ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມາຮຽນຮູ້ເລື່ອງກັມ (ບົດທີ ໑)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບົດທີ ໑
ເກີດແຕ່ກັມ


ມະນຸດເຮົາທຸກຄົນ ມີກັມພາມາແຕ່ກັມກຳເນີດ ເກີດມາແລ້ວຕ້ອງ ມີກັມ, ຕ້ອງພົບພາຣະກັມ ຈະໜັກໜ້າສາຫັດ ຫຼືເບົາບາງກໍອາໄສກັມໃນ ປັດຈຸບັນ ແລະສົ່ງຜົນໃຫ້ອະນາຄົດອີກດ້ວຍ, ສ່ວນກັມໃນອະດີດ ກໍຍ່ອມ ສົ່ງຜົນໃຫ້ປັດຈຸບັນ ແລະອາະນາຄົດດ້ວຍ.
ຊີວິດ ໃນບາງຄັ້ງກໍເບິ່ງວ່າງ່າຍໆ ແຕ່ບາງຄັ້ງກໍພົບກັບມໍຣະສຸມ ຂອງຊີວິດ ຢ່າງນ້າອາໜາດໃຈ ຫາກທ່ານປະສົບກັບບັນຫາພາວະ ແລະ ພາວະກັມທີ່ໃຫ້ຜົນຊົ່ວ ກໍຕ້ອງທົນຮັບກັມນັ້ນໆ ໃຫ້ເຖິງທີ່ສຸດ, ທ່ານຜູ້ໄດ້ ຮັບກັບທີ່ໃຫ້ຜົນເປັນຊົ່ວ ຄົງໄດ້ຮັບຄວາມທຸກທໍຣະມານບໍ່ໜ້ອຍ, ບາງ ທ່ານໄດ້ຮັບເຊັ່ນນັ້ນແລ້ວ ແລ່ນໄປຫາໝໍມໍ ໝໍດູ ໝໍຜີ ເພື່ອຊ່ວຍໃນການ ແກ້ໄຂ ດ້ວຍຮູບແບບຕ່າງໆ ຫາກໝໍດູມີຄຸນນະທັມ ກໍຊັກນຳໄປໃນທາງທີ່ ຖືກຕ້ອງທີ່ຄວນ ກໍອາດລົດຜ່ອນໄປໄດ້ ສ່ວນໜຶ່ງເທົ່ານັ້ນ, ແຕ່ຫາກຖືກ ບໍ່ແມ່ນຂອງແທ້ ກັມເພີ່ມກັມຂຶ້ນອີກຊັກໃຊ້ ກັບວ່າຊວຍສອງຊັ້ນ.
ໃນໜັງສືເຫຼັ້ມນີ້ ຈະສາທະຍາຍເຣື່ອງກັມ ແລະເຂົ້າໃຈກັມໃຫ້ຖືກ ວິທີ ແລ້ວແນະນຳວິທີແກ້ກັມ ທີ່ຮ້າຍແຮງໃຫ້ລົດນ້ອຍຖອຍລົງ ເພື່ອໃຫ້ ທ່ານທັງຫຼາຍດຳເນີນຊີວິດໄປໄດ້ດ້ວຍຄວາມຜາສຸກ ບໍ່ຕ້ອງເປັນເບັ້ຍລ່າງ ຂອງກັມ ແລະເບັ້ຍລ່າງຂອງຜູ້ທີ່ອາໄສຜົນກັມຂອງທ່ານ ເພື່ອປະໂຫຍດ ທາງອື່ນ ຫາກທ່ານເຮັດກຕາມຂັ້ນຕອນ ແລະຖືກວິທີດ້ວຍຄວາມສະ ໝັກໃຈ ແລະເຫຼື້ອມໃສສັດທາ ທັງປະກອບດ້ວຍປັນຍາ ອາດຖົດຖອຍ ກັມທີ່ທຸກທົນລົງໄດ້.
ຢ່າງໃດກໍຕາມ, ແທ້ທີ່ຈິງແລ້ວການແກ້ກັມນີ້ ບໍ່ສາມາດທຳໃຫ້ກັມ ໝົດໄປໂດຍເດັດຂາດໄດ້ ແຕ່ສາມາດທຳໃຫ້ມີຄວາມສຸກ ຄວາມສຳເຣັດ ຊົ່ວຂະນະເທົ່ານັ້ນ ເຊັ່ນການຈະຕ້ອງເຮັດນາ ເມື່ອກ່ອນເຮັດດ້ວຍຄວາມ ລຳບາກຍາກຊາ ແຕ່ກັບໄດ້ຜົນບໍ່ສົມໃຈປາດຖະໜາ ຄືວ່າລົງທຶນລົງແຮງ ຫຼາຍກັບໄດ້ໜ້ອຍ, ຫາກເຮົາແກ້ກັມດ້ວຍທັມມະກຸສົນແລ້ວ ອາດກັບ ເກີດເປັນດີ ແຕ່ເຮົາຕ້ອງທຳກັມອັນເປັນໜ້າທີ່ນັ້ນໆຢ່າງມີຄວາມສຸກແລະ ຄວາມພໍໃຈ ບໍ່້ຕ້ອງທົນທຸກທໍຣະມານດັ່ງທີ່ມັນເປັນ ເຫຼົ່ານີ້ເປັນຕົ້ນ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ບັນຫາແມ່ນ ຄົນສ່ວນຫຼາບບໍ່ເຊື່ອວ່າກັມມີຈິງ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ບັນຫາແມ່ນ ຄົນສ່ວນຫຼາບບໍ່ເຊື່ອວ່າກັມມີຈິງ


ຖ້າຍັງກິນເຂົ້າ ຍັງເຮັດວຽກ
ຍັງມີຄວາມຕ້ອງການຢາກ ກໍຕ້ອງເຊື່ອ
ເຊື່ອ ຫຼືບໍ່ເຊື່ອ ເຣື່ອງກັມ ກໍຕ້ອງຮຽນ ຮຽນຮູ້ແລ້ວ ເຊື່ອບໍ່ເຊື່ອ ມັນເປັນເຣື່ອງຂອງໃຜຂອງມັນ
ຫາກຄົນຍັງຕ້ອງການເຮັດວຽກ ຄົນຍັງມີກັມ ຫຼືຕ້ອງການຢາກ

ລັກສະນະການງົມງວາຍ
- ເຊື່ອຜິດໆໆ ກໍງົມງວາຍ
- ບໍ່ເຊື່ອໃນເຫດ ແລະຜົນ ກໍງົມງວາຍ


ກັມມະກອຣ
ກັມມະກາຣ
ກັມມະບາລ
ກັມມະຊົນ
ກັມມະຊີພ
ກັມມະພັນທຸ໌

- ກຸສົນກັມ
- ອະກຸສົນກັມ


ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອະທິບາຍແບບນັ້ນ ຄຶດວ່າຄົນຈະເຊື່ອບໍ?


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ແກ້ກັມ່ວຊົບໍ່ໄດ້ ແຕ່ເຮັດກັມດີຈະຊ່ວຍລຸດກັມລົງໄດ້ບໍອາຈານ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ຮຽນຕໍ່ບົດທີ່2....


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vat ຂຽນວ່າ...
ແກ້ກັມ່ວຊົບໍ່ໄດ້ ແຕ່ເຮັດກັມດີຈະຊ່ວຍລຸດກັມລົງໄດ້ບໍອາຈານ


ຊອບດ້ວຍເຫດຜົນແລ
ລໍຕໍ່ໄປ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ອະທິບາຍແບບນັ້ນ ຄຶດວ່າຄົນຈະເຊື່ອບໍ?



ບໍ່ໄດ້ອະທິບາຍໃຫ້ເຊື່ອ ແຕ່ອະທິບາຍໃຫ້ຮຽນຮູ້ ແລະສຶກສາສິ່ງທີ່ຍັງບໍ່ຮູ້ ຍັງມີຫຼາບບົດທີ່ຈະອະທິບາຍເຣື່ອງກັມ
ການສ້າງເວບ ການຂຽນເວບ ແມ່ນກັມ ຄືໜ້າທີ່ຊະນິດໜຶ່ງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຂໍຖາມແບບຄົນບໍ່ຮູ້ຊະຊັ້ນນະເນາະ

ກັມ ກ່ຽວຫຍັງກັບການສ້າງເວັບ ການຂຽນເວັບ? ຂໍໃຫ້ອະທິບາຍພ້ອມຍົກຕົວຢ່າງ


໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອືມມມ ແຮງອ່ານແລ້ວແຮງງົງ
ແຕ່ຈັ່ງໃດກະຢ່າ ສ້າງກຳດີໄວ້ຫລາຍໆໆໆ
ຈິ່ງລົດລະກຳຊົ່ວໄດ້ ແດ່


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຂໍຖາມແບບຄົນບໍ່ຮູ້ຊະຊັ້ນນະເນາະ

ກັມ ກ່ຽວຫຍັງກັບການສ້າງເວັບ ການຂຽນເວັບ? ຂໍໃຫ້ອະທິບາຍພ້ອມຍົກຕົວຢ່າງ


ຖາມກ່ອນຈຶ່ງຕອບ
- ຜູ້ສ້າງເວັບ ຖືວ່າເວບ ເປັນງານຊະນິດໜຶ່ງແມ່ນບໍ ?
- ແລະຜູ້ສ້ງເວບມາແລ້ວ ຕ້ອງຮັບຜິດຊອບຕໍ່ເວບຕົນ ທຸກຢ່າງແມ່ນບໍ ?
- ຜູ້ສ້ງເວບຕ້ອງຢາກເຜີຍແຜ່ຜົນງານຂອງຕົນໃຫ້ດີແມ່ນບໍ ?
- ຜູ້ສ້າງເວບ ຕ້ອງຢັ້ງຢຶນຄວາມເປັນເຈົ້າຂອງແມ່ນບໍ ?
- ຜູ້ສ້າງເວບ ມີຄວາມມຸ້ງຫວັງຢ່າງຍິ່ງຢາກໃຫ້ຄົນທົ່ວໄປ ໄດ້ຮັບຂໍ້ມູນ ແລະສ້າງຂໍ້ມູນຂ່າວສານດີໆ ແກ່ສາທາຣະນະຊົນແມ່ນບໍ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ບາບເປັນຂອງຜຸ່ທຳ ກັມເປັນຂອງຜຸ່ກໍ່ ແຕ່ຮຸ້ສືກວ່າເຮົາຕົກເປັນຜຸ່ຊົດໄຊ້ກັມໂດຍທີ່ບໍ່ໄດ້ສ້າງ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ບາບ ເກີດຈາກັມຊົ່ວ ບຸນ ເກີດຈາກກັມດີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒