ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມາແຕ່ງກອນຕໍ່ກັນເທາະໝູ່ເພື່ອນອ້າຍນ້ອງທັງຫຼາຍ

ໜ້າທີ່ 4 ຈາກທັງໝົດ 19 ໜ້າ <<<123456 ... 1516171819>>>

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ອັນວ່ານາງທີ່ທ່ານເວົ້າ ເຂົານັ້ນຢູ່ນຳຂ້ອຍ
ເຈົ້າເອງບໍ່ຕ້ອງຄອຍ ດັ່ງນາທີ່ຖ້າຝັນ
ຖ້າເຈັບຈົ່ງອົດທົນ ຫົນທາງຍັງມີຢູ່
ໃຫ້ເຈົ້າຈົ່ງພົບຊູ້ ຜູ້ຍິງທີ່ສວຍງາມ
ມື້ໜ້າຟ້າຈະສີຄາມ ຄືຟ້າຍາມຫຼັງຝົນ

ເຊື່ອບໍ່ໄດ້ກັບໃຈຄົນ ດັ່ງຝົນບໍ່ຕົກຕາມລະດູ
ຂຽນມາຢາກໃຫ້ຮູ້ ວ່າຕູມົ້ວທັງໝົດ ແທ້ແລ້ວ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ paniphone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຂ້ອຍກະວ່າຫັ້ນແຫລະ.............. ຈັກແມ່ນເວົ້າອີ່ຫຍັງ
ເລື່ອງທີ່ເປັນຕາຟັງ.................. ພັດບໍ່ພາກັນເວົ້າ
ຂ້ອຍຢາກເຊົາດົນແລ້ວ.............ເຈົ້າຫັ້ນມາຕໍ່ຢູ່
ຢຸດຢູ່ພໍຊ່ຳນີ້..........................ມາເວົ້າເລື່ອງເຮົາສອງຄົນ ບາດນີ້ນະ

ເຈົ້າເຫັນດີແນວນີ້.................ຂ້ອຍກະໂລ່ງເບົາໃຈ
ຢ້ານໄທບ້ານໄທເມືອງ...........ຊິວ່າເຮົາຂີ້ເຫຼົ້າ
ເຊົາລະເດີ້ເລື່ອງນັ້ນ..............ຊິລົມກັນເລື່ອງໃດຕໍ່
ຂ້ອຍຍັງບໍ່ຄຶດພໍ້...................ລໍຖ້າເຈົ້າແຕ່ງຕໍ່ໄປ .....

ສະຫງົບສຶກຈົນໄດ້...................ສາວວັນວານຄົນໃຈດີ
ເຫັນຖຽງກັນມານານປີ............ສັງມາຈົບງ່າຍແທ້ນໍບາດນິ
ຂ້ອຍບໍ່ມີເຈດຕະນາຮ້າຍ..........ຍຸແຍ່ໃຫ້ຖຽງກັນຕໍ່ໃດ໋ (ອິອິ....)
ພຽງແຕ່ຄິດເສຍດາຍຢ້ານ.........ຕໍ່ໄປນີ້ສິບໍ່ມີກອນອ່ານ ເທົ່ານັ້ນແລ້ວ.

ບໍ່ຕ້ອງຢ້ານ...................ຊິບໍ່ໄດ້ອ່ານກອນ
ຕອນນີ້ຄົນໃຈດີ...............ມີວຽກຫຼາຍແນວຫຍຸ້ງ
ໄປປັບປຸງກຸ່ມພຸ້ນ.............ວຸ່ນຫຼາຍບໍ່ມາຕອບ
ຖ້າຈອບເບິ່ງຈັກໜ້ອຍ....... ລາວຊິມາຖຽງຂ້ອຍ...ຈົນຄ້ານອ່ານພຸ້ນລະ

ຮາໆໆໆ

ຄົນໃຈດີມາແລ້ວ.................. ມາແລ້ວເດີ່ວັນວານ
paniphone ບໍ່ຕ້ອງຢ້ານ.........ວັນວານແຮ່ງຖຽງເກັ່ງ
ບໍ່ມີໃຜເສັງໄດ້.....................ແມ້ແຕ່ຄົນໃຈດີ
ຊີເກມຊິມານີ້.......................ວ່າຊິສົ່ງເພິ່ນລົງແຂ່ງ ກິລາປະເພດຖຽງ(ຄືຊິໄດ້ຫລຽນຄຳ)

<-----ຄົນໃຈດີແຟນຄລັບ

໑໘ ກະທູ້
໑໒໙໖ ໂພສ

ກິລາປະເພດນີ້...................ມີຢູ່ຈິງຫຼືແນວໃດ
ຫາກເຈົ້າສົ່ງຂ້ອຍໄປ............ຄ່າໃຊ້ຈ່າຍແມ່ນເຈົ້າ
ຄັນເຈົ້າຫາກສອນຂ້ອຍ......... ຫຼຽນຊີເກມບໍ່ມີພາດ
ແນ່ນອນຈະຍາດໄດ້............ເພາະມີເຈົ້າເປັນຄົນສອນ... ຊັ້ນນາ ...

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sakaeno ຂຽນວ່າ...
ວັນະຄະດີເຮັດໃຫ້ໃຈບ່ເຫືອດແຫ້ງ

ແມ່ນໆ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeeSaiSak ຂຽນວ່າ...
ອັນວ່ານາງທີ່ທ່ານເວົ້າ ເຂົານັ້ນຢູ່ນຳຂ້ອຍ
ເຈົ້າເອງບໍ່ຕ້ອງຄອຍ ດັ່ງນາທີ່ຖ້າຝັນ
ຖ້າເຈັບຈົ່ງອົດທົນ ຫົນທາງຍັງມີຢູ່
ໃຫ້ເຈົ້າຈົ່ງພົບຊູ້ ຜູ້ຍິງທີ່ສວຍງາມ
ມື້ໜ້າຟ້າຈະສີຄາມ ຄືຟ້າຍາມຫຼັງຝົນ

ເຊື່ອບໍ່ໄດ້ກັບໃຈຄົນ ດັ່ງຝົນບໍ່ຕົກຕາມລະດູ
ຂຽນມາຢາກໃຫ້ຮູ້ ວ່າຕູມົ້ວທັງໝົດ ແທ້ແລ້ວ

ອັນຂ້ອຍຂຽນມານັ້ນ..........ມັນກໍ່ມົ່ວຄືກັນ
ເຈົ້າຢ່າໄປສົນໃຈ............ບໍ່ມີໃຜມາຮ້າຍ
ເກາະກ່າຍກັນບໍ່ຖືກຕ້ອງ....ຕາມຫຼັກການແຕ້ມແຕ່ງ
ຖະແຫຼງມາເປັນຄຳເວົ້າ.....ໃຫ້ຮູ້ວ່າເຮົາຮັກກອນ ...ກໍ່ພໍແລ້ວ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sakaeno ຂຽນວ່າ...
ວວັນວານກ່າວເວົ້າ ..................ເປັນກອນກ່າວເກາະກາຍກັນນໍ
ຫົວຂໍ້ກ່ຽວກັບຝົນ......................ຄົນສົນໃຈລອງໄດ້
ariyaຜູ້ຊຽນຊ້ຳ.................... ປະກອບຄຳເປັນກອນຕໍ່
ບາດນີ້ຂ້າພະເຈົ້າ .............. ຊິລອງເຂັ້າແຈມກ່ອນນາ ສອນກັນແດ່ເດີ
...ວັນເວລາລວງລ້ຳ .............. ແປປ່ຽນປວນໄປ
ເຫດໃດຝົນເຄີຍຕົກ............. ພັດມາເຫືອດເຫີຍແຫ້ງ
ຄືດັ່ງນາງຈາກອ້າຍ............ ປ່ອຍດຽວດາຍນັ່ງເຈົ່າ
ຝົນບ່ຕົກດິນໄຫ່ງກຸ້ມ ............. ຄືຊາຍຄອງຖ້ານອ້ງຕ່າວມາ
ຫລືວ່າເປັນເພາະຟ້າ.............. ກັ່ນແກ້ງບ່ເຫັນໃຈ
ຝົນທີ່ເຄີຍລິນໄຫລ.............. ໃຫ້ພີ່ຊາຍໄຖຄາດ
ດຽວນິ້ເຫລືອພຽງແຕ່ຕໍກ້າ .......... ໄອລະອອງດີນແຫ້ງໄຫງ່
ຝົນບໍ່ໂຮຍແລໄຫລ .................... ພີ່ຊາວນາຕາຍແທ້ແທ້ ພຽງແຕ່ຊີບກະບ່ຍັງແທ້ດາຍ
ຫລືວ່າເປັນເພາະອ້າຍ.................. ຊາວນາກ່ຳຕິດດິນ ນອ້ງເອີຍ
ນາງກະເລີຍໄລຫນີ...................... ປອ່ຍໃຫ້ຊາຍລະທົມກັ້ນ
ຄັນຍາມໃດນອ້ງຄິດໄດ້...................ຄືນມາສາອ້າຍຄອຍຢູ່
ອ້າຍຍັງຄອຍຖ້າເຈັ້າ.......................ຄືນາເຂັ້າຖ້າຝົນ ນອ້ງເອີຍ
......................ຜິດພາດບອ່ນໃດກະຂໍໂທດຫລາຍ2ເດີ

ອັນວ່າ ນວນນາງນັ້ນ..................ຫັນມີໃໝ່ໃຈສອງ
ເຊົາເລີຍຢ່າໄປຄອງ...................ແມ່ສອງໃຈໃຫ້ເສົ້າ
ຫາເອົາຄົນຢູ່ນີ້..........................ສາວພັນລາວມີຫຼາຍຢູ່
ຜູ້ງາມໆທັງນັ້ນ.........................ຮີບຫັນໜ້າຫາລົມເອົາ ...ສາເນີ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeeSaiSak ຂຽນວ່າ...
ອັນວ່ານາງທີ່ທ່ານເວົ້າ ເຂົານັ້ນຢູ່ນຳຂ້ອຍ
ເຈົ້າເອງບໍ່ຕ້ອງຄອຍ ດັ່ງນາທີ່ຖ້າຝັນ
ຖ້າເຈັບຈົ່ງອົດທົນ ຫົນທາງຍັງມີຢູ່
ໃຫ້ເຈົ້າຈົ່ງພົບຊູ້ ຜູ້ຍິງທີ່ສວຍງາມ
ມື້ໜ້າຟ້າຈະສີຄາມ ຄືຟ້າຍາມຫຼັງຝົນ

ເຊື່ອບໍ່ໄດ້ກັບໃຈຄົນ ດັ່ງຝົນບໍ່ຕົກຕາມລະດູ
ຂຽນມາຢາກໃຫ້ຮູ້ ວ່າຕູມົ້ວທັງໝົດ ແທ້ແລ້ວ

ຈັກແລະ

໔ ກະທູ້
໒໓໑ ໂພສ
ນັກການກະທູ້
muan d nc

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ sakaeno ຂຽນວ່າ...
ວວັນວານກ່າວເວົ້າ ..................ເປັນກອນກ່າວເກາະກາຍກັນນໍ
ຫົວຂໍ້ກ່ຽວກັບຝົນ......................ຄົນສົນໃຈລອງໄດ້
ariyaຜູ້ຊຽນຊ້ຳ.................... ປະກອບຄຳເປັນກອນຕໍ່
ບາດນີ້ຂ້າພະເຈົ້າ .............. ຊິລອງເຂັ້າແຈມກ່ອນນາ ສອນກັນແດ່ເດີ
...ວັນເວລາລວງລ້ຳ .............. ແປປ່ຽນປວນໄປ
ເຫດໃດຝົນເຄີຍຕົກ............. ພັດມາເຫືອດເຫີຍແຫ້ງ
ຄືດັ່ງນາງຈາກອ້າຍ............ ປ່ອຍດຽວດາຍນັ່ງເຈົ່າ
ຝົນບ່ຕົກດິນໄຫ່ງກຸ້ມ ............. ຄືຊາຍຄອງຖ້ານອ້ງຕ່າວມາ
ຫລືວ່າເປັນເພາະຟ້າ.............. ກັ່ນແກ້ງບ່ເຫັນໃຈ
ຝົນທີ່ເຄີຍລິນໄຫລ.............. ໃຫ້ພີ່ຊາຍໄຖຄາດ
ດຽວນິ້ເຫລືອພຽງແຕ່ຕໍກ້າ .......... ໄອລະອອງດີນແຫ້ງໄຫງ່
ຝົນບໍ່ໂຮຍແລໄຫລ .................... ພີ່ຊາວນາຕາຍແທ້ແທ້ ພຽງແຕ່ຊີບກະບ່ຍັງແທ້ດາຍ
ຫລືວ່າເປັນເພາະອ້າຍ.................. ຊາວນາກ່ຳຕິດດິນ ນອ້ງເອີຍ
ນາງກະເລີຍໄລຫນີ...................... ປອ່ຍໃຫ້ຊາຍລະທົມກັ້ນ
ຄັນຍາມໃດນອ້ງຄິດໄດ້...................ຄືນມາສາອ້າຍຄອຍຢູ່
ອ້າຍຍັງຄອຍຖ້າເຈັ້າ.......................ຄືນາເຂັ້າຖ້າຝົນ ນອ້ງເອີຍ
......................ຜິດພາດບອ່ນໃດກະຂໍໂທດຫລາຍ2ເດີ

ອັນວ່າ ນວນນາງນັ້ນ..................ຫັນມີໃໝ່ໃຈສອງ
ເຊົາເລີຍຢ່າໄປຄອງ...................ແມ່ສອງໃຈໃຫ້ເສົ້າ
ຫາເອົາຄົນຢູ່ນີ້..........................ສາວພັນລາວມີຫຼາຍຢູ່
ຜູ້ງາມໆທັງນັ້ນ.........................ຮີບຫັນໜ້າຫາລົມເອົາ ...ສາເນີ

ອັນວ່າຄົນງາມນັ້ນ wunwanກະເປັນອີກຄົນ
ຢ່າໄປສົນຄົນເກົ່າ ທີ່ເຂົາເຄີຍເຮັດໃຫ້ເຈັບ
ປະສົບການມີໃຫ້ເກັບ ຕິເຕືອນໃຈຂອງເຮົາ
ເວົ້າໄປເວົ້າມາອານາຖາ ກະເພາະຖາມຫາເຂົ້າ....ຫິວແທ້ແລ້ວ.
ໄປລະ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeeSaiSak ຂຽນວ່າ...

ອັນວ່າຄົນງາມນັ້ນ wunwanກະເປັນອີກຄົນ
ຢ່າໄປສົນຄົນເກົ່າ ທີ່ເຂົາເຄີຍເຮັດໃຫ້ເຈັບ
ປະສົບການມີໃຫ້ເກັບ ຕິເຕືອນໃຈຂອງເຮົາ
ເວົ້າໄປເວົ້າມາອານາຖາ ກະເພາະຖາມຫາເຂົ້າ....ຫິວແທ້ແລ້ວ.
ໄປລະ

ເວົ້າໄປເວົ້າມາລະຫິວເຂົ້າ ວ່າຊັ້ນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ ຟ້າມືດຄຶ້ມ........................ຝົນຕົກໜັກໄຫຼລິນ
ຜືນແຜ່ນດິນໃນລາວ................ປຽກເປັນຕົມເປື້ອນ
ເດືອນແລະດາວຫາຍຈ້ອຍ.........ບໍ່ເຫັນຮອຍມາລໍ່
ແຫງນຄໍຊະເງີ້ຖ້າ....................ດົນນານແລ້ວບໍ່ເຫັນມາ ເດືອນເອີຍ

ເໝືອນດັ່ງນວນນາດນ້ອງ..........ຄອງຮັກບ່າວທາງໄກ
ຈັກວັນເດືອນປີໃດ...................ຈຶ່ງຊິໄດ້ພົບໜ້າ
ມີແຕ່ວາຈາເວົ້າ.....................ປະສານກັນເປັນທ່ອນ
ຄອນໆດີຄອນໆຮ້າຍ...............ຈັກຊິພ່າຍມື້ໃດ ..

ຜູ້ໃດຫວ່າງໆກະມຮຕໍ່ ຫຼື ມາຕອບໄດ້ເດີ້

ແຕ່ງກັນຫຼິ້ນໆ ບໍ່ຖືກຫຼັກການກະຢ່າມັນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອອ ເຂົ້າມາເບິ່ງຈື່ໆ

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ

ອັນວ່າຂ້ອຍນີ້ ຂີ້ຄ້ານດີເປັນທີ1
ຖ້າຝົນຕົກພຳພຶງ ຄືຊິນອນຕື່ນສວຍ
ຢູ່ເຮືອນບໍ່ເຄີຍຊ່ວຍ ວຽກງານການບ້ານ
ອັນວ່າຄວາມຂີ້ຄ້ານ ປະຫວັດຍາວນານຕັ້ງແຕ່ນ້ອຍ ແທ້ເດີ......

ທີ່ວ່າເວົ້າມານັ້ນ ຢ່າຊຸພາກັນເຊື່ອ
ຂ້ອຍບໍ່ໄດ້ມີເຊື້ອ ເຄືອເຄົາຄວາມຂີ້ຄ້ານ
ຄິດມາແລ້ວລະຢ້ານ ຄວາມດີມີເກີນຕົວ
ອັນວ່າຄວາມຊົ່ວນັ້ນ ປໍປັ້ນໃຫ້ຄົນອື່ນ ແທ້ແລ້ວ.

ອັນນິຈາໂລກເຮົາ ເວົ້າມາກະຢາກນອນ
ຂໍລາຈົບໄປກ່ອນ ອອນຊອນກະນອນໄດ້
ຢ່າສູ່ໄດ້ໃສ່ໃຈ ຄຳຄົນເຂົາວ່າ
ອັນວ່າເຮາຫັນນ່າ ໜ້າຕາດີເປັນພໍ ກະຈັ່ງຊັ້ນແລ.... 55555

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeeSaiSak ຂຽນວ່າ...

ອັນວ່າຂ້ອຍນີ້ ຂີ້ຄ້ານດີເປັນທີ1
ຖ້າຝົນຕົກພຳພຶງ ຄືຊິນອນຕື່ນສວຍ
ຢູ່ເຮືອນບໍ່ເຄີຍຊ່ວຍ ວຽກງານການບ້ານ
ອັນວ່າຄວາມຂີ້ຄ້ານ ປະຫວັດຍາວນານຕັ້ງແຕ່ນ້ອຍ ແທ້ເດີ......

ທີ່ວ່າເວົ້າມານັ້ນ ຢ່າຊຸພາກັນເຊື່ອ
ຂ້ອຍບໍ່ໄດ້ມີເຊື້ອ ເຄືອເຄົາຄວາມຂີ້ຄ້ານ
ຄິດມາແລ້ວລະຢ້ານ ຄວາມດີມີເກີນຕົວ
ອັນວ່າຄວາມຊົ່ວນັ້ນ ປໍປັ້ນໃຫ້ຄົນອື່ນ ແທ້ແລ້ວ.

ອັນນິຈາໂລກເຮົາ ເວົ້າມາກະຢາກນອນ
ຂໍລາຈົບໄປກ່ອນ ອອນຊອນກະນອນໄດ້
ຢ່າສູ່ໄດ້ໃສ່ໃຈ ຄຳຄົນເຂົາວ່າ
ອັນວ່າເຮາຫັນນ່າ ໜ້າຕາດີເປັນພໍ ກະຈັ່ງຊັ້ນແລ.... 55555

ບາດທີສອງເພິ່ນເວົ້າ.........ວ່າບໍ່ຕ້ອງເຊື່ອດອກ
ບາດທີສາມພັດບອກ.........ວ່າຢາກນອນສາແລ້ວ
ແນວນີ້ຊິບໍ່ໃຫ້.................ວ່າຄ້ານຊິວ່າຫຍັງ
ເພາະເຮົາເອງກະຍັງ........ເປັນດັ່ງດຽວກັບເພິ່ນ ກະເລີຍເຊື່ອຫັ້ນນາ ອິອິ

ຫັ້ນເດ! ເວົ້າມາແລ້ວ.........ແວວຕາຕ່ຳເຕື່ອຍລົງ
ເຫັນຟ້າມືດແລງລົງ..........ຢາກຫຼັບຕານຳແລ້ວ
ແນວມັນເປັນນຳເຈົ້າ.........ມາເວົ້າວ່າຢາກຫຼັບ
ຂ້ອຍກະເລີຍຕິດກັບ.........ຢາກຫຼັບນຳລະເດ ນີ້ນາ

ບໍ່ແມ່ນວ່າຂີ້ຄ້ານ.............ແຕ່ບໍ່ຢາກເຮັດຫຍັງ ອິອິ
ມີແຕ່ນັ່ງກັບນອນ............ຂຽນກອນບໍ່ເປັນເລື້ອງ
ທັງໄທເມືອງໄທບ້ານ........ວ່າຂ້ອຍຄ້ານກະຢ່າ
ຊິໄປນອນລະບາດນີ້.........ບໍ່ມີຜູ້ຮ້າຍເຮົາ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໑໑໙ ໂພສ
ນັກການກະທູ້
ໂດດເຂົ້າມາເລີຍບໍ່ຮູ້
ບໍ່ມີໝູ່ໃນພັນລາວ
ເມື່ອອ່ານກອນວັນວານສາວ
ຊ່າງຊື່ນໃຈມະໂນແມ້ງ
ເຖີງໂລກນີ້ຊີກະແດ້ງ
ຍັງມີແຮງຮືດຢູ່
ເພາະໄດ້ພົບພໍ້ຮູ້
ຄົນເຈົ້າຊູ້ສາວ ວັນວານ
ນັ່ງອ່ານເຈັບປວດຊ້ຳ
ຕາສອງກ້ຳນັ່ງຈົດເຈົ່າ
ຟັງແຕ່ວັນວານເຈົ້າ
ລົມເລື້ອງມືນເມົາເຫຼົາ
ຄົນໃຈດີບໍ່ຍອມເຊົາ
ແຕ່ຈັງໃດກະແມ່ນເຈົ້າ
ນາງຜູ້ຂ້ອຍເຝົ້າຄອຍເຊຍ
ຂຽນເຕັມເຈ້ຍໄດ້ຊ່ຳນີ້
ລໍຖ້າຄົນດີມາແຕ່ງຕໍ່
ພໍກອນເດີມື້ນີ້
ໂອກາດດີຊີມາໃໝ່
ໃຫ້ຕຽມໃຈໄວ້ຖ້າ
ນາມ ຂອງຂ້າພະເຈົ້າແມ່ນ ຫຼິ່ງ

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໙ ກະທູ້
໒໔໗ ໂພສ
ນັກການກະທູ້
ແຕ່ງບໍ່ເປັນ

໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ຍອມໆໆແຕ່ງບໍ່ເປັນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍິນດີຕ້ອນຮັບເຈົ້າ...........ບ່າວຫຼິງຄົນວຽງ
ເບິ່ງສຳນຽງການຂຽບ.......ກາບກອນອອນຊອນເວົ້າ
ຫຼົງເຂົ້າມາກະທູ້.............ຂຽນກອນແຕ່ງຕໍ່
ຂໍຕ້ອນຮັບເຈົ້າເຂົ້າ.........ເປັນໝູ່ດ້ວຍອີກຄົນ ແທ້ດາຍ

ຫຼິງມາຝາກກອນໄວ້........ເກາະກ່າຍກາບກອນ
ກ່າວເຖິງຕອນຂ້ອຍຖຽງ.....ກັບຄົນໃຈດີຄາວນັ້ນ
ມັນບໍ່ແມ່ນເລື່ອງແທ້..........ຄົນໃຈດີຫາກມາກ່າວ
ວ່າຂ້ອຍມັກກິນເຫຼົ້າ...........ເລື່ອງນີ້ນັ້ນບໍ່ຈິງ ແທ້ໃດ(ນັ່ງຢັນ..ອິອິ)

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ການກີນເຫຼົ້າເຂົ້າພັນສານັ້ນບໍ່ດີ................ມັນຄືສິງຕ້ອງຫ້າມເພີ່ນບອກມາ
ດ້ວຍວາຈາທີ່ມີລິດ..............................ສິດທິຜົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜບໍ່ເຄີຍ.........ກິນເຫຼົ້າ........ເຂົ້າພັນສາ
ເສບຕິດຢາ......ນາລີ............ບໍ່ມີໝາຍ
ມີແຕ່ຄອຍ.......ເຮັດວຽກ........ຢ່າງຕັ້ງໃຈ
ວັນໜຶ່ງໄດ້.......ຮັ່ງມີ............ເສດຖີເງິນ

ເຂົ້າພັນສາ......ຕັ້ງໜ້າ..........ຢ່າກິນເຫຼົ້າ
ຫັນໄປເຂົ້າ......ຮ້ານເບຍ........ເມຍບໍ່ສົນ
ພາກັນເຮັດ......ຈັ່ງຊີ້.............ອີກບໍ່ດົນ
ຊິໄດ້ພົ້ນ.........ຄວາມສຸກ........ທຸກທະວີ...ແທ້ເນີ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໑໑໙ ໂພສ
ນັກການກະທູ້
ກັບມາແລ້ວອີກຄັ້ງ
ຫຼີ່ງຄົນດັງມາຄືເກົາ
ມາແຕ່ງກອນຕໍ່ນຳເຈົ້າ
ສາວເຈົ້າຊູ້ວັນວານ
ແມ່ນຫຍັງນໍ້ມື້ນີ້
ມີເລື້ອງດີອີຫຍັງແດ່
ແອ່ແນແມ່ນເລື່ອງເຫຼົ້າ
ແຕ່ມີເຂົາພັນສານຳ
ຈຳໄດ້ຕອນເປັນບ່າວ
ໄດ້ເມຍສາວຍ້ອນຄວາມເມົາ
ເຕືອນໜູ່ເຈົ້າທຸກຄົນ
ບໍ່ຍາກໂດນຈົ່ງຈື່ໄວ້
ຕອນເມົາຄຸມບໍ່ໄດ້
ຕອນມອດໄຟເບິ່ງບໍ່ເຫັນ
ຈັກອີຫຍັງແມ່ນບໍ່ຮູ້
ບາດຕອນໄປມີຢູ່ຄົນດຽວ
ພັດໄດ້ສ່ຽວຕອນຕືນຊຳ
ໂອ ! ໂທດກຳເປັນຜູ້ຍີ່ງ
ຈິ່ງຕ້ອງຮັບຜິດຊອບ
ຈອບໄປຄືເກົ່າບໍ່ໄດ້ຊຳ
ກຳຮ່ານີ້ຈັ່ງແມ່ນໄວ
ຕອນກິນຍັງຍີ້ມໄດ້
ຕອນຕໍ່ໄປແຮຮຮຮງມ່ວນ
ບາດຖືກຕອນເຂົາມ້ວນ
ເບີດມ່ວນເລີຍເຮົາ
ຈົບຊີວິດໝຸ່ມດ້ວຍຄວາມເສົ້າ
ຍ້ອນນ້ຳເມົານີ້ແລ ທ່່ານເອີຍ

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນນ້ຳເຫຼົ້າ..........ເຈົ້າໄດ້........ຄົນຄຽງກາຍ
ເມຍທີ່ໝາຍ...........ຫາຍໄປ.......ໃຈແສນເສົ້າ
ໄດ້ຄົນນີ້...............ເມຍທີ່...........ບໍ່ຢາກເອົາ
ເພາະຄວາມເມົາ......ພາເຈົ້າ.........ລະເລີງໃຈ ແມ່ນບໍ?

ຫຼືວ່າເພາະ............ຕັ້ງໃຈ...........ວາງແຜນໄວ້
ເລີຍໄປໃຊ້...........ນ້ຳເມົາ...........ເອົາບັງໜ້າ
ກໍ່ຈຶ່ງໄດ້..............ສົມໝາຍ.........ດັ່ງອຸລາ
ນີ້ລະນາ..............ຜົນດີ.............ຂອງນ້ຳເມົາ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ເຂົ້າມາດົນ.. ຊິຕໍ່ຈັ່ງໃດນໍ່ບາດນິ
ຄິດກ່ອນເດີ່.. ອິອິ

<-----ຄົນໃຈດີແຟນຄລັບ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າຍອມແພ້ແລຊັ້ນດອກ
ຢ່າຄຶດດົນຫຼາຍເດີ້ ຕໍ່ບໍ່ໄດ້ກະຕັ້ງໃໝ່ກໍ່ໄດ້ເດີ້ ເລີດ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນວ່າເຈົ້າ ດື່ມລົງໄປ ໃຈອຸລາ
ຜົນຕາມມາ ທີ່ຮ້າຍແຮງ ມີມາກຫຼາຍ
ພາຍພາກໜ້າ ຈົ່ງລະວັງ ຕົວເອົາໄວ້
ໂລກເຈັບໄຂ້ ຈະຖາມຫາ ຕົວເຈົ້າເອງ

(ພໍໃຊ້ໄດ້ຢູ່ບໍ່ນີ້ ແຕ່ງມົ່ວໄປເລີຍ)

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດໄປຄິດມາແລ້ວເຈັບໃຈ
ມາແຕ່ງຢູ່ໃນເວັບລະຄິດອອກ
ບາດເວລາສອບເສັງຫັ້ນນາ
ຄຶວ່າແຕ່ງບໍ່ໄດ້ວະ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮອດໃສລະນິ ..!
ວ່າຢາກມາຕໍ່ຜະຫຍາຈີບສາວນຳແດ່ຈັກວັກສອງວັກ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ງຈີບໂລດແຫຼະແບ້ງ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຂ້ອຍດື່ມ............ ເຫຼົ້າລົງໄປໃຈອຸລາ
ເໝືອນກັບວ່າ ............. ລືມທຸກສີ່ງທີ່ເສົ້າໝອງ
ຄຳຜະຫຍາ .................. ລ່ຽນໄຫຼປານບົດທ່ອງ
ດ້ວຍຮັກນ້ອງ.............. ຈື່ງເອົາເຫຼົ້າເຂົ້າຜ່າໃຈອິອິ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

ໜ້າທີ່ 4 ຈາກທັງໝົດ 19 ໜ້າ <<<123456 ... 1516171819>>>