ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຝາກໃຫ້ພຣະອາຈານອະຣິຍະ ອ່ານເບິ່ງ ແລ້ວກະລອງແປໄປນຳເດີ້

໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ຂ້ອຍໄປຊອກຫາອ່ານຢູ່ເວັບ ຂອງກູ່ມຄົນເສື້ອແດງຊຽງໃໝ່ (ນປຊ.-ແນວໂຮມປະຊາທິປະໄຕຕໍ່ຕ້ານຜະເດັດການແຫ່ງຊາດ ສາຂາຊຽງໃໝ່ ຫຼື ກູ່ມຮັກຊຽງໃໝ່ 51) ໄປເຫັນໄຜບໍ່ຮູ້ເພິ່ນເອົາຈົດໝາຍນີ້ມາລົງໃຫ້ອ່ານເພິ່ນຄັດລອກມາເປັນພາສາລ້ານນາແລ້ວກະເອົາມາລົງໃນເວັບເສື້ອແດງ ຍ້ອນວ່າພິມເປັນພາສາໄທຍບໍ່ໄດ້ດຽວເຂົາຊິລຶບຖຶ້ມ ເປັນຈົດໝາຍຂອງພະຍາປາບສົງຄາມເຊິ່ງເປັນຂຸນນາງຂອງພະເຈົ້າກາວິໂລລົດສຸລິຍະວົງ ກະສັດຊຽງໃໝ່ ໄດ້ຊຽນສົ່ງໃຫ້ ພະຍາໂພຫາບ້ານຖ້ຳ (ພຸດທະສັກກະຫຼາດ 2432 ຫຼື ຄິດຕະສັກກະຫຼາດ 1889 ພະເຈົ້າກາວິໂລລົດສຸລິຍະວົງ ກະສັດຊຽງໃໝ່ ຂຶ້ນກົງກັບ ສະຍາມ ກົງກັບລັດສະການທີ່ 5 ສະໝັຍນັ້ນສະຍາມໄດ້ລົດບົດບາດພຣະເຈົ້າແຜ່ນດິນລ້ານນາລົງໄປ ແລ້ວ ສົ່ງຄົນຈາກສະຍາມມາເບິ່ງແຍງເກັບສ່ວຍພາສີອາກອນ ຂູດເລືອດຂູດຊິ້ນປະຊາຊົນຄົນລາວລ້ານນາຊຽງໃໝ່ ຄົນລາວລ້ານນາເອິ້ນຄົນສະຍາມວ່າຄົນໃຕ້) ອ່ານແລ້ວກະຂົນຄິງລຸກຍາບໆ ເຮັດໃຫ້ຄິດໄປໃນພາຍພາກໜ້າ ຍ້ານວ່າ ມັນທ່າຊິກັບມາພໍພົບເຫດການແນວນີ້ອີກເປັນແນ່ແທ້ ຍ້ອນວ່າຫຍັງ
ລອງອ່ານເບິ່ງ ແລ້ວ ຂໍນະມັດສະການພຣະອາຈານ ສະແດງຄຳເຫັນແດ່ດຸ


Ads: ฝากรูป ดิกชันรี่ออนไลน์ whois



ຈຸຈຸຈຸຈຸຈຸຈຸຈຸຈຸ ອ່ານຄ່ອຍໆ ເດີ້ ຢ່າອ່ານດັງນະ ເຮົາຮູ້ກັນສອງຄົນເດີ້ທ່ານອາຈານ ອິອິອິອິອິ


ກຣາບນະມັດສະການແລະຮັກແພງ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
kery hien ຕອນຢູ່ມ4 ນິລືມໝົດແລ້ວ
ບໍ່ຈື່ຈັກດີ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ຖ້າໃນນີ້ບໍ່ສະດວກເຮົາໄປລົມກັນຢູ່ເວັບໃບລານກະໃດ້ເດີ້ ອາຈານ ດຽວຂ້ອຍຈະໄປຕັ້ງກະທູ້ພູ້ນເຕິ່ມ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະອ່ານໃຫ້ພວກຂະນ້ອຍຢູ່ພັນລາວໄດ້ຮູ້ນຳແດ່

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ຈັ່ງໃດ໋ກະດີນັດກະຂໍພາວະນາໃຫ້ ປະເທດໄທ ສີວິໄລຂຶ້ນ ຄົນດີໃນເມືອງໄທມີຫຼາຍ

ຄົນກຸ່ມນີ້ບໍ່ມີສຽງ ພວກເຂົາເຈົ້າເປັນພລັງງຽບແລ້ວເປັນກຸ່ມສ້າງສັນ ແຕ່ຕອນນີ້ໄທມີກຸ່ມບໍ່ດີຢູ່ຫຼາຍ ແລ້ວພວກເຂົາຍັງມາເຮັດໃຫ້ປະເທດໄທເສຍຫາຍ

ຂພຈ ເປັນຄົນໄທອີສານ ເປັນເຊື້ອສາຍລາວກໍ່ຕາມ ແຕ່ເຫັນວ່າພົບພູມນີ້ແມ່ນເປັນພົບພູມມະນຸດ
ເຂດແດນມີແຕ່ສົມມຸດຂຶ້ນ ຈິດໃຈສົ່ງເຖີງກັນບໍ່ຂວາງກັ້ນຄືເຂດແດນ ຄວາມຮັກຂອງຄົນໃນໂລກບໍ່ມີຂອບເຂດ

"ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງຄົນ" ສະໂລແກນຂອງຄູບາອະຣິຍະ ນັດຈຳຈື່ໄດ້

ເຮົາມາສັນສ້າງດິນແດນແຖບນີ້ໃຫ້ຮຸ່ງເຮືອງກ້າວໄປພ້ອມໆກັນ

ດ້ວຍຮັກແພງແລະນັບຖື


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ຍັງໆໆ ລໍຖ້າຄູບາເພິ່ນມາອ່ານກ່ອນ ແລ້ວຂ້ອຍຊິແປໃຫ້ທ່ານທັ້ງຫຼາຍໄດ້ອ່ານ ໃຫ້ຄູບາເພິ່ນສະແດງຄຳເຫັນກ່ອນ ອົດໃຈລໍຖ້າກັນກ່ອນເດີ້ ພີ່ນ້ອງ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
OK ໂອເຄ ຈະໝັ່ນມາຈອບໆໆເພາະຢາກຮູ້ວ່າແປວ່າຫຍັງ ລືມໝົດແລ້ວ ຖ້າຮຽນຄືນຄືຊິຈື່ໄດ້ຢູ່ບໍ່ຫຼາຍກະໜ້ອຍແຕ່ວ່າປະໄປດົນໆກະເລີຍລືມໝົດ ແຕ່ກະບໍ່ເປັນຫຍັງເຮົາຍັງມີຜູ້ທີ່ຈະມາແປໃຫ້ຟັງຢູ່ ແລ້ວຈະຖ້າຟັງຄຳແປ ຂອບໃຈຫຼາຍໆໆ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຈັ່ງໃດຖ້າຄວາມຫມາຍມັນຮຸນແຮງກະສົ່ງກັນຫລັງໄມເດີ້

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຮະໆໆ ເຂົ້າມາຮອບສອງກະບໍ່ມີຫຍັງດອກ ເຂົ້າມາດັນກະທູ້ໄວ້ຢ້ານມັນຖືກຖົມກ່ອນ ລໍຖ້າອາຈານອະຣິຍະ ຫລື ທ່ານ eastlanna ມາແປແລະຂະຫຍາຍຄວາມໃຫ້ຟັງ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ຮຽນຮູ້ປະຫວັດສາດໃຫ້ຖືກຕ້ອງຄືສິ່ງທີ່ຄວນເຮັດ, ແຕ່ຢ່າໄປຈົມປັບກັບອະດີດເດີ້, ຈັກຫນ້ອຍແປອອກມາໃຫ້ອ່ານ
ກັນລະ, ຫນ້າກັນກະບໍ່ແນມນີ້, ບໍ່ໄດ້ເກາະ. (ມາຈອບຢາກຮູ້ຄືກັນ,ອະດີດມັນເປັນແນວໃດກັນແທ້)
ສິ່ງທີ່ປະເສີດສຸດຄືການໃຫ້ອະໄພ.


໒໘ ກະທູ້
໗໘ ໂພສ
ນັກການກະທູ້
ໃຜອ່ານໄດ້ອ່ານໃຫ້ຟັງແດ່ ດັງໆເດີ


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ເອົາລ່ະເດີ້ ບໍ່ຖົ້ງບໍ່ຖ້າເພິ່ນແລ້ວ ແປໃຫ້ເລີຍກະແລ້ວກັນ ນີ້ແມ່ນສິ່ງທີ່ຄົນເສື້ອແດງຊຽງໃໝ່ເພິ່ນຈະສື່ອເຖິງອິຫຍັງຈັກຢ່າງນີ້ລ່ະ

ຈະແປໃຫ້ອ່ານນະບັດນາວ
ເພິ່ນຂຽນກ່າວໄວ້ດັ່ງນີ້


"ໝາຍພໍ່ພະຍາປຣາບສົງຄຣາມ ບ້ານສັນປ່າສັກ ມາເຖິງພຣະຍາໂຄຫາບ້ານຖ້ຳ
ດ້ວຍເຮົາເປັນພຣະຍາໃຫຍ່ເປັນໂປ່ທັບພໍ່ເຈົ້າກາວິໂລລົດ ໄດ້ມາຣ່ຳເພິງ(ຄິດໃນໃຈ)ເລັງຫັນ(ເລັງເຫັນ)ວ່າ
ເມື່ອພໍ່ເຈົ້າຍັງບໍ່ສ້ຽງ(ໝົດ)ບຸນເທື່ອ ກໍ່ຈຳເລິນວຸດຟ້າຝົນກໍ່ຕົກບໍ່ໄດ້ຂາດເຂົ້ານາປຼາທ້າວ
ກໍ່ເຫຼືອກິນເຫຼືອທານ ບັດດ່ຽວນີ້ຄົນໄທຍຊາວໃຕ້(ໄທຍສຍາມ)ໄດ້ຂຶ້ນມາຂົ່ມເຫງເຕັງເຕັກ ພໍ່ເຈົ້າເຄົ້າ
ສະໜາມຫຼວງຂອງເຮົາກໍ່ພາກັນກົວ(ຍ້ານ)ມັນໄພສ້ຽງ(ໝົດ) ຊາວໝູ່ເຈັກຈີນຫິນແຮ່ມັນກໍ່ມາເກັບພາສີຕົ້ນໝາກ
ຕົ້ນພູຕົ້ມເຫຼົ້າຂ້າໝູ ຄັນຜູ້ໃດບໍ່ມີເງິນເສຍພາສີ ມັນກໍ່ເອົາໂຊ້ເຫຼັກມາລ່າມຄໍ ຄຸມຕົວໃສ່
ຂື່ໃສ່ຄາໄພຂ້ຽນໄພຕີ ບ້ານເມືອງຂອງເຮົາກໍ່ຮ້ອນໄໝ້ນັກ ຫື້(ໃຫ້)ພີ່ພະຍາໂຄຫາເອົາຄົນ
ສອງຮ້ອຍທັງຫອກດາບ ສິນາດ(ປືນ) ໄພຊ່ວຍເຮົາເອົາເມືອງຊຽງໃໝ່ ຍັບເອົາຊາວເຈັກຊາວໃຕ້ຂ້າຫື້(ໃຫ້)
ສ້ຽງ(ໝົດ) ແມ່ນເດັກນ້ອຍນອນອູ່ກໍ່ຢ່າໄດ້ໄວ້ເທີ້ະ
ຫື້(ໃຫ້)ພ້ອມກັນທີ່ໜ້າວັດເກດ(ວັດເກຕກາຮາມໃນປັດຈຸບັນ)ຮິມພິງ(ຮິມແມ່ນ້ຳພິງ) ຫົວຂົວກຸລາ(ຂົວແຂກ)
ເຊົ້າມືດໄກ່ຂັນສາມຕັ້ງ(ໄກ່ຂັນສາມເທື່ອ) ເດືອນ 11 ແຮມ 11 ຄ່ຳ
ໝາຍນີ້ຫື້(ໃຫ້)ໜານປັນຍາ(ທິດປັນຍາ)ບ້ານຟ້າມຸ້ຍເອົາເມືອສົ່ງ"

ໃນສະໝັຍນັ້ນ(ສະໝັຍລັດສະການທີ່ 5) ເພິ່ນສັນນິຖານໄວ້ວ່າ ພຣະເຈົ້າກາວິໂລລົດ ສຸລິຍະວົງ ພຣະເຈົ້າແຜ່ນດິນຊຽງໃໝ່ ເພິ່ນຮູ້ເຫັນເປັນໃຈໃຫ້ກັບພະຍາປາບສົງຄາມທີ່ກໍ່ກະບົດ(ໄທຍສະຍາມວ່າຊັ້ນ) ບໍ່ຍອມກຸມຕົວພະຍາປາບສົງຄາມສົ່ງໃຫ້ກຸງເທບ

ແຕ່ກຸງເທບກະຫາຫຼັກຖານເອົາຜິດພຣະເຈົ້າກາວິໂລລົດເພິ່ນບໍ່ໄດ້



ອ່ານແລ້ວຂົນລຸກບໍ່ທ່ານ ຍັງສົງສັຍຢູ່ບໍ່ວ່າ ເປັນຫຍັງ 8 ແຂວງພາກເໜືອຕອນເທິງຂອງປະເທດໄທທຸກມື້ນີ້ມີແຕ່ກຸ່ມຄົນເສື້ອແດງ
ແທນທີ່ຈະເປັນກຸ່ມຄົນເສື້ອເຫຼືອງ(ພັນທະມິດ)

ອັນອະດີດນ່ະ ບໍ່ຕິດໃຈດອກ ຜ່ານມາແລ້ວກະຜ່ານໄປ ແຕ່ຍ້ານກຸ່ມຄົນເສື້ອແດງຈະເອົາເລື້ອງໃນອະດີດຫັ້ນລ່ະມາເປັນປະເດັນທາງການເມືອງ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ່ແບບນີ້ນິເອງເນາະ


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ຍັງບໍ່ເຂົ້າໃຈເທື່ອ

ອ່ານຫຼາຍຮອບແລ້ວ