄໝປ່ຽນໄປພາສາກໍ່ມີການປ່ຽນແປງ ຕ້ອງທຳໃຈ ແຕ່ຢ່າລືມພາສາລາວເດີ້ພີ່ນ້ອງ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ເວົ້າເຖິງ Karaoke language ຫຼື Karaoke slang ມັນກະກະເປັນເລື່ອງທີ່ສັບສົນພໍສົມຄວນນໍ sam lap pou t bo khao chai . ເອົາເປັນວ່າຂຽນຊື່
ຕົວເອງເປັນພາສາອັງກິດໃຫ້ຕ່າງປະເທດອ່ານຖືກຕ້ອງແລະໃກ້ຄຽງທີ່ສຸດກ່ອນສາ. ອ່ານບໍ່ຖືກນິຫຍຸ້ງອີກລະ. 555.

ເທບແຫ່ງພາສາລາວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
mee khuam kit hen wa:

Sam lap Karaoke language & Karaoke slang nan bor khuan pai kam not wa hai man pen neo dai.
khuan ja berng wa man pen neo dai cha d kua.

ເທບແຫ່ງພາສາລາວ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>