ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມາແຕ່ງກອນຕໍ່ກັນເທາະໝູ່ເພື່ອນອ້າຍນ້ອງທັງຫຼາຍ

ໜ້າທີ່ 15 ຈາກທັງໝົດ 19 ໜ້າ <<<12345 ... 13141516171819>>>


໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ທີ່ວ່າງຽບ.......ສາເຫດແມ່ນ......ທີ່ເວົ້າຫັ້ນ
ຫລົງມົວມັນ.....ເຫລົ້າຢາ.....ນາລີເພີ່ນ
ກີນເຂົ້າໄປ....ວຽກງານ.....ຈົນໄດ້ເຊີນ.
ຄັນບໍ່ເອີ້ນ....ຂານດ່າ...ກະບໍ່ເຫນັງ...ເອື້ອຍເອີຍຍຍ....


ດງວນີ້ກະ.......ຕັ້ງຈິດໃຈ......ທາວຫາວຽກ
ບໍ່ໄດ້ກຽດ....ເຫມືອນແຕ່ກ່ອນ....ຍ້ອນຕັນຫາ
ຕັດໄປແລ້ວ.....ຖີ້ມໄປນຳ......ກັບການເວລາ...
ປັດຈຸບັນ.......ນັ້ນຫນາ....ສຳຄັນຍິ່ງ....


ປັບປ່ຽນແລ້ວ.....ນິດໃສນ້ອງ....ຄ່ອຍປັບປຸງ
ປ່ອຍເລື່ອງຍຸ້ງ.....ຫາຍໄປ....ໃນເຂັມໂມງ
ທ້ອນເລື່ອງດີ.....ຍັດໄສ່....ໃນຖົງສົ້ງ
ເລື່ອງຣ້າຍມາ.......ບັນຈົງ....ຈົກດືກໃສ່....ແທ້ຫນາ

ອາດຈະງົງໆກັບບາງຄຳສັບກໍ່ຂໍອະໄພນຳ ແຮ ແຮ


໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ຫັ້ນແຫຼະນໍ........ສັງເກດແຕ່.......ກະທູ້ສາວ
ກະທູ້ເຮົາ.........ຄົນເຖົ້າໆ..........ເຈົ້າບໍ່ສົນ
ວັນວານຕັ້ງ......ກະທູ້ນີ້.............ມາຕັ້ງດົນ
ພໍ່ຕາມົນ..........ນ້ອງກະປູ..........ຢູ່ໄສເອີຍ

ກະທູ້ສາວ........ຫັນຈ້າວໆ.........ເຂົ້າໄປທັກ
ນ້ອງຄົງມັກ......ນ້ອງໄມ້ຈູມ.........ມັນງາມຊື່ນ
ບໍ່ຄືດັ່ງ...........ດອກໄມ້ບານ.......ມັນແສນຂື່ນ
ເລາະທຸກຄືນ....ຍັງບໍ່ເຫັນ...........ກະທູ້ຍາຍ




ໂອ້ບໍ່ແມ່ນ ຈັ່ງຊັ້ນໃດ໋ ເອື້ອຍວວ
ຂໍເອື້ອຍຢ່າ ດ່ວນຕັດສິນ ນ້ອງເທື່ອໜາ
ໂຕນ້ອງນີ້ ຕັ້ງແຕ່ດົນ ແຕ່ໃດມາ
computer ມີບັນຫາ ເລື່ອງພິມລາວ


ຖ້າຈະຂຽນ ພາສາອື່ນ ບໍ່ແມ່ນລາວ
ອ່ານກັນໄປ ຕໍ່ຍາວໆ ຄົງງົງກັນ
ວ່າໝໍນີ້ ຂຽນອີ່ຫຍັງ ແສນງົງງັນ
ຈັກວ່າຂຽນ ອີ່ຫຍັງມັນ ບໍ່ຮູ້ເລີຍ


ບໍ່ແມ່ນວ່າ ສົນແຕ່ສາວ ເດີ້ເອື້ອຍເອີຍ
ບໍ່ໄດ້ເສີຍ ນຳກະທູ້ ຜູ້ເຖົ້າໜາ
ຫາກກະທູ້ ນີ້ບໍ່ເຄີຍ ມາຢູ່ໜ້າ
ຕອນນ້ອງເຂົ້າ ພັນລາວມາ ເລີຍບໍ່ເຫັນ

ເຮົາຄົບກັນສອງປີແລ້ວ.. ^_^

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ papeun ຂຽນວ່າ...


ປັບປ່ຽນແລ້ວ.....ນິດໃສນ້ອງ....ຄ່ອຍປັບປຸງ
ປ່ອຍເລື່ອງຍຸ້ງ.....ຫາຍໄປ....ໃນເຂັມໂມງ
ທ້ອນເລື່ອງດີ.....ຍັດໄສ່....ໃນຖົງສົ້ງ
ເລື່ອງຣ້າຍມາ.......ບັນຈົງ....ຈົກດືກໃສ່....ແທ້ຫນາ




ດີດີດີ............ດີທີ່.........ນ້ອງຄິດໄດ້
ນ້ອງຕັ້ງໃຈ.....ຮໍ່າຮຽນ.....ຂຽນໜັງສື
ເຮັດວຽກງານ..ທັງວັນ......ບໍ່ຂາດມື
ເອື້ອຍນັ້ນຫຼື.....ກໍ່ດີໃຈ......ນຳນ້ອງແລ


ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...


ໂອ້ບໍ່ແມ່ນ ຈັ່ງຊັ້ນໃດ໋ ເອື້ອຍວວ
ຂໍເອື້ອຍຢ່າ ດ່ວນຕັດສິນ ນ້ອງເທື່ອໜາ
ໂຕນ້ອງນີ້ ຕັ້ງແຕ່ດົນ ແຕ່ໃດມາ
computer ມີບັນຫາ ເລື່ອງພິມລາວ


ຖ້າຈະຂຽນ ພາສາອື່ນ ບໍ່ແມ່ນລາວ
ອ່ານກັນໄປ ຕໍ່ຍາວໆ ຄົງງົງກັນ
ວ່າໝໍນີ້ ຂຽນອີ່ຫຍັງ ແສນງົງງັນ
ຈັກວ່າຂຽນ ອີ່ຫຍັງມັນ ບໍ່ຮູ້ເລີຍ


ບໍ່ແມ່ນວ່າ ສົນແຕ່ສາວ ເດີ້ເອື້ອຍເອີຍ
ບໍ່ໄດ້ເສີຍ ນຳກະທູ້ ຜູ້ເຖົ້າໜາ
ຫາກກະທູ້ ນີ້ບໍ່ເຄີຍ ມາຢູ່ໜ້າ
ຕອນນ້ອງເຂົ້າ ພັນລາວມາ ເລີຍບໍ່ເຫັນ



ໂອ້ແມ່ນຫວາ.......ຄິດວ່າເຫັນ.......ແຕ່ທູ້ສາວ
ທີ່ແທ້ເຈົ້າ..........ບໍ່ເຫັນມັນ..........ຂຶ້ນໜ້າໜຶ່ງ
ຍິນຈັ່ງຊີ້............ເອື້ອຍກໍ່ຄິດ........ຫວນຄະນຶງ
ວ່າໜ້າໜຶ່ງ........ບໍ່ໄດ້ຂຶ້ນ............ມາແຕ່ດົນ

ເປັນຈັ່ງໃດ........ກໍ່ແວະວຽນ.........ມາຫາແດ່
ເຂົ້າມາແວ່........ຕໍ່ກອນກັນ..........ປັນຄຶກຄື້ນ
ທັງຕອນເຊົ້າ.....ຕອນສວຍ..........ແລະຕອນຄືນ
ມາມ່ວນຊື່ນ.......ຮ່ວມກັນ.............ປະສານກອນ ..ເດີ້ນ້ອງເດີ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ White ຂຽນວ່າ...
ໂອຍ ນໍ ........ ຕໍໂລດເດີ ໃຜຊິຕໍ່ ກະດາຍ



ໂອຍນໍ...ຜູ້ຂາວຂາວ.......ງາມໆ.......ຄືຈັ່ງເຈົ້າ
ຍິນເຂົາເວົ້າ.......ງາມຫຼາຍ....ຄົນຊື່ຂາວ
ເປັນຈັ່ງໃດ........ຖ້າຫວ່າງ....ກໍ່ມາເວົ້າ
ເອົາຮູບເຈົ້າ......ມາໂຊ........ກໍ່ຍິ່ງດີ

ກະທູ້ນີ້............ມື້ນີ້............ຄືງຽບແທ້
ເຂົ້າມາແວ່.......ແລເບິ່ງ.......ບໍ່ເຫັນໃຜ
ມີແຕ່ຕົນ.........ຄົນດຽວ.......ມັນປ່ຽວໃຈ
ໃຜກໍ່ໄດ້.........ລົມແນ່.........ແກ້ເຫງົາເອີຍ



ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ແວະມາແວ່.....ແຍ່ກະທູ້ຫຼິ້ນ
ແວະມາລິນ.....ຄຳກອນ.....ກ່ອນເຂົ້ານອນ
......................................................



NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ຄິດຮອດກະທູ້ແຕ່ມີເຫດທີ່ບໍ່ໄດ້ຫຼິ້ນ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄາຫຍັງຢູ່ນໍຈຶ່ງບໍ່ໄດ້ມາຫຼິ້ນ?

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ກະເຈົ້າບ໋ອກເວບນີ້ໄວ້....

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້! ໜ້າເຫັນໃຈ ມາແລ້ວກະຕໍ່ຈັກບາດແນ່ຕີ້

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທະເລທຸກຖ້ວມລົ້ນ.......ເມື່ອຄົນຮັກຈາກໄປ
ຢາດນໍ້າຕາກໍ່ລິນໄຫຼ.....ມີແຕ່ຄວາມອາໄລເສົ້າ
ມີຮັກກໍ່ມີທຸກ...............ອັ່ງອຸກປົນງຽບເຫງົາ
ຫົວໃຈມີແຕ່ເສົ້າ..........ຄຳເວົ້າກໍ່ບໍ່ມີ

ອົກຫັກໃນຄັ້ງນີ້..........ສຸດທີ່ຢາກຂາດໃຈ
ແຕ່ເຮັດລົງບໍ່ໄດ້........ຫາກຕາຍກໍ່ບໍ່ພົ້ນ
ນະລົກຂັງຄົນໄວ້........ໃສ່ໂທດຢ່າງຫ້ຽມໂຫດ
ໂດດໄປກໍ່ບໍ່ມົ້ມ..........ຈົມຢູ່ນັ້ນໝື່ນແສນປີ ພຸ້ນແລ້ວ

ໄຄຄວນຄິດຄ່ອງແຄ້ວ....ເຫັນແລ້ວໂຕປັນຫາ
ຄວາມທຸກທີ່ມີມາ..........ຫາແມ່ນເຂົາເຮັດໃຫ້
ເພາະໃຈເຮົາເອງນີ້......ບໍ່ມີການຕັດຂາດ
ຫາກຄົນສະຫຼາດຮູ້......ເຂົາຍ່ອມສູ້ບໍ່ຖອຍ ແທ້ແລ້ວ

ບັດນີ້ຈຶ່ງຄິດໄດ້..........ຫົວໃຈທຸກເພາະຮັກ
ມາຄິດເບິ່ງຄັກໆ.........ບໍ່ຮັກກະບໍ່ເສົ້າ
ແຕ່ກ່ອນໂຕຄົນດຽວ.....ວັນນີ້ກໍ່ຄືເກົ່າ
ເຊົາໆຢ່າໄປເສົ້າ.........ເຂົານັ້ນຄ່າບໍ່ພໍ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໖ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ອັນວ່າໃຈປະສົງ............... ກາງດົງກະວ່າປ່າ
ອັນວ່າໃຈຄັບແຄບ.............. ກາງບ້ານກະວ່າດົງ

ໂຈະໄວ້ເທົ່ານີ້ກ່ອນມື້ຫນ້າຊິມາແຕ່ງໃຫມ່ ທ່ານເອີຍ.....ອິອິອິອິ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໑໑໙ ໂພສ
ນັກການກະທູ້
ເອີ ..... ບໍ່ໄດ້ມາຫຼີ້ນດົນລະ ເອົານຳຈັກໜ້ອຍກ່ອນ
ບໍ່ຮູ້ວ່າ ຊິຕໍ່ໃຜ ສັນຊິຕໍ່ສາວວັນວານເດີສັນນະ



ວັນນີ້ມີຮັກກຸ່ມ ..............ຂຸ່ນມົວໃນຫົວໃນ
ວັນນີ້ໃຜບາງຄົນ...........ຈາກໄປບໍ່ຄືນມາ
ວັນນີ້ຮັກເຮົານ໋າ............ເຫຼືອໄວ້ພຽງຄວາມຫຼັງ
ວັນນີ້ຄວາມຮັກຫວັງ.......ຕ້ອງຈົບລົງດ້ວຍນຳຕາ

ວັນນີ້ຍັງບໍ່ຈົບ .............ເພາະບໍ່ແມ່ນມື້ສຸດທ້າຍ
ວັນນີ້ໂລກສະຫຼາຍ........ເພາະຮັກນັ້ນໝົດຊີ້ນ
ວັນນີ້ໃຫ້ຫຍຸດສະ ........ຍັງມີຄົນຄຽງກາຍຢູ່
ທັ່ງໝູ່ແມ່ພີ້ນ້ອງ ..........ຄຽງຂ້າງເຈົ້າຢູ່ສະເໝີ

ວັນນີ້ຄືວັນດີ ..............ວັນທີເຈົ້າເສຍຄົນຮັກ
ວັນນີ້ີເຈົ້າເສຍຫຼັກ.........ເພາະຮັກເຮັດໃຫ້ກຸ່ມ
ວັນນີ້ກຸ່ມໝູ່ພ້ອງ...........ວາແຂວນກ່ຽມຕອນຮັບ
ວັນນີ້ຮັບປະກັນໄດ້........ວ່າຕ້ອງເມົາໄປບໍ່ເປັນ

ວັນນັ້ນໝູ່ມີສຸກ ....................ເຮົານັ້ນດີໃຈນຳ
ວັນນີ້ໝູ່ເສຍໃຈ ...................ເຮົານັ້ນຢູ່ຄຽງຂ້າງ
ວັນໃດຫາກຫວ່າງເວ້ນ...........ໃຫ້ໂຕນືກເຫັນເຮົາແດ່
ມາແວ່ສົ່ງຂອງຕອນ...............ເຮົານັ້ນຊິດີໃຈ ແທ້ເດີ


ບໍ່ໄດ້ມາຫຼີນດົນລະ ຂີໝ່ຽງ ຢາກຈັບໜ້ອຍໜື່ງເດີ

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະໜາດຂີ້ໝ້ຽງຈັບຍັງຕໍ່ໄດ້ຍາວປານເຄືອຫວາຍດິນເລີຍເນາະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໑໑໙ ໂພສ
ນັກການກະທູ້
ເອີເຮົາຮູ້ສືກວ່າ ເຮົາລື່ມວັນໜື່ງໄດ໋ຫັ້ນ

ວັນນີ້ມັນຕ້ອງຖອນ ( ລື່ມໄດ້ຈັ່ງໃດວະ )

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໐ ກະທູ້
໑໑໓ ໂພສ
ນັກການກະທູ້


໐ ກະທູ້
໑໑໓ ໂພສ
ນັກການກະທູ້


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ring ຂຽນວ່າ...
ເອີເຮົາຮູ້ສືກວ່າ ເຮົາລື່ມວັນໜື່ງໄດ໋ຫັ້ນ

ວັນນີ້ມັນຕ້ອງຖອນ ( ລື່ມໄດ້ຈັ່ງໃດວະ )


ຊິຖອນວັນໃດລະບອກແນ່ເດີ້ 555

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປີເກົ່າໃກ້ຜ່ານພົ້ນ..............ປີໃໝ່ກໍ່ມາເຢືອນ
ເໝືອນເປັນເຄື່ອງເຕືອນໃຈ...ເພີ່ມໄປອີກປີແລ້ວ
ແນວໃດດີໃຫ້ຫາສ້າງ.........ຄວາມຊົ່ວວາງໄວ້ອະດີດ
ຄິດແຕ່ແນວດີໄວ້..............ພ້ອມດ້ວຍການກະທຳ ເດີ້ທ່ານເອີຍ

ຫຼາຍຄົນສະຫຼອງເອ້..........ຕ້ອນຮັບປີໃໝ່
ຈັດງານໃຫຍ່ສົມໂຕ.........ຄຶກຄື້ນມ່ວນແມ້ງ
ຈັດແຕ່ງກັນງາມໂກ້.........ອວດໂຊຜູ້ອື່ນ
ກາງຄືນສີແສງແຈ້ງ........ປະດັບເອ້ງາມຕາ ກໍ່ມີແລ້ວ

ບາງພ່ອງຈັດກຽມໄວ້......ເຄື່ອງດື່ມມຶນເມົາ
ເອົາກັນແຕ່ຫົວແລງ.......ຈົນເດິກຊອດແຈ້ງ
ບໍ່ຖະແຫຼງເຫັນຂໍ້...........ຜົນເສຍເລີຍຈັກຢ່າງ
ມີແຕ່ຟາງກິນເລື້ອຍ.......ເມົາຈົນລົ້ມວ່າສຸກໃຈ ຊັ້ນເດ

ເຫດໃດບໍ່ເຮັດໃຫ້.........ປີໃໝ່ມັນຊື່ນຕາ
ໂດຍການລະສິ່ງມຶນເມົາ..ທົ່ວດິນແດນດ້າວ
ໃຫ້ລາວມີແຕ່ຮອຍຍິ້ມ....ຄວາມສຸກອັນສະຫງ່າ
ປະສະຈາກເສຍສິ້ນ......ຄົນເມົາເຫຼົ້າສະຕິເຟືອນ ທ່ານເອີຍ

ບາງພ່ອງວ່າເຫຼົ້ານັ້ນ....ພາສ້າງສີສັນ
ບໍ່ຫັນເຫັນພິດໄພ........ຂອງມັນຍາມດື່ມເຂົ້າ
ເມົາແລ້ວມີແຕ່ສ້າງ.....ຜົນເສຍຫຼາຍຢ່າງ
ເສຍທັງເງິນສະຕິພ້ອມ..ຜິດລູກຜິດເມຍ ດັ່ງນັ້ນແລ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ອັນສຸລາ.................. ບໍ່ໄດ້ມັກ.................. ຍ້ອນລົດຊາດ
ອາດຈະມັກ ............ບັນຍາກາດ ................ຫຼາຍກ່ວາໜາ
ອ້າຍຊວນນ້ອງ ........ໝູ່ຊວນກອງ .............ໜ່ຳສຸລາ
ສົນທະນາ ...............ຕາມພາສາ ................ຄົນຂີ້ເມົາ

ແຕ່ສຸລາ.................... ກໍບໍ່ດີ..................... ຢ່າງທີ່ຄິດ
ເພາະອາດຕິດ ............ຄິດບໍ່ໄດ້ ...................ໄພມະຫັນ
ຫາກທ່ານຕ້ອງ .........ມີລາຍງານ ................ສົ່ງວັນຈັນ
ອາດຈະສົ່ງ ................ບົດບໍ່ທັນ ..................ຄືກັບເຮົາ


ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໘ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ຮູ້ທັງຮູ້ວ່າເຫລົ້າ..............ກິນແລ້ວມັນເມົາ
ແຕ່ຄົນເຮົາພັດດັນ...........ຊອກສັນຫາ
ທັງໃຫ້ຄ່າ.....................ວ່າລົດດີ
ທັງເສດຖີ.....................ຜູ້ບໍ່ມີກະດື່ມກັນ

ໂອ້ຍ,,,,ຂຽນມາເລີຍຕັນປິກ.....ຄິດຢາກຂຽນຂີດແຕ່ບໍ່ໄຫວ
ຂໍອະໄພນຳເດີ....................ທ່ານຜູ້ອ່ານທັງຜູ້ຊຳນານຂຽນແຕ່ງ
ຂໍຂຽນແຈມທໍ່ນີ້....................ຄາວໜ້າຊິຕ່າວຄືນ


໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ເຊີນເລີຍເຊີນ.................. ເຊີນເຂົ້າມາ............... ຮ່ວມປະຊັນ
ເຕີມຄວາມມັນ ..................ທັນທີ..................... ບໍ່ມີລົດ
ຮ່ວມກັນແຕ່ງ ................ບົດກອນ ...................ບໍ່ມີໝົດ
ເຊີນແຕ່ງສົດ ..................ກົດເຂົ້າມາ .................ຫາທາງນີ້



ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໘ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ໄປໃສໝົດນໍມື້ນີ້...........ເຂົ້າມາຕິ໋ເພື່ອຕໍ່ກອນ
ແຕ້ມແຕ່ງເຕີມອັກສອນ..ຫາກຕື່ນນອນຂຶ້ນມາແລ້ວ
ເຊີນລຽນແຖວມາທ້ອນ...ມາສານກອນໃຫ້ມັນມ່ວນ
ອິອິອິ,,,,ໄປວຽກກ່ອນຖ້າຄິດລະຈະຂຽນຕໍ່


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
10 ປີ ຈາກໝາມາ ໝາຍັງຈື່ໄດ້ ກັບມາໃໝ່ ໝາຍັງຮູ້ ກູເຈົ້າຂອງ
10 ວັນ ຈາກເມຍມາ ເມຍມີຊູ້ ໂຖນວນນ້ອງ ຊົ່ວກົ່ວໝາ ອີ່ຮ່າກິນ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໘ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bigharry ຂຽນວ່າ...
10 ປີ ຈາກໝາມາ ໝາຍັງຈື່ໄດ້ ກັບມາໃໝ່ ໝາຍັງຮູ້ ກູເຈົ້າຂອງ
10 ວັນ ຈາກເມຍມາ ເມຍມີຊູ້ ໂຖນວນນ້ອງ ຊົ່ວກົ່ວໝາ ອີ່ຮ່າກິນ


ໂອມັນຊ່າງເປັນຂ່າວຮ້າຍ.........ເມຍອ້າຍຊ່າງເປັນໄປ
ຜົວຈາກໄກໃຈປ່ຽນຜັນ............ດ່ວນພະລັນຫາຊູ້
ອ້າຍພູເອີຍຄັນວ່າເປັນຈິງແທ້....ປະຊະແມ໋ແລ້ວຫາໃໝ່
ອັນຜູ້ຍິງໃນໂລກນີ້................ຍັງມີມາກເຫລືອຫລາຍ
ຍິງຜູ້ດີມີມາກມາຍ.................ຢ່າເສຍດາຍເອົາໄວ້


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແບບວ່າແຕ່ງກ່ອນບໍ່ເປັນ
ມາຈອບຊື່ໆ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ຄົນເກັ່ງໆນໍ້

I believe in the IMPOSSIBLE

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ katayPinky ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bigharry ຂຽນວ່າ...
10 ປີ ຈາກໝາມາ ໝາຍັງຈື່ໄດ້ ກັບມາໃໝ່ ໝາຍັງຮູ້ ກູເຈົ້າຂອງ
10 ວັນ ຈາກເມຍມາ ເມຍມີຊູ້ ໂຖນວນນ້ອງ ຊົ່ວກົ່ວໝາ ອີ່ຮ່າກິນ


ໂອມັນຊ່າງເປັນຂ່າວຮ້າຍ.........ເມຍອ້າຍຊ່າງເປັນໄປ
ຜົວຈາກໄກໃຈປ່ຽນຜັນ............ດ່ວນພະລັນຫາຊູ້
ອ້າຍພູເອີຍຄັນວ່າເປັນຈິງແທ້....ປະຊະແມ໋ແລ້ວຫາໃໝ່
ອັນຜູ້ຍິງໃນໂລກນີ້................ຍັງມີມາກເຫລືອຫລາຍ
ຍິງຜູ້ດີມີມາກມາຍ.................ຢ່າເສຍດາຍເອົາໄວ້

ຄຣູຂອງຂ້າເຄືຍບອກວ່າ..........ຍິງຜູ້ດີມີມາກມາຍ ແຕ່ຫາຍາກ
ແສນລຳບາກເມື່ອຕາມຫາ..........ເມື່ອໄດ້ມາມັນບໍ່ຄຸ້ມຄ່າ
ເສຍເວລາ ເສຍເຮື່ອແຮງ...........ຍ້ອນຄຳແພງມັກປ່ຽນໃຈ
ໜີມີໃໝ່ ບໍ່ໃຍດີ ແຖມມີຊູ້..........ເມື່ອຮູ້ມາ ເສຍນ້ຳຕາຂ້າຜູ້ຊາຍ
ເປັນຕາອາຍ ຄຳແພງລວງລອກ..........ປ່ອຍໃຫ້ອ້າຍສ້ຳຊອກ..........ນອກໃຈຂ້າອ້າຍຊາຍ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອບອ່ານ.....

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

ໜ້າທີ່ 15 ຈາກທັງໝົດ 19 ໜ້າ <<<12345 ... 13141516171819>>>