ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມິຈສາທິຕຖີ(ມິດສາທິດຖີ)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

- ຄຳວ່າ "ມິຈສາທິຕຖີ(ມິດສາທິດຖີ): ໝາຍເຖິງຄວາມເຫັນຜິດ ເຊິ່ງຄວາມເຫັນຜິດນັ້ນຢ່າງທຳມະດາ ກໍມີເຖິງ ໑໐ ປະການ ຢ່າງລະອຽດກໍມີເຖິງ ໖໒ ປະການ ຈະຍົກມາລຳດັບໃຫ້ເຫັນເຖິງຄຳວ່າ ມິດສາທິດຖີ ໑໐ ປະການດັ່ງນີ້:
໑. ເຫັນວ່າທານທີ່ໃຫ້ແລ້ວ ບໍ່ມີຜົນ.
໒. ເຫັນວ່າການບູຊາ ບໍ່ມີຜົນ.
໓. ເຫັນວ່າການບວງສວງ ບໍ່ມີຜົນ.
໔. ເຫັນວ່າການທຳດີ ທຳຊົ່ວບໍ່ມີຜົນ.
໕. ເຫັນວ່າໂລກນີ້ບໍ່ມີ ຄືບໍ່ເຊື່ອວ່າຜູ້ທີ່ຕາຍຈາກໂລກອື່ນມາເກີດໃນໂລກນີ້ມີ.
໖. ເຫັນວ່າໂລກໜ້າບໍ່ມີ ຄືບໍ່ເຊື່ອວ່າຜູ້ທີ່ຕາຍຈາກໂລກນີ້ໄປເກີດໃນໂລກອື່ນມີ.
໗. ເຫັນວ່າມານດາບໍ່ມີ ຄືເຫັນວ່າຄຸນຂອງມານດາບໍ່ມີ.
໘. ເຫັນວ່າບິດາບໍ່ມີ ຄືເຫັນວ່າຄຸນຂອງບິດາບໍ່ມີ.
໙. ເຫັນວ່າໂອປປາຕິກະສັຕວ໌ ຄືສັດທີ່ເກີດຂຶ້ນເອງໂດຍບໍ່ມີບິດາ ມານດາ ເກີດແລ້ວໃຫຍ່ຂຶ້ນເລີຍຢ່າງພວກເທວະດາເປັນຕົ້ນບໍ່ມີ.
໑໐. ເຫັນວ່າສະມະນະພຣາມຜູ້ປະຕິບັດດີປະຕິບັດຊອບ ເຫັນແຈ້ງປະຈັກໂລກນີ້ໂລກໜ້າດ້ວຍຕົນເອງ ແລ້ວປະກາດໃຫ້ຜູ້ອື່ນຮູ້ໄດ້ ບໍ່ມີ ຄືເຫັນວ່າຜູ້ທີ່ຕັດສະຮູ້ເປັນອໍຣະຫັນຕະ ສັມມາສັມພຸດທະເຈົ້າບໍ່ມີ

- ທັງໝົດຮຽກວ່າ "ມິຈສາທິດຖີ" ຄືມີຄວາມເຫັນຜິດນັ້ນເອງ.


ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໒໒໐ ໂພສ
ນັກການກະທູ້
ໃຄແນ່ບໍ່ເຫັນແນວນັ້ນຊັ້ນກະຄືຊິເປັນຄົນມິຈສາທິຕຖີ(ມິດສາທິດຖີ)ລະແຫລະ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າບໍ່ມີແນວຄິດດັ່ງສິບຂໍ້ ຕ້ອງເປັນຄົນສັມມາທິດຖີ ຄືເຫັນຖືກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒