ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມາແຕ່ງກອນຕໍ່ກັນເທາະໝູ່ເພື່ອນອ້າຍນ້ອງທັງຫຼາຍ

ໜ້າທີ່ 1 ຈາກທັງໝົດ 19 ໜ້າ <<<123 ... 1516171819>>>


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແບບວ່າ ເວລາຫວ່າງໆບໍ່ມີຫຍັງກະເຂົ້າມາແຕ່ງກອນຕໍ່ກັນຫຼິ້ນເດີ້ພີ່ນ້ອງ



ຕົວຢ່າງ: ອັນນີ້ແມ່ນກອນຂອງທ່ານ ອະຣິຍະ ມາມາແຊດ ຫົວຂໍ້ວ່າ ຝົນຊິຕົກ ເພິ່ນຂຶ້ນຕົ້ນມາ ສອງບາດ

ຟັງຍິນຮ່ວານໆຟ້າ-----------ຮ້ອງຮ່ຳຍາມເຫມັນ

ລົມທັງເທທວນເຖິງ----------ຟາກພູມພະນາພື້ນ

ດິນແດນວຽງນະຄອນກວ້າງ---ນະພາໃສມືດມອດ

ຝົນຕົກລົງໜ້າຮ້ອນ-------------ຍາມນີ້ກໍຫາກມີ

ຊາວວຽງຈັນເພີ່ນຢ້ານ----------ຝົນຟາດທັງລົມ

ໄປມາທາງທຽວຫຼຸບ------------ຖືກຕົມຕິດເປື້ອນ

ຫົນທາງທຽວປູພື້ນ-------------ດິນແດງເຊົາໄງ່

ກັບປ່ຽນມາເປັນຈຶ້ນ-------------ຕົມເປື້ອນລົດລານ ແທ້ເດີ


ສ່ວນໂຕນີ້ແມ່ນ ກອນ ວວ ແຕ່ງຕໍ່ເພິ່ນ

ກະຈັ່ງວ່າເດີເຈົ້າ..............ອັນຟ້າຝົນນີ້ກໍ່ດາຍ

ສັງວ່າມາປ່ຽນແປງ...........ປັ່ນປ່ວນແປປິ້ນ

ດິນເປັນຝຸ່ນມື້ວານນີ້..........ມາມື້ນີ້ເປັນຕົມຕ່າງ

ຫວ່າງກ່ອນສອງສາມມື້.......ຍັງແດດຮ້ອນແຜດເຜົາ ແທ້ເນີ

ອາກາດແປປ່ຽນປິ້ນ............ຝົນບໍ່ຕົກຕາມລະດູການ

ດວງດອກມາລາບານ..........ກ່ອນປີໃໝ່ລາວຮອດຊ້ຳ

ສາຍນ້ຳຂອງກໍ່ເຫືອດແຫ້ງ....ກາຍເປັນຫາດຍາວໃຫຍ່

ຍ້ອນຄົນເຮົາຕັດຕົ້ນໄມ້........ເຫັນແກ່ໄດ້ປະໂຫຍດສ່ວນຕົວ ຊັ້ນນາ


ເຊີນຜູ້ຕໍ່ໄປ ແຕ່ງຕໍ່ເລີຍເດີ້ ວວ ກະແຕ່ງມົ່ວຄືກັນ



ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວວ ວັນວານມີຕົນໄມ້------------ຫຼາຍຫຼາກຄະນານັບ
ໃນກາງດົງຈົນວ່າຄັບ-----------ໝູ່ຍູງຍາງເຊື້ອ
ກັບທັງເສືອສາງຊ້າງ-----------ກະທິງທອງແຮດປ່າ
ມະຍຸຣາແຂກແກ້ວ--------------ກໍຫຼາຍລົ້ນອະແນກນອງ

ດຽວນີ້ມອງສ່ອງປ່າໄມ້ປ້ອງ---ກໍຍັງເລົ່າເປັນຂີ
ຕົ້ນຍຸງຍາງຈິກ-----------------ເປີດດົງພະນາໄມ້
ເສືອສາງຊ້າງ------------------ມຸຍູຣາແຮ້ງປ່າ
ມັນກໍໜີຈາກດ້າວ--------------ໄປຫາລື້ຢູ່ບ້ານອື່ນເຂົາພຸ້ນເດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ງບໍ່ເປັນ

you will when you believe

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດຍອດຫຼາຍໆ ທ່ານອາຣິຍະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຝູງໝູ່ລີງນົກເຄົ້າ.............ກໍ່ມາເລົ່າໄລໜີ

ທັງໝີໝູກວາງຟານ..............ກໍ່ນັບມື້ນັບໜ້ອຍ

ເຫັນແຕ່ຮອຍຄົນນັ້ນ.............ຢຽບຍ່ຳເທິງດິນປ່າ

ພວກລິ່ນໝາແມວເໝັ້ນ..........ບໍ່ເຫັນໄດ້ຮອດຮອຍ ພຸ້ນລະ

ແຕ່ກ່ອນນົກເຂົາຮ້ອງ..............ກຸກໆກຣູ່ຢູ່ແຄມນາ

ຮອຍຟານປ່າຮອຍໝູ..............ຢູ່ທົ່ວດິນແຄມຮົ້ວ

ຍົວໆສຽງແຊວຮ້ອງ................ທັງນົກກົກນົກແອ່ນ

ບິນທົ່ວແດນແຜ່ນຟ້າ.............ນົກຍາງນ້ອຍທັງໝູ່ກາ ແທ້ເນີ

ບາດວ່າມາຕອນນີ້.................ພວກສັດສິ່ງທັງຫຼາຍ

ຫ່າງຫາຍໄປທາງໃດ..............ປ່າແຄມໄຮ່ມິດຊ້ອຍມ້ອຍ

ເຫຼືອແຕ່ຮອຍຕີນຊ້າງ..............ຜົມດົກດຳຂາຄູ່

ມວນໝູ່ສັດທັງຫຼາຍນັ້ນ............ຫັນໜີຈ້ອຍຢູ່ທ້ອງຄົນ ພຸ້ນແລ




ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ຍ້ອນຄົນເຮົາເຈົ້າຂ້ອຍ ,,,,,,,,,,,,,,,,,,,,,,,,,,,,,ພາກັນຕັດປ່າ
ຊັບພະຍາໃນດົງ,,,,,,,,,,,,,,,,,,,,,,,,,,,,,,,,,,,,ພົງໄພແຫ້ງແລ້ງ
ກະແດ້ງໃຈແທນເດ,,,,,,,,,,,,,,,,,,,,,,,,,,,,,,,,ສິ່ງໃໝ່ພາຍໜ້າ
ສັດສາວາສິ່ງເຈົ້າ,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ຫົດຫາຍຕາຍໄປ ທ່ານເອີຍ
ດີນຟ້າປ່ຽນແປງຜັນ,,,,,,,,,,,,,,,,,,,,,,,,,,,,,,,,,ບໍ່ຖືກຕ້ອງຕາມລະດູ
ຍ້ອນພະຍາແຖນຄຽດ,,,,,,,,,,,,,,,,,,,,,,,,,,,,,,,ກົບຂຽດເລີຍຂາດຝົນ
ອີກບໍ່ດົນເຈົ້າຂ້ອຍ,,,,,,,,,,,,,,,,,,,,,,,,,,,,,,,,,,,,ຊິຂາດແຄນເຫຼືອອົດ
ຕົດກາຈະ ບໍ່ອອກ ,,,,,,,,,,,,,,,,,,,,,,,,,,,,,,,,,,,,ຍ້ອນບໍ່ມີອັນຈະກີນ ແທ້ລະເນີ ທ່ານເອີຍ

ແຮແຮແຮ ບໍ່ຮູ້ວ່າ : ຈະຜ່ານບໍ່ນໍ , ບົດກອນຂ້າພະເຈົ້ານິ ( ມົວເລີຍໃດນິ ) ,,,,, ດ່ຽວຈະຖ້າອ່ານ ຄົນຕໍ່ໄປເດີ ວ່າ ຈະແຕ່ງແນວໃດ ອິອິອິອິ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ຮືຮືຮື ຄືບໍ່ມີໃຜມາຕໍ່ ກອນ ນຳເລີຍ ,,,,

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ຝູງໝູ່ລີງນົກເຄົ້າ.............ກໍ່ມາເລົ່າໄລໜີ

ທັງໝີໝູກວາງຟານ..............ກໍ່ນັບມື້ນັບໜ້ອຍ

ເຫັນແຕ່ຮອຍຄົນນັ້ນ.............ຢຽບຍ່ຳເທິງດິນປ່າ

ພວກລິ່ນໝາແມວເໝັ້ນ..........ບໍ່ເຫັນໄດ້ຮອດຮອຍ ພຸ້ນລະ

ແຕ່ກ່ອນນົກເຂົາຮ້ອງ..............ກຸກໆກຣູ່ຢູ່ແຄມນາ

ຮອຍຟານປ່າຮອຍໝູ..............ຢູ່ທົ່ວດິນແຄມຮົ້ວ

ຍົວໆສຽງແຊວຮ້ອງ................ທັງນົກກົກນົກແອ່ນ

ບິນທົ່ວແດນແຜ່ນຟ້າ.............ນົກຍາງນ້ອຍທັງໝູ່ກາ ແທ້ເນີ

ບາດວ່າມາຕອນນີ້.................ພວກສັດສິ່ງທັງຫຼາຍ

ຫ່າງຫາຍໄປທາງໃດ..............ປ່າແຄມໄຮ່ມິດຊ້ອຍມ້ອຍ

ເຫຼືອແຕ່ຮອຍຕີນຊ້າງ..............ຜົມດົກດຳຂາຄູ່

ມວນໝູ່ສັດທັງຫຼາຍນັ້ນ............ຫັນໜີຈ້ອຍຢູ່ທ້ອງຄົນ ພຸ້ນແລ





ຄັກໆ ເກ່ງກວ່ານັກກະວີເລີຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DexZaaa ຂຽນວ່າ...
ຍ້ອນຄົນເຮົາເຈົ້າຂ້ອຍ ,,,,,,,,,,,,,,,,,,,,,,,,,,,,,ພາກັນຕັດປ່າ
ຊັບພະຍາໃນດົງ,,,,,,,,,,,,,,,,,,,,,,,,,,,,,,,,,,,,ພົງໄພແຫ້ງແລ້ງ
ກະແດ້ງໃຈແທນເດ,,,,,,,,,,,,,,,,,,,,,,,,,,,,,,,,ສິ່ງໃໝ່ພາຍໜ້າ
ສັດສາວາສິ່ງເຈົ້າ,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ຫົດຫາຍຕາຍໄປ ທ່ານເອີຍ
ດີນຟ້າປ່ຽນແປງຜັນ,,,,,,,,,,,,,,,,,,,,,,,,,,,,,,,,,ບໍ່ຖືກຕ້ອງຕາມລະດູ
ຍ້ອນພະຍາແຖນຄຽດ,,,,,,,,,,,,,,,,,,,,,,,,,,,,,,,ກົບຂຽດເລີຍຂາດຝົນ
ອີກບໍ່ດົນເຈົ້າຂ້ອຍ,,,,,,,,,,,,,,,,,,,,,,,,,,,,,,,,,,,,ຊິຂາດແຄນເຫຼືອອົດ
ຕົດກາຈະ ບໍ່ອອກ ,,,,,,,,,,,,,,,,,,,,,,,,,,,,,,,,,,,,ຍ້ອນບໍ່ມີອັນຈະກີນ ແທ້ລະເນີ ທ່ານເອີຍ

ແຮແຮແຮ ບໍ່ຮູ້ວ່າ : ຈະຜ່ານບໍ່ນໍ , ບົດກອນຂ້າພະເຈົ້ານິ ( ມົວເລີຍໃດນິ ) ,,,,, ດ່ຽວຈະຖ້າອ່ານ ຄົນຕໍ່ໄປເດີ ວ່າ ຈະແຕ່ງແນວໃດ ອິອິອິອິ


ມົ້ວກະຍັງເປັນຕາອ່ານ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ໄດ້ແຕ່ອ່ານ ແຕ່ງບໍ່ເປັນ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DexZaaa ຂຽນວ່າ...
ຍ້ອນຄົນເຮົາເຈົ້າຂ້ອຍ ,,,,,,,,,,,,,,,,,,,,,,,,,,,,,ພາກັນຕັດປ່າ
ຊັບພະຍາໃນດົງ,,,,,,,,,,,,,,,,,,,,,,,,,,,,,,,,,,,,ພົງໄພແຫ້ງແລ້ງ
ກະແດ້ງໃຈແທນເດ,,,,,,,,,,,,,,,,,,,,,,,,,,,,,,,,ສິ່ງໃໝ່ພາຍໜ້າ
ສັດສາວາສິ່ງເຈົ້າ,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,ຫົດຫາຍຕາຍໄປ ທ່ານເອີຍ
ດີນຟ້າປ່ຽນແປງຜັນ,,,,,,,,,,,,,,,,,,,,,,,,,,,,,,,,,ບໍ່ຖືກຕ້ອງຕາມລະດູ
ຍ້ອນພະຍາແຖນຄຽດ,,,,,,,,,,,,,,,,,,,,,,,,,,,,,,,ກົບຂຽດເລີຍຂາດຝົນ
ອີກບໍ່ດົນເຈົ້າຂ້ອຍ,,,,,,,,,,,,,,,,,,,,,,,,,,,,,,,,,,,,ຊິຂາດແຄນເຫຼືອອົດ
ຕົດກາຈະ ບໍ່ອອກ ,,,,,,,,,,,,,,,,,,,,,,,,,,,,,,,,,,,,ຍ້ອນບໍ່ມີອັນຈະກີນ ແທ້ລະເນີ ທ່ານເອີຍ

ແຮແຮແຮ ບໍ່ຮູ້ວ່າ : ຈະຜ່ານບໍ່ນໍ , ບົດກອນຂ້າພະເຈົ້ານິ ( ມົວເລີຍໃດນິ ) ,,,,, ດ່ຽວຈະຖ້າອ່ານ ຄົນຕໍ່ໄປເດີ ວ່າ ຈະແຕ່ງແນວໃດ ອິອິອິອິ



ແຕ່ງຄັກເນາະ ໂດຍສະເພາະແຖວສຸດທ້າຍ 555

ຂະໜາດມົ່ວເດີ້ນີ້ ຖ້າແຕ່ງແທ້ຊິປານໃດ


ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສັງມາຄິດຖະຫວິນເສົ້າ.............ເລື່ອງໂລກເຮົາປະຈຸບັນ

ມີຫຼາຍອັນມັນປ່ຽນແປງ............ໝູ່ໄມ້ແມງຫຼຸດໜ້ອຍ

ຫຼາຍຊະນິດສັດຫາຍຈ້ອຍ......... ສາບສູນໄປບໍ່ເຫຼືອຢູ່

ຍ້ອນໝູ່ຄົນເຮົານີ້.............ຕັ້ງຕໍ່ຕັດແຕ່ຕົ້ນໄມ້..........ບໍ່ຫວ່າງເວັ້ນແຕ່ລະວັນ ນັ້ນແລ


ອີແມ່ກະຈົ່ມຮ້ອນ....................ອີພໍ່ກະຈົ່ມໜາວ

ຜູ້ສາວກະຍັງຈົ່ມ.....................ຜົມແຕກປາຍຍ້ອນແດດຮ້ອນ

ອາຈານສອນກະຍັງເວົ້າ............ຈັ່ງແມ່ນມັນຮ້ອນແດດ

ແດດແຮງໆຫວ່າງເຊົ້າ..............ຫວ່າງຄ່ຳຊ້ຳພາຍຸມາ ຊັ້ນເດ


ອີກບໍ່ດົນເດີເຈົ້າ........................ຊຸມຄົນເຮົາຊິຕົກອັບ

ກັບອາກາດທີ່ປ່ຽນແປງ...............ແຫຼ່ງຫາກິນຊິມຸດມ້ອຍ

ຫອຍກັບປູຊິຕາຍຖິ້ມ.................ທັງໝູ່ປາຊິຕາຍໝູ່

ບາດນີ້ໝູ່ເຈົ້າຂ້ອຍ....................ຊິເປັນດ້າມດັ່ງມັນ ຢ້ານເດ


ເຫຼົ້າບໍ່ກິນພໍດີ້..........................ກໍຍັງຍ່າງເຊຊວນ

ຍ້ອນມັນພວນທາງໃນ...............ຫາຍໃຈເກືອບບໍ່ໄດ້

ຍ້ອນອາກາດຊິເປັນພິດ.............ພະຍາດໂລຄາອາລະວາດ

ບາດນີ້ຄົນຊິມິດມ້ອຍ.........ຫາກບໍ່ຊ່ອຍກັນຮັກສາ.........ມວນປ່າໄມ້ທີ່ງົດງາມ ທ່ານເອີຍ


ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ປາາາາາາ ມີແຕ່ຄົນຄັກໆ

ຂ້າພະເຈົ້າກະຍາກມີສ່ວນຮ່ວມນຳຍູ່

ຕິດແຕ່ວ່າບໍ່ພອນສະຫວັນໃນດ້ານນີ້ເດີ້ ອິອິ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາຢາມສື່ໆ,
ແລະກໍຂໍສົ່ງຄວາມຫາ`` ດ່ຽວ ``ນຳດ້ວຍ, ວ່າຍັງເອົາເພັງມາໃຫ້ຟັງບໍ່ທັນເປັນ.ອ່ານເບີ່ງແລ້ວໃນ``imeem.com".
ອັນໃດມັນກໍຊິສູນພັນໄປໜົດ, ສົມພໍເພີ່ນວ່າໄວ້ຫັ້ນລະນໍ ກີນຊ້າງບໍ່ເຫຼືອກີນເສືອບໍ່ອີ່ມ!
ພັນລະນາໄປໃຫ້ມັນຄົບບາດແລ້ວມາສຣູບວ່າມັນຂະມີຫຍັງແນ່ເຫຼືອໄວ້ໃຫ້ເບີ່ງ!!
ເພາະໂຕສຸດທ້າຍຄືຊິແມ່ນໂຕງູທີ່ກືນກີນຫາງໂຕເອງ!?

ພາກັນຫວງແລະຫ່ວງໄວ້ນຳກັນ...
ຫ່ວງວັນນີ້ວັນໝ້າຈື່ງບໍ່ໄດ້ຝັນ
ວ່າແມງຜູ່ແມງມັນ
ເຄີຍບີນຕອມດອກຈັນແຄມ.....


໓ ກະທູ້
໒໒໙ ໂພສ
ນັກການກະທູ້
ແຕ່ງບໍ່ເປັນ


໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
kit bor ork ton ni
kit ork la jung si ma mai derrrrr

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາໄວໆເດີ້ paype

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ງບໍ່ເປັນຄືກັນ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄົນມາຕໍ່ໃຫ້ຊ້ຳ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ແລ້ວເລີຍເຮົາ

ອ່ອນຫັດແຕ່ງແຕ່ນ້ອຍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນແດນດີນຖີ່ນນີ້...........ເຄີຍມີຝູງຊ້າງປ່າ ເປັນແສນ
ເຄີຍມີໄມ້ຄ່າໄມ້ແຄນ.......ທົ່ວແດນດົງດ້າວ
ດຽວນີ້ຄົງຈະຍັງມີໃຫ້......ພັນລາວໄດ້ຫາວເບີ່ງ
ຍັງຊ້າງເຈັດແປດຮ້ອຍ.....ເສືອນັ້ນບໍ່ສ່ອງເຫັນ ແທ້ແຫຼ້ວ.
ໃນປ່າມີແຕ່ຫຍ້າສູງ........ກ່ວາຂະຍູງດົກ
ກົກປະດົງທັງກົກແຕ້........ມັນແສໄປທາງອື່ນ ເກືອບໜົດແລ້ວ
ຍັງກົກແກກົກຍາງ..........ທີ່ເຂົາຖາງບໍ່ທັນສ້ຽງ
ບຸນກີນຈຽງປີໝ້າ...........ກົກສາມສາກໍຮາກກົ່ນນຳກັນ
ກົກໜາກຈັນກໍຈະລົ້ມ.....ເພາະຄົມພ້າຜີ*********ແຫຼມແທ້ເອີຍ!!


໓ ກະທູ້
໒໒໙ ໂພສ
ນັກການກະທູ້
ບໍ່ມີຄວາມສາມາດດ້ານນີ້


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າໄດ້ເສີຍໆລ້າ.........ເຮົາມາຮ່ວມແຮງກັນ
ຫັນໜ້າພາກັນຮັກ............ຮ່ວມແຮງກັນຕ້ານ
ການທຳລາຍປ່າໄມ້...........ໃຫ້ມັນໝົດສ້ຽງສຸດ
ຢຸດເຫັນແກ່ໂຕເດີເຈົ້າ........ຫັນໜ້າເຂົ້າຮ່ວມແຮງກັນ ພີ່ນ້ອງເອີຍ

ຢ່າໄດ້ເລີຍລ່ວງລ້ຳ...........ກ້ຳກ່າຍປ່າສະຫງວນ
ບ່ອນເພິ່ນຖະໜອມຮັກ......ຮ່ວມແຮງແພງສ້າງ
ຢ່າໄດ້ມົວເມົາອ້າງ............ຫາແຕ່ຜົນປະໂຫຍດ
ໂທດຊິມາເຖິງເຈົ້າ.............ໂດຍບໍ່ຮູ້ສຶກຄີງ ທ່ານເອີຍ



ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໒໒໓ ໂພສ
ນັກການກະທູ້
ແຮ່ແຮ່...ຄ້ານແຕ່ງນ່າ...

ທີ່ແທ້ຕົນເອງແຕ່ງບໍ່ເປັນ ຮ່າຮ່າ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າໄດ້ເວົ້າຈັ່ງຊັ້ນ...........ວ່າເຈົ້ານັ້ນແຕ່ງບໍ່ເປັນ
ຂ້ອຍກໍ່ແຕ່ງບໍ່ເປັນ..........ດັ່ງດຽວກັນກັບເຈົ້າ
ເອົາແຕ່ຂຽນມົ່ວລ້າ.........ອອກມາເປັນຄຳກ່າວ
ຂຽນບາດຍາວບາດສັ້ນ....ກອນຂ້ອຍນັ້ນກໍ່ບໍ່ດີ ດອກນາ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ແຕ່ອ່ານກະຍັງມ່ວນນຳຄົນແຕ່ງກອນໄດ້ເນາະ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຫັນກອນບົດນີ້----------------ຫຼາຍວັນຜ່ານເຫິງນານ

ບໍ່ແຕ່ງກອນສານ---------------ຕໍ່ເຕີມຕາມຕື້

ຫຼາຍວັນເວັນວົນຢື້--------------ກັບມາແຕ່ງຕື່ມ

ຍັງບໍ່ລືມບາດເບື້ອງ------------ກອນແຕ້ມແຕ່ງແຖມ ດອກນາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາມມື້ແລງມາ............ອ້າຍຄີດຮອດນ່ອງ



ມື້ໜ້າຊິມາແຕ່ງໃໝ່ ເດີ 555555555


໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ເປັນຕາມ່ວນແທ້ ຊີເລີ່ມໃຫ້ເດີ ໃຜຊີຕໍ່ກະຕໍ່ໄດ້ເດີ ແຕ່ຕ້ອງໃຫ້ມັນຄ່ອງກັນ

ບັດນີ້ຈະກ່າວຕັ້ງ...........................ພິມດີດໃຫ້ເປັນກອນ
ບໍ່ເຄີຍມີໃຜສອນ.............................ແຕ່ກະຊີລອງມົ້ວ
ຢ່າເມົາມົວແຕ່ຫຼີິ້ນ............................ມາຄົ້ນຄິດຕໍ່ຊ່ວຍແດ່
ຜູ້ໃດແນ່ຢ່າລໍຊ້າ.............................ມາເດີ ຕໍ່ຊ່ວຍກັນ... (ຕໍ່ເດີ ໃຜຊິຕໍ່)



何よりも真実を貴ぶ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ຜູ້ເກັ່ງໆ ຊົມເຊີຍ


~Vਕਆpïrєی™~

ໜ້າທີ່ 1 ຈາກທັງໝົດ 19 ໜ້າ <<<123 ... 1516171819>>>