ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ອຳນາດເງິນຕາປັນຍາ ແລະທັມມະ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ມະນຸດຄົນເຂົາຢາກໄດ້ ອຳນາດໃຫຍ່ມາມື
ເຂົາວ່າຄົນຢູ່ສູງເໜືອມະນຸດ ປະເສີດຫຼາຍເຫຼືອລົ້ນ
ອຳນາດຍັງທຳໃຫ້ ເງິນຕາມວນມາກ
ມີອຳນາດໃຫຍ່ກວ້າງ ສົມບັດລົ້ນອັ່ງສະຖານ

- ມີອຳນາດບໍ່ຕ້ອງຢ້ານ ວ່າຊິທຸກໃນເມືອງຄົນ
ຢາກມີຍົນຍານເຫາະ ຫອບເຫີນເດີນຟ້າ
ມີເງິນຕາພຽງພ້ອມ ສົມບັດກອງລົ້ນອັ່ງ
ພະລັງສູງກວ່າຊ້າງ ຄົນນ້ອມນັບຖື

- ຄັນມີອຳນາດແລ້ວ ຈະມີພວກສະຫາຍເກີ
ຈະເອົາມາທຳງານ ຊ່ວຍການກໍຍັງໄດ້
ໃຜຜູ້ມີຄວາມຮູ້ ປັນຍາຫຼາຍໃນໂລກ
ກໍຍອມມາຮັບໃຊ້ ສະໜອງວຽກຮ່ວມງານ

- ຫາກອຳນາດນັ້ນຊອບດ້ວຍ ປະໂຫຍດສ່ວນຄົນຄຳນັບ
ກັບທັງສົມບັດຫຼາຍ ມາກກືກອງລ້ານ
ອຳນາດທັມມາແຈ້ງ ກຸສົນດີເອື້ອປະໂຫຍດ
ເງິນຕາມາຈາກພື້ນ ປັນຍາເກື້ອເຮື່ອແຮງ

- ອຳນາດຈິງຈັງແຈ້ງ ມະນຸດຊາດຄວນສະແຫວງ
ເງິນຕາສົມບັດຫຼາຍ ສິ່ງທີ່ຄົນຄວນຄົ້ນ
ຊອກສະແຫວງມາສ້າງ ທາງກຸສົນໃຫ້ເຮືອງຮຸ່ງ
ຈິດເຈດເຫດລະຜົນກໍ່ເກື້ອ ໃຫ້ສຸມແມ້ງດັ່ງປະສົງ

- ອຳນາດນັ້ນມີຄັບຟ້າ ສົມບັດຫຼາກເຫຼືອຄະນາ
ຫາກປັນຍາຄຸນນະທັມ ເປົ່າຄຸນຄາມອຈ້ງ
ສົມບັດມີຫຼາຍລົ້ນ ອຳນາດຫຼາຍຄັບໂລກ
ກໍບໍ່ຄົງທ່ຽງໝັ້ນ ສະເໝີດ້າມດັ່ງປັນຍາ ໄດ້ແລ້ວ

- ປັນຍາຊາມຕ່ຳຊ້າ ອຳນາດຊົ່ວອະທັມ
ມັນຍ່ອມນຳທາງສູນ ຊາດຕະກູນການແຈ້ງ
ດັ່ງທີ່ເຮົາເຫັນຮູ້ ນຳກັນສະເໝີດັ່ງ
ປັນຍານຢັ່ງຮູ້ ຄົງເຫັນພ້ອມພ່ຳກັນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒