ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອີງຕາມການລາຍງານຂອງສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ສປປ ລາວ ໄດ້ລາຍ ງານພົບກໍລະນີທຳອິດ ຂອງຄົນເຈັບເປັນພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ໃນວັນອັງຄານທີ 16 ມິຖຸນາ 2009 ໄວໜຸ່ມຊາຍ ອາຍຸ 27 ປີ ຄົນຕ່າງປະເທດ ທີ່ມາເຮັດວຽກໂຄງການຢູ່ ສປປ ລາວ ເດີນທາງມາເຖິງນະຄອນຫຼວງວຽງຈັນ ວັນ ທີ 11/6/2009 ແລ້ວໄດ້ມີອາການເຈັບ ວັນທີ 13/6/2009 ຈາກນັ້ນ ກໍໄດ້ສົ່ງໄປກວດສຸຂະພາບຄົນເຈັບ ທີ່ຕິດເຊື້ອດັ່ງກ່າວນີ້ ມີອາການສະແດງອອກແບບເບົາບາງ ຈຶ່ງບໍ່ຈຳເປັນຈະຕ້ອງປິ່ນປົວດ້ວຍຢາຕາມີຟຼູ (Tamiflu) ແລະ ບໍ່ໄດ້ຖືກສົ່ງເຂົ້ານອນ ໂຮງໝໍ ມີແຕ່ໃຫ້ຕິດຕາມຢູ່ເຮືອນຂອງຕົນເອງ ເຊິ່ງກຳລັງຈະຫາຍດີຈາກພະຍາດດັ່ງກ່າວນີ້ແລ້ວ ຄົນເຈັບດັ່ງກ່່າວ ໄດ້ເດີນ ທາງມາຈາກປະເທດທີ່ຢັ້ງຢືນວ່າ ມີການລະບາດຂອງພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ແຕ່ບໍ່ສາມາດເປີດເຜີຍ ຂໍ້ມູນຂອງຄົນເຈັບດັ່ງກ່າວໄດ້ ບັນດາກຸ່ມຄົນທີ່ໃກ້ຊິດກັບຄົນເຈັບຜູ້ນີ້ ແມ່ນກຳລັງຖືກຕິດຕາມອາການຢ່າງໃກ້ຊິດ ເພື່ອຫຼຸດ ຜ່ອນການແຜ່ກະຈາຍເຊື້ອພະຍາດດັ່ງກ່າວໃນຊຸມຊົນ. ຕົວຢ່າງຂອງຄົນເຈັບໄດ້ຖືກສົ່ງໄປກວດຢູ່ສູນວິເຄາະ ແລະ ລະບາດວິທະຍາ ໃນຕອນແລງຂອງວັນຈັນ ທີ 15 ມິ ຖຸນາ 2009 ຜົນການກວດທາງຫ້ອງວິເຄາະລະດັບໂມເລກຸນ ໃນວັນອັງຄານທີ 16 ມິຖຸນາ 2009 ໂດຍການນຳໃຊ້ວິທີການ ກວດແບບຣຽວທາມ-ຟີຊີອາ (Real Time PCR) ທີ່ໃຊ້ສຳລັບກວດຫາເຊື້ອໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ໂດຍສະ ເພາະເຄື່ອງກວດດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກສູນຄວບຄຸມພະຍາດຕິດຕໍ່ ຂອງສະຫະລັດອາເມລິກາ ປະຈຳລາວ (USCDC) ຜົນການກວດໄດ້ຢັ້ງຢືນວ່າ ຜູ້ກ່ຽວໄດ້ຕິດເຊື້ອພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ດັ່ງນັ້ນ ລັດຖະມົນ ຕີ ກະຊວງສາທາລະນະສຸກ ພ້ອມ ດ້ວຍຄະນະ ແລະ ບຸກຄົນທີ່ສຳຄັນ ທີ່ກ່ຽວຂ້ອງ ຈຶ່ງໄດ້ຈັດກອງປະຊຸມ ດ່ວນຂຶ້ນດຣ. ປອນເມກ ດາລາລອຍ ລັດ ຖະມົນຕີວ່າການ ກະຊວງສາທາ ລະນະສຸກ ໄດ້ກ່າວວ່າ: ປະຊາຊົນ ແມ່ນມີບົດບາດສຳຄັນທີ່ສຸດໃນ ການຄວບຄຸມການຕິດເຊື້ອທີ່ຄ້າຍ ຄືພະຍາດໄຂ້ຫວັດໃຫຍ່ ເຊັ່ນວ່າ: ຄວນພັກຜ່ອນຢູ່ເຮືອນເວລາທີ່ ທ່ານເຈັບປ່ວຍ ອັດປາກ ດັງໃນເວ ລາໄອ/ຈາມ ໜັ່ນລ້າງມືຂອງທ່ານ ເປັນປະຈຳ ດ້ວຍສະບູຢູ່ເລື້ອຍໆ. ຄົນເຈັບຜູ້ນີ້ ແມ່ນຄົນເຈັບຜູ້ທຳ ອິດ ທີ່ຕິດເຊື້ອໄຂ້ຫວັດໃຫຍ່ສາຍ ພັນໃໜ່ A/H1N1 ທີ່ໄດ້ຖືກລາຍງານພົບຢູ່ ສປປ ລາວ ດຣ. ດົງອິລ ອານ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ຈຶ່ງໄດ້ເນັ້ນໜັກເລື່ອງເອົາໃຈໃສ່ການປິ່ນ ປົວ ດູແລຮັກສາ ພ້ອມກັນນັ້ນ ຖ້າຫາກວ່າມີອາການ ໄຂ້ ໄອ ເຈັບຄໍ ນ້ຳມູກຍ້ອຍ ເຈັບປວດຕາມກ້າມຊີ້ນ ແລະ ຕາມຂໍ່ຕ່າງ ຕ່າງ ຄວນໄປປຶກສາແພດໝໍ ແລະ ສ່ວນຫຼວງຫຼາຍ ຄົນເຈັບທີ່ເປັນພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ຈະຫາຍດີ ເອງ ໂດຍບໍ່ຕ້ອງປິ່ນປົວດ້ວຍຢາຕາມິລຟູ (Tamiflu). ອົງການອະນາໄມໂລກ ໄດ້ກຽມພ້ອມທີ່ຈະຊ່ວຍເຫຼືອໃນການຕອບສະໜອງຢາປິ່ນປົວໃຫ້ພຽງພໍ ຕາມຄວາມຕ້ອງ ການຂອງ ສປປ ລາວ ຊຶ່ງມື້ນີ້ ທາງອົງການອະນາໄມໂລກ ໄດ້ມອບຢາປິ່ນປົວຈຳນວນ 9.240 ໂດສ ໃຫ້ແກ່ເຈົ້າໜ້າທີ່ສາທາ ລະນະສຸກຂອງ ສປປ ລາວ. ມາຮອດວັນທີ 16 ເດືອນມິຖຸນາ 2009 ນີ້ທົ່ວໂລກມີຄົນເຈັບທັງໝົດ 35.928 ຄົນ ຕິດເຊື້ອພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ພົບໃນ 76 ປະເທດ ໃນນັ້ນ ເສຍຊີວິດ 163 ຄົນ ອົງການອະນາໄມໂລກ (WHO) ໄດ້ຍົກລະດັບການ ເຕືອນໄພຂອງການລະບາດໃຫຍ່ ຈາກລະດັບ 5 ມາເປັນລະດັບ 6 ໃນອາທິດແລ້ວນີ້ ເຊິ່ງເປັນລະດັບເຕືອນໄພສູງສຸດ ແລະ ເປັນຕົວຊີ້ບອກວ່າ ການລະບາດຂະໜາດໃຫຍ່ ກຳລັງເກີດຂຶ້ນໃນທົ່ວໂລກ ລະດັບການເຕືອນໄພການລະບາດຂະໜາດໃຫຍ່ ຂອງອົງການອະນາໄມໂລກນີ້ ແມ່ນອີງໃສ່ການແຜ່ກະຈາຍຂອງເຊື້ອພະຍາດ ທີ່ປົກຄຸມໄປໃນຫຼາຍຂົງເຂດໃນໂລກ ແຕ່ບໍ່ໄດ້ ອີງໃສ່ຄວາມຮຸນແຮງຂອງພະຍາດ ເຊິ່ງປັດຈຸບັນນີ້ ຄວາມຮຸນແຮງຂອງການເປັນພະຍາດ ແມ່ນຈັດຢູ່ໃນລະດັບປານກາງ. ປະຊາຊົນທ່ານໃດທີ່ມີຄຳຖາມ ຫຼື ຕ້ອງການລາຍງານຂໍ້ມູນກ່ຽວກັບພະຍາດທີ່ຄ້າຍຄືໄຂ້ຫວັດໃຫຍ່ນີ້ ກະລຸນາ ຕິດຕໍ່ສາຍດ່ວນ 166 (NEIDCO) ໂດຍບໍ່ເສຍຄ່າໂທ. ຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບພະຍາດໄຂ້ຫວັດໃຫຍ່ສາຍພັນໃໝ່ A/H1N1 ກະລຸນາເຂົ້າໄປເບິ່ງເວບໄຊຂອງ ອົງການອະນາໄມໂລກທີ່ www.who.Int ຫຼື ສອບຖາມເຈົ້າໜ້າທີ່ສາທາລະນະສຸກ ຫຼື ແພດປິ່ນປົວໃນສະຖານທີ່ຕ່າງໆ. ຕໍ່ກັບສະພາບການລະບາດຂອງພະຍາດດັ່ງກ່າວນີ້ ປະຊາຊົນເຮົາບໍ່ຄວນແຕກຕື່ນ ມີແຕ່ເພີ່ມການເຝົ້າລະວັງ ໃນການປ້ອງກັນຕົນເອງໃຫ້ຫຼາຍຂຶ້ນ ຖ້າມີອາການເຈັບສົງໄສ ກໍໃຫ້ລາຍງານໃຫ້ພາກສ່ວນກ່ຽວຂ້ອງ ແລະ ໄປພົບແພດທີ່ຢູ່ ໂຮງໝໍ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫວັງວ່າຄືຊິບໍ່ມີຫຍັງຮ້າຍແຮງໄປກວ່ານີ້ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
โฮฮ้ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແມ່ນວ່າ ຫາກະໄດ້ຍິນໄດນີ້
ຄົນໄກບ້ານ........ຍາກກັບບ້ານເດ່
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຫັນ ກະເຈົ້າ forward sms ມາ ຄິດວ່າຢອກກັນຫຼິ້ນໆ ທີ່ແທ້ແມ່ນ ຄວາມຈິງ! ໜ້າຈະມີການເຜີຍແຜ່ເລື່ອງປ້ອງກັນຫຍັງໃຫ້ພໍ່ແມ່ພີ່ນ້ອງຫຍັງຫຼາຍກວ່ານີ້ໄດ໊ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ່າວມາຮອດລະຫວານິ ຕາຍໆ ເຮັດຈັງໃດດີ
ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃຜເຮັດ visa ໃຫ້ພະຍາດນີ້ ຄັນບໍ່ມີ visa ມັນກະມາລາວບໍ່ໄດ້ແລະ ແນວນີ້ຕ້ອງມີຄົນໜູນຫຼັງ 555+
M99NOY
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂະເຈົ້າວ່າ ຄົນຕ່າງປະເທດບໍ່ແມ່ນຄົນລາວ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃຄແຕ່ບໍ່ແມ່ນຄົນລາວ
ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ meenoy ຂຽນວ່າ... ໃຜເຮັດ visa ໃຫ້ພະຍາດນີ້ຄັນບໍ່ມີ visa ມັນກະມາລາວບໍ່ໄດ້ແລະ ແນວນີ້ຕ້ອງມີຄົນໜູນຫຼັງ 555+ ສົງສັຍແມ່ນເຈົ້າຂອງຜູ້ຜລິດຢາ ແກ້ພຍາດຕິເບາະ! ຢາກລອງ ວ່າ ຢູ່ລາວກະ ເຄັ່ງຄັດພໍພຽງໃດ! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຈັ່ງໃດກະພາກັນຣະວັງໄວ້ເດິພີ່ນ້ອງ ຄັນເຈັບເປັນຈັ່ງມາແກ້ນີ້ ມັນຍາກ ດີບໍ່ດີ ຕາຍ ລ້າ ໃດ໋! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມາຈົນໄດ້ ເປັນຕາຢ້ານເດ
何よりも真実を貴ぶ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂ້ອຍຫາກໍ່ຈະເຊົາ ມື້ວານນີ້ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃນທີ່ສຸດມັນກະມາຮອດເນາະ..! ແລ້ວຜູ້ທີ່ນັ່ງຂ້າງໆຂີ່ຍົນມານຳກັນຈັກຊິມີອາການແນວໃດແລ້ວເນາະຕອນນີ້ ? ຈັ່ງໃດກະລະວັງແດ່ເດີພີ່ນ້ອງ...
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໄດ້ຍິນຂ່າວຈົນຕົກໃຈ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
dee jai num der |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມັນມາແລ້ວວວວ
ທ້າວທອງໃສ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕາຍລະ ສິເຣັດແນວດາຍດີລະ ບາດນີ້
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມັນກະບໍ່ມີຫຍັງດອກພີ່ນ້ອງ ບໍ່ຕ້ອງພາກັນຕົກໃຈຫຍັງດອກ ສຳຄັນເຮົາມີສຸຂະພາບແຂງແຮງ ມັນກະບໍ່ເປັນຫຍັງ ເຖິງຕິດກໍເຊົາໄປເອງຄືໄຂ້ຫວັດນິລະ
ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂອ່.....
<-----ຄົນໃຈດີແຟນຄລັບ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພະຍາດນີ້ດູດທັງເງີນ ແລະ ທັງຊິວິດເນາະ ! ແຕ່ບໍ່ຕ້ອງຍ້ານເດີພີ່ນ້ອງ ເຮົາຕ້ອງອອກກຳລັງກາຍເປັນປະຈຳ ຫຼື ຫຼີ້ນກິລາຕ້ານໄດ້ຫຼາຍຢ່າງ ຕ້ານທັງພະຍາດ ແລະ ຕ້ານທັງຢາເສບຕິດ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
|