ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມາແຕ່ງກອນຕໍ່ກັນເທາະໝູ່ເພື່ອນອ້າຍນ້ອງທັງຫຼາຍ

ໜ້າທີ່ 14 ຈາກທັງໝົດ 19 ໜ້າ <<<12345 ... 1213141516171819>>>


໒ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ປາດທີ່ໂທ່ຄວາມສາມາດຂອງເຈົ້າ.....................ຊ່າງມາເກັ່ງເຫລືອຫລາຍ
ຍາກຈະເອົາໄປບັນຍາຍ..............................ໃຫ້ທຸກຄົນໄດ້ຮູ້
ເຖິງມີຢູ່ຫລາຍໆຊັ້ນພູມປັນຍາບໍ່ເກັ່ງ....................ຈະບັນເລງກາບນ້ອຍອັນລະຮ້ອຍຊອບທັມ
ຂ້ອຍຄິດນຳຫລາຍຄັ້ງ.................................ຫລາຍຫົນກໍ່ດາຍເປົ່າ

- ຄິດໄປມາພັດແຫ່ງເສົ້າ...............................ຕົນເຈົ້າຈັ່ງແມ່ນສວຍ
ຄົນຈົນລວຍກໍ່ມີມາກ..................................ຄົນລຳບາກຕີ່ມັນນ່າອີ່ຕົນ
.ຄົນທັງຫລາຍພັດເວົ້າ...............................ຄົນຈົນນ່າລັງກຽດ
ໄປບຽດບຽນເຂົາຊ້ຳ..................................ໄປທຳການກະທືບຕື່ມ

- ຄິດລືມຄຳທີ່ກ່າວເວົ້າ.................................ອົງຄ໌ພຮະເຈົ້າທີ່ສັ່ງສອນ
ຂ້ອຍບໍ່ມີຄຳເວົ້າກັບການຂົ່ມເຫັງຫມູ່....................ບໍ່ອີ່ດູແມ້ແຕ່ນ້ອຍຕົນຂ້ອຍຄິດສົງສານ
ຄົນສາມານທີ່ໂຫດຮ້າຍ...............................ບໍ່ລະອາຍແທ້ຕໍ່ບາບກັມ ນັ້ນ
ອັດສະຈັນບາດເພິ່ນມວຍ..............................ຈະລວຍແທ້ມາກແຕ່ກັມທ່ານເອີຍ ແຮະແຮະແຮະ ຂຽນຫລີ້ນຍ່າຖືສາຫາຄວາມກັນນະທຸກໆທ່ານ...!

ຊັຍນະພາ ຄິດຮອດ ບ້ານແຮງໆ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກອນອ້າຍໄຊຈັ່ງແມ່ນຍາວ ອ່ານໄປຫາຍໃຈເກືອບບໍ່ທັນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໑໙໖ ໂພສ
ນັກການກະທູ້
ກອນອ້າຍໄຊຈັ່ງແມ່ນຍາວ............... ອ່ານໄປຫາຍໃຈເກືອບບໍ່ທັນ
ຕາທັນແນມເຫັນ,,,,,,,,,,,,,,,,,,,,,,,,,,,ອ່ານໄປບໍ່ຢຸດຢັ້ງ
ຈັງແມ່ນມ່ວນກະດໍ້,,,,,,,,,,,,,,,,,,,,,,,,ກາບກອນຂອງອ້າຍໄຊ
ຂໍນອບນ້ອມໃຫ້,,,,,,,,,,,,,,,,,,,,,,,,,,,ອ້າຍໄຊຈົງຈະເລີນ ແທ້ນາ

Evil ໃຈດຽວຫຼາຍຄວາມຄິດ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອຍ ນໍ ........ ຕໍໂລດເດີ ໃຜຊິຕໍ່ ກະດາຍ

ຮັກແທ້ຄືແມ່

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວ່ເຂົ້າມາເບິ່ງວ່າມີຫຍັງໃນກະທູ້ນີ້
ແຕ່ງກອນບໍ່ເກັ່ງກະເລີຍໄດ້ແຕ່ເຂົ້າມາແວ່


໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ແວ່ວອນເຂົ້າມາຢ້ຽມ.......ສິຕຽມກອນໄວ້ໃຫ້ອ່ານ
ສິຕີຄ້ອງຮ້ອງກັງວານ......ເຊີນທ່ານເຂົ້າມາຊົມ...
ມາດົມກີ່ນອາຍກອນ......ທັງອອນຊອນວັນວານແຕ່ງ
ພ້ອມທັງມວນໝູ່ແມ້ງ.......ແຕ່ງເຕີມໃຫ້ຍາວໄປ.....
ລວມພ້ອມທັງອ້າຍໄຊ......ໃຈໄຫຍ່ແຕ່ງໂຄດຍາວ
ເບີ່ງເພີ່ນຊ່າງຫານຫ້າວ.....ກາບນັ້ນອອນຊອນຫຼາຍ
ກອນນ້ອງນັ້ນໜ້າເສຍດາຍ......ຫາບ່ອນລົງຮອດບໍ່ພໍ້
ຄັນຊັ້ນກະສິແຕ່ງຕໍ່......ຍາວຍຽດບຽດໄຊອ້າຍ
ເວົ້າມາຊ່າງບໍ່ອາຍ.....ກອນນ້ອງຄ່ອງບໍ່ມີ...
ໂອ້ຍໆອຸກໃຈອີ່ຫຼີ.......ໃຜແນ່ສິຫາບ່ອນຈົບໃຫ້...
ຄັນຊັ້ນບາດນິກະສິໄດ້ ຈົບປັບ...!
ອົດເອົາເດີ້ພີ່ນ້ອງແຕ່ຜູ້ແຕ່ງອ່ານເອງກະຍັງຫົວ ກ໊າກກກກກ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ papeunທີ່ວອນເວົ້າ..........ບໍ່ມີເຈົ້າຂ້ອຍກໍ່ເຫງົາ
ມີເຈົ້າມາແວ່ເຊົາ..............ແວະວຽນຢາມຢ້ຽມ
ກຽມຄຳກອນວອນໄວ້..........ສຸກໃຈເມື່ອໄດ້ອ່ານ
ຜ່ານໄປພຸ້ນມາພີ້...............ຢ່າລືມບ່ອນນີ້ຢ່ອງຢາມ ກັນເນີ

ບົດກອນປະກອບກ້ຽວ.........ກຽວກ່ອມສານສຳພັນ
ຄົນລາວຮັກແພງກັນ..........ທົ່ວຜືນແດນດິນດ້າວ
ລາວເໜືອຫຼືລາວໃຕ້.........ແນວໃດກໍ່ລາວຢູ່
ຂໍວອນທ່ານຜູ້ຮູ້.........ຢ່າຊູເບື່ອຂີ້ໜ້າ........ມາຮ່ວມປະສານກັນ..ທ່ານເອີຍ



ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ບາຍດີວັນວານເອື້ອຍ........ພໍດີເມື່ອຍກັບວຽກງານ
ເລີຍແວ່ຈອບເຂົ້າມາອ່ານ.......ພ້ອມສານກະທູ້ໃຫ້ຊູ່ເຈົ້າ
ເປັນຈັ່ງໄດເປັນຈັ່ງເດີ........ພວກໝູ່ເຮົາ
ເມົາບໍ່ວັນກຳມະກອນ.......ອັນຜູ້ຂ້າກີນຈົນນອນ..
ຫຼັບຫຼອນຕາຍຄາແກ້ວ.........ຊ້ຳແລ້ວຍັງເມົາຄ້າງ
ວຽກງານບໍ່ລຸລ່ວງ.........BOSSເຕືອນແບບເປັນຫວ່ງ
ເຮັດວຽກຕໍ່ບໍ່ບັກຫຼ້າ.......ອຸ໋ຍໆ! ຫົວໜ້າມາ......ໄປກ່ອນເດີ້ຫີ່ນ້ອງ.............


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວັນກຳມະກອນຜ່ານນັ້ນ........ວັນວານບໍ່ໄດ້ເມົາ
ມີແຕ່ເໝົາຫຼັບນອນ.............ພັກຜ່ອນໃຫ້ມັນຄຸ້ມ
ວ່າຊິຊຸມວົງເຫຼົ້າ................ແມ່ບອກເຊົາໆຢ່າກ່າວ
ຢ່າຊູໂພດຫຼາຍຊຸມເຈົ້າ........ລາວເອົາຄ້ອນແກວ່ງມາ


ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ມື້ນີ້ເຫງົາ....ຄວາມຄິດຕັນ : (


໒ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ວັນວານແຕ່ງນັ້ນນ່າຈະເປັນ
ຢ່າໂພດຫລາຍຊຸຸມເຈົ້າ.............ມີແຕ່ເມົາບໍ່ຍອມຢ່າ
ກູຊີ່ດ່າພວກມຶງໃຫ້ຮູ້...............ຟັງແລ້ວໃຫ້ຈື່ຈຳ
ໃນຄຳວ່າເມົາໆນີ້...................ມັນບໍ່ດີຈັກຢ່າງລູກເອີຍ
ເຄີຍເຫັນເລື່ອງແບບນີ້............ມາແລ້ວມາກຫລາຍ
ບາງຜ່ອ່ງຕາຍຍ້ອນເຫລົ້າ................ເມົາເກີນໄປບໍ່ຮູ້ເມື່ອ
ກູລົດເບື່ອແທ້ໆ........................ແລແລ້ວໂລດອີ່ມໃຈລູກເອີ່ຍ ......!!!! ຮ່າຮ່າ ຢ່າໂກດກັນເດີ່ ທັກທາຍຊື່ໆໆໆໆ ແຮະແຮະ


ຊັຍນະພາ ຄິດຮອດ ບ້ານແຮງໆ

໑ ກະທູ້
໑໑໙ ໂພສ
ນັກການກະທູ້
ເຫັນບໍວັນວານເຈົ້າ ................ເຮົາເວົ້າບໍ່ຟັ່ງກັນ
ຄັນໄປມັນເຮືອນເຮົາ................ ເຈົ້າພັດວ່າບໍ່ຄັກ
ຈັກຊິວ່າຈັງໄດ໋ .....................ກີນໄປກຳລັງມັນ
ຄອນລັນລົງກາງວົງ...............ນັງງົງຢູ່ໜ້ອຍໜື່ງ
ຕົກສະອື່ງຫົວໃຈ..................ແນມໄປເຫັນອີແມ່
ຍີ້ມແລ້ວຫົວແຮ່ແຮ່.................ຖ້າກູແດ່ສຽວເອີຍ
ຄຳລາບໍ່ເອີຍຊຳ....................ນຳໆຕີດຈັກລົດ
ຈົດໄວ້ເດີຄ່າເຫຼົາ.................ເອົາໄວ້ຊິມາຈ່າຍ........ບາຍໆເດີ ວັນວານ




Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ງຽບແທະກະທູ້ນິ ເຈີ໋ ອ້າຍໄຊຈັດການມິດໝົດເລີຍ.....

ຂ້ອຍກາຄືກັນ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ມາແລ້ວມາແລ້ວ.......ມາແລ້ວມາຈອບອ່ານ
ກະທູ້ມິດໄປດົນນານ...ມາຈອບອ່ານໝູ່ຂຽນເວົ້າ
ເຮົາໄປຢູ່ພຸ້ນພີ້.........ບ່ອນໃດຍັງຄຶດຢູ່
ຄຶດຫາໝູ່ຢູ່ນີ້............ບ່ອນທີ່ເຮົາລົມກັນ... ນີ້ແລ້ວ

ມາເທື່ອນີ້ເຫັນເຈົ້າ.......ທ້າວRingຄົນງາມ
ເພິ່ນເວົ້າຕໍ່ຍາມຄາວ.....ສົງການກິນເຫຼົ້າ
ບໍ່ຢາກເວົ້າມື້ນັ້ນ...........ພາກັນແຕກພ່າຍ
ຖືກແມ່ຮ້າຍຫາຍຈ້ອຍ....ປະຂ້ອຍຈ່າຍຜູ້ດຽວ ..ນໍRing ເອີຍ


ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ມາແລ້ວມາແລ້ວ .......ຈອບຊອມຕັ້ງດົນ
ຫຼາຍມື້ວັນລົ້ນ........ກະທູ້ກອນງຽບເສົ້າ
ຫຼຽວແນມຖ້າສູ່ເຈົ້າ........ແຕ່ງກອນມາໃຫ້ອ່ານ
ຫາຍໃປຕັ້ງດົນນານ........3 ມື້ບໍ່ເຫັນຊ່ອງ
ຈັ່ງໃດກະອ້າຍເອື້ອຍນ້ອງ......ເຊີນຈອບຢ້ອງເຂົ້າມາອ່ານນຳກັນເຖີນນນ........!


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມິດໄປເພາະວຽກເຂົ້າ.......ຈຳຈູດຄໍຫອຍ
ວ່າຈະຫຼອຍລັກມາ..........ເວລາບໍ່ມີໃຫ້
ມື້ນີ້ຫວ່າງເລີຍໄດ້..........ເຂົ້າມາຂຽນຕອບ
ມາຈອບຢູ່ຈັ່ງຊີ້..............ບໍ່ມີລີ້ຫ່າງໄກ ດອກນາ

ເພິ່ນວ່າສວນດອກໄມ້......ມັກສົ່ງກິ່ນຫອມຫວນ
ຊວນໃຫ້ແວະເດັດດົມ......ຊື່ມຊົມເລີງເລື້ອຍ
ຍາມເມື່ອຍດົມກິ່ນເຈົ້າ......ສວ່າງເຊົາໃຈສະຫວ່າງ
ເໝືອນດັ່ງກອນກອດກ້ຽວ..ຍາມອ່ານແລ້ວບໍ່ຫ່ຽວໃຈ... ແທ້ດາຍ


ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມິດອີ່ມຊີ່ມ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຫລີ້ນພັນລາວມີນີ້ ນີ້ ມ່ວນໆໆໆ

55++ ຕໍ່ໃຫ້ເເນ່

♡ເເມ່ລູກອ໋ອນ♡



.

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼິ້ນພັນລາວມື້ນີ້.........ມີແຕ່ມ່ວນໆ
ຊວນໃຫ້ຫຼົງລະເລີງ....ເລາະໄປເລື້ອຍໆ
ບໍ່ມີເມື່ອຍເປັນແທ້.......ທຽວຊອກແວະອ່ານ
ຜ່ານໄດແບບສຳຫຼວດ...ກວດຮອດເວັບບອດພຸ້ນ ບໍ່ຢາກຢຸດແທ້ດາຍ



ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ຊ່ວງນີ້ສະໝອງຕັນນະ ເຮີໆ


໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ຫຼິ້ນພັນລາວມື້ນີ້.........ມີແຕ່ມ່ວນໆ
ຊວນໃຫ້ຫຼົງລະເລີງ....ເລາະໄປເລື້ອຍໆ
ບໍ່ມີເມື່ອຍເປັນແທ້.......ທຽວຊອກແວະອ່ານ
ຜ່ານໄດແບບສຳຫຼວດ...ກວດຮອດເວັບບອດພຸ້ນ ບໍ່ຢາກຢຸດແທ້ດາຍ





ອັນວ່າ ສະມາຊິເກົ່າ.............. .......ຍັງບອກເລົ່າວ່າພັນລາວຄັກ
ມັກມາເລາະແວະອ່ານ....................ກະດານຂ່າວເພີ່ນໂພດສ໌ໄວ້
ໂດດໄປໃສ່ແບບສຳຫລວດ.............ແລ້ວຍັງກວດຮອດກະທູ້
ເຮັດໃຫ້ສະມາຊິກໃຫມ່ຄືຂ້ອຍຮູ້.........ວ່າພັນລາວດຶງດູດໃຈ ແທ້ໄດ໋ທ່ານເອີຍ



ອັນວ່າ ກະທູ້ນີ້ ..............................ເປັນກະທູ້ທີ່ຂ້ອຍສົນໃຈ
ຂ້ອຍຄິວ່າຊິຕັ້ງໄວ້ .........................ໃຫ້ຫລາຍຄົນມາແຕ່ງຕໍ່
ພໍມາຮອດມື້ນີ້ ................................ເຫັນກະທູ້ຂຶ້ນຫນ້າຫນື່ງ
ຂ້ອຍເລີຍຄິດຢູ່ຊຶງໆ .......................ໂອ່! ເກືອບຕັ້ງຊ້ຳ ກະທູ້ເຂົາ ທ່ານເອີຍ.

"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເດີ້ມາເດີ້ເຈົ້າ..............ເຮົາມາສານຕໍ່ກອນ
ຄູເຄີຍສອນຕອນເຍົາໄວ.....ໃຜແນ່ຈື່ຈຳໄດ້
ບົດຮຽນຄູສອນໃຫ້...........ໃຜແນ່ໄດ້ຈົດກ່າຍ
ມາໄວໄວເຮົາມາໃຊ້..........ບົດຮຽນໃຫ້ອອກເປັນກອນ



ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@ MillionairMIND

ຫາກເຈົ້າຈະຕັ້ງຂຶ້ນ...........ອັນໃໝ່ກໍ່ຍິ່ງດີ
ເພາະກະວີລາວເຮົາ..........ອ່ານຄາວໃດກໍ່ມ່ວນແມ້ງ
ເໝືອນດັ່ງແມງໝູ່ເຜິ້ງ........ດອມດົມດອກໄມ້ປ່າ
ເວລາໃດກໍ່ສຸກລ້ຳ............ຍາມໄດ້ພໍ່າອ່ານກະວີ ... ແທ້ດາຍ


ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເດີຊຸມໝູ່ເຈົ້າ.........ເຮົາມາຮ່ວມແຮງກັນ
ສານສຳພັນໄມຕີ........ເບິ່ງແຍງໂລກໃບນີ້
ໃຫ້ມີແຕ່ປ່າໄມ້...........ຢາຍໄປເດຍລະດາດ
ໂອກາດວຽກມາໃກ້......ວັນປູກຕົ້ນໄມ້ແຫ່ງຊາດເຮົາ

ຂໍເຊີນຊວນຊຸມເຈົ້າ.......ຊາວລາວທັງຫຼາຍ
ຮ່ວມໃຈກັນຫໍ່ຮັກ.........ປ່າດົງເມືອງລາວນີ້
ສາມັກຄີກັນແໜ້ນ........ປູກໄມ້ແທນຜືນປ່າ
ໄດ້ອາກາດດີດ້ວຍ......ຂໍໃຫ້ຊ່ວຍໆກັນ ... ອ້າຍນ້ອງເອີຍ

ຢ່າໄດ້ເສີຍໆລ້າ.........ຄິດວ່າບໍ່ສຳຄັນ
ທຸກວັນອາກາດປ່ຽນ......ໂລກໝຸນວຽນແປປິ້ນ
ແຜ່ນດິນຈະແຫ້ງແລ້ງ....ຫາກບໍ່ມີຜືນປ່າ
ຊີວາອາດດັບຈ້ອຍ........ຫາກເຈົ້າຂ້ອຍບໍ່ຊ່ອຍກັນ.. (ຮັກສາປ່າໄມ້ຫັ້ນນາ)

ມາໆຊຸມພີ່ນ້ອງ............ເຈົ້າສອງຂ້ອຍສີ່
ປູກຕົ້ນມີ້ຕົ້ນຂາມ.........ດູ່ຍູງຍາງກໍ່ໄດ້
ປູກໃຫ້ມັນເປັນພຸ່ມ........ຂຽວງາມເດຍລະດາດ
ຢ່າໄດ້ພາດໂອກາດນີ້....ເຮັດດີໄວ້ເພື່ອລູກຫຼານເຮົາ ທ່ານເອີຍ



ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ກາບກອນໃນຫົວຂ້ອຍ.......ຫາຍຈ້ອຍໄປຊ້ວງໜຶ່ງ..
ໄປຫຼົງເມີນເພີນພາຊື້ງ........ສາວເບຍເພີ່ນເຍັ້ນອ່ອຍ
ອອນຊອນສາວຮ້ານນອ້ຍ....ຍົ້ວະຂາຍພ່າຍຄາລົມ
ປານວ່າມີອາຄົມ.....ເບຍໝົດອ້າຍຕື່ມບໍ່
ຕອບທັນໃດອ້າຍບໍ່ພໍ......ຍໍຕື່ມມາ3 ແກ້ວ
ຊ້ຳແລ້ວນ້ອງນາງເຍັ້ນ.....ເວັ້ນອ້າຍຈັກຮອບແນ່
ໃຫ້ມີໂອກາດໂທຫາແມ່....ນຳເງີນມາຈ່າຍນ້ອງ...

ເປັນຍ້ອນທີ່ເວົ້າຫັນ......ສະໝອງນ້ອຍກ່ວາເກົ່າ
ຫຼົງລະເລີງສິ່ງມືນມືນເມົາ.....ຂ້ອຍເຈົ້າເຕືອນກັນແນ່...
ເລີກການໝູ່ຊວນແວ່.....ປັດໃດ້ເປັນການດີທ່ານເອີ້ຍຍຍຍ!!!!


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເຄີຍຍິນຄົນເວົ້າ..........ເຖິງເລື່ອງເຫຼົ້າເບຍ
ບໍ່ແມ່ນມີແຕ່ເສຍ...............ແຕ່ຫາກດີນຳດ້ວຍ
ເພິ່ນວ່າຊ່ວຍຫຼາຍດ້ານ.......ອ່ານໃນໄດອາຣີ່
ມີປະໂຫຍດຫຼາຍລົ້ນ..........ຢ່າກັງວົນຍາມດື່ມ ໝູ່ເອີຍ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະທູ້ນີ້.....................ມາມື້ນີ້....................ຈຶ່ງໄດ້ເຫັນ
ຊ່າງມາເປັນ..............ຕາອອນຊອນ............ອີ່ຫຼີໜາ
ໃຊ້ບົດກອນ..............ຜວນປະພັນ..............ແທນວາຈາ
ອ່ານແລ້ວເພີດ..........ເພີນແທ້ໜາ..............ພາສາກອນ

ເຮົາຄົບກັນສອງປີແລ້ວ.. ^_^

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫັ້ນແຫຼະນໍ........ສັງເກດແຕ່.......ກະທູ້ສາວ
ກະທູ້ເຮົາ.........ຄົນເຖົ້າໆ..........ເຈົ້າບໍ່ສົນ
ວັນວານຕັ້ງ......ກະທູ້ນີ້.............ມາຕັ້ງດົນ
ພໍ່ຕາມົນ..........ນ້ອງກະປູ..........ຢູ່ໄສເອີຍ

ກະທູ້ສາວ........ຫັນຈ້າວໆ.........ເຂົ້າໄປທັກ
ນ້ອງຄົງມັກ......ນ້ອງໄມ້ຈູມ.........ມັນງາມຊື່ນ
ບໍ່ຄືດັ່ງ...........ດອກໄມ້ບານ.......ມັນແສນຂື່ນ
ເລາະທຸກຄືນ....ຍັງບໍ່ເຫັນ...........ກະທູ້ຍາຍ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ຕາຍໂອຍຕາຍ....ສົງສານເອື້ອຍ....ວັນວານເຈົ້າ
ຍັງນ້ອງເຝົ້າ.....ກະທູ້ນີ້........ບໍ່ເສົ້າຫມອງ
ວັນວານຕໍ່......ນ້ອງປະຄັບ.....ເອື້ອຍປະຄອງ.
ຂື້ນສຸດລ່ອງ.....ຫນ້າເວັບບອດ....ຈົນຣອດປາຍ...

ຊ່ວຍແນ່ເດີ້......ທ່ານຜູ້ອ່ານ...ຂານຕອບແນ່..
ເຊີນມາແວ່......ອ່ານກອນມ່ວນ....ຊວນໃຫ້ຊື່ນ..
ກອນຟົດຟື້ນ....ວັນວານເຈົ້າ......ກໍ່ດີໃຈແທ້ຫນາ.....ທ່ານເອີຍຍຍຍ....!!!



໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຂອບໃຈ........ນ້ອງpapeun......ທີ່ມາແວ່
ກໍ່ຍັງແຕ່..........ນ້ອງນັ້ນແລ........ທີ່ວຽນເວົ້າ
ເປັນຈັ່ງໃດ.......ສະບາຍດີ..........ບໍນ້ອງເຮົາ
ບໍ່ເຫັນເຈົ້າ........ເຂົ້າມາດົນ.........ຄິດຮອດເດ.

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

ໜ້າທີ່ 14 ຈາກທັງໝົດ 19 ໜ້າ <<<12345 ... 1213141516171819>>>