ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄວາມສຳຄັນຂອງການສື່ສານ.

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສຳຄັນຂອງການສື່ສານ.
ການສື່ສານ ຖືວ່າເປັນປັດໃຈສຳຄັນອີກປັດໄຈໜຶ່ງຂອງມະນຸດ ນອກເໜືອຈາກປັດໄຈສີ່ ທີ່ເປັນຄວາມຈະເປັນຂັ້ນພື້ນຖານ ເພື່ອຄວາມຢູ່ລອດຂອງມະນຸດ ອັນໄດ້ແກ່ ອາຫານ ທີ່ຢູ່ອາໄສ ເຄື່ອງນຸ່ງຫົ່ມ ແລະຢາປົວພະຍາດ, ເຖິງແມ່ນວ່າ ການສື່ສານຈະບໍ່ໄດ້ກ່ຽວຂ້ອງໂດບກົງກັບຄວາມເປັນຄວາມຕາຍຂອງມະນຸດເໝືອນກັນກັບປັດໄຈສີ່ຂ້າງຕົ້ນ ແຕ່ການທີ່ຈະໃຫ້ໄດ້ມາເຊິ່ງປັດໄຈສີ່ຍ່ອມອາໄສການສື່ສານເປັນເຄື່ອງມືແນ່ນອນ ມະນຸດອາໄສການສື່ສານເປັນເຄື່ອງມືເພື່ອບັນລຸວັດຖຸປະສົງ ໃນການດຳເນີນກິດຈະກັມໃດໆຂອງຕົນ ແລະເພື່ອຢູ່ຮ່ວມກັນກັບສັງຄົມຕົນ ແລະສັງຄົມອື່ນຢ່າງມີຄວາມໝັ້ນໃຈ ການສື່ສານເປັນເຄື່ອງມືໃນການຕິດຕໍ່ກັນຂອງສັງຄົມມະນຸດ ແລະເປັນມືສຳຄັນຂອງກະບວນການສັງຄົມ ຍິ່ງສັງຄົມມີຄວາມສະຫຼັບສັບຊ້ອນຂຶ້ນຫຼາຍເທົ່າໃດ ປະກອບກັບຄົນໃນສັງຄົມມີຈຳນວນຫຼາຍຂຶ້ນ ການສື່ສານຍິ່ງມີຄວາມສຳຄັນຫຼາຍຂຶ້ນເທົ່ານັ້ນ ການປ່ຽນແປງທາງເສດຖະກິດ, ອຸດສະຫະກັມ, ສັງຄົມ, ການເມືອງ, ການປົກຄອງ ເປັນສິ່ງທີ່ນຳມາເຊິ່ງຄວາມສັບສົນ ກໍ່ໃຫ້ເກີດຄວາມບໍ່ເຂົ້າໃຈກັນ ຫຼືຄວາມບໍ່ໝັ້ນໃຈຂອງສະມາຊິກໃນສັງຄົມ ຍ່ອມຕ້ອງອາໄສການສືສານ ເປັນເຄື່ອງມືໃນການແກ້ໄຂບັນຫາດັ່ງກ່າວ.
ການສື່ສານມີຄວາມສຳຄັນຕໍ່ມະນຸດ 5 ປະການ ຄື:
1. ຄວາມສຳຄັນຕໍ່ຄວາມເປັນສັງຄົມ.
2. ຄວາມສຳຄັນຕໍ່ຊີວິດປະຈຳວັນ.
3. ຄວາມສຳຄັນຕໍ່ອຸດສະຫະກັມ ແລະທຸຣະກິດ.
4. ຄວາມສຳຄັນຕໍ່ການເມືອງ ແລະການປົກຄອງ.
5. ຄວາມສຳຕໍ່ການເມືອງຣະຫວ່າງປະເທດ.
1. ຄວາມສຳຄັນຕໍ່ຄວາມເປັນສັງຄົມ.
ການທີ່ມນຸດສາມາດຣວມຕົວກັນເປັນກຸ່ມເປັນສັງຄົມ ນັບຕັ້ງແຕ່ການຣວມຕົວກັນເປັນຕອບຄົວ ຊຸມຊົນ ເຜົ່າພັນ ຈົນກະທັງ ຈົນກະທັງເຖິງການຣວມຕົວກັນເປັນສັງຄົມຂະໜາດໃຫຍ່ ໃນຣະດັບປະເທດນັ້ນອາສັຍການສື່ສານເປັນພື້ນ ຖານ ກ່າວຄືການມີສັງຄົມມະນຸດຕັ້ງແຕ່ສັງຄົມດຶກດຳບັນ ຈົນຮອດສັງຄົມທັນສມັຍເຊັ່ນປັດຈຸບັນນີ້ ເກີດຈາກການທີ່ມະ ນຸດສາມາດທຳການສືສານ ເພື່ອໃຫ້ເກີດຄວາມເຂົ້າໃຈກັນ ແລະທຳຄວາມຕົກລົງກັນ ເພື່ອສ້າງກົດຣະບຽບຂອງສັງຄົມ ໃຫ້ເປັນທີ່ຍອມຮັບຂອງສະມາຊິກ ເພື່ອຈະໄດ້ຢູ່ຮ່ວມກັນຢ່າງສະງົບສຸກເປັນສັງຄົມ ແລະການທີ່ສັງຄົມຍັງຄົງສະພາບ ຄວາມເປັນສັງຄົມຢູ່ໄດ້ກໍເນື່ອງຈາກສະມາຊິກຂອງສັງຄົມໃຊ້ການສື່ສານ ເປັນເຄື່ອງມືໃນການຮັກສາສະຖາບັນຕ່າງໆ ແລະກົດເກນຕ່າງໆ ຂອງສັງຄົມໃຫ້ເປັນທີ່ຍອມຮັບ ແລະປະຕິບັດກັນຕໍ່ໄປ ເຖິງວ່າສັງຄົມມີການປ່ຽນແປງໄປ ຄົນໃນສັງ ຄົມກໍຕ້ອງອາໄສການສືສານ ເປັນເຄື່ອງມືໃນການທຳຄວາມເຂົ້າໃຈຣະຫວ່າງກັນ ສ້າງກົດເກນໃໝ່ ປ່ຽນແປງທັດສະນະ ຄະຕິ ແລະພຶດຕິກັມໃໝ່ໃຫ້ສອດຄ່ອງກັບສະພາບຂອງສັງຄົມ ແລະສິ່ງແວດລ້ອມໃໝ່ ກ່າວອີກຢ່າງໜຶ່ງ ຄື ການມີສັງຄົມ ມະນຸດຈຶ່ງຕ້ອງມີການສື່ສານ ສັງຄົມມະນຸດເກີດຈາກການສືສານທີ່ມີຣະບົບ ຈຶ່ງເຮັດໃຫ້ສັງຄົມມີການພັດທະນາ ຫາກ ທຽບໃສ່ສັງຄົມຂອງສັດແລ້ວ ການສື່ສານຂອງສັດບໍ່ເປັນຣະບົບ ແລະບໍ່ທັນສະໄໝ່ ຈຶ່ງເຮັດໃຫ້ສັງຄົມຂອງສັດຄັບແຄບ ແລະບໍ່ພັດທະນາ ສະນັ້ນ ການທີ່ມະນຸດມີການພັດທະນະນາຮ່ວມກັນ ການສືສານຈຶ່ງປຽບເໝືອນສາຍຜູກພັນ ຫຼືສາຍ ໃຍຂອງສັງຄົມ ທີ່ປະສານໜ່ວຍຍ່ອຍຕ່າງໆ ຂອງສັງຄົມໃຫ້ຣວມເຂົ້າກັນ ເອັດເວີຣ໌ດ ສະເພັຍຣ໌ ໄດ້ກ່າວໄວ້ວ່າ:
“ເປັນທີ່ຈະແຈ້ງແລ້ວວ່າ ໃນການສ້າງສັງຄົມນັ້ນ ໜ່ວຍຕ່າງ ແລະສາຂາຕ່າງໆ ຂອງສັງຄົມ ຄວາມເຂົ້າໃຈເຊິ່ງກັນ ແລະການ ຣະຫວ່າງສະມາຊິກຂອງສັງຄົມ ຈຳເປັຣຕ້ອງອາສັຍກະບວກນການການສື່ສານ ເຮົາມັກເວົ້າເຖິງສັງຄົມໃນລັກ ສະນະຂອງໂຄງສ້າງທີ່ແນ່ນອນ ເຊິ່ງກຳນົດໂດຍປະເພນີ ແຕ່ແທ້ທີ່ຈິງແລ້ວສັງຄົມເກີດຈາກຣະບົບຂອງຄວາມກ່ຽວພັນ ທີ່ເລີກເຊິ່ງເພື່ອໃຫ້ເກີດຄວາມເຂົ້າໃຈກັນຣະຫວ່າງສະມາຊິກຂອງອົງກອນຕ່າງໆ ບໍ່ວ່າອົງກອນນັ້ນຈະມີຂະໜາດນ້ອຍ ຫຼື ໃຫຍ່ ມີຄວາມສະຫຼັບຊັບຊ້ອນຫຼາຍນ້ອຍພຽງໃດ ນັບຕັ້ງແຕ່ຄູ່ຮັກ ຫຼືຄອບຄົວໄປຈົນເຖິງສັນນິບາດຊາດ ຫຼືມວນຊົນໃນ ນານາຊາດ ທີ່ສາມາດຮັບຊາບຂ່າວສານກັນໄດ້ໂດຍຜ່ານຊື່ມວນຊົນ ຣະບົບວັດທະນະທັມທຸກຣະບົບ ແລະພຶດຕິກັມທາງ ສັງຄົມທຸກພຶດຕິກັມ ກ່ຽວຂ້ອງກັບການສືສານບໍ່ໂດຍກົງ ກໍໂດຍອ້ອມ”.
ຫາກພິຈາຣະນາຄວາມກ່ຽວພັນກັນຣະຫວ່າງການສືສານກັບສັງຄົມ ເຮົາຈະເຫັນໄດ້ວ່າ ສັງຄົມຈະມີການພັດທະ ນາໃນໄລຍະຫຼາຍສະຕະວັດ ຈາກສັງຄົມເຜົ່າພັນ(Tribes) ໃນສມັຍດຶກດຳບັນມາສູ່ສັງຄົມທັນສມັຍໃນປັດຈຸບັນ ການສື່ ສານກໍບໍ່ໄດ້ປ່ຽນແປງຄວາມສຳຄັນທີ່ມີຕໍ່ສັງຄົມລົງໄປເລີຍ ຍັງບໍ່ພຽງເທົ່ານັ້ນຍິ່ງເຮັດໃຫ້ການສື່ສານມີຄວາມສຳຄັນຕໍ່ສັງ ຄົມມະນຸດຫຼາຍຂຶ້ນຊັກໃຊ້ ສິ່ງທີ່ປ່ຽນແປງ ແລະພັດທະນາໄປ ກໍຄືເຄື່ອງມື ແລະໂຄງສ້າງຂອງການສືສານ ເຊິ່ງເປັນການ ປ່ຽນແປງ ເພື່ອຂະຫຍາຍບົດບາດຂອງການສືສານ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມໃນແຕ່ລະສມັຍ ຣະບົບການສືສານທີ່ງ່າຍ ບໍ່ເປັນທາງການ ແລະບໍ່ຍຸ້ງຍາກ ໄດ້ປ່ຽນມາເປັນຣະບົບການສື່ສານທີ່ເປັນທາງການຫຼາຍຂຶ້ນ ສະຫຼັບຊັບຊ້ອນຫຼາຍຂຶ້ນ ແລະມີຄວາມທັນສມັຍຫຼາຍຂຶ້ນ.
ໃນສັງຄົມແບບດັ້ງເດີມ ແລະສັງຄົມຂະໜາດນ້ອຍນັ້ນ ສະມາຊິກຂອງສັງຄົມອາສັຍການສື່ສານ ດ້ວຍການບອກ ເລົ່າ ຈາກຄົນໜຶ່ງ ໄປຍັງອີກຄົນໜຶ່ງ(Word of mounth Communication) ການສື່ສານແບບສະເພາະໜ້າ(Face to Fece Communication) ການສືສານຣະຫວ່າງບຸກຄົນ(Interpersonal Communication) ເປັນຫຼັກ ໃນຂະນະທີ່ສັງ ຄົມທັນສມັຍ ແລະມີຂະໜາດໃຫຍ່ ມີຄວາມສະຫັຼບຊັບຊ້ອນ ມີກິດຈະກັມຫຼວງຫຼາຍ ແລະປະກອບໄປດ້ວຍຄົນຈຳນວນ ຫຼວງຫຼາຍນັ້ນ ການສື່ສານມວນຊົນ (Mass Communication) ເຂົ້າມາມີບາດບາດ ແລະຄວາມສຳຄັນຕໍ່ສັງຄົມມະນຸດ ຫຼາຍຂຶ້ນ
ຄົນສມັຍໃໝ່ໄດ້ສ້າງເຄື່ອງມືການສື່ສານທີ່ທັນສັມັຍຂຶ້ນມາ ຈົນສາມາດເອົາຊະນະອຸປະສັກຕ່າງໆ ທີ່ກີດຂວາງ ການສືສານຂອງຄົນ ມະນຸດອະວະກາດໄດ້ຂຶ້ນໄປໂຄຈອນຮອບໂລກ ແລະໄດ້ສົງວິທະຍຸກະຈ່າຍສຽງ ແລະໂທຣະພາບ ຣາຍງານສິ່ງທີ່ຕົນໄດ້ພົບ ກ້ອງໂທຣະພາບທີ່ຕິດກັບຍາຍອະວະກາດໄດ້ຖ່າຍພາບດວງຈັນ ແລະດາວພຣະອັງຄານ ຕລອດການເດີນຢູ່ບົນດວງຈັນຂອງມະນຸດອະວະກາດ ການຖ່າຍທອດສົດເຫດການຕ່າງໆ ທີ່ເກີດຂຶ້ນໃນທີ່ແຫ່ງໜຶ່ງ ຜ່ານດາວທຽມ ເຊັ່ນການຖ່າຍທອດສົດ ສົງຄາມທີ່ສັມພັນທະມິດເຂົ້າບຸກຍຶດອັຟລິສະຖານ ແລະອີຣັກໃນປີ ຫຼືການຖ່າຍ ທອດສົດທີ່ຍົນຂອງສະລັດອາກາດຊົນຕຶກເວິລດ໌ເທຣດເຊັນເຕີຣ໌ ຂອງອະເມຣິກາຜ່ານມາ ໄດ້ສະແດງໃຫ້ເຫັນເຖິງຄວາມ ທັນສມັຍຂອງການສື່ສານຂອງມະນຸດ ໃນທາງດຽວກັນໄດ້ເຮັດໃຫ້ໂລກທີ່ມີຄວາມກວ້າງໃຫຍ່ໄພສານນັ້ນແຄບລົງ ເຄື່ອງ ມືທັນສມັຍເຫຼົ່ານີ້ຊ່ວຍໃຫ້ຫຍ້ໍໄລຍະທາງ ແລະເວລາໃນການສືສານໄດ້ ດັ່ງຄົນບູຮານລາວໄດ້ທຳນາຍການສື່ສານຂອງ ໂລກໃນອະນາຄົດວ່າ “ຕໍ່ໄປເມື່ອມ້າປົ່ງເຂົາ ເສົາອອກດອກນັ້ນ ໂລກຈະມີຫູແກ້ວຕາທິບ ແລະທາງສິບຄືນຊາວຄືນຊິຫຍໍ້ ເປັນຄາວມື້” ນັ້ນເອງ ດຽວນີ້ມະນຸດມີການສືສານກັນສະດວກສະບາຍຂຶ້ນ ເພາະໂລກໄດ້ພັດທະນາ Tecnology information ດ້ວຍຣະບົບ Internet.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕ ກະທູ້
໒໕໑ ໂພສ
ນັກການກະທູ້
ຢູ່ ອາດີດ ການສື່ສານຂ້ອນຂ້າງບໍ່ສະດວກຄືປັດຈຸບັນ ໃນການປົກຄອງຕົວເມືອງຕ່າງໆ ກວ່າຈະສົ່ງສານ ຈົດໝາຍຫາກັນບັກດົນໆ ດຽວນີ້ຈັບໂທລະສັບມາໂທກະລົມກັນເຂົ້າໃຈເລີຍ
ກໍ່ດີໃຈທີ່ໂລກເຮົາມີການຄົ້ນພົບຫຼາຍສີ່ງຫຼາຍຢ່າງ ການສື່ສານກໍ່ແມ່ນປັດໃຈໜື່ງທີ່ສຳຄັນ ແຕ່ຖ້າໂລກນີ້ ຖຶກທຳລາຍໄປ ລະ ອຸກໃຈ ເສຍດາຍການຄົ້ນພົບເຫຼົ່ານັ້ນ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງ່າຍໆໆໆ ຖ້າຫາກເຮົາເຂົ້າໃຈມັນ ຫາກບໍ່ເຂົ້າໃຈມັນແລ້ວ ມັນກໍໃຊ້ເຮົາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ດີ

ພັນທະຫົວໃຈ::

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒