ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມາຮຽນຮູ້ເລື່ອງກັມ (ບົດທີ ໒)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບົດທີ ໒
ຕ້ອງຮູ້ຈັກກັມໃຫ້ແຈ້ງ
ທີ່ຈິງ ເຮົາຊິເຮັດຫຍັງ ທຳຫຍັງ ເຮົາຕ້ອງຮູ້ສິ່ງນັ້ນໃຫ້ຈະແຈ້ງ ຫາກເຮົາບໍ່ຮູ້ມັນ ສັກວ່າແຕ່ເຮັດແຕ່ບໍ່ຮູ້ ອັນນັນເຂົາຮຽກວ່າເຮັດດ້ວຍຄວາມ ງົມງວາຍ ສະນັ້ນເພື່ອຫຼີກເວັ້ນຄຳວ່າງົມງວາຍ ເຮົາຈຶ່ງມາຮູ້ຈັກກັມນຳກັນ ດັ່ງນີ້.
ກັມຄືອັນໃດ ? ສັດທັງຫຼາຍ ຍ່ອມສຳເຣັດການກະທຳ ໂດຍອາໄສທັມມະຊາດໃດ, ທັມມະຊາດເປັນເຫດໃຫ້ສຳເຣັດການກະທຳນັ້ນໆ ຊື່ວ່າ “ກັມມະ” ກັມມະ ກໍຄືກັມ ໝາຍເຖິງການກະທຳທີ່ປະກອບດ້ວຍຄວາມຕັ້ງໃຈ ຫຼືຈົງໃຈຈະທຳກັມນັ້ນໆ.
“ກັມ ຫຼືກັມມະ” ເປັນຄຳກາງໆ ທີ່ໃຊ້ປະກອບກັບຄຳອື່ນໆ ແລະສະແດງຄວາມໝາຍໄປຕາມຄຳນັ້ນໆ ເຊັ່ນ ກຸສົນກັມ ແປວ່າ ກັມດີ, ອະກຸສົນກັມ ແປວ່າ ກັມຊົ່ວ ເປັນຕົ້ນ.
ໃນສັກກະນິບາຕອັງຄຸຕຣະນິກາຍ ພຣະປາລີວ່າ “ດູກ່ອນ ພິກຂຸທັງ ຫຼາຍ ເຫດທີ່ບຸກຄົນທີ່ມີຄວມຕັ້ງໃຈ ເປັນເຄື່ອງກະຕຸ້ນແລ້ວ ກະທຳການ ງານນັ້ນສຳເຣັດລົງ ດ້ວຍກາຍກໍດີ ດ້ວຍວາຈາກໍດີ, ດ້ວຍໃຈກໍດີ ດ້ວຍເຫດນີ້ ຕະຖາຄົດ ຈຶ່ງກ່າວວ່າ ເຈຕະນາ ນີ້ເປັນກັມ”
ເຈຕະນາຫັງ ພິກຂາເວ ວະທາມິກັມມັງ”
ທາງແຫ່ງການກະທຳກັມ ຈຳແນກຕາມຄຸນນະພາບ ຫຼືຕາມທັມ ມະຊາດ ທີ່ເປັນມູນເຫດ ມີ ໒ ຢ່າງ ຄື:

໑. ກັມຝ່າຍບໍ່ດີ ຄື ກັມຊົ່ວ ຮຽກ ອະກຸສົນກັມ ຫຼືອະກຸສົນກັມມະ ບົດ.
໒. ກັມຝ່າຍດີ ຮຽກ ກຸສົນກັມ ຫຼືກຸສົນກັມມະບົດ,


ຄຳວ່າ ອະກຸສົນກັມມະບົດ ແຍກສັບໄດເ ຄື ອະ = ບໍ່, ກຸສົລ = ດີ, ສະຫຼາດ, ກັມ - ການກະທຳ, ບົຖ= ທາງ.
ຣວມກັນແລ້ວ ຮຽກວ່າ ທາງແຫ່ງການກະທຳຄວາມບໍ່ດີ, ຫຼື ທາງແຫ່ງການກະທຳໃນສິ່ງທີ່ບໍ່ສະຫຼາດ, ມີຢູ່ ໑໐ ຢ່າງ ເຊິງຝ່າຍດີມີຢູ່ ໑໐ ຢ່າງເຊັນກັນ ຮຽກວ່າ ກຸສົນກັມມະບົດ ໑໐ ໃນທີ່ນີ້ຈະກ່າວພຽງການກະ ທຳຝ່າຍຊົ່ວ ທີ່ຮຽກວ່າ ອະກສົນ ເຊິ່ງເປັນຕົ້ນເຫດທີ່ກໍ່ໃຫ້ເກີດຜົນຂອງ ກັມ ທີ່ຮຽກກັນຕິດປາກວ່າ ກັມເວນ ຫຼືເວນກັມ ຕາມຄວາມຮູ້ສຶກໂດຍທົ່ວ ໄປ ເມື່ອກ່າວພຽງວ່າກັມພຽງຄຳດຽວ ຄົນທັງຫຼາຍຈະໝາຍເຖິງຜົນແຫ່ງ ການກະທຳທີ່ອອກມາບໍ່ດີໂລດ ຂໍໃຫ້ສຶກສາດັ່ງຕໍ່ໄປນີ້.
ອະກຸສົນກັມມະບົດ ຄື ທາງແຫ່ງການກະທຳ ທີ່ບໍ່ສະຫຼາດ ຫຼືທຳ ຊົ່ວ ອັນເປັນການກະທຳກັມ ທີ່ເປັນຫົນທາງໄປສູ່ອະບາຍະພູມ ມີ ໑໐ ຢ່າງໄດ້ແກ່:
- ການກະທຳຊົ່ວທາງກາຍ ມີ ໓ ຢ່າງໄດ້ແກ່:
໑. ການຂ້າ
໒. ການລັກຊັບ.
໓. ການຜິດປະເວນີ.
- ການກະທຳຊົ່ວທາງຄຳເວົ້າ ມີ ໔ ຢ່າງ ໄດ້ແກ່
໔. ການຕົວະ.
໕. ການເວົ້າຊໍ່ສຽດ.
໖. ການເວົ້າຄຳຫຍາບ.
໗. ການເວົ້າເພີ້ເຈີ້ ເລື່ອນລອຍ.
- ການກະທຳຊົ່ວທາງໃຈ ມີ ໓ ຢ່າງ
໘. ເພັ່ງເລັ່ງຢາກໄດ້ຂອງຄົນອື່ນ.
໙. ຄິດປອງຮ້າຍຜູ້ອື່ນ.
໑໐. ມີຄວາມເຫັນຜິດ (ມິສາທິດຖີ).


ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ມີຫລາຍຢ່າງທີ່ເຮົາກະທຳຜີດຢູ່


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sob ຂຽນວ່າ...
ມີຫລາຍຢ່າງທີ່ເຮົາກະທຳຜີດຢູ່


ກັບຕົວໄດ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າເປັນຄົນມັກເວົ້າຢອກໝູ່ຄູ່
ຖ້າກໍລະນີນີ້ມັນຈະເປັນການກະທຳຊົ່ວບໍ່?


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈດຈະນາດີ ກາຍເປັນດີ ຫາກເປັນກັມດີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຖືວ່າອະກຸສົນກັມ ຍັງສົມມາພາຄວນຢຸ່ ແຮ່ ແຮ່

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກ່າວໄດ້ດີແລ້ວ ຂໍອະນຸໂມທະນາ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ໌

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ມີ ຫລາຍ ອັນ ທີ່ ເຮັດ ບໍ່ ໄດ້ ໃນ ນັ້ນ ກໍ່ ແມ່ນ ການ ຂ້າ



ເປັດ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ມີ ຫລາຍ ອັນ ທີ່ ເຮັດ ບໍ່ ໄດ້ ໃນ ນັ້ນ ກໍ່ ແມ່ນ ການ ຂ້າ

ເປັດ


ຫາກເປັນເຈຕະນາ ຊົ່ວ ເພື່ອກຳຮາບປາບປາມ ຫຼືອິຈສາພະຍາບາດ ແມ່ນວ່າ "ບາບຫຼາຍກວ່າ"

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພຣະອາຈານຂໍຖາມໜ້ອຍໜຶ່ງ ມີຂໍ້ສົງໄສຢາກໃຫ້ທ່ານໃຫ້ຄໍາຊີ້ແຈງແນ່
ອັນຂໍ້ ໗. ການເວົ້າເພີ້ເຈີ້ ເລື່ອນລອຍ. ມັນຄ້າຍຄືກັບຄົນຜີບ້າຫັ້ນບໍຂະນ້ອຍ?

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຮໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັບຕົວໄດ້


໒ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ກັມມຸນາວັດຕະເຕໂລໂກ ສັດໂລກຍອ່ມເປັນໄປຕາມກຳ ກຳກໍຄືການກະທຳ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ພຣະອາຈານຂໍຖາມໜ້ອຍໜຶ່ງ ມີຂໍ້ສົງໄສຢາກໃຫ້ທ່ານໃຫ້ຄໍາຊີ້ແຈງແນ່
ອັນຂໍ້ ໗. ການເວົ້າເພີ້ເຈີ້ ເລື່ອນລອຍ. ມັນຄ້າຍຄືກັບຄົນຜີບ້າຫັ້ນບໍຂະນ້ອຍ?


ເວົ້າບໍ່ມີມຸນຄວາມຈິງອ້າງອີງ ຫຼືເວົ້າລຽງຄຽງຄວາມຈິງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂື້ນຊື່ວ່າກຳແລ້ວຕ້ອງໜັກ ສິວາງລະເດີອາຈານບໍ່ກຳແວ້ວວວວວວວວວວວວວວ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ namsing1988 ຂຽນວ່າ...
ຂື້ນຊື່ວ່າກຳແລ້ວຕ້ອງໜັກ ສິວາງລະເດີອາຈານບໍ່ກຳແວ້ວວວວວວວວວວວວວວ


ກຳບໍ່ວາງຍິ່ງໜັກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒