ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອືມ ເຫັນຫລາຍຄົນເຕີບໃຊ້ສະຫລະບໍ່ຖືກ ພະຍັນຊະນະບໍ່ຖືກ. ສະຫລະໄx ໄມ້ໃຊ້ໄມ້ມ້ວນ ໂຕ ສ ໂຕ ຊ ໂຕ ໝ ໂຕ ໜ ບໍ່ເວົ້າໄກ ເຫັນຕະຫລອດອັນນີ້ ຄຳວ່າ ໃຫ້ເຄື່ອງ ຫລາຍຄົນຂຽນ ໄຫ້ເຄື່ອງ... ສົງໃສລາວຢາກໄຫ້ນຳເຄື່ອງ ຄົນອື່ນມີຄວາມຄິດເຫັນແນວໃດ??
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບາງທີກາຫລົງ ບາງທີກາລືມ ມັນເປັນທຳມະດາ ສັດສີ່ຕີນຍັງຮູ້ພາດ ນັກປາດຍັງຮູ້ຫລົງຄວາມມ ແຕ່ຈັ່ງໃດກາ ຫລົງໆລືມໆໄດ້ເປັນບາງຄາວ ແຕ່ບໍ່ແມ່ນ ເຂົ້າໃຈຜິດ ແລ້ວຂຽນແຕ່ແບບນັ້ນເດີ້
有自信不一定赢 没自信一定输
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະເຫັນຄືກັນວ່າມີອ້າຍນ້ອງໄວຫນູ່ມຫລາຍຄົນຫລົງພະຍັນສະນະສະລະ ອັນນີ້ອາດຈະຍ້ອນຄວາມເຄີຍຊີນແຕ່ຍັງຮຽນຢູ່ປະຖົມພຸ້ນລະ.... ເຄີຍຂຽນແບບນີ້ກະສືບຕໍ່ຂຽນມາຈົນເທົ້າດຽວນີ້..... ລະມີບາງຄົນທີ່ຮູ້ວ່າຕົວເອງຂຽນຜິດແຕ່ກໍ່ບໍ່ສນໃຈກໍ່ມີ ພໍຊຽນໃຫ້ອ່ານອອກສື່ໆ... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮົາເປັນຄົນມັກເສຍສະຫລະແຕ່ບໍ່ຄ່ອຍເສຍພະຍັນຊະນະ
you will when you believe
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສ່ວນຫລາຍ ຂພຈ ກໍ່ບໍ່ໄດ້ຂຽນຜິດໃດ໋ລະ
K.Soubandith
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
khit var thook khon torng long tong leum bang khang khao harn lar..... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕອນຮຽນກາບໍ່ຕັ້ງໃຈ ຕອນໃຊ້ກາເລີຍບໍ່ຮູ້ ຫນັງສືພິມກາບໍ່ອ່ານ ອ່ານກາບໍ່ສົນໃຈ ຕອນໃຊ້ກາເລີຍໃຊ້ມົ້ວ ຕອນນີ້ ຫນັງສືພິມເອງກາເລີ້ມມົ້ວແລ້ວ ເພາະຄົນລຸ້ນໃຫມ່ເຂົ້າໄປຫລາຍ ຄົນລຸ້ນໃຫມ່ບໍລິໂພກສື່ຕ່າງປະເທດຫລາຍກວ່າສື່ລາວ ພາສາລາວ ກາເລີຍກາຍເປັນພາສາຜູ້ເຖົ້າ ມີແຕ່ຜູ້ເຖົ້າສາມາດແນມເຫັນຄວາມຜິດ ໃນການໃຊ້ພາສາ ພາສາລາວມັນກາຂຽນງ່າຍ ຂຽນຕາມການອອກສຽງ ການອອກສຽງແຕ່ລະທ້ອງຖິ່ນກາບໍ່ຄືກັນ ໄປທາງຫລວງພະບາງ ເຫັນເຂົາຂຽນຂອບໃຈໃຊ້ ຕົວຄ ເປັນ ຄອບໃຈ ແນວວ່າຂຽນຕາມສຽງເນາະ ແຕ່ຄົນເມືອງຫລວງບໍ່ເຄີຍຜິດໃນການໃຊ້ ສະຫລະ ໃx ສະຫລະ ໄx ຖືກ 100% ແນວວ່າຂຽນຕາມສຽງ ຂຽນຕາມການອອກສຽງກາບໍ່ຜິດ ແຕ່ຕ້ອງບໍ່ມັກງ່າຍເກີນໄປ ມັນມີລະບຽບຢູ່ ສຶກສາແດ່ຫນ້ອຍຫນຶ່ງ ກາໄດ້ແລ້ວ ມີຂໍຍົກເວັ້ນຢູ່ ບໍ່ແມ່ນຂຽນຕາມສຽງອ້ອຍຕ້ອຍ ຈັກຫນ່ອຍມັນສິກາຍເປັນແບບລຸ່ມນີ້ ກິນເຂົ້າກີ່ ຢູ່ແກ ຫໍແກກ ກັບແກ່ວ (ແຖວວຽງຈັນໃຕ້) ຂີ່ລົດຜົກໄປກິນເຜີບ້ານຜາຍ ໄປຮອດພຸ້ນ ຫມໍ້ເຜີບໍ່ທັນພົດ (ແຖວພາກກາງ) ພະດາດດົ້ມດຸກໄດ້ແດ່ນເດີ້ຍ (ແຖວພາກໃຕ້) ໃນທີ່ສຸດກາຂຽນຍາວ ຍາວ ຍາວ ຈົນໄດ້
ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Nukra ຂຽນວ່າ... ກະເຫັນຄືກັນວ່າມີອ້າຍນ້ອງໄວຫນູ່ມຫລາຍຄົນຫລົງພະຍັນສະນະສະລະອັນນີ້ອາດຈະຍ້ອນຄວາມເຄີຍຊີນແຕ່ຍັງຮຽນຢູ່ປະຖົມພຸ້ນລະ.... ເຄີຍຂຽນແບບນີ້ກະສືບຕໍ່ຂຽນມາຈົນເທົ້າດຽວນີ້..... ລະມີບາງຄົນທີ່ຮູ້ວ່າຕົວເອງຂຽນຜິດແຕ່ກໍ່ບໍ່ສນໃຈກໍ່ມີ ພໍຊຽນໃຫ້ອ່ານອອກສື່ໆ... ທີ່ເຈົ້າຂຽນມາກໍ່ຜິດຫຼາຍຄຳເລືຍຯແຫຼະນິ ໄວໜຸ່ມ ບໍ່ແມ່ນ ໄວຫນູ່ມ ພະຍັນຊະນະ ບໍ່ແມ່ນ ພະຍັນສະນະ ສະຫຼະ ບໍ່ແມ່ນ ສະລະ ອ່ານອອກຊື່ຯ ບໍ່ແມ່ນ ອ່ານອອກສື່ໆ ພາສາເວົ້າຢາກເວົ້າແນວໃດກໍ່ໄດ້ ແຕ່ພາສາຂຽນຢາກໃຫ້ໝົດທຸກຄົນພາກັນຂຽນໃຫ້ຖືກຕາມຫຼັກພາສາລາວເຮົາ ຂພຈ ກໍ່ຍອມຮັບວ່າ ບາງທີອາດໃຊ້ຄຳເວົ້າບໍ່ຖືກ ຫຼື ຜິດໄວຍະກອນ ແຕ່ ຂພຈ ກໍ່ພະຍາຍາມປັບປຸງແກ້ໄຂໃຫ້ມັນດີຂຶ້ນ ແລະ ຫວັງວ່າໝູ່ເພື່ອນໃນພັນລາວ ກໍ່ຈະຊ່ວຍກັນຂຽນພາສາລາວໃຫ້ຖືກຕ້ອງຕາມຫຼັກໄວຍະກອນເຊັ່ນດຽວກັນ
ທ້າວທອງໃສ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮົາກະບໍ່ຄ່ອຍເກັ່ງພາສາລາວນະ ມັກລື່ມໄມ້ເອກໄມ້ໂທ ແຕ່ເຮົາຄິດວ່າມັນກະທຳມະດາ ເພາະຄົນຕ່າງປະເທດກະຍັງຂຽນພາສາຂະເຈົ້າເອງຜິດຄືກັນ :-) |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ທັງຫົລງ ທັງລືມ ທັງບໍ່ເປັນ ຊໍ່າໆກັນ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພະຍັນຊະນະ ສະຫລະ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮົາບໍ່ເຄີຍຂຽນຜິດຈັກເທື່ອ! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮົາເຫັນຄົນນຶ່ງ ທີ່ລາວມັກຂຽນຜິດ ໂຕ ໝ ເປັນ ໜ , ໂຕ ຮ ເປັນ ຣ ເພາະເຮົາຕິດຕາມອ່ານບົດຂຽນຂອງລາວ ເລື້ອຍ ໆ (ຖ້າບໍ່ອ່ານກະຊິໄດ້ຟັງເທດແທນ ) ຄົນໆກະຄື............ຄົນນັ້ນລະ..
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ຍາກຈະບອກວ່າ ເຮົາຄຽນ ເຮົາ ໄຊ້ ພາຊາລາວ ໄດ້ທືກໝົດຖຸກໂຕ... ອັນທາງເທິງຫັ້ນເວົ້າຫຼິ້ນເດີ້....................555 ຈະວ່າໄປແລ້ວ ເຮົາຫຼົງກວ່າໝູ່ກະແມ່ນ ສະຫຼະ ໄ ກັບ ໃ ຫັ້ນລະ ອັນອື່ນພໍງົມໆທາວໆໄດ້ຢູ່........
When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອືມມ
Your life would suck without me. LaoMac.net
Macbook Pro 15.4/CTO redesign late 2008 2.8GHz Intel Core 2 Duo processor with 6MB shared L2 cache 1066MHz frontside bus 4GB (two 2GB SO-DIMMs) of 1066MHz DDR3 SDRAM 320GB Serial ATA @ 5400 NVIDIA GeForce 9600M GT 512MB of GDDR3/GeForce 9400M 256MB of DDR3 SDRAM |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພາສາລາວ ບໍ່ງ່າຍຄືທີ່ຄິດ
ທ້າວທອງໃສ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ka long leum u barng theua |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຍ້ອນພາສາລາວຍາກກວ່າທີ່ຄິດ....
ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂຸດ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແຕ່ສັງເກດໄດ້ເລີຍວ່າ ຄ່າກະແຕນ້ອຍເຂົ້າພັນລາວມານີ້ ຂຽນໂຕລາວເກັ່ງຂື້ນຫຼາຍ ຯຯຯຯຯຯຯຯ ຖືວ່າພັດທະນາໄປຫຼາຍເຕີບ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະແຕ ທຽບສະໄຫມ ກະແຕນ້ອຍ ຂຽນ ຮ ເປັນ ຣ ຂຽນ ໜ ເປັນ ໝ ແມະ ເຮີ່ໆໆ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອືມ...ອັນນີ້ກະບໍ່ຢາກວ່າຫຍັງຫຼາຍ ເພາະໂຕເອງກະມັກເປັນເລື້ອຍໆ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫລົງລືມຫລາຍກວ່າ
you will when you believe
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໝັ້ນໃຈວ່າໂຕເອງຂຽນພິມ ຖືກລະໃດ ອິອິອິ
There's a thin line between Life and Death, I wish for a Miracle to happen...
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບາງເທື່ອ ກະຜີດ ແນ່
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພາສາລາວກະບໍ່ໄດ້ງ່າຍ ຜູ້ຮູ້ກະຄວນບອກຜູ້ບໍ່ຮູ້, ຜູ້ຜິດກະແກ້ໄຂ.
//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສ່ວນຫລາຍ ບໍ່ຄ່ອຍໄດ້ຂຽນຜິດໄວຍາກອນ ເພາະໂດຍສ່ວນຕົວແລ້ວ ກໍແມ່ນພວກອະນຸຮັກນິຍົມພາສາລາວຄືກັນ ແຕ່ເວລາເຫັນຫມູ່ຂຽນຜິດ ກໍຄິດແຕ່ພຽງວ່າ ຫມູ່ອາດຈະສະດວກກວ່າ ທີ່ຂຽນແນວນັ້ນ ເພາະບາງເທື່ອ ບາງຄຳເວົ້າ ຖ້າຂຽນໃຫ້ຖືກຕ້ອງຕາມຫລັກເກນໂພດ ກໍບໍ່ສາມາດສື່ອາຣົມໄດ້ຢ່າງເຕັມທີ່ ແຕ່ທີ່ຜ່ານມາ ກໍບໍ່ຫມາຍຄວາມວ່າ ຂ້າພະເຈົ້າຈະບໍ່ຂຽນຜິດເລີຍ ບາງເທື່ອ ກໍມີການຫລົງລືມ ບາງເທື່ອພິມແບບບໍ່ແນມເບິ່ງຫນ້າຈໍ ແລ້ວກົດສົ່ງເລີຍ ຈົນຂໍ້ຄວາມຖືກສົ່ງໄປແລ້ວຈິ່ງເຫັນວ່າຜິດແບບບໍ່ຫນ້າໃຫ້ອະໄພ ອ່ານຈົນບໍ່ໄດ້ຄວາມຫມາຍຫຍັງພຸ້ນແຫລະ ແລະເຫດການແນວນີ້ ຂ້າພະເຈົ້າກໍແນ່ໃຈວ່າ ຫລາຍຄົນຄົງຈະເຄີຍເປັນ ສ່ວນຜູ້ທີ່ບໍ່ຮູ້ແທ້ໆ ກໍຢາກໃຫ້ສັງເກດແລະເອົາໃຈໃສ່ຂຶ້ນຕື່ມ ບໍ່ແມ່ນຕິຕຽນດອກ ແຕ່ຢາກໃຫ້ເຂົ້າໃຈນຳກັນວ່າ ພາສາລາວເຮົາ ຖ້າພວກເຮົາຄົນລາວບໍ່ໃຊ້ໃຫ້ຖືກຕ້ອງ ແລ້ວໃຜຊິມາໃຊ້ໃຫ້ຖືກຕ້ອງໄດ້ ແມ່ນບໍ? ພິມໄປພິມມາ ກໍຍາວໃດ໋ນໍນີ້ນໍ ພໍແລ້ວຊັ້ນນະ ອິອິອິ
.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມີຄົນຮັກພາສາລາວເພີ່ມຂື້ນອີກຄົນລະ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບາງທີ່ກະຫຼົງ ອິອິ
ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ
|