ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ແຈ້ງຍອດເງິນຈາກສະມາຊິກ ໃບລານ ແລະພັນລາວຊ່ວຍເຫຼືອຜູ້ປະສົບໄພພາກໃຕ້

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ຈາກຕົ້ນຄິດແຮກ ຄືທານບັກຄວາຍ ແລ້ວມອບພັນທະກິດນີ້ໃຫ້ແກ່ສາຍເຊລຳເພົາເປັນຜູ້ນຳເອົາປັດໃຈໄປມອບໃຫ້ ຜູ້ປະສົບໄພນ້ຳຖ້ວມໃນ ອັດຕປື ເຊກອງ ແລະສາຣະວັນ, ມາຮອດວັນນີ້ ໄດ້ເງິນ ແລະວັດຖຸດັ່ງນີ້
- ເງິນກີບ ໒.໙໗໐.໐໐໐ ກີບ.
- ເງິນຢຸໂຣ ໑໗໐ ຢູໂຣ(ທ່ານບັກຄວາຍຈະໂອນມານຳຫຼັງ)
- ເງິນດອນລາ ໑໕໐ ດອນລາ(ທ່ານບັກຄວາຍຈະໂອນມານຳຫຼັງ)
- ຜ້າໄກ ເອົາໄປເຄນວັດທີ່ຖືກຜົນກະທົບ ໒໕ ໄກ (ເຈົ້າອະທິການວັດວຽງຈະເລີນມອບໃຫ້)
- ຜ້າຂາວ ໒໕ ຜືນ (ເຈົ້າອະທິການວັດວຽງຈະເລີນມອບໃຫ້)
- ໝໍ້ໜຶ້ງ ໔໐ ໜ່ວຍ (ເຈົ້າອະທິການວັດວຽງຈະເລີນມອບໃຫ້)
-------------------
- ສ່ວນການໄປ ມີຜູ້ສັດທາໃຫ້ຢືມລົດປາຈີໂລ ໑ ຄັນ ພ້ອມໂຊເຟີ.
- ສ່ວນນ້ຳມັນແມ່ນເຈົ້າອະທິການວັດວຽງຈະເລີນ ໄດ້ຮັບບໍຣິຈາກ ຈາກປະຊາຊົນຖວາຍເປັນຄ່ານ້ຳມັນ.
-------------------
- ເງິນທັມໝົດ ຈະໄປຊື້ເຂົ້າ ເວຊະພັນ ແລະອາຫານບາງປະເພດ ທີ່ກິນນານ, ເພື່ອໄປມອບ ໓ ແຂວງ ໓ ຈຸດ.
------------------
ວັນທີ ໒໔ /໑໐/ ໒໐໐໙ ຈຶ່ງ ເວລາ ໑໖:໐໐ ໂມງ ອອກເດີນທາງຈາກວຽງຈັນ.
------------------
ກຸສົນສ່ວນນີ້ ມອບໃຫ້ເຈົ້າຂອງເວບ ທ່ານປູນດຳ ແລະຊາວໃບລານທັງໝົດ ຂໍໃຫ້ຊາວໃບລານ ຈົ່ງປະສົບສຸກ ມີອາຍຸ ວັນນະ ສຸຂະ ພະລະເທີ້ນ
------------------
ໄດ້ຮັບວັດຖຸຈາກຄົນຕານ້ອຍ(ສະມາຊິກໄ​ໃບລານ) ໒໑/໑໐/໒໐໐໙ ອັນມີພໍ່ແມ່ ແລະ ອ້າຍ ເອືອ້ຍນ້ອງຂອງເພິ່ນ
1) ​ຜ້າຫົ່ມ 10 ຜືນ
2)​ ມຸ້ງ 10 ຜືນ
3) ຜ້າເຊັດໜ້າ 20 ຜືນ
4) ​ເສື້ອຢືດ 15 ຜືນ.
- ນາງພອນທິບ ບ້ານໂພນເຄັງ
໑. ສິ້ນ ໑ ຜືນ.
໒. ເກີບ ໒ ຄູ່.
໓. ເສື້ອ ໒ ຜືນ.
໔. ຜ້າມົນ(ຜ້າຂາວມ້າ) ໑ ຜືນ.
--------------
- ຮັບສັດທາຈາ ແລງວັນທີ ໒໑/໑໐/໒໐໐໙
- ດຣ. ຄຳຕາ ໑໐໐.໐໐໐ ກີບ.
- ນາງເວດນະພາວັນ ຫ້ອງກວດພະຍາດໂພນທັນ. ໑໐໐.໐໐໐ ກີບ
- ນາງສີວຽງແກ້ວ ໑໐໐.໐໐໐ ກີບ
- ໄດ້ຮັບຈາກສະມາຊິກພັນລາວ ທີ່ອະເມຣິກາ (ຄົນອະນາຖາ) ໑໖໐ ດອນລາ. (ວັນທີ ໒໒/໑໐/໒໐໐໙)
--------------

- ຮັບຜິດຊອບດຳເນີນງານໂດຍ
ສາຍເຊລຳເພົາ
ອະຣິຍະ ລູກຊາວດອນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒