ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນວ່າວຽງຈັນນັ້ນ.................................ມີນາມວ່າຈັນທະບູຣີ
ບໍ່ແມ່ນເມືອງໄຜ່ໜາມ.............................ດັ່ງທີ່ຈາດອກເດີທ້ານ
ອັນວ່າເມືອງໄຜ່ໜາມນັ້ນ.........................ພະຍາເພົາເນົານັ່ງ
ເມືອງຈັນທະບູຣີທີ່ວ່ານີ້............................ພະຍາເຝົ້າຕ່າງຄົນ ກັນແລ້ວ

ດັ່ງທີ່ປະຫວັດສາດເວົ້າ...........................ເຂົາກ່າວໃຫ້ເຫັນຫຼັກ
ຫຼັງຈາກເຈົ້າຟ້າງຸ່ມລົງມາ.........................ຈາກເມືອງຊຽງທອງພຸ້ນ
ກໍມາເນົາໃນຫ້ອງ....................................ຈັນທະບູຣີນະຄອນຣາຊ
ກໍສັ່ງໃຫ້ຂຸນບາທ້າວ................................ສົ່ງສານໃຫ້ເຈົ້າໄຜ່ໜາມ

ເມື່ອນັ້ນພະຍາຄອງເມືອງນ້ອຍ..................ນາມເພົາເນົານັ່ງ ນະຄອນນັ້ນ
ອ່ານສານຮູ້ເຫດເຣື່ອງ...............................ກໍຂັງຂໍ້ບໍ່ອ່ອນຍອມ
ເພາະວ່າເມືອງພຣະອົງນັ້ນ.........................ມີກໍໄຜ່ເປັນກຳແພງ
ສັດຕູມານບໍ່ຫານຮົບ................................ຕ່ອຍຕີພຣະອົງໄດ້

ເຖິງວ່າອົງກະສັດໄທ້................................ຣາຊາຟ້າງຸ່ມ ກໍຕາມທ້ອນ
ມີຣິດເດດອຳນາດກ້າ................................ກໍຂໍທ້າບໍ່ອ່ອນຍອມ
ອັນວ່າອົງກະສັດໄທ້..................................ກໍແຕ່ງທັບກຳລັງຫຼວງ
ຈາກຈັນທະບູຣີນະຄອນຄາມ.......................ສູ່ໄຜ່ໜາມເມືອງນ້ອຍ

ສ່ວນວ່າຣີພົນເຈົ້າ......................................ກະສັດຕາຟ້າງຸ່ມ
ຫຸ້ມຫໍ່ອັດແວດລ້ອມ...................................ເມືອງໄຜ່ໜາມໄວ້ທຸກທາງ
ຕັ້ງຫາກຫຼາຍວັນມື້.....................................ທະຫານເກີກ້າແກ່ນ
ພະຍາເພົາສັ່ງຫ້າມ....................................ບໍ່ຍອມສູ້ອອກເສິກ

ເຈົ້າຟ້າອ້ອມແດນໄວ້.................................ຫຼາຍວັນຄອງຢູ່
ກໍບໍ່ໄດ້ຮົບສູ້............................................ກໍເລີຍໄດ້ຍົກທັບຖອຍ
ກັບມາຍັງວັງວຽງກວ້າງ...............................ນະຄອນຫຼວງຈັນທະຣາຊ
ເໝືອນກັບບໍ່ສູ້..........................................ຖອຍມາຢັ້ງຢູ່ນະຄອນ

ຫຼັງຈາກນັ້ນພຣະອົງໄດ້...............................ຕັດສັ່ງເສນາ
ໃຫ້ໄຂໂຮງພຣະຄັງຫຼວງ...............................ຫຼໍ່ສອນຄຳໄວ້
ແລ້ວເອົາໄປຍິງເຂົ້າ.................,,..................ໃນກຳແພງກໍໄຜ່
ຊາວເມືອງອອກມາເຫັນແລ້ວຢາກໄດ້................ກໍຖາງເຂົ້າເອົາສອນ

ບໍ່ພໍເທົ່າໃດມື້............................................ຕົ້ນໄມ້ໄຜ່ກໍແຫ້ງຕາຍ
ໄດ້ຣືກງາມຍາມດີ......................................ພຣະອົງຊົງຕັດໃຫ້
ທະຫານເອົາໄຟເຂົ້າ....................................ສຸມກຳແພງໄມ້ໄຜ່
ໄຟກໍໄໝ້ຈົນມອດມ້ວຍ................................ກຳແພງກ້ຽງເປົ່າແປນ

ນັບແຕ່ນັ້ນ ອັນວ່າພຣະເຈົ້າຟ້າ...........................ກໍສະເດັດສູງວຽງໄຜ່ໜາມ
ປ່ຽນນາມເປັນເມືອງວຽງຄຳ.............................ຕັ້ງແຕ່ຄາວບັດນັ້ນ
ອັນວ່າວຽງຄຳນີ້............................................ຢູ່ແຂວງວຽງຈັນແຄມນ້ຳງື່ມ
ຈາກວຽງຈັນເຈັດສິບກິໂລແມັດຖ້ວນ....................ຄວນໄປສ້າງສືບສວນ ທ່ານເອີຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ບ້ານ ໝູ່ ຊາຕານ ງາມງາມ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ບ້ານ ໝູ່ ຊາຕານ ງາມງາມ


ຢູ່ໃສລະ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒