ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ພັນລາວ.ຄອມ » ປະກາດ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ພັນລາວ.ຄອມ » ປະກາດ » ★★★ ລະບຸເຄືອຂ່າຍໃຫ້ກັບໂປຣໄຟລ໌ຂອງທ່ານແບບງ່າຍ ໆ ★★★

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຫຼາຍຄົນອາດຈະສັງເກດວ່າ ເວລາເຂົ້າໄປໜ້າ ເຄືອຂ່າຍຂອງຂ້ອຍ ມັນຈະບໍ່ຕ່າງຫຍັງກັບໜ້າ ເຫດການໃໝ່ເລີຍ ນັ້ນເປັນເພາະວ່າ ຍັງບໍ່ໄດ້ລະບຸເຄືອຂ່າຍຂອງໂປຣໄຟລ໌ນັ້ນເອງ

ແລ້ວມັນດີແນວໃດລະ? ຖ້າຢາກຮູ້ ຂໍໃຫ້ອ່ານຕໍ່ໄປ.. .

ຈຸດປະສົງຂອງການລະບຸເຄືອຂ່າຍ ຫາກຄົນເຄີຍຫຼິ້ນ Facebook ມາກ່ອນຈະເຂົ້າໃຈໄດ້ງ່າຍ ເພາະມັນຄືການຈັດປະເພດຂອງໂປຣໄຟລ໌ຢ່າງໜຶ່ງນັ້ນເອງ ສົມມຸດວ່າຫາກທ່ານເລືອກວ່າ ທ່ານຢູ່ແຂວງຫຼວງພະບາງ ທ່ານກໍ່ຈະໄດ້ເຂົ້າໄປຢູ່ໃນເຄືອຂ່າຍ “ຄົນຫຼວງພະບາງ” ໂດຍອັດຕະໂນມັດ ຖ້າຫາກວ່າເລືອກວ່າ ຢູ່ແຂວງກຳແພງນະຄອນວຽງຈັນ ກໍ່ຈະຢູ່ໃນເຄືອຂ່າຍ “ຄົນວຽງຈັນ” ໂດຍອັດຕະໂນມັດ ເປັນຕົ້ນ

ເມື່ອເລືອກເຄືອຂ່າຍຮຽບຮ້ອຍແລ້ວ ໃນໜ້າເຄືອຂ່າຍຂອງຂ້ອຍ ກໍ່ຈະປະກົດລາຍການເຫດການໃໝ່ ທີ່ເກີດຂຶ້ນສະເພາະຄົນທີ່ຢູ່ໃນເຄືອຂ່າຍດຽວກັນກັບທ່ານເທົ່ານັ້ນ

ເຮັດແນວໃດເລືອກເຄືອຂ່າຍ?
ງ່າຍ ໆ ພຽງແຕ່ແກ້ໄຂໂປຣໄຟລ໌ຂອງທ່ານ ໄດ້ໄປທີ່ http://punlao.com/user_editprofile.php ແລ້ວລະບຸແຂວງໃຫ້ຮຽບຮ້ອຍ ຈາກນັ້ນຄລິກ ບັນທຶກ ກໍ່ເປັນອັນວ່າ ທ່ານໄດ້ເລືອກເຄືອຂ່າຍຂອງຕົວເອງແລ້ວ!


໓ ກະທູ້
໑໙໑ ໂພສ
ນັກການກະທູ້

ໂອ ມັນເປັນແນວນີ້ນິເອງ..............

ຕາມນັ້ນເລີຍເນາະ..............

When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you.

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເວົ້າງ່າຍໆ ວ່າໃຫ້ທຸກຄົນໄປໃສ່ອີກເທື່ອຫນື່ງບໍ່ຊັ້ນຈະຢູ່ໃນ ກຸ່ມ Default
ເພາະປົກະຕິ ໃສ່ວ່າ ນະຄອນຫລວງວຽງຈັນຢູ່ແລ້ວ ແຕ່ມັນເປັນ ກຸ່ມ Default ຢູ່

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໕ ກະທູ້
໒໕໑ ໂພສ
ນັກການກະທູ້
ເຄີຍ ຫຼີ້ນ Facebook ຢູ່ແຕ່ກະຍັງບໍ່ເຄີຍລະບຸເຄື່ອຄ່າຍເທື່ອ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ແນວນັ້ນເຂົ້າໃຈແລ້ວ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
understood...

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໐ ກະທູ້
໙໖ ໂພສ
ຂາປະຈຳເວັບບອດ
oh Got it

IlOvECompUteR

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
pien don leo

pien kup bor pien ka sum kun

ທ້າວທອງໃສ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ຂອບໃຈເດີ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໑ ກະທູ້
໑໗໓ ໂພສ
ນັກການກະທູ້
ໂອ້... ຖ້າເຮົາບໍ່ເລືອກ "ເຄືອຂ່າຍຂອງຂ້ອຍ" ມັນກະເປັນແບບລວມຯແມ່ນບໍ່


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຖ້າບໍຕັ້ງແລ້ວມັນເປັນຫຍັງບໍ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆ ບໍ່ຈັກເຮັດເລີຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ຖ້າບໍຕັ້ງແລ້ວມັນເປັນຫຍັງບໍ່ ບໍ່ເຂົ້າໃຈເລີຍ


໑ ກະທູ້
໒໑໓ ໂພສ
ນັກການກະທູ້
ຖ້າບໍຕັ້ງແລ້ວມັນເປັນຫຍັງບໍ່ ,,, ແລ້ວ ເຮົາຈະເຫັນທັງໝົດວ່າ ລະ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຖ້າເຮົາເລືອກແຕ່ຕົ້ນແລ້ວກໍ່ຕ້ອງເລືອກອີກບໍ?

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
@nay ຖ້າເລືອກແຕ່ທຳອິດຕອນສະໝັກແລ້ວ ກໍບໍ່ຕ້ອງເລືອກອີກ ຍົກເວັ້ນຊິປ່ຽນ ກໍເລືອກໃໝ່

ຂໍປິດກະທູ້ໄວ້ເທົ່ານີ້ເດີ້ ດຽວມີຄົນຂຸດມາຕອບປ້ຳເງິນໃໝ່ ຖ້າມີຂໍ້ສົງໄສອື່ນ ໆ ລະຫຼັງໄມມາແທນ