ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຮຽນຮູ້ຄວາມເປັນມາຂອງອັກສອນລາວ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາຣັມພະບົດ
- ການຂຽນບົດຄວາມເຣື່ອງນີ້ ບໍ່ໄດ້ມີເຈດຕະນາຢາກຮືຟື້ນຄືນການຂຽນແບບອັກສອນ ໔໑ ຕົວ ຫຼືທີ່ເຮົາຮຽກວ່າຂຽນຕາມເຄົ້ານັ້ນດອກ ແຕ່ການຂຽນບົດຄວາມເຣື່ອງນີ້ ແມ່ນເປັນການສຶກສາໃຫ້ເຫັນເຖິງວິວັດທະນາການປ່ຽນແປງຂອງອັກສອນ ແລະພາສາລາວ, ທາງໜຶ່ງກໍແມ່ນເພື່ອ ສະແດງເຖິງຄວາມຈະເລີນຮັ່ງມີ ແລະຄວາມຈະຣີນວັດທະນະທັມທາງດ້ານພາສາລາວເຮົາເທົ່ານັ້ນ ເພື່ອເປັນໜັງສືອ້າງອິງຂອງຜູ້ຮຽນພາສາສາດເທົ່ານັ້ນ.

- ດັ່ງທີ່ເຮົາຮູ້ຢູ່ແລ້ວວ່າ ປັດຈຸບັນນີ້ລາວເຮົາກໍານົດການຂຽນອັກສອນລາວເປັນທາງການນັ້ນ ແມ່ນຕາມແບບໄວຍາກອນສະບັບ ຂອງຄະນະກັມມະການສູນກາງແນວລາວ ຮັກຊາດ ເຊິ່ງເຮົາຮຽກວ່າ ໄວຍາກອນສະບັບລູງພູມີ ວົງວິຈິດ ແຕ່ຢ່າງໃດກໍຕາມ ເມື່ອມາເບິ່ງການຂຽນຂອງເຮົາມາໃນໄລຍະຫຼັງນີ້ ເຖິງວ່າຈະອ້າງວ່າຂຽນຕາມແບບສະບັບຂອງລູງພູມີກໍຕາມ ແຕ່ກໍບໍ່ໄດ້ຂຽນຖືກຕ້ອງຕາມຫຼັກໄວຍາກອນສະບັບທີ່ອ້າງເລີຍ ດັ່ງເຮົາຈະເຫັນວ່າ ວິວັດທະນາການການຂຽນໃນໄລຍະຫຼັງໆນີ້ ມີອັນຕ່າງຈາກສະບັບລູງພູມີຫຼາຍສົມ ຄວນດັ່ງທີ່ຈະຍົກຕົ່ວຢ່າງໃຫ້ເຫັນດັ່ງນີ້ ຄື
ກ. ໄວຍາກາອນລູງພູມີຂຽນ "ຂ້ຽ" ແຕ່ປັດຈຸບັນຂຽນ "ຂ້ອຍ".
ຂ. ໄວຍາກາອນລູງພູມີຂຽນ "ໝ, ໝ" ແຕ່ປັດຈຸບັນຂຽນ "ຫນ, ຫມ".
ຄ. ໄວຍາກາອນລູງພູມີຂຽນ "ຫຽ" ແຕ່ປັດຈຸບັນຂຽນ "ຂ້ອຍ".

- ທີ່ຍົກມານັ້ນ ຍ່ອມສະແດງໃຫ້ເຫັນວີວັດທະນາການປ່ຽນແປງຂອງການຂຽນອັກສອນລາວ ນັບວ່າບໍ່ມີການຢຸດຢັ້ງ ມັນມີການວິວັດທະນາການປ່ຽນແປງໃນຕົວມັນເອງ, ການປ່ຽນແປງເຊັ່ນນີ້ ບໍ່ແມ່ນວ່າມັນເກີດມີແຕ່ຍຸກຂອງພວກເຮົາເທົ່ານີ້ດອກ ມັນປ່ຽນແປງມາເຫິງນານແລ້ວ, ຫາກນັກສຶກສາຄົ້ນຄວ້າໃນໜັງສືເກົ່າບູຮານລາວແລ້ວ ຈະເຫັນວ່າມີການຂຽນແຕກຕ່າງກັນຢູ່ຫຼາຍ ແມ່ນກະທັງໜັງສືເຣື່ອງດຽວກັນ ເຊັ່ນໜັງສືສິນໄຊ ກາລະເກດ ແຕ່ງອ່ອນສຸຣິວົງ ແລະອື່ນໆ ທ່ີມີການຈານລົງໃສ່ໃບລານນັ້ນ ເຖິງຖ້າຈານໃນຍຸກດຽວກັນ ແຕ່ຕ່າງຄົນຂຽນ ການຜະສົມອັກສອນກໍຍັງຕ່າງກັນແລ້ວ ຫຼືວ່າຂຽນເລື່ອງ ດຽວກັນ ແຕ່ຕ່າງສະຖານທີ່ກັນກັນ ເຊັ່ນ ຜູ້ຂຽນມິພູມລຳເນົາຢູ່ແຂວງຈຳປາສັກ ແລະອີກຜູ້ໜຶ່ງມີພູມລຳເນົາຢູ່ຫຼວງພຣະບາງ ການຈານອັກສອນກໍຕ່າງກັນເປັນທຳ ມະດາ ບໍ່ສະເພາະການຜະສົມອັກສອນເທົ່ານັ້ນ ຮູບແບບອັກສອນຍັງມີຄວາມແຕກຕ່າງກັນບໍ່ໜ້ອຍ ທັງນີ້ ຂຶ້ນຢູ່ກັບຕົວຜູ້ຂຽນ, ຂຶ້ນຢູ່ກັບຍຸກສະໄໝ ແລະຂຶ້ນຢູ່ກັບວິ ວັດທະນາການຂຽນ ເມື່ອເຮົາເບິ່ງການຂຽນອັກສອນລາວໃນຍຸກຂອງສົມເດັດພຣະເຈົ້າໄຊຍະເສດຖາ ກັບຍຸກຂອງສົມເດັດພຣະເຈົ້າອະນຸວົງຍັງມີຄວາມແຕກຕ່າງກັນ ບໍ່ແມ່ນຫຼິ້ນ ບໍ່ວ່າຈະເປັນຮູບອັກສອນ ແລະການສະກົດກາຣັນ ການຜະສົມອັກສອນ ຍ່ອມມີຄວາມແຕກຕ່າງກັນ ທັງນີຂຶ້ນກັບກາລະສະໄໝ ຍຸກຂອງຄົນ ແລະວິວັດທະນາການຂອງຕົວອັກສອນເອງ.

- ແຕ່ເມື່ອລາວເຮົາມາຕັ້ງສະພາຈັນທະບູຣີຂຶ້ນນີ້ ການຄົ້ນຄວ້າປະດິດອັກສອນລາວ ຈຶ່ງກຳເນີດຂື້ນຢ່າງມີເອກະລັກ ແລະສັນຍາລັກໃນໂຕຂອງມັນ ອັກສອນໃນສະໄໝນີ້ ຍັງມີ ໓ ແບບ.
ກ. ແບບທີ ໑ ແມ່ນມີຮູບອັກສອນແຕກຕ່າງຈາກການຂຽນໃນໄລຍະຫຼັງ ບໍ່ວ່າຈະເປັນການຂຽນ ກໍຄືໂຕແມ່ພິມ ກໍມີຄວາມແຕກຕ່າງ ຄືມີຕົວເຟຶ້ອງ ການຣັນເຂົ້າມາຊ່ວຍ ໃນການຂຽນ ອັກສອນທີ່ພົບຖ້າເຮົາບໍ່ນັບຕົວເຟື້ອງເຂົ້ານຳອັກສອນສະໄໝນັ້ນ ມີທັງໝົດລວມກັນ ໒໙ ໂຕ.
ຂ, ຕໍ່ມາປະມານປີ ໑໙໐໙ ກໍມີອັກສອນທີ່ບໍ່ມີຕົວກາຣັນ ແຕ່ມີອັກສອນເພີີ່ມຂຶ້ນມາ ໔໑ ຕົວ ທັງນີ້ທັງນັ້ນ ການຂຽນແບບນີ້ ກໍໄດ້ເອົາແບບຢ່າງມາຈາກການຂຽນຄຳບູຮານ ທີ່ປາກົດໃນສີລາວຈາຣືກຕ່າງໆ ແລະເພີ່ມຕົວອັກສອນຂຶ້ນມາ ໂດຍສົມທຽບຈາກອັກສອນລາວບູຮານ(ອັກສອນທັມ)ແດ່ ການຂຽນອັກສອນລາວເດີມ ທີ່ປາກົດໃນວຽງຈັນນີ້ນຳ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍ້ ຂ ປະຈຸບັນກໍ່ຍັງມີຄົນຂຽນຢູ່

you will when you believe

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງ ການຂຽນ "ໝ, ໜ" ຈະມີເອກລັກລາວຫຼາຍກວ່າ ໄທຍ໌ຂຽນ ເໝືອນເຮົາບໍ່ໄດ້ หน หม

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
kan tho dai kao jai ka sai mod

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OleTer ຂຽນວ່າ...
kan tho dai kao jai ka sai mod


download Lao Unicode Font is here
http://www.iamlao.com/index.php

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຖ້າໄດ້ຈຳນວນນື່ງເພິ່ມເຂົ້າມາຄິດວ່າຄົງຈະດີບໍ່ນ້ອຍ ສາມາດຊ່ວຍໃນການອອກສຽງໄດ້ສົມບຸນຍິ່ງຂື້ນ( ສັງເກດຈາກຄຳເຫັນຂອງນັກສືກສາລາວໃນຕ່າງປະເທດ )

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈຳນວນໃດ ? ທີ່ຄວນເພີ່ມ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ສຽງທີ່ອອກຄ້າຍຄື SS SH CH Z ທີ່ສຳຄັນທີ່ສຸດກໍ່ຄື R ( ຣ )

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ່ວນໃຫຍ່ຈະເປັນສຽງໂຄສະ ໝົດ ທີ່ຍົກມາຖືກຕ້ອງແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຈັກນ່ອຍມາອ່ານໃໝ່ກ່ອນ ຕິດໜີໄວເດີ້ ຍາກນອນແຮງໂພດ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ສຽງທີ່ອອກຄ້າຍຄື SS SH CH Z ທີ່ສຳຄັນທີ່ສຸດກໍ່ຄື R ( ຣ )



ອືມ...ຂ້ອຍກໍເຫັນດີນຳເພິ່ນຜູ້ນີ້ ທີ່ຈິງແລ້ວລາວຄວນຈະສັງເກດເບິ່ງພາສາໄທ ເພາະວ່າຄ້າຍຄຽງກັນທີ່ສຸດ ຫລາຍຍິ່ງໄປກວ່ານັ້ນ ພາສາໄທໄດ້ຮັບການ ປັບປຸງແກ້ໄຂໃຫ້ດີຂື້ນຫລາຍກວ່າພາສາລາວເຮົາ ໃນຫຼາຍໆຍຸກແລະຫຼາຍໆສມັຍຜ່ານມາ ພາສາໄທໄດ້ຜ່ານການ ກວດສອບຈາກຫຼາຍໆສຖາບັນ ກ່ອນຈະລົງມະຕິເຫັນພ້ອມນຳກັນ. ດັ່ງນັ້ນພາສາລາວຄວນຈະເອົາແບບຢ່າງຂອງພາສາໄທເປັນຫຼັກ. ໂຕ ຣ ຄວນຈະໃສ່ເຂົ້າຄືນໃນພາສາລາວຖ້າເຮົາຢາກກ້າວຂື້ນໄປຮ່ວມເວທີໂລກກັບຊົນຊາດອື່ນໆທັງຫຼາຍ.


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ໄລຍະປ່ຽນພາສາກໍ່ປ່ຽນ ແຕ່ກໍ່ມີພູ້ເພີຍແພ່ໃຫ້ແກ່ເຍົາວະຊົນຄົນຮຸ່ນຫລັງກໍ່ຍິ່ງຈະດີພ້ອມ

ເຊີນຊວນຄົນລາວມາຮຽນຮູ້ເພື່ອເອົາໄປເພີຍແພ່ໃນຮຸ່ນຕໍ່ໆໄປ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໃຊ້ກະຮູ້ໄວ້ ວັດຄິດຖືກແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒