ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເຮືອນສາມນ້ຳສີ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮືອນສາມ
໑. ເຮືອນຄົວ : ຈັດການເຮືອນຄົວໃຫ້ດີງາມເປັນລະບຽບຮຽບຮ້ອຍທຳຄວາມສະອາດເບິ່ງງົດງາມ ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກໝ້ອງ ຮັບຜິດຊອບງາມຄົວກິນ, ນອກຈການັ້ນ ວຽກງານຄົວເຮືອນທຸກປະເພດ ແມ່ນໜ້າທີ່ຂອງຜູ້ຍິງ.
໒. ເຮື້ອນຜົມ : ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະເໝີ, ແຕ່ປັດຈຸບັນນີ້ ມີທັງດັດ, ມີທັງຕັດ, ມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍສຸດແລ້ວແຕ່ຕາມໃຈມັກ ທັງນີ້ຕ້ອງຮັບປະກັນຄວາມງາມ, ສະອາດ ແລະຖືກກັບໂຄງໜ້າ.
໓. ເຮືອນກາຍ : ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ ແລະຢູ່ໃກ້ກໍບໍ່ເປັນທີ່ໜ້າລັງກຽດ.

ນ້ຳສີ່
໑. ນໍ້າດື່ມ : ນໍ້າໜ້າເຮືອນ ສະໄໝເກົ່າກ່ອນເພີ່ນມີອຸນໍ້າໜ້າເຮືອນ ໃສ່ກະບວຍໄວ້ພ້ອມ, ຫຼືຕັ້ງໄວ້ໜ້າເດີ່ນບ້ານເລີຍ ແຂກໄປໄທພໍໄດ້ຕັກກິນສະບາຍ, ນໍ້າໃນເຮືອນ ຄືນໍ້າໃນ ເຮືອນຄົວ ຫຼືເຮືອນໃຫຍ່ ອັນນີ້ເປັນນໍ້າສຳລັບໃຊ້ສອຍ ແລະທັງກິນ ຢ່າໃຫ້ຂາດແອ່ງຂາດອຸ ຢ່າງນ້ອຍຍາມຫິວກາງຄ່ຳການຄືນພໍໄດ້ຕັກິນ ຫຼືເມື່ອເກີດເຫດໄປຟືນຂຶ້ນມາພໍໄດ້ ດັບໄຟໃນເບື້ອງຕົ້ນໄດ້ ຄົນບໍ່ຮານຈຶ່ງມີຄຳເວົ້າວ່າ "ນໍ້າໃນໄຟຟືນ".
໒. ນໍ້າຄຳ : ນໍ້າຄຳນີ້ ເປັນຄຳເວົ້າຄຳຈາ ມ່ວນເພາະເສາະໃສ ບໍ່ກັບບໍ່ກອກ ເວົ້າຈາຊື່ກົງສະເໝີຕົ້ນ ສະເໝີປາຍ.
໓. ນໍ້າໃຈ : ເປັນຄົນມີນໍ້າໃຈໂອບອ້ອມອາຣີນຳຍາດພີ່ນ້ອງ ແລະເພື່ອນຝູງ.
໔. ນໍ້າເຕົ້ປປູນ : ຄວາມໝາຍໜຶ່ງ ແມ່ນວ່າຄົນລາວບູຮານທຸກເຜົ່າແມ່ນຄ້ຽວໝາກທັງຍິງທັງຊາຍ, ສະນັ້ນຄຳວ່ານໍ້າເຕົ້າປູນ ບໍ່ຄວນໃຫ້ແຫ້ງ ຄັນນໍ້າເຕົ້າປູນແຫ້ງ ເຂົາວ່າຍິງເຮືອນນັ້ນຂີ້ຄ້ານ, ອີກຄວາມໝາຍໜຶ່ງ ຄືນໍ້າເຕົ້າປູມ ຄືພູມຄວາມຮູ້ຂອງຜູ້ຍິງທີ່ເປັນແມ່ເຮືອນຕ້ອງມີຄວາມຮູ້ ສະຫຼາດໃນກິດຈະການງານທັງປວງ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ເຮືອນສາມ
໑. ເຮືອນຄົວ : ຈັດການເຮືອນຄົວໃຫ້ດີງາມເປັນລະບຽບຮຽບຮ້ອຍທຳຄວາມສະອາດເບິ່ງງົດງາມ ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກໝ້ອງ ຮັບຜິດຊອບງາມຄົວກິນ, ນອກຈການັ້ນ ວຽກງານຄົວເຮືອນທຸກປະເທດ ແມ່ນໜ້າທີ່ຂອງຜູ້ຍິງ.
໒. ເຮື້ອນຜົມ : ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະເໝີ, ແຕ່ປັດຈຸບັນນີ້ ມີທັງດັດ, ມີທັງຕັດ, ມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍສຸດແລ້ວແຕ່ຕາມໃຈມັກ ທັງນີ້ຕ້ອງຮັບປະກັນຄວາມງາມ, ສະອາດ ແລະຖືກກັບໂຄງໜ້າ.
໓. ເຮືອນກາຍ : ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ ແລະຢູ່ໃກ້ກໍບໍ່ເປັນທີ່ໜ້າລັງກຽດ.

ນ້ຳສີ່
໑. ນຳ້ດື່ມ : ນຳ້ໜ້າເຮືອນ ສະໄໝເກົ່າກ່ອນເພີ່ມອຸນຳ້ໜ້າເຮືອນ ໃສ່ກະບວຍໄວ້ພ້ອມ, ຫຼືຕັ້ງໄວ້ໜ້າເດີ່ນບ້ານເລີຍ ແຂກໄປໄທພໍໄດ້ຕັກກິນສະບາຍ, ນຳ້ໃນເຮືອນ ຄືນຳ້ໃນ ເຮືອນຄົວ ຫຼືເຮືອນໃຫຍ່ ອັນນີ້ເປັນນຳ້ສຳລັບໃຊ້ສອຍ ແລະທັງກິນ ຢ່າໃຫ້ຂາດແອ່ງຂາດອຸ ຢ່າງນ້ອຍຍາມຫິວກາງຄ່ຳການຄືນພໍໄດ້ຕັກິນ ຫຼືເມື່ອເກີດເຫດໄປຟືນຂຶ້ນມາພໍໄດ້ ດັບໄຟໃນເບື້ອງຕົ້ນໄດ້ ຄົນບໍ່ຮານຈຶ່ງມີຄຳເວົ້າວ່າ "ນຳ້ໃນໄຟຟືນ".
໒. ນຳ້ຄຳ : ນຳ້ຄຳນີ້ ເປັນຄຳເວົ້າຄຳຈາ ມ່ວນເພາະເສາະໃສ ບໍ່ກັບບໍ່ກອກ ເວົ້າຈາຊື່ກົງສະເໝີຕົ້ນ ສະເໝີປາຍ.
໓. ນຳ້ໃຈ : ເປັນຄົນມີນຳ້ໃຈໂອບອ້ອມອາຣີນຳ້ຍາດພີ່ນ້ອງ ແລະເພື່ອນຝູງ.
໔. ນຳ້ເຕົ້ປປູນ : ຄວາມໝາຍໜຶ່ງ ແມ່ນວ່າຄົນລາວບູຮານທຸກເຜົ່າແມ່ນຄ້ຽວໝາກທັງຍິງທັງຊາຍ, ສະນັ້ນຄຳວ່ານຳ້ເຕົ້າປູນ ບໍ່ຄວນໃຫ້ແຫ້ງ ຄັນນຳ້ເຕົ້າປູນແຫ້ງ ເຂົາວ່າຍິງເຮືອນນັ້ນຂີ້ຄ້ານ, ອີກຄວາມໝາຍໜຶ່ງ ຄືນຳ້ເຕົ້າປູມ ຄືພູມຄວາມຮູ້ຂອງຜູ້ຍິງທີ່ເປັນແມ່ເຮືອນຕ້ອງມີຄວາມຮູ້ ສະຫຼາດໃນກິດຈະການງານທັງປວງ.


ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ຂ້ອຍ ຢາກໄດ້ ຕາມ ນີ້ລະ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ຂ້ອຍ ຢາກໄດ້ ຕາມ ນີ້ລະ


ชอกหาเอา้เด้อ มีอยู่ดอก

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
pen khong ha yark.

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໐ ກະທູ້
໒໒໐ ໂພສ
ນັກການກະທູ້
ມີຜູ້ຍິງຜູ້ໃດເຮັດໄດ້ຄືຊິເກັ່ງນໍ້


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ກະຊອກຍາກລະແຫຼະຜູ້ຍິງແບບນັ້ນສະໄໝນິ ກະບໍ່ວ່າໃຜແຕ່ຂະໜາດຂ້ອຍກະຍັງເຮັດບາງຂໍ້ບໍ່ໄດ້



໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ToooooN ຂຽນວ່າ...
ກະຊອກຍາກລະແຫຼະຜູ້ຍິງແບບນັ້ນສະໄໝນິ ກະບໍ່ວ່າໃຜແຕ່ຂະໜາດຂ້ອຍກະຍັງເຮັດບາງຂໍ້ບໍ່ໄດ້


ໄດ້ບາງຂໍ້ ຂໍອະນຸໂມທະນາ ດີກວ່າບໍ່ໄດ້ເລີຍ (ທີ່ສຳຄັນຮູ້ໜ້າທີ່ນັ້ນແລ້ວດີ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓ ກະທູ້
໑໙໓ ໂພສ
ນັກການກະທູ້
sa pec lery


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TOooTOoo ຂຽນວ່າ...
sa pec lery



ຄືຊິບໍ່ມີແລ້ວຕິ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໒ ກະທູ້
໑໐໗ ໂພສ
ນັກການກະທູ້
ຄິດວ່າດຽວນີເຮືອນຄົວຊາຍເຮັດກໍ່ໄດ້ໃຫ້ຊ່ວຍກັນເຮັດ

(ສະມະຊິກພັນລາວ ທ່ານໜຶ່ງເວົ້າວ່າ. ຄວາມຮູ້ເປັນແກ່ນ ຄະເເນນເປັນມອກ)
ຄວາມຮູ້ຕ້ອງຊອກ ສະແຫວງຫາ
ຕາມກະຕິກາ ຄະແນນຢູ່ທີ່ປາຍປາກາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kava ຂຽນວ່າ...
ຄິດວ່າດຽວນີເຮືອນຄົວຊາຍເຮັດກໍ່ໄດ້ໃຫ້ຊ່ວຍກັນເຮັດ


- ອັນນັ້ນຖືກແລ້ວ ຢາມວັນເສົາອາທິດ ຫຼືທຸກມື້ກະໄດ້ຫາກຜົວກະເຮັດການ ເມັຍກະເຮັດການ ຄັນເມັຍຢູ່ເຮືອນໄດ້ແຕ່ແຕ່ງເພດບໍ່ເຮັດຫຍັງ ຄັນລໍຖ້າຜົວມາຊ່ວຍເຮັດ ບໍ່ເຫິງຜົວເປັນເຜດ ຮ່າໆໆໆໆໆໆໆໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງມີຢູ່ເດີຜູ້ຍີງທີ່ມີເຮືອນສາມນ້ຳສີ່ຫັ້ນ ເຄີຍພົບເຫັນມາຫຼາຍຄົນແລ້ວເດີ ເຊື່ອໂລດເດີ ແຟນເຂົາກະເປັນຄົນໜຶ່ງທີ່ຢູ່ໃນນັ້ນ ອິອິອິ ບໍ່ໄດ້ຫຼົງແຟນຕົວເອງໄດ໋ນິ ເວົ້າໃຫ້ຟັງຊື່ໆ ອິອິອິ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ namsing1988 ຂຽນວ່າ...
ຍັງມີຢູ່ເດີຜູ້ຍີງທີ່ມີເຮືອນສາມນ້ຳສີ່ຫັ້ນ ເຄີຍພົບເຫັນມາຫຼາຍຄົນແລ້ວເດີ ເຊື່ອໂລດເດີ ແຟນເຂົາກະເປັນຄົນໜຶ່ງທີ່ຢູ່ໃນນັ້ນ ອິອິອິ ບໍ່ໄດ້ຫຼົງແຟນຕົວເອງໄດ໋ນິ ເວົ້າໃຫ້ຟັງຊື່ໆ ອິອິອິ


ພຸ້ນຕວົະ..............

liverpool you"ll never walk alone

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບຊື່ເດີ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເຈີຍິງແບບນີ້ອີຫລີລະບາດນີ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາບໍ່ຍາກຕິເບາະໃນພັນລາວ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຜູ້ຍິງຜູ້ໃດເຮັດໄດ້ຄືຊິເກັ່ງນໍ້


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືຊິຫາຍາກ ຄົນສະໄໝນີ້

ຂະໜາດຂ້ອຍກະຍັງບໍ່ມີເຮືອນຄົວ

I believe in the IMPOSSIBLE

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາຍາກ ສູ່ມື້ນິ

ຮັກແທ້ຄືແມ່

໓ ກະທູ້
໓໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ເຮືອນສາມ
໑. ເຮືອນຄົວ : ຈັດການເຮືອນຄົວໃຫ້ດີງາມເປັນລະບຽບຮຽບຮ້ອຍທຳຄວາມສະອາດເບິ່ງງົດງາມ ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກໝ້ອງ ຮັບຜິດຊອບງາມຄົວກິນ, ນອກຈການັ້ນ ວຽກງານຄົວເຮືອນທຸກປະເພດ ແມ່ນໜ້າທີ່ຂອງຜູ້ຍິງ.
໒. ເຮື້ອນຜົມ : ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະເໝີ, ແຕ່ປັດຈຸບັນນີ້ ມີທັງດັດ, ມີທັງຕັດ, ມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍສຸດແລ້ວແຕ່ຕາມໃຈມັກ ທັງນີ້ຕ້ອງຮັບປະກັນຄວາມງາມ, ສະອາດ ແລະຖືກກັບໂຄງໜ້າ.
໓. ເຮືອນກາຍ : ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ ແລະຢູ່ໃກ້ກໍບໍ່ເປັນທີ່ໜ້າລັງກຽດ.

ນ້ຳສີ່
໑. ນໍ້າດື່ມ : ນໍ້າໜ້າເຮືອນ ສະໄໝເກົ່າກ່ອນເພີ່ນມີອຸນໍ້າໜ້າເຮືອນ ໃສ່ກະບວຍໄວ້ພ້ອມ, ຫຼືຕັ້ງໄວ້ໜ້າເດີ່ນບ້ານເລີຍ ແຂກໄປໄທພໍໄດ້ຕັກກິນສະບາຍ, ນໍ້າໃນເຮືອນ ຄືນໍ້າໃນ ເຮືອນຄົວ ຫຼືເຮືອນໃຫຍ່ ອັນນີ້ເປັນນໍ້າສຳລັບໃຊ້ສອຍ ແລະທັງກິນ ຢ່າໃຫ້ຂາດແອ່ງຂາດອຸ ຢ່າງນ້ອຍຍາມຫິວກາງຄ່ຳການຄືນພໍໄດ້ຕັກິນ ຫຼືເມື່ອເກີດເຫດໄປຟືນຂຶ້ນມາພໍໄດ້ ດັບໄຟໃນເບື້ອງຕົ້ນໄດ້ ຄົນບໍ່ຮານຈຶ່ງມີຄຳເວົ້າວ່າ "ນໍ້າໃນໄຟຟືນ".
໒. ນໍ້າຄຳ : ນໍ້າຄຳນີ້ ເປັນຄຳເວົ້າຄຳຈາ ມ່ວນເພາະເສາະໃສ ບໍ່ກັບບໍ່ກອກ ເວົ້າຈາຊື່ກົງສະເໝີຕົ້ນ ສະເໝີປາຍ.
໓. ນໍ້າໃຈ : ເປັນຄົນມີນໍ້າໃຈໂອບອ້ອມອາຣີນຳຍາດພີ່ນ້ອງ ແລະເພື່ອນຝູງ.
໔. ນໍ້າເຕົ້ປປູນ : ຄວາມໝາຍໜຶ່ງ ແມ່ນວ່າຄົນລາວບູຮານທຸກເຜົ່າແມ່ນຄ້ຽວໝາກທັງຍິງທັງຊາຍ, ສະນັ້ນຄຳວ່ານໍ້າເຕົ້າປູນ ບໍ່ຄວນໃຫ້ແຫ້ງ ຄັນນໍ້າເຕົ້າປູນແຫ້ງ ເຂົາວ່າຍິງເຮືອນນັ້ນຂີ້ຄ້ານ, ອີກຄວາມໝາຍໜຶ່ງ ຄືນໍ້າເຕົ້າປູມ ຄືພູມຄວາມຮູ້ຂອງຜູ້ຍິງທີ່ເປັນແມ່ເຮືອນຕ້ອງມີຄວາມຮູ້ ສະຫຼາດໃນກິດຈະການງານທັງປວງ.




ກະບໍ່ໄດ້ຍາກໄດ ຄັນຢາກເຮັດ,ບໍ່ມີສຳຫຼັບຜູ້ຊາຍແນ່ບໍ່ ຢາກຮູ້ຈະໄດ້ປະຕິບັດ

ຂອບໃຈເວບພັນລາວ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວຫຼາຍ ເລີຍບໍ່ອ່ານ ຮາໆໆໆໆ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ namsing1988 ຂຽນວ່າ...
ຍັງມີຢູ່ເດີຜູ້ຍີງທີ່ມີເຮືອນສາມນ້ຳສີ່ຫັ້ນ ເຄີຍພົບເຫັນມາຫຼາຍຄົນແລ້ວເດີ ເຊື່ອໂລດເດີ ແຟນເຂົາກະເປັນຄົນໜຶ່ງທີ່ຢູ່ໃນນັ້ນ ອິອິອິ ບໍ່ໄດ້ຫຼົງແຟນຕົວເອງໄດ໋ນິ ເວົ້າໃຫ້ຟັງຊື່ໆ ອິອິອິ


ບໍ່ຫຼົງໜ້ອຍລະເນາະນ້ອງ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ຍາວຫຼາຍ ເລີຍບໍ່ອ່ານ ຮາໆໆໆໆ


ຕູນຄ້ານແທ້


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ namsing1988 ຂຽນວ່າ...
ຍັງມີຢູ່ເດີຜູ້ຍີງທີ່ມີເຮືອນສາມນ້ຳສີ່ຫັ້ນ ເຄີຍພົບເຫັນມາຫຼາຍຄົນແລ້ວເດີ ເຊື່ອໂລດເດີ ແຟນເຂົາກະເປັນຄົນໜຶ່ງທີ່ຢູ່ໃນນັ້ນ ອິອິອິ ບໍ່ໄດ້ຫຼົງແຟນຕົວເອງໄດ໋ນິ ເວົ້າໃຫ້ຟັງຊື່ໆ ອິອິອິ



ເອົ້າ ງົງ

ສິງວ່າສິງເປັນຜູ້ຍິງ

ລະແຟນສິງຄືມີເຮືອນ 3 ນ້ຳ 4 ຊັ້ນນ່າ ສິງງງງງງງງງງ

I believe in the IMPOSSIBLE