ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມາແຕ່ງກອນຕໍ່ກັນເທາະໝູ່ເພື່ອນອ້າຍນ້ອງທັງຫຼາຍ

ໜ້າທີ່ 3 ຈາກທັງໝົດ 19 ໜ້າ <<<12345 ... 1516171819>>>

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...

ຂ້ອຍນີ້ນະບອກເຈົ້າ............. ວ່າເຊົາໆຢ່າກິນຫລາຍ
ເຈົ້າບອກວ່າສະບາຍ............ມັນເປັນເລື່ອງຈິບຈ້ອຍ
ຂ້ອຍຫຍີ້ນໃຫ້ໜ້ອຍໆ........... ເຈົ້າຢາກໄດ້ຫລາຍໆ
ຂ້ອຍກະບໍ່ຂັດໃຈ................ເປັນຈັ່ງໃດລະບາດເພິ່ນເມົາ

ເຊົາໆເຈົ້າຢ່າເວົ້າ............ເຈົ້າຫັ້ນແຫຼະໃຫ້ກິນ
ລິນມາຢູ່ບໍ່ເຊົາ...............ເຈົ້າເອງຍັງເຊຊົ້ນ
ຈົນມືນຕາບໍ່ຂຶ້ນ..............ຍັງມາຝືນຫຍິ້ນຕໍ່
ຂ້ອຍວ່າພໍໆແລ້ວ...........ບໍ່ໄດ້ເດີ້ຍັງເປັນລັງ ... ເຈົ້າວ່າ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໘ ກະທູ້
໔໓໑໓ ໂພສ

ບໍ່ເຄີຍບອກວ່າພໍ............ເຈົ້າຢ່າຊູ່ໄດ້ເວົ້າ
ບໍ່ເຄີຍບອກວ່າເຊົາ..........ເຈົ້າຢ່າຊູ່ໄດ້ວ່າ
ເຈົ້ານັ້ນມີແຕ່ບອກ..........ວ່າຫຍິ້ນມາຫຍິ້ນມາ
ຂ້ອຍບໍ່ຫຍິ້ນເຈົ້າກະ.........ຈັບແກ້ວມາຫຍີ້ນເອງ

<-----ຄົນໃຈດີແຟນຄລັບ

ຈັ່ງແມ່ນວ່າເພິ່ນເວົ້າ............ເຊົາໆຢ່າມາຖຽງ
ມັນບໍ່ມີສຸດສ້ຽງ...................ຫາກຖຽງກັນຢູ່ນີ້
ຍັງມີພະຍານໃຫ້................ຄວາມຈິງກະຈ່າງຢູ່
ຜູ້ໃດນັ້ນເຈົ້າກໍ່ຮູ້.................ຢ່າຊູຖຽງໃຫ້ເມື່ອຍເລີຍ ບຸນເລີດ ເອີຍ

໒ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ແຕ່ງກໍ່ແຕ່ງເດນ້ອງ ຄົນສວຍວາວພາວສເນ່ອ້າຍເອີຍ
ເລີຍໃສ່ຄຳສອດກ້ຽວ ລ້ຽວລ່ວງພວງສເນ່ຫາ
ນ້ຳຕາຂອງຄົນພອຍ ອາບລົງທັງສອງແກ້ມ
ແນມໄປເຫັນນວນນ້ອງ ຖືກປະຄອງຈາກຊາຍອື່ນ
ສຽງສະອື້ນຄື່ນກ້ອງ ນະທີແຄ້ນແນ້ນອັ່ງໃນຊວງອົກ
ເຫມືອນໄຟນະຣົກເຜົາຜານ ແຫລກລານຫົວໃຈອ້າຍ
ສາຍໄຈຂອງອວນອ້າຍ ຄົນງາມມາໃຈຈືດແທ້ນໍ
ສັງບໍ່ຄິດຮ່ວມຮູ້ ຕົນອ້າຍຜູ້ຢູ່ຄອຍແດ່ນໍ

ຊັຍນະພາ ຄິດຮອດ ບ້ານແຮງໆ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...

ບໍ່ເຄີຍບອກວ່າພໍ............ເຈົ້າຢ່າຊູ່ໄດ້ເວົ້າ
ບໍ່ເຄີຍບອກວ່າເຊົາ..........ເຈົ້າຢ່າຊູ່ໄດ້ວ່າ
ເຈົ້ານັ້ນມີແຕ່ບອກ..........ວ່າຫຍິ້ນມາຫຍິ້ນມາ
ຂ້ອຍບໍ່ຫຍິ້ນເຈົ້າກະ.........ຈັບແກ້ວມາຫຍີ້ນເອງ

ຈັ່ງແມ່ນວ່າເພິ່ນເວົ້າ............ເຊົາໆຢ່າມາຖຽງ
ມັນບໍ່ມີສຸດສ້ຽງ...................ຫາກຖຽງກັນຢູ່ນີ້
ຍັງມີພະຍານໃຫ້................ຄວາມຈິງກະຈ່າງຢູ່
ຜູ້ໃດນັ້ນເຈົ້າກໍ່ຮູ້.................ຢ່າຊູຖຽງໃຫ້ເມື່ອຍເລີຍ ບຸນເລີດ ເອີຍ

ເຊົາໆຢ່າໄດ້ເວົ້າ................ຢ່າໄດ້ເອົາມາຂູ່
ຄວາມຈິງກະຮູ້ຢູ່.................ວ່າມັນເປັນຈັ່ງໃດ
ເຈົ້າບໍ່ຕ້ອງອາຍດອກ...........ເປັນຄວາມຈິງກະວ່າໄປ
ຍິງຂີ້ເມົາກະມີຫລາຍ............ບໍ່ແມ່ນມີແຕ່ເຈົ້າ ເດີ່ນ້ອງແວວ

<-----ຄົນໃຈດີແຟນຄລັບ

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ຂີ້ເຫຼົ້າທັງສອງຫວານິ 5555++

໒ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ດຽວນີ້ເມືອງລາວນັ້ນ ຫັນໄປຕາມສມັຍໄຫມ່

ໃຜກໍ່ຄືສິຮູ້ ເມືອງລາວນັ້ນປ່ຽນໄປ

ຄິດເຖິງຄາວກ່ອນກີ້ ມີປ່າໃຫຍ່ທຶບຫນາ

ສຽງນົກກາເວົ່າວອນ ແອ່ນຄອນຂະເນືອງໄມ້

ສຽງໄສໆດັງກ້ອງ ຄຶກຄະນອງທົ່ວປ່າ

ສັກກຸນາຮ່ຳຮອ້ງ ດັງກ້ອງທົ່ວນະພາ

ຝູງຫມູ່ລີງຮອກຈ້ອນ ກະຈວນຈັນກະແຕປ່າ

ມີທັງສັດໃຫຍ່ນ້ອຍ ສຽງລະຫ້ອຍມ່ວນມັນ

ອັສສະຈັນໃຈເດ່ ຄວາມງາມທັມມະຊາດ

ໃຜສະຫລາດນ່າຈະຮູ້ ກອນຂ້ອຍຊີ່ກ່າວໄປ

ຊັຍນະພາຂໍແຈ້ງ ຖະແຫລງຂໍ້ທີ່ຄວນ

ຂໍເຊີນຊວນຫມູ່ທ່ານ ປັນຍາດີຕຶກຕອງຊ່າງ

ມາສມັຍຍຸກກາງ ຕໍ່ມາເຖິງສູ່ມື້ນີ້ຫາໄມ້ກໍ່ບໍ່ມີ

ຝຸງສນີຮ່ຳຮ້ອງ ຝຸງຄະນອງຫມູ່ສັດປ່າບໍ່ມີແລ້ວ

ແນວວ່າຄົນເຮົານີ້ ດີແຕ່ທາງທຳລາຍປ່າ

ຫາແຕ່ແຕ່ຄວາມເດືອດຮ້ອນ ມາຄ້ອນຫມູ່ມະນຸດຄົນ

ຊົນລະທາຝົນຟ້າ ລົງມາບໍ່ຄືເກົ່າ

ມີອົບອັ່ງເອົ້າ ເຜົາໄຫມ້ທົ່ວພະສຸທາທ່ານເອີຍ......!

ຊັຍນະພາ ຄິດຮອດ ບ້ານແຮງໆ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...

ເຊົາໆຢ່າໄດ້ເວົ້າ................ຢ່າໄດ້ເອົາມາຂູ່
ຄວາມຈິງກະຮູ້ຢູ່.................ວ່າມັນເປັນຈັ່ງໃດ
ເຈົ້າບໍ່ຕ້ອງອາຍດອກ...........ເປັນຄວາມຈິງກະວ່າໄປ
ຍິງຂີ້ເມົາກະມີຫລາຍ............ບໍ່ແມ່ນມີແຕ່ເຈົ້າ ເດີ່ນ້ອງແວວ

ຢ່າໄດ້ເວົ້າຈັ່ງຊັ້ນ...............ວັນວານບໍ່ໄດ້ເປັນ
ເຫັນວ່າກິນເບຍເມົາ...........ແຕ່ບໍ່ແມ່ນຂີ້ເຫຼົ້າ
ເຈົ້າຢ່າມາຂາຍໜ້າ............ພາໃຫ້ອາຍພວກໝູ່
ເປັນຈັ່ງໃດເຈົ້າກໍ່ຮູ້.............ຢ່າຊູຖຽງເທາະ ເລີດເອີຍ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xaytham ຂຽນວ່າ...
ດຽວນີ້ເມືອງລາວນັ້ນ.........ຫັນໄປຕາມສມັຍໄຫມ່
ໃຜກໍ່ຄືສິຮູ້..........ເມືອງລາວນັ້ນປ່ຽນໄປ
ຄິດເຖິງຄາວກ່ອນກີ້.........ມີປ່າໃຫຍ່ທຶບຫນາ
ສຽງນົກກາເວົ່າວອນ........ແອ່ນຄອນຂະເນືອງໄມ້
ສຽງໄສໆດັງກ້ອງ............ຄຶກຄະນອງທົ່ວປ່າ
ສັກກຸນາຮ່ຳຮອ້ງ............ດັງກ້ອງທົ່ວນະພາ
ຝູງຫມູ່ລີງຮອກຈ້ອນ.......ກະຈວນຈັນກະແຕປ່າ
ມີທັງສັດໃຫຍ່ນ້ອຍ.........ສຽງລະຫ້ອຍມ່ວນມັນ
ອັສສະຈັນໃຈເດ່.............ຄວາມງາມທັມມະຊາດ
ໃຜສະຫລາດນ່າຈະຮູ້......ກອນຂ້ອຍຊີ່ກ່າວໄປ
ຊັຍນະພາຂໍແຈ້ງ............ຖະແຫລງຂໍ້ທີ່ຄວນ
ຂໍເຊີນຊວນຫມູ່ທ່ານ.......ປັນຍາດີຕຶກຕອງຊ່າງ
ມາສມັຍຍຸກກາງ............ຕໍ່ມາເຖິງສູ່ມື້ນີ້ຫາໄມ້ກໍ່ບໍ່ມີ
ຝຸງສນີຮ່ຳຮ້ອງ..............ຝຸງຄະນອງຫມູ່ສັດປ່າບໍ່ມີແລ້ວ
ແນວວ່າຄົນເຮົານີ້..........ດີແຕ່ທາງທຳລາຍປ່າ
ຫາແຕ່ແຕ່ຄວາມເດືອດຮ້ອນ......ມາຄ້ອນຫມູ່ມະນຸດຄົນ
ຊົນລະທາຝົນຟ້າ...........ລົງມາບໍ່ຄືເກົ່າ
ມີອົບອັ່ງເອົ້າ.................ເຜົາໄຫມ້ທົ່ວພະສຸທາທ່ານເອີຍ......!

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MissIndependent ຂຽນວ່າ...
ຂີ້ເຫຼົ້າທັງສອງຫວານິ 5555++

ບໍ່ແມ່ນຂີ້ເຫຼົ້າເດີ້ແມ່ເດັກນ້ອຍ ອັນນີ້ຂີ້ເບຍ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...

ເຊົາໆຢ່າໄດ້ເວົ້າ................ຢ່າໄດ້ເອົາມາຂູ່
ຄວາມຈິງກະຮູ້ຢູ່.................ວ່າມັນເປັນຈັ່ງໃດ
ເຈົ້າບໍ່ຕ້ອງອາຍດອກ...........ເປັນຄວາມຈິງກະວ່າໄປ
ຍິງຂີ້ເມົາກະມີຫລາຍ............ບໍ່ແມ່ນມີແຕ່ເຈົ້າ ເດີ່ນ້ອງແວວ

ຢ່າໄດ້ເວົ້າຈັ່ງຊັ້ນ...............ວັນວານບໍ່ໄດ້ເປັນ
ເຫັນວ່າກິນເບຍເມົາ...........ແຕ່ບໍ່ແມ່ນຂີ້ເຫຼົ້າ
ເຈົ້າຢ່າມາຂາຍໜ້າ............ພາໃຫ້ອາຍພວກໝູ່
ເປັນຈັ່ງໃດເຈົ້າກໍ່ຮູ້.............ຢ່າຊູຖຽງເທາະ ເລີດເອີຍ

ເປັນຈັ່ງໃດຂ້ອຍຮູ້.............ເຈົ້າກໍ່ຮູ້ຄືກັນ
ແຕ່ລະມື້ລະວັນ................ເຈົ້າກິນເບຍຕາງນ້ຳ
ເຫັນເຈົ້າເມົາທຸກມື້............ຕັ້ງແຕ່ເຊົ້າຮອດຄ່ຳ
ໂອ່ເວນກຳແທ້ໆ..............ເມົາແລ້ວພັດບອກຂ້ອຍໄປສົ່ງ.. ໂອ່ຍ...ຂີ້ຄ້ານເດ່

<-----ຄົນໃຈດີແຟນຄລັບ

໐ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ໃຜກະເອົາແຕ່ກອນຄັກໆມາຂຽນໝົດລະ
ເຮົາກະຊິລອງແຕ່ງກ່ອນມົ້ວກ່ຽວກັບນິຍາຍ ຮັກ ໃຫ້ລອງອ່ານຫຼີ້ນ ...ອິອິອິ
ຖ້າໃຜມີຄຳເຫັນກະຊ່ວຍຕອບໃຫ້ແນ່............!

ອັນວ່າຮັກແທ້..............ເປັນພຽງຕຳນານ
ຮັກ*********ນລົມປານ.................ເປັນບົດປະພັນ
ຮັກບໍ່ແປຜັນ................ເປັນນິຍາຍ
ຮັກຈົນວັນຕາຍ............ເປັນນິທານ
ຮັກຕະຫຼອດການ..........ເປັນລະຄອນ
ຮັກຢູ່ທຸກຕອນ...............ເປັນລະຄອນນ້ຳເນົ່າ
ຮັກບໍ່ເຄີຍເກົ່າ................ເປັນແທ້ແຕ່ຊ່ວງແລກ
ຮັກໃນຄວາມແປກ............ເປັນພຽງຄຳຮິດ
ຮັກດ້ວຍຊີວິດ.............ເປັນຄຳລິເກ໋
ຮັກບໍ່ໂລເລ..................ເປັນພຽງຄວາມຝັນ
ຮັກນິລັນ..............ເປັນໄດ້ແຕ່ຢູ່ໃນບົດເພງ
ຮັກເດີ່ໂຕເອງ.*.......ເປັນເດັກອົມມື
ຮັກສັດຊື່.................ເປັນພຽງຄຳລວງ
ຮັກໝົດຊວງ............ເປັນຄຳຕິດປາກ
ຮັກເຮົາມັນຫຸ້ຍງຍາກ............ເປັນຄຳເວົ້າທີ່ຮອ໋ດໆ
ຮັກດຽວຕະຫຼອດ..............ເປັນໄປບໍ່ໄດ້

ວ່າບໍ່????????????

ຈົບແລ້ວ ^_____________^

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lanoimalio ຂຽນວ່າ...

ຄັກໆ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...

ເປັນຈັ່ງໃດຂ້ອຍຮູ້.............ເຈົ້າກໍ່ຮູ້ຄືກັນ
ແຕ່ລະມື້ລະວັນ................ເຈົ້າກິນເບຍຕາງນ້ຳ
ເຫັນເຈົ້າເມົາທຸກມື້............ຕັ້ງແຕ່ເຊົ້າຮອດຄ່ຳ
ໂອ່ເວນກຳແທ້ໆ..............ເມົາແລ້ວພັດບອກຂ້ອຍໄປສົ່ງ.. ໂອ່ຍ...ຂີ້ຄ້ານເດ່

ຈັ່ງແມ່ນວ່າໂພດເວົ້າ.........ພີລຶກພີໂລ
ໂຕເອງຫັ້ນລະເປັນ...........ກໍ່ເຫັນກັນຢູ່ແລ້ວ
ເຊົາໆເດີ້ບາດນີ້................ຢ່າຊູມີຖຽງຕໍ່
ຈັກໜ້ອຍພໍ່ແມ່ຮູ້.................ເພິ່ນຊິຮ້າຍດ່າເຮົາ.. ທັງສອງ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະວ່າຫັ້ນແຫລະ.............. ຈັກແມ່ນເວົ້າອີ່ຫຍັງ
ເລື່ອງທີ່ເປັນຕາຟັງ.................. ພັດບໍ່ພາກັນເວົ້າ
ຂ້ອຍຢາກເຊົາດົນແລ້ວ.............ເຈົ້າຫັ້ນມາຕໍ່ຢູ່
ຢຸດຢູ່ພໍຊ່ຳນີ້..........................ມາເວົ້າເລື່ອງເຮົາສອງຄົນ ບາດນີ້ນະ

<-----ຄົນໃຈດີແຟນຄລັບ

໐ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ lanoimalio ຂຽນວ່າ...
ໃຜກະເອົາແຕ່ກອນຄັກໆມາຂຽນໝົດລະ
ເຮົາກະຊິລອງແຕ່ງກ່ອນມົ້ວກ່ຽວກັບນິຍາຍ ຮັກ ໃຫ້ລອງອ່ານຫຼີ້ນ ...ອິອິອິ
ຖ້າໃຜມີຄຳເຫັນກະຊ່ວຍຕອບໃຫ້ແນ່............!

ອັນວ່າຮັກແທ້..............ເປັນພຽງຕຳນານ
ຮັກ*********ນລົມປານ.................ເປັນບົດປະພັນ
ຮັກບໍ່ແປຜັນ................ເປັນນິຍາຍ
ຮັກຈົນວັນຕາຍ............ເປັນນິທານ
ຮັກຕະຫຼອດການ..........ເປັນລະຄອນ
ຮັກຢູ່ທຸກຕອນ...............ເປັນລະຄອນນ້ຳເນົ່າ
ຮັກບໍ່ເຄີຍເກົ່າ................ເປັນແທ້ແຕ່ຊ່ວງແລກ
ຮັກໃນຄວາມແປກ............ເປັນພຽງຄຳຮິດ
ຮັກດ້ວຍຊີວິດ.............ເປັນຄຳລິເກ໋
ຮັກບໍ່ໂລເລ..................ເປັນພຽງຄວາມຝັນ
ຮັກນິລັນ..............ເປັນໄດ້ແຕ່ຢູ່ໃນບົດເພງ
ຮັກເດີ່ໂຕເອງ.*.......ເປັນເດັກອົມມື
ຮັກສັດຊື່.................ເປັນພຽງຄຳລວງ
ຮັກໝົດຊວງ............ເປັນຄຳຕິດປາກ
ຮັກເຮົາມັນຫຸ້ຍງຍາກ............ເປັນຄຳເວົ້າທີ່ຮອ໋ດໆ
ຮັກດຽວຕະຫຼອດ..............ເປັນໄປບໍ່ໄດ້

ວ່າບໍ່????????????

ຈົບແລ້ວ ^_____________^

ຄັກໆ

ຂອບເຈີເນີ່ ສຳລັບຄ້ອມເມັ້ນ ເອົາອີກບໍ່ ອິອິອິ

ຍັງມີບັກຫຼາຍໆໆໆໆໆໆໆໆໆໆໆໆໆໆໆໆ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໐ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...

ອຸ່ຍ! ເປັນຕາຊັ້ງເພິ່ນຫັ່ນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຂ້ອຍກະວ່າຫັ້ນແຫລະ.............. ຈັກແມ່ນເວົ້າອີ່ຫຍັງ
ເລື່ອງທີ່ເປັນຕາຟັງ.................. ພັດບໍ່ພາກັນເວົ້າ
ຂ້ອຍຢາກເຊົາດົນແລ້ວ.............ເຈົ້າຫັ້ນມາຕໍ່ຢູ່
ຢຸດຢູ່ພໍຊ່ຳນີ້..........................ມາເວົ້າເລື່ອງເຮົາສອງຄົນ ບາດນີ້ນະ

ເຈົ້າເຫັນດີແນວນີ້.................ຂ້ອຍກະໂລ່ງເບົາໃຈ
ຢ້ານໄທບ້ານໄທເມືອງ...........ຊິວ່າເຮົາຂີ້ເຫຼົ້າ
ເຊົາລະເດີ້ເລື່ອງນັ້ນ..............ຊິລົມກັນເລື່ອງໃດຕໍ່
ຂ້ອຍຍັງບໍ່ຄຶດພໍ້...................ລໍຖ້າເຈົ້າແຕ່ງຕໍ່ໄປ .....

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@lanoimalio ເອົາມາໂລດ ວວ ມັກອ່ານຢູ່

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
@lanoimalio ເອົາມາໂລດ ວວ ມັກອ່ານຢູ່

ໂດຍ2 ຕຽມໂຕຖ້າອ່ານໂລດ ເຮີເຮີໆ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lanoimalio ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
@lanoimalio ເອົາມາໂລດ ວວ ມັກອ່ານຢູ່

ໂດຍ2 ຕຽມໂຕຖ້າອ່ານໂລດ ເຮີເຮີໆ

ປານໃດຊິມານໍ?

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໘ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ສະບາຍດີເພື່ອນໆ.............ພັນລາວຊາວແຕ່ງກອນ
ທຸກວັກຕອນກາບກອນ.........ທ່ານນັ້ນຊ່າງຄ່ອງແຄ້ວ
ທຸກຄັ້ງອ່ານມອງແລ້ວ..........ຊ່າງສຳລານຊື່ນຊົມໃຈ
ທັງວັນວານຄົນໃຈດີຫຼືວ່າໃຜ............ສະອອນໃຈທ່ານນັ້ນຊ່າງແຕ່ງດີ ແທ້ນາ.

໘ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຂ້ອຍກະວ່າຫັ້ນແຫລະ.............. ຈັກແມ່ນເວົ້າອີ່ຫຍັງ
ເລື່ອງທີ່ເປັນຕາຟັງ.................. ພັດບໍ່ພາກັນເວົ້າ
ຂ້ອຍຢາກເຊົາດົນແລ້ວ.............ເຈົ້າຫັ້ນມາຕໍ່ຢູ່
ຢຸດຢູ່ພໍຊ່ຳນີ້..........................ມາເວົ້າເລື່ອງເຮົາສອງຄົນ ບາດນີ້ນະ

ເຈົ້າເຫັນດີແນວນີ້.................ຂ້ອຍກະໂລ່ງເບົາໃຈ
ຢ້ານໄທບ້ານໄທເມືອງ...........ຊິວ່າເຮົາຂີ້ເຫຼົ້າ
ເຊົາລະເດີ້ເລື່ອງນັ້ນ..............ຊິລົມກັນເລື່ອງໃດຕໍ່
ຂ້ອຍຍັງບໍ່ຄຶດພໍ້...................ລໍຖ້າເຈົ້າແຕ່ງຕໍ່ໄປ .....

ສະຫງົບສຶກຈົນໄດ້...................ສາວວັນວານຄົນໃຈດີ
ເຫັນຖຽງກັນມານານປີ............ສັງມາຈົບງ່າຍແທ້ນໍບາດນິ
ຂ້ອຍບໍ່ມີເຈດຕະນາຮ້າຍ..........ຍຸແຍ່ໃຫ້ຖຽງກັນຕໍ່ໃດ໋ (ອິອິ....)
ພຽງແຕ່ຄິດເສຍດາຍຢ້ານ.........ຕໍ່ໄປນີ້ສິບໍ່ມີກອນອ່ານ ເທົ່ານັ້ນແລ້ວ.

໐ ກະທູ້
໑໘໖ ໂພສ
ນັກການກະທູ້

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ paniphone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຂ້ອຍກະວ່າຫັ້ນແຫລະ.............. ຈັກແມ່ນເວົ້າອີ່ຫຍັງ
ເລື່ອງທີ່ເປັນຕາຟັງ.................. ພັດບໍ່ພາກັນເວົ້າ
ຂ້ອຍຢາກເຊົາດົນແລ້ວ.............ເຈົ້າຫັ້ນມາຕໍ່ຢູ່
ຢຸດຢູ່ພໍຊ່ຳນີ້..........................ມາເວົ້າເລື່ອງເຮົາສອງຄົນ ບາດນີ້ນະ

ເຈົ້າເຫັນດີແນວນີ້.................ຂ້ອຍກະໂລ່ງເບົາໃຈ
ຢ້ານໄທບ້ານໄທເມືອງ...........ຊິວ່າເຮົາຂີ້ເຫຼົ້າ
ເຊົາລະເດີ້ເລື່ອງນັ້ນ..............ຊິລົມກັນເລື່ອງໃດຕໍ່
ຂ້ອຍຍັງບໍ່ຄຶດພໍ້...................ລໍຖ້າເຈົ້າແຕ່ງຕໍ່ໄປ .....

ສະຫງົບສຶກຈົນໄດ້...................ສາວວັນວານຄົນໃຈດີ
ເຫັນຖຽງກັນມານານປີ............ສັງມາຈົບງ່າຍແທ້ນໍບາດນິ
ຂ້ອຍບໍ່ມີເຈດຕະນາຮ້າຍ..........ຍຸແຍ່ໃຫ້ຖຽງກັນຕໍ່ໃດ໋ (ອິອິ....)
ພຽງແຕ່ຄິດເສຍດາຍຢ້ານ.........ຕໍ່ໄປນີ້ສິບໍ່ມີກອນອ່ານ ເທົ່ານັ້ນແລ້ວ.

ບໍ່ຕ້ອງຢ້ານ...................ຊິບໍ່ໄດ້ອ່ານກອນ
ຕອນນີ້ຄົນໃຈດີ...............ມີວຽກຫຼາຍແນວຫຍຸ້ງ
ໄປປັບປຸງກຸ່ມພຸ້ນ.............ວຸ່ນຫຼາຍບໍ່ມາຕອບ
ຖ້າຈອບເບິ່ງຈັກໜ້ອຍ....... ລາວຊິມາຖຽງຂ້ອຍ...ຈົນຄ້ານອ່ານພຸ້ນລະ

ຮາໆໆໆ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ວວັນວານກ່າວເວົ້າ ..................ເປັນກອນກ່າວເກາະກາຍກັນນໍ
ຫົວຂໍ້ກ່ຽວກັບຝົນ......................ຄົນສົນໃຈລອງໄດ້
ariyaຜູ້ຊຽນຊ້ຳ.................... ປະກອບຄຳເປັນກອນຕໍ່
ບາດນີ້ຂ້າພະເຈົ້າ .............. ຊິລອງເຂັ້າແຈມກ່ອນນາ ສອນກັນແດ່ເດີ
...ວັນເວລາລວງລ້ຳ .............. ແປປ່ຽນປວນໄປ
ເຫດໃດຝົນເຄີຍຕົກ............. ພັດມາເຫືອດເຫີຍແຫ້ງ
ຄືດັ່ງນາງຈາກອ້າຍ............ ປ່ອຍດຽວດາຍນັ່ງເຈົ່າ
ຝົນບ່ຕົກດິນໄຫ່ງກຸ້ມ ............. ຄືຊາຍຄອງຖ້ານອ້ງຕ່າວມາ
ຫລືວ່າເປັນເພາະຟ້າ.............. ກັ່ນແກ້ງບ່ເຫັນໃຈ
ຝົນທີ່ເຄີຍລິນໄຫລ.............. ໃຫ້ພີ່ຊາຍໄຖຄາດ
ດຽວນິ້ເຫລືອພຽງແຕ່ຕໍກ້າ .......... ໄອລະອອງດີນແຫ້ງໄຫງ່
ຝົນບໍ່ໂຮຍແລໄຫລ .................... ພີ່ຊາວນາຕາຍແທ້ແທ້ ພຽງແຕ່ຊີບກະບ່ຍັງແທ້ດາຍ
ຫລືວ່າເປັນເພາະອ້າຍ.................. ຊາວນາກ່ຳຕິດດິນ ນອ້ງເອີຍ
ນາງກະເລີຍໄລຫນີ...................... ປອ່ຍໃຫ້ຊາຍລະທົມກັ້ນ
ຄັນຍາມໃດນອ້ງຄິດໄດ້...................ຄືນມາສາອ້າຍຄອຍຢູ່
ອ້າຍຍັງຄອຍຖ້າເຈັ້າ.......................ຄືນາເຂັ້າຖ້າຝົນ ນອ້ງເອີຍ
......................ຜິດພາດບອ່ນໃດກະຂໍໂທດຫລາຍ2ເດີ

໑ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ວັນະຄະດີເຮັດໃຫ້ໃຈບ່ເຫືອດແຫ້ງ