ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ໃຜຍັງອ່ານ "ປາລີ" ເປັນ "ບາລີ" ຢູ່ນັບວ່າຍັງໃຊ້ພາສາບໍ່ຖືກ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕ ກະທູ້
໑໐໐ ໂພສ
ນັກການກະທູ້
ໂອ ຂອບໃຂຫຼາຍໆ ທີ່ນຳມາຊີ້ແຈງໃຫ້ຊາບ
ຍັງສົງໄສຢູ່ຄືກັນກ່ຽວກັບສັບນີ້ລະ
ຄິດວ່າມັນຕ່າງກັນຊັ້ນດອກ
ຄວາມຈິງກະແມ່ນອັນດຽວກັນນີ້ເອງ
ຕ່າງແຕ່ຕອນນີ້ເພິ່ນໃຊ້ ປາລີ ແມ່ນບໍ່

ຂ້ອຍແມ່ນ in2on!!

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ in2on ຂຽນວ່າ...
ໂອ ຂອບໃຂຫຼາຍໆ ທີ່ນຳມາຊີ້ແຈງໃຫ້ຊາບ
ຍັງສົງໄສຢູ່ຄືກັນກ່ຽວກັບສັບນີ້ລະ
ຄິດວ່າມັນຕ່າງກັນຊັ້ນດອກ
ຄວາມຈິງກະແມ່ນອັນດຽວກັນນີ້ເອງ
ຕ່າງແຕ່ຕອນນີ້ເພິ່ນໃຊ້ ປາລີ ແມ່ນບໍ່


ບໍ່ແມ່ນຕອນນີ້ ໃຊ້ມາແຕ່ເຫິງແລ້ວ ຫຼັກຖານໃນໃບປະກາສະນີຍະບັດນັ້ນເປັນຂອງເກົ່າໃຊ້ມາແຕ່ ຄ.ສ ໑໙໔໙ ພຸ້ນ(ເປັນຂອງສະຖາບັນສຶກສາສົງ ໃນຣະດັບປະຣິນຍາຕີ ສະຖາບັນນີ້ຖືກຍຸບໃນປີ ໑໙໗໕)
-----------
ນັບຕັ້ງແຕ່ປີ ໑໘໙໘ ກັບຄືນໄປ ລາວກັບໄທຍ໌ເວົ້າຍັງບໍ່ຕ່າງກັນດອກ ຍັງມີຄວາມເໝືອນກັນທາງສຽງ ແລະຄຳເວົ້າຢູ່ ແຕ່ເມື່ອຍຸກລ່າອະນານິຄົມນັ້ນ ໄທບເຂົາສ້າງຊາດນິຍົມ ເພື່ອຕໍ່ຕ້ານຝຣັ່ງ-ອັງກິດ ທີ່ນີ້ໄທຍເຂົາຈະສ້າງໄທຍ໌ໃຫ້ເປັນໄທຍ໌ ແຕ່ມາຈົນຕາແຈທີ່ລາວເປັນຫົວເມືອຂຶ້ນຂອງຝຣັ່ງ ເມື່ອ ເປັນເຊັ່ນນັ້ນ ລາວສ່ວນໜຶ່ງ ກັບເປັນຫົວເມືອງຂຶ້ນຂອງໄທຍ໌ ສະນັ້ນ ເມື່ອໄທຍເຂົາຈະສ້າງເອກະຣາດ ເຂົາກໍຕ້ອງສ້າງເອກະລັກ ແລະສັນຍາລັກ ເມື່ອກ່ອນເຂົາຊື່ວ່າສຍາມ ກໍເພາະລາວນັ້ນມີຊົນເຜົ່າຕ່າງໆ ຊື່ວ່າໄທ(ບໍ່ແມ່ນໄທຍ໌)ສະນັ້ນ, ເມື່ອສຍາມຢາກເປັນໄທຍ໌ ຕ້ອງສ້າງທຸກຢ່າງໃຫ້ຕ່າງຈາກລາວ ແລະເມື່ອໄທຍ໌ປ່ຽນຊື່ມາເປັນໄທຍ໌ແລ້ວ ກວາມເອົາເຊື້ອຊາດລາວຈຳນວນໜຶ່ງ (ພຣຍາບໍຣົມມະຣາຊານຸພາບກ່າວວ່າ "ສຍາມຊື່ວ່າໄທຍ໌ ເພາະເຫດຜົນທາງການເມືອງ") ເມື່ອເປັນເຊັ່ນນັ້ນ ໄທຍ໌ຈຶ່ງຕ້ອງສ້າງພາສາເວົ້າ ແລະອັກສອນ ໃຫ້ຕ່າງຈາກລາວ.

ປາລີ-ລາວເວົ້າ ໄທຍ໌ກໍປ່ຽນເປັນ-ບາລີ ບໍ່ສະເພາະແຕ່ຄຳນີ້,
ລາວ ຂາບ ไทย กลาบ(ລາວດຽວນີ້ບໍ່ຮູ້ເລື່ອງເອົາຕາມໄທຍ໌)
ລາວ ພຸດທະຮູບ(ລາວ) ไทย พุทธรูป
ລາວກວດ ไทย ขวด
ລາວໂຜດ(ປານີ) ไทย โปรด(ปราณี)
ລາວຈອກ ไทย แก้ว
ລາວເຕົ້າກາ ไทย กา
ລາວພິກຂຸ(ປາລີ) ไทย ภิกษุ(ພາສາສັນສະກິດ)
ນອກຈາກນັ້ນ ຄຳໃດທີ່ມາຈາກພາສາຕ່າງປະເທດລາວໃຊ້ຕາມຝຣັ່ງ ໄທຍ໌ກໍຖືເອົາສຳນຽງອັງກິດ ໝາຍຄວາມວ່າເຮັດໃຫ້ຕ່າງນັ້ນເອງ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
pari thuek?

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປາລີ ກັບ ບາລີ ບໍ່ຕ່າງກັນ ຕ່າງກັນແຕ່ພຽງລາວໃຊ້ ປາລີ ໄທຍ໌ ຈຶ່ງໃຊ້ ບາລີ ຫາກລາວໄປໃຊ້ ບາລີ ກໍແມ່ນລາວເຮົາຂາດເອກະລັກທາງພາສາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
jak day...hen nai peum hien ka jao va pha sa "ba lee-sun sa kid"

ທ້າວທອງໃສ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ທີ່ຂຽນ "ບາລີສັນສະກິດ ຫຼືປາລີສັນສະກິດ" ຂຽນຜິດ
ຫາກຂຽນ "ປາລີ-ສັນສະກິດ" ແມ່ນຖືກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ສະບາຍດີ ທ່ານ ອະຣິຍະ,

ຂໍແລກປ່ຽນນຳໜ້ອຍໜຶ່ງເນາະ, ຂໍເຫັນດີເປັນເອກະພາບໂດຍພື້ນຖານ ກັບບົດຄວາມທີ່ທ່ານຍົກຂຶ້ນ ໂດຍສະເພາະ ໃນວັກທີ່ວ່າ ພາສາລາວມີເອກະລັກການຜັນສຽງຈາກພາສາປາລີ ມາເປັນພາສາລາວ ແລະ ຢ່າຖືວ່າເປັນການຄັດຄ້ານ, ຂໍໃຫ້ຖືວ່າ ເປັນອີກໜຶ່ງສຽງຂອງຄົນຣຸ່ນໃໝ່ ທີ່ສົນໃຈ ແລະ ຫວງແຫນມໍລະດົກທາງການສື່ສານຂອງຊາດ.

ໃນໄລຍະບໍ່ດົນມານີ້, ຫຼາຍໆຄຳສັບໃນພາສາລາວ ເບິ່ງຄືກັບວ່າ ຈະກັບຄືນໄປຫາແນວເກົ່າ ໝາຍເຖິງກັບໄປອອກສຽງຕາມພາສາປາລີທັງໝົດ ເຊັ່ນບາງຂໍ້ສັງເກດລຸ່ມນີ້:
- ອຸປະຕິເຫດ ກ່ອນໜ້ານີ້ 5-10 ປີ, ຂ້າພະເຈົ້າຄຸ້ນເຄຍໃຊ້ຮູບສະກົດ: ອຸບັດເຫດ ຫຼາຍກ່ວາ, ແຕ່ປັດຈຸບັນ ເຫັນປະກາດໃຊ້ຮູບສະກົດ"ອຸປະຕິເຫດ"ກັນແລ້ວ, ກໍ່ຖືວ່າຖືກຕ້ອງ ເພາະຖ້າຈະເບິ່ງຄືນຫຼັງ, ຄຳວ່າ ອຸບັດເຫດ -> ອຸບັຕິເຫຕ -> ອຸປະຕິເຫຕ -> ອຸປະຕິເຫຕຸ /Upatihetu/
- ມີຂໍ້ສັງເກດອີກຢ່າງໜຶ່ງຄື ໃນຫຼັກການສະກົດຮຽນສຽງອັກຂຣະລາວ ດ້ວຍອັກສອນໂຣມັນ (ສະບັບມະຫາສີລາ ວິຣະວົງສ໌ ແລະ ສະບັບພຸທະບັນດິດສະພາ) ໄດ້ບັນຍັດການອອກສຽງຂອງອັກສອນຫຼາຍໆຕົວ ດັ່ງນີ້: ຕົວ "ປ" ຖືກທຽບສຽງດ້ວຍ /b/; ຕົວ "ບ" ຖືກທຽບສຽງດ້ວຍ /p/; ຕົວ "ຄ" ຖືກທຽບສຽງດ້ວຍ /g/; ຕົວ "ທ" ຖືກທຽບສຽງດ້ວຍ /d/ ແລະ ອື່ນໆ.... ຍົກຕົວຢ່າງໜຶ່ງຄຳສັບ: /bali/ ເປັນສຽງທຽບການອອກສຽງຂອງພາສາເຄົ້າ, ແຕ່ບາດເປີດເບິ່ງການສະກົດ ພັດສະກົດວ່າ "ປາລີ" ...ເລີຍເກີດຂໍ້ຂ້ອງໃຈວ່າ ພາສາລາວເຮົາ ຄວນຈະອອກສຽງຕາມການສະກົດຂອງອັກສອນຕົນເອງ ຫຼື ອອກສຽງຕາມອັກສອນຮຽນສຽງພາສາເຄົ້າແທ້ໆ ??
- ຍົກອີກໜຶ່ງຕົວຢ່າງ, ຄຳວ່າ /naga/ ເປັນການອອກສຽງຂອງພາສາເຄົ້າ ແຕ່ໃນພາສາລາວ ບໍ່ມີໃຜເລີຍທີ່ອ່ານວ່າ /ນາກາ/ ເພາະສຽງອ່ານໃນພາສາລາວ ທີ່ຖືກຕ້ອງຄື: /ນາຄາ/, ໃນວັດຈະນານຸກົມ ກໍ່ສະກົດວ່າ "ນາຄາ" ເປັນຄຳປາລີ, ເປັນຫຍັງມັນຈິ່ງຕົງກັນ??

ກໍ່ຄືໄດ້ກ່າວໃນເບື້ອງຕົ້ນ, ບໍ່ແມ່ນການຄັດຄ້ານ ແຕ່ເປັນການປະກອບສ່ວນເນີ້ທ່ານ... ພາສາແມ່ຂອງພວກເຮົາ ຖືກຢຸດສະຫງັກພັດທະນາການ ຂ້າມສອງຣຸ່ນຄົນ ໃນຄາວທີ່ຕົກເປັນເມືອງຣາດຊາດອື່ນແລ້ວ, ເບື້ອງໜ້າ-ເບື້ອງຫຼັງ-ຖືກ-ຜິດຈັ່ງໃດ ກໍ່ແມ່ນໜ້າທີ່ຂອງໄທເຮົາເຈົ້າຂ້ອຍໝົດທຸກຄົນລະເນາະ ຈະເປັນຜູ້ຄົ້ນຫາ-ກວດແກ້ ແລະ ເຜີຍແຜ່ນຳໃຊ້.

ຂພຈ ຂໍກ່າວສຳລັບສ່ວນລວມວ່າ ຜູ້ທີ່ອອກສຽງ ປາລີ ວ່າ ບາລີ ບໍ່ແມ່ນຄົນທີ່ໃຊ້ພາສາບໍ່ຖືກ ແຕ່ຫາກເປັນຜູ້ທີ່ເຂົ້າບໍ່ເຖິງຮາກເຫງົ້າແກ່ນສານຂອງພາສາເທົ່ານັ້ນ, ກໍ່ຄືໄດ້ກ່າວໄວ້ວ່າ ພາສາແມ່ເຮົາມີຮອຍບາດແຜ, ມົນທິນ ຕາບໜ້າຕາບຫຼັງມາຫຼາຍ ຈິ່ງໄດ້ເທົ່າທຸກມື້ນີ້, ເອກະສານສຳຄັນທາງອັຂຣະສາຕຣ໌ໃນອະດີດ ກໍ່ສູນຫາຍນັບບໍ່ຖ້ວນ ຈິ່ງໄດ້ອາໄສສ່ວນທີ່ຫຼົງເຫຼືອ ຄ່ອຍໆຕິດຈອດຂອດຕໍ່ໃຫ້ເປັນຮູບເປັນຮ່າງ ແລະ ສືບຕໍ່ພັດທະນາ ... ສະນັ້ນ, ຂພຈ ຂໍຕີລາຄາວ່າ ການອອກສຽງສັບລາວທີ່ມາຈາກພາສາເຄົ້າ ມີຄວາມລະອິດລະອ້ຽວ, ຍັງຫາເອກະສານຕາຍຕົວບໍ່ໄດ້ ເຊັ່ນຄຳວ່າ: "ປາລີ ຫຼື ບາລີ" ທີ່ທ່ານໄດ້ຍົກນັ້ນລ່ະ, ແມ່ນຢູ່ວ່າຫຼັກຖານຮູບພາບທີ່ທ່ານຍົກມາອ້າງອີງ ຈະເປັນສິ່ງພິມທີ່ໜ້າເຊື່ອຖື ... ແຕ່ທ່ານຈະບໍ່ກ່າວຕາມຫົວຂໍທີ່ຕັ້ງແນ່ນອນ ຖ້າທ່ານໄດ້ຍິນພຣະສົງຄ໌ທີ່ແກ່ພັນສາຫລາຍອົງ (ທຽບກັບທາງໂລກເຮົາ ຖືເປັນຣຸ່ນທວດກໍ່ວ່າໄດ້) ອອກສຽງຄຳວ່າ "ປາລີ" ທີ່ສະກົດໃນວັດຈະນານຸກົມ ເປັນ /ບາລີ/

ກໍ່ຖືວ່າແລກປ່ຽນນຳກັນເນາະ, ຂໍຂອບໃຈ


໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຂໍເສີມອີກໜ້ອຍໜຶ່ງວ່າ ພາສາລາວ ແລະ ພາສາໄທຍ ເປັນພາສາທີ່ໃກ້ຄຽງກັນທີ່ສຸດ, ຕ່າງຝ່າຍ ກໍ່ຕ່າງມີຄວາມຕ້ອງການທີ່ຈະເປັນອະຣິຍະຊາດ, ຊາດທີ່ຄົງເອກະລັກຂອງຕົນມາແຕ່ດືກດຳບັນ ກໍ່ຍ່ອມຄົງໄວ້ເຊັ່ນນັ້ນ ສ່ວນຊາດທີ່ຮັບອິດທິພົນ ກໍ່ຍ່ອມດີ້ນຮົນທີ່ຈະປ່ຽນແປງສະເໝີ .... ຄົນທີ່ອອກສຽງພາສາເຄົ້າຜິດພ້ຽນ ບໍ່ຄວນຈະຖືກກ່າວດ້ວຍອະວາຈາສິລເນາະ ແຕ່ຄົນທີ່ໃຊ້ພາສາຜິດພ້ຽນ ໄປຕາມການປ່ຽນແປງໜີຂອງພາສາຜູ້ຮັບອິດທິພົນນັ້ນລ່ະ ທີ່ຄວນຖືກກ່າວປະນາມ.


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://www.mahamakuta.inet.co.th/T-BOOK/P-82.html
http://www.thai-language.com/id/139836

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ in2on ຂຽນວ່າ...
ໂອ ຂອບໃຂຫຼາຍໆ ທີ່ນຳມາຊີ້ແຈງໃຫ້ຊາບ
ຍັງສົງໄສຢູ່ຄືກັນກ່ຽວກັບສັບນີ້ລະ
ຄິດວ່າມັນຕ່າງກັນຊັ້ນດອກ
ຄວາມຈິງກະແມ່ນອັນດຽວກັນນີ້ເອງ
ຕ່າງແຕ່ຕອນນີ້ເພິ່ນໃຊ້ ປາລີ ແມ່ນບໍ່


ບໍ່ແມ່ນຕອນນີ້ ໃຊ້ມາແຕ່ເຫິງແລ້ວ ຫຼັກຖານໃນໃບປະກາສະນີຍະບັດນັ້ນເປັນຂອງເກົ່າໃຊ້ມາແຕ່ ຄ.ສ ໑໙໔໙ ພຸ້ນ(ເປັນຂອງສະຖາບັນສຶກສາສົງ ໃນຣະດັບປະຣິນຍາຕີ ສະຖາບັນນີ້ຖືກຍຸບໃນປີ ໑໙໗໕)
-----------
ນັບຕັ້ງແຕ່ປີ ໑໘໙໘ ກັບຄືນໄປ ລາວກັບໄທຍ໌ເວົ້າຍັງບໍ່ຕ່າງກັນດອກ ຍັງມີຄວາມເໝືອນກັນທາງສຽງ ແລະຄຳເວົ້າຢູ່ ແຕ່ເມື່ອຍຸກລ່າອະນານິຄົມນັ້ນ ໄທບເຂົາສ້າງຊາດນິຍົມ ເພື່ອຕໍ່ຕ້ານຝຣັ່ງ-ອັງກິດ ທີ່ນີ້ໄທຍເຂົາຈະສ້າງໄທຍ໌ໃຫ້ເປັນໄທຍ໌ ແຕ່ມາຈົນຕາແຈທີ່ລາວເປັນຫົວເມືອຂຶ້ນຂອງຝຣັ່ງ ເມື່ອ ເປັນເຊັ່ນນັ້ນ ລາວສ່ວນໜຶ່ງ ກັບເປັນຫົວເມືອງຂຶ້ນຂອງໄທຍ໌ ສະນັ້ນ ເມື່ອໄທຍເຂົາຈະສ້າງເອກະຣາດ ເຂົາກໍຕ້ອງສ້າງເອກະລັກ ແລະສັນຍາລັກ ເມື່ອກ່ອນເຂົາຊື່ວ່າສຍາມ ກໍເພາະລາວນັ້ນມີຊົນເຜົ່າຕ່າງໆ ຊື່ວ່າໄທ(ບໍ່ແມ່ນໄທຍ໌)ສະນັ້ນ, ເມື່ອສຍາມຢາກເປັນໄທຍ໌ ຕ້ອງສ້າງທຸກຢ່າງໃຫ້ຕ່າງຈາກລາວ ແລະເມື່ອໄທຍ໌ປ່ຽນຊື່ມາເປັນໄທຍ໌ແລ້ວ ກວາມເອົາເຊື້ອຊາດລາວຈຳນວນໜຶ່ງ (ພຣຍາບໍຣົມມະຣາຊານຸພາບກ່າວວ່າ "ສຍາມຊື່ວ່າໄທຍ໌ ເພາະເຫດຜົນທາງການເມືອງ") ເມື່ອເປັນເຊັ່ນນັ້ນ ໄທຍ໌ຈຶ່ງຕ້ອງສ້າງພາສາເວົ້າ ແລະອັກສອນ ໃຫ້ຕ່າງຈາກລາວ.

ປາລີ-ລາວເວົ້າ ໄທຍ໌ກໍປ່ຽນເປັນ-ບາລີ ບໍ່ສະເພາະແຕ່ຄຳນີ້,
ລາວ ຂາບ ไทย กลาบ(ລາວດຽວນີ້ບໍ່ຮູ້ເລື່ອງເອົາຕາມໄທຍ໌)
ລາວ ພຸດທະຮູບ(ລາວ) ไทย พุทธรูป
ລາວກວດ ไทย ขวด
ລາວໂຜດ(ປານີ) ไทย โปรด(ปราณี)
ລາວຈອກ ไทย แก้ว
ລາວເຕົ້າກາ ไทย กา
ລາວພິກຂຸ(ປາລີ) ไทย ภิกษุ(ພາສາສັນສະກິດ)
ນອກຈາກນັ້ນ ຄຳໃດທີ່ມາຈາກພາສາຕ່າງປະເທດລາວໃຊ້ຕາມຝຣັ່ງ ໄທຍ໌ກໍຖືເອົາສຳນຽງອັງກິດ ໝາຍຄວາມວ່າເຮັດໃຫ້ຕ່າງນັ້ນເອງ.



****************************************************************************************

ແມ່ນແລ້ວ ຜູ້ຂ້າກໍ່ມີຄວາມເຫັນເຫມືອນທ່ານ ariya ຈຣິງໆ
ຍ້ອນຄົນໄທຍເຂົາຈົນຕາແຈທີ່ລາວຕົກເປັນເມືອງຂື້ນຂອງຝຣັ່ງເສດ
ຄົນໄທຍเลยຢາກສ້າງຄວາມແຕກຕ່າງທາງພາສາ ຢາກຫລຸດພົ້ນຄວາມເຫມືອນກັບພາສາລາວ
ຕັ້ງແຕ່ໂບຮານ ສມັຍຂຸນຣາມຄຳແຫງ ຈົນຮອດສມັຍຈັກຣີ ຣ.5 ຣ.6
ຄົນໄທຍເພິ່ນກໍ່ໃຊ້ຄຳວ່າ ขาบ พูดทะฮูบ ขวด โผดปานี(ພາສາລາວແທ້ໃດ໋ຄຳນີ້) จอก เต้ากา(ທຸກມື້ນີ້ເຂົາເອິ້ນ ການ້ຳ ບໍ່ແມ່ນກາຊື່ືໆເດີ ກາ ນັ້ນແມ່ນນົກມີປີກຊະນິດຫນຶ່ງ) พิกซุ สามะเนน ກະຂຽນເປັນ ภิกษุ สามเณร
ຈັ່ງແມ່ນຊົ່ວຮ້າຍນໍຄົນໄທຍ ແຕ່ກີ້ແຕ່ກ່ອນບໍ່ມີພາສາ ບໍ່ມີເອກກະລັກຂອງໂຕເອງ ເຄີຍໃຊ້ຄຳເວົ້າເຫມືອນລາວແຕ່ອ້ອນແຕ່ອອກ ພໍจนตาแจ ຍ້ອນລາວເປັນຂ້າທາດຝຣັ່ງ ຈຶ່ງຮີບປ່ຽນພາສາໄປທາງອື່ນ ໄທຍເພຶ່ນຄືຊຶຢ້ານຝຣັ່ງຢຶດຄຳເວົ້າວ່າ ພຸດທະຮູບໄປເປັນຂອງຝຣັ່ງເນາະ ໄທຍເລີຍຢ້ານໂຕເອງໃດ້ເປັນທາດຝຣັ່ງເຫມືອນລາວ


ຂໍໂທດນຳຫລາຍໆເດີ ເຖິງບ່າວເຖົ້າຊຶເປັນລາວແທ້ໆ ແຕ່ອາດຈະອ່ານຫນິງສືໄທຍຫລາຍໂພດ ເລີຍຂຽນພາສາລາວປົນໄທຍໄປມົ້ວຊົ້ວອູຕລຸດ ຢ່າຟ້າວຕຳຫນິບ່າວເຖົ້າວ່າໃຊ້ພາສາວຶບັດເດີ ບ່າວເຖົ້າຊຶພຍາຍາມປັບປູງຕັວເອງດອກ

ຮັກແພງ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳມະດາຄົນເຖົ້າກໍເປັນເຊັ່ນນັ້ນແທ້ ແຕ່ແປກບ່າວເຖົ້າ ຄັນບໍ່ບອກເປັນພາສາລາວ ຜູ້ຂ້າກໍອ່ານວ່າ "ບ່າວທ້າວ" ໂລດໃດນີ້ baothao ພາສາອັງກິດ ຂຽນຈັ່ງໜຶ່ງອອກສຽງຈັ່ງໜຶ່ງເນາະ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວວ ກະຍັງອ່ານວ່າ ບາລີຢູ່ ເພາະອາຈານພາອ່ານກະອ່ານຕາມເພິ່ນ ຈົນເທົ້າທຸກມື້ນີ້ ອິອິ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ວວ ກະຍັງອ່ານວ່າ ບາລີຢູ່ ເພາະອາຈານພາອ່ານກະອ່ານຕາມເພິ່ນ ຈົນເທົ້າທຸກມື້ນີ້ ອິອິ


ເມື່ອຮູ້ແລ້ວ ກະປ່ຽນສາ (ບາງຄົນກະວ່າ ບາລີ ຕາມໄທ ແຕ່ຫາກເຮົາພ້ອມກັນວ່າ ປາລີ ມັນກະກັບມາໃຊ້ເໝືອນເດີມໄດ້)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໑໒໙ ໂພສ
ນັກການກະທູ້
ຂະຫນາດ....ປະຣິຈາຄະ..ຍັງອ່ານເປັນບໍລິຈາກ....ບາລີຫລືປາລີກໍ່ໃຊ້ໄດ້ຄືກັນ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປໆມາກະຊິງົງແລ້ວໃດ໋ ອັນພາສາລາວນິ
ແລ້ວ ອັນຄຳວ່າ: ສັນສະກິດ ກັບ ສັນສະກຼິດ ເດອັນໃດຖືກ ?
ເຫັນບາງຄົນຂຽນ ສັນສະກຼິດ ບາດມາເຫັນ ທ່ານ ອະຣິຍະ ພັດວ່າ ສັນສະກິດ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທອງໃສວ່າຕ້ອງໄປແກ້ທີ່ປຶ້ມແບບຮຽນ ພາສາລາວ-ວັນນະຄະດີ ມັດທະຍົມ ມ1ຮອດ ມ6 ໂລດເດີ້

ເພາະວ່າຮຽນຕາມນັ້ນ ຈະ ບາລີ ຫຼື ປາລີ ກໍ່ບໍ່ຜິດນະ ເຄືຍຖາມອາຈານຢູ່ຕອນຮຽນຫັ້ນວ່າອັນໃດຖືກອັນໃດຜິດ

ອາຈານວ່າໃຊ້ອັນໃດກໍ່ໄດ້ ແຕ່ສ່ວນໃຫຍ່ຈະໃຊ້ຄຳວ່າບາລີ ເວົ້າປາລີລະມັນບໍ່ຄຸ້ນຫູ

ທ້າວທອງໃສ

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອືມມມມ ບາງເທື່ອກະຫົລງເວົ້າວ່າ ບາລີ ສ່ວນຫລາຍກະວ່າປາລີ ອິອິອິ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ແນ໋ ພິມກະຜິດຊ້ຳບາດນິ
ຣີ ບໍ່ແມ່ນ ລີ ອິອິອິ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ noom ຂຽນວ່າ...
ຂະຫນາດ....ປະຣິຈາຄະ..ຍັງອ່ານເປັນບໍລິຈາກ....ບາລີຫລືປາລີກໍ່ໃຊ້ໄດ້ຄືກັນ


ໃຊ້ໄດ້ ແຕ່ ຄວາມເປັນເອກະລັກ ແລະເອກລາດຂອງລາວຢູ່ໃສລະ ເດີນຕາມກົ້ນເຂົາເປັນບໍ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ທອງໃສວ່າຕ້ອງໄປແກ້ທີ່ປຶ້ມແບບຮຽນ ພາສາລາວ-ວັນນະຄະດີ ມັດທະຍົມ ມ1ຮອດ ມ6 ໂລດເດີ້

ເພາະວ່າຮຽນຕາມນັ້ນ ຈະ ບາລີ ຫຼື ປາລີ ກໍ່ບໍ່ຜິດນະ ເຄືຍຖາມອາຈານຢູ່ຕອນຮຽນຫັ້ນວ່າອັນໃດຖືກອັນໃດຜິດ

ອາຈານວ່າໃຊ້ອັນໃດກໍ່ໄດ້ ແຕ່ສ່ວນໃຫຍ່ຈະໃຊ້ຄຳວ່າບາລີ ເວົ້າປາລີລະມັນບໍ່ຄຸ້ນຫູ



ນີ້ແລ້ວຕົ້ນເສັຍເອກລັກເອກລາດ ປາຍກໍຍິ່ງເສັຍນໍ ໄປບອກຄູເຮັດແກ້ໄດ້ແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໑໒໙ ໂພສ
ນັກການກະທູ້
ປະຣິຈາຄະ ມັນເປັນພາສາບາລີ ບໍ່ແມ່ນພາສາລາວທ່ານຕ້ອງສຶກສາໃຫ້ດີດີ
ປະຣິຈາຄະ ແປວ່າການເສຍສະຫລະຫລືການໃຫ້ຖ້າແປລາວ...ອັນນີ້ພາກັນເອີ້ນບໍລິຈາກ
ມາຫລາຍເຊັ່ນຄົນແລ້ວ ... ແລະອີກຢ່າງທ່ານຄິດວ່າຫລັກພາສາລາວທຸກມື້ນີ້ມັນສົມບູນບໍ່
ຢາກຂຽນແນວໃດກໍ່ຂຽນໄປຢາກອ່ານແນວໃດກໍ່ອ່ານໄປ..ບໍ່ມີຫລັກບໍ່ມີຖານ ສັບສົນປົນເລກັນໄປ...ປານຫມາກກ້ວຍສຸກຈໍ້າປາແດກ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຣິຈາຄະ (ປາລີ)
= ບໍຣິຈາຄ = ບໍຣິຈາກ(ລາວ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ປາລີ ຫັນລະຕາມ ຮຽນ ມາ ກະ ເຫັນແຕ່ ແນວ ນັ້ນນະ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ປາລີ ຫັນລະຕາມ ຮຽນ ມາ ກະ ເຫັນແຕ່ ແນວ ນັ້ນນະ


- ຈົ່ງເຂົ້າໃຈຢ່າງນີ້
ປະຣິຈາຄະ (ເປັນພາສາປາລີ)
ບໍຣິຈາຄ ຫຼື ບໍຣິຈາກ (ເປັນພາສາລາວທີ່ໄດ້ຈາກພາສາປາລີ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ປາລີ ຫັນລະຕາມ ຮຽນ ມາ ກະ ເຫັນແຕ່ ແນວ ນັ້ນນະ


- ຈົ່ງເຂົ້າໃຈຢ່າງນີ້
ປະຣິຈາຄະ (ເປັນພາສາປາລີ)
ບໍຣິຈາຄ ຫຼື ບໍຣິຈາກ (ເປັນພາສາລາວທີ່ໄດ້ຈາກພາສາປາລີ)




ດຍ ແລ້ວ ຈະ ເອົາ ໄປເປັນບົດຮຽນ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຫຍັງກໍຊ່ອຍກັນໃຫ້ຮູ້ໄປດ້ວຍກັນ ຊ່ວຍກັນພັດທະນາພາສາຂອງເຮົາໃຫ້ກວ້າງຂວາງອອກໄປ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
...ຈະເລີນ...ເຫິຯຯ.....ພາສາລາວໃຜວ່າງ່າຍ - -*


໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ສົງໃສຈະໄດ້ໄປຮຽນ ອະທິບາຍສັບ ຢູ່ປະຖົມໃຫມ່ລະ55555+ ຮັກນ້ອງຕ້ອງໃຊ້ພາສາລາວໃຫ້ຖູກຕ້ອງ....(ຮັກນ້ອງຕ້ອງໃຊ້ເງີນກີບ ....ຜູ້ໃດກະມີແຕ່ເງີນບາດ ເງີນ ຫົວ******ດ ເຕັ້ມ)


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ l30l3 ຂຽນວ່າ...
ສົງໃສຈະໄດ້ໄປຮຽນ ອະທິບາຍສັບ ຢູ່ປະຖົມໃຫມ່ລະ55555+ ຮັກນ້ອງຕ້ອງໃຊ້ພາສາລາວໃຫ້ຖູກຕ້ອງ....(ຮັກນ້ອງຕ້ອງໃຊ້ເງີນກີບ ....ຜູ້ໃດກະມີແຕ່ເງີນບາດ ເງີນ ຫົວ******ດ ເຕັ້ມ)


ຈຳເປັນຮຽນຢ່າງຍິ່ງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>