ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ພັນລາວ.ຄອມ » ປະກາດ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ພັນລາວ.ຄອມ » ປະກາດ » ຈຸດຢືນຂອງເວັບພັນລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກ່ອນອື່ນກໍຂໍເລົ່າເລື່ອງປູພື້ນກ່ອນເນາະ ຈຶ່ງບໍສັບສົນວ່າເລື່ອງເປັນມາແນວໃດ

ປະມານ 3 ມື້ກ່ອນໜ້ານີ້ ຂ້າພະເຈົ້າ ສັງເກດເຫັນພຶດຕິກຳການສົ່ງຄຳເຫັນແບບຊ້ຳ ໆ ກັນຂອງສະມາຊິກຄົນນຶ່ງຄື http://punlao.com/Phanuthit/ ເຊິ່ງຈະຂຽນຄຳເຫັນຕາມບ່ອນຕ່າງ ໆ ໂດຍເປັນລັກສະນະຊ້ຳ ໆ ກັນ ເຊັ່ນໃນ:

http://punlao.com/au8ust/link/258/ ສົ່ງວ່າ “ແທ້ຫວາ”
http://punlao.com/au8ust/link/13/ ສົ່ງວ່າ “ຊິຖ້າເບິ່ງ”, “ຂອບໃຈທີ່ແບ່ງປັນ”, “ລະເຮົາຊິໄປຢູ່ໃສ່ຊັ້ນ......ແຮ່ແຮ່ ” ທັງສາມຄຳເຫັນນີ້ສົ່ງມາວັນທີ 19, 21 ແລະ 25 ຕາມລຳດັບ
http://punlao.com/au8ust/link/57/ ສົ່ງວ່າ “ແປກແທ້ນໍ່” ແລະ “ເປັນຕາຢ້ານ” ໃນວັນທີ 20 ແລະ 25 ຕາມລຳດັບ
http://punlao.com/au8ust/link/45/ ສົ່ງວ່າ “ບໍ່ຮູ້”, “ບໍ່ຮູ້ແຕ່ກໍ່ຂອບໃຈເດີ” ແລະ “ຂອບໃຈເດີ” ສົ່ງມາວັນທີ 20, 21 ແລະ 25 ຕາມລຳດັບ

ນອກນັ້ນກໍມີໃນ http://punlao.com/au8ust/link/42/ ແລະ http://punlao.com/au8ust/link/2/ ເຫຼົ່ານີ້ນັບສະເພາະຄຳເຫັນທີ່ທ່ານ “ບ໋ອບ ຄົນສາລະວັນ” ສົ່ງເຂົ້າມາໃນລິ້ງຂອງຂ້າພະເຈົ້າ ຍັງບໍ່ນັບຂອງສະມາຊິກທ່ານອື່ນ ໆ

ເມື່ອເປັນດັ່ງນີ້ ຈຶ່ງຕັດສິນໃຫ້ເປັນການ “ປ້ຳເງິນ” ໂດຍທັນທີ ແລະຖືກຕັດເງິນອອກເຫຼືອ 0. ຫຼັງຈາກນັ້ນບໍ່ດົນ ທ່ານ “ບ໋ອບ ຄົນສາລະວັນ” ກໍໄດ້ສົ່ງຂໍ້ຄວາມຫຼັງໄມມາຫາຂ້າພະເຈົ້າມີເນື້ອໃນວ່າ:



ເຊິ່ງກໍໄດ້ຕອບກັບໄປ ໂດຍມີເນື້ອງໃນດັ່ງລຸ່ມນີ້:



ຫຼັງຈາກນັ້ນກໍມິດໄປເກືອບມື້ນຶ່ງ ແລ້ວທ່ານ “ບ໋ອບ ຄົນສາລະວັນ” ກໍຕອບກັບມາວ່າ....





ຖັດຈາກນັ້ນ ທ່ານ “ບ໋ອບ ຄົນສາລະວັນ” ກໍໄດ້ປ່ຽນຊື່ໂຕເອງເປັນ “ນິນ ຄົນສາລະວັນ” ແຕ່ຂ້າພະເຈົ້າໄດ້ໃຊ້ສິດຂອງຜູ່ເບິ່ງແຍງລະບົບ ຈັດການປ່ຽນຊື່ກັບຄືນໃຫ້ເປັນ “ບ໋ອບ ຄົນສາລະວັນ” ໃຫ້ຕາມເດີມແລ້ວ ສົງໄສເພິ່ນຊິມັກຊື່ແບບຂ້າພະເຈົ້າ. ນອກຈາກຊື່ແລ້ວ ທ່ານ “ບ໋ອບ ຄົນສາລະວັນ” ຍັງໄດ້ແກ້ໄຂໂປຣໄຟລ໌ຂອງຕົນເອງ ໂດຍລຶບຊື່ແລະນາມສະກຸນອອກນຳ ພ້ອມທັງເບີໂທ ຮູບພາບ ແລະຂໍ້ມູນອື່ນ ໆ.

ໂປຣໄຟລ໌ເກົ່າຂອງທ່ານ “ບ໋ອບ ຄົນສາລະວັນ” ນັ້ນ ສາມາດເບິ່ງໄດ້ຈາກ cache ຂອງ Google ເຊິ່ງ Google ປົກກະຕິຈະເກັບຂໍ້ມູນໜ້າເວັບຕ່າງ ໆ ໄວ້ເພື່ອໃຫ້ສາມາດຊອກຫາໄດ້ນັ້ນເອງ ແລະດ້ານລຸ່ມນີ້ຄື cache ຂອງໜ້າໂປຣໄຟລ໌ທ່ານ “ບ໋ອບ ຄົນສາລະວັນ” ກ່ອນທີ່ຈະມີການແກ້ໄຂໂດຍຜູ່ກ່ຽວເອງ:


(ຄລິກເພື່ອເບິ່ງຮູບໃຫຍ່ໄດ້ ຫຼືເບິ່ງຈາກ cache ຂອງ google)

ສຳລັບຕອນນີ້ ໜ້າໂປຣໄຟລ໌ຂອງທ່ານ “ບ໋ອບ ຄົນສາລະວັນ” ກາຍເປັນແບບນີ້ແທນ: http://punlao.com/Phanuthit/. ເມື່ອເຂົ້າໄປເບິ່ງແລ້ວ ຈະພົບວ່າ ຊື່ ນາມສະກຸນ ຂໍ້ມູນຕ່າງ ໆ ຖືກລຶບອອກໄປແລ້ວ ກໍບໍ່ຮູ້ວ່າ ທ່ານ “ບ໋ອບ ຄົນສາລະວັນ” ຈະລຶບໄປເຮັດຫຍັງ ຖ້າໂຕເອງບໍ່ໄດ້ເຮັດຫຍັງຜິດ ກໍບໍ່ມີເຫດຜົນຫຍັງຈະລຶບ.

ຮູ້ມາວ່າທ່ານ “ບ໋ອບ ຄົນສາລະວັນ” ຮຽນຢູ່ດານັງ ປະເທດຫວຽດນາມ ການສຶກສາຄົງຈະສູງຢູ່ບໍ່ໜ້ອຍ ກໍບໍ່ຮູ້ວ່າ ເປັນຫຍັງຕ້ອງໃຊ້ຄຳເວົ້າແບບນີ້. ຂ້າພະເຈົ້າເອງຍັງບໍ່ຈົບ ມ. 6 ເທື່ອເພາະເປັນຄົນຮຽນອ່ອນ ຈຶ່ງອອກໂຮງຮຽນໃນຂະນະທີ່ຢູ່ ມ. 6 ແລະບໍ່ໄດ້ໄປສຶກສາຕໍ່ທີ່ຕ່າງປະເທດຄືກັບທ່ານ “ບ໋ອບ ຄົນສາລະວັນ” ກໍບໍ່ຈຳເປັນຈະຕ້ອງເວົ້າກັນດ້ວຍຖ້ອຍຄຳຫຍາບຄາຍແກມຂົ່ມຂູ່ແບບນັ້ນ.

ປະມານ 10 ນາທີຫຼັງຈາກທີ່ຂ້າພະເຈົ້າຂຽນກະທູ້ນີ້ ກໍໄດ້ຮັບອີເມລອີກສະບັບນຶ່ງສົ່ງມາວ່າ:



ເຊິ່ງກໍໄດ້ຕອບເພິ່ນໄປທາງອີເມລແລ້ວ... ອັນທີ່ຈິງ ອີເມລ du_me_thangnin@yahoo.com ນັ້ນບໍ່ມີແທ້ດອກ ເມລຂອງທ່ານບ໋ອບ ແທ້ຈິງແລ້ວໃຊ້ boy_trai_86@yahoo.com ຕ່າງຫາກ. ກໍບໍ່ຮູ້ເປັນຫຍັງສົ່ງມາເປັນຄົນລະເມລກັນ; ສ່ວນໃນໂປຣໄຟລ໌ຕອນນີ້ກໍປ່ຽນອີເມລແລ້ວເຊັ່ນດຽວກັນ, ຫຼືບາງທີ ຊື່ອີເມລອາດເປັນພາສາຫວຽດມີຄວາມໝາຍບາງປະການ?


ອັນທີ່ຈິງແລ້ວ ກ່ອນໜ້າເຫດການນີ້ກໍມີເລື່ອງອື່ນ ໆ ຂອງທ່ານ “ບ໋ອບ ຄົນສາລະວັນ” ນຳ ເຊັ່ນການສ້າງກະທູ້ ແລະໄດອາຣີ່ຂຶ້ນມາຕິດ ໆ ກັນຫຼາຍ ໆ ອັນ ແລ້ວລຶບອອກ ແຕ່ຢ່າລືມວ່າ ສຳລັບກະທູ້ໃນເວັບບອດນັ້ນ ບໍ່ສາມາດລຶບເອງໄດ້ ຈຶ່ງເປັນຫຼັກຖານເຫຼືອຢູ່ດັ່ງລຸ່ມນີ້:



ພາຍຫຼັງທາງທີມງານກໍໄດ້ຍົກເລີກສະຖານະສະມາຊິກຊົ່ວຄາວໃຫ້ກັບທ່ານ “ບ໋ອບ ຄົນສາລະວັນ” ເພື່ອເປັນການແຈ້ງເຕືອນ. ເຊິ່ງທ່ານ “ບ໋ອບ ຄົນສາລະວັນ” ເອງກໍໄດ້ຕິດຕໍ່ມາຫາທາງທີມງານ ໂດຍລະບຸວ່າ:



ຕໍ່ມາ ທີມງານກໍໄດ້ເປີດໃຫ້ສາມາດໃຊ້ງານໄດ້ດັ່ງເດີມ ແຕ່ກໍປາກົດມີເຫດການທີ່ໄດ້ເລົ່າໄປແລ້ວໃນຂ້າງຕົ້ນ ກ່ຽວກັບເລື່ອງສົ່ງຄຳເຫັນຊ້ຳ ໆ ແລະເລື່ອງກ່າວຄຳຫຍາບຄາຍພ້ອມກັບຂູ່ດ້ວຍຫວ້ານສາລະວັນ ເຊິ່ງຂ້າພະເຈົ້າກໍບໍ່ຮູ້ດອກວ່າຫວ້ານມີແທ້ບໍ່ ແລະເປັນແນວໃດ ເພາະໂດຍສ່ວນຕົວແລ້ວ ເຫັນວ່າ ຖ້າຫາກຮູ້ພຽງວັນເດືອນປີເກີດແລ້ວ ຈະສາມາດເຮັດອັນຕະລາຍໃຫ້ບຸກຄົນອື່ນໄດ້ນັ້ນ ປານນີ້ພວກອີຣັກຄືຊິມາຂໍວິຊາຫວ້ານນຳທ່ານ “ບ໋ອບ ຄົນສາລະວັນ” ເພື່ອໄປຈັດການກັບສັດຕູຂອງຕົນແລ້ວລະເນາະ.



ກໍໄດ້ເລົ່າເຫດການມາຍາວຫຼາຍແລ້ວ ເຊິ່ງທີ່ເລົ່າມານີ້ກໍເພື່ອໃຫ້ເຫັນເປັນກໍລະນີຕົວຢ່າງ ກ່ຽວກັບບັນຫາ “ເງິນປອມ” ຂອງເວັບໄຊພັນລາວ. ໃນຄວາມຈິງນັ້ນ ທຳອິດແລ້ວເງິນພັນລາວເປັນພຽງສ່ວນປະກອບນຶ່ງ ໃຫ້ສະມາຊິກໄດ້ສະສົມຄະແນນເພື່ອໃຊ້ໃນກິດຈະກຳຕ່າງ ໆ ແຕ່ເກີດມີບັນຫາດ້ານຄວາມພ້ອມ ເພາະທີມງານພວກເຮົາຂາດບຸກຄະລາກອນ ແລະງົບປະມານໃນການພັດທະນາເວັບໄຊ ເພື່ອຮອງຮັບກັບແຜນທີ່ວາງໄວ້.

ທີ່ຜ່ານມາໄດ້ມີສະມາຊິກຈຳນວນນຶ່ງ ພະຍາຍາມຫຼາຍວິທີທາງທີ່ຈະເຮັດໃຫ້ເງິນ(ປອມ)ໃນພັນລາວຂອງຕົນນັ້ນ ມີ “ຕົວເລກ” ສູງຂຶ້ນ ໂດຍບໍ່ສົນໃຈກົດລະບຽບທີ່ທາງເວັບໄຊໄດ້ວາງອອກ. ເມື່ອມີການລະເມີດເກີດຂຶ້ນ ກໍໄດ້ແຈ້ງເຕືອນ ບາງຄົນກໍຮັບຟັງແລະປະຕິບັດ ອັນນີ້ກໍຂໍຊົມເຊີຍ. ແຕ່ບາງພາກສ່ວນກໍຍັງດື້ຢູ່ ບໍ່ຍອມປະຕິບັດຕາມ ກໍມີບາງສ່ວນທີ່ອອກຈາກເວັບໄປ ເພາະບໍ່ສາມາດເຂົ້າກັນໄດ້ ບາງພາກສ່ວນກໍຍັງຢູ່ເຖິງແມ່ນວ່າຈະປະພຶດລະເມີດກົດລະບຽບກໍຕາມ.

ການປ້ຳເງິນໃນພັນລາວນີ້ ມັນກໍບໍ່ໄດ້ເດືອດຮ້ອນຫຍັງຫຼາຍດອກ ຖ້າຫາກວ່າມັນບໍ່ໄປລົບກວນສະມາຊິກຄົນອື່ນ ເຊັ່ນວ່າ ບາງທ່ານເມື່ອຮູ້ວ່າ ຂຽນໄດອາຣີ່, ແບບສຳຫຼວດ, ຕັ້ງກະທູ້, ຕອບຄຳເຫັນ ແລ້ວໄດ້ເງິນພັນລາວ ກໍພາກັນໄປຂຽນໄດອາຣີ່ຕິດ, ແບບສຳຫຼວດ, ກະທູ້ໃນເວັບບອດຕິດ ໆ ກັນ ຈົນກາຍເປັນການ “ຖົມ” ບົດເລື່ອງຂອງຄົນອື່ນທີ່ສົ່ງເຂົ້າມາ. ການຂຽນຄຳເຫັນກໍເຊັ່ນດຽວກັນ ບາງທ່ານພຽງຕ້ອງການປ້ຳເງິນ ກໍໄປຂຽນຄຳເຫັນສັ້ນ ໆ ບາງຄົນບໍ່ຂຽນຫຍັງເລີຍ ໃຊ້ແຕ່ຮູບ emoticon ຢ່າງດຽວຈົບ ບໍ່ມີເນື້ອໃນຫຍັງ.

ການປະພຶດໃນລັກສະນະຂ້າງເທິງ ຈະພາໃຫ້ເວັບໄຊພັນລາວກາຍເປັນເວັບໄຊທີ່ບໍ່ມີສາລະປະໂຫຍດຫຍັງເລີຍ. ຄົນທີ່ຕັ້ງໃຈຂຽນໄດອາຣີ່ ແບ່ງປັນເລື່ອງດີ ໆ ຜັດມີຄົນມາຕອບວ່າ “ແມ່ນຫວາ”, “ຂຽນຍາວແທ້”, ຫຼືຊ້ຳຮ້າຍກໍຕອບວ່າ “ ” ແບບນີ້ແລ້ວ ຖ້າບໍ່ມີການຫ້າມປາມ ບໍ່ມີການໃຊ້ກົດລະບຽບຂໍ້ບັງຄັບ ທ່ານຄຶດວ່າພັນລາວໃນອະນາຄົດ ຈະມີຮູບຮ່າງແບບໃດ?


ໃນໄວ ໆ ນີ້ ຈະອອກແບບສຳຫຼວດພິເສດມາ ເພື່ອລົງຄະແນນກັນວ່າ ຕ້ອງການໃຫ້ລະບົບ “ເງິນພັນລາວ” ຢູ່ ຫຼືໄປ.

ປ.ລ. ທ່ານໃດຢາກເຫັນຮູບຫຼໍ່ ໆ ຂອງທ່ານ “ບ໋ອບ ຄົນສາລະວັນ” ສາມາດເບິ່ງໄດ້ທີ່ http://img.laoupload.com/images/vx1es95l1oektxsx.jpg

ປ.ລ. 2. ຂະນະທີ່ກຳລັງຂຽນກະທູ້ນີ້ຢູ່ນັ້ນ ທ່ານ “ບ໋ອບ ຄົນສາລະວັນ” ກໍໄດ້ສະໝັກສະມາຊິກມາໃໝ່ ໂດຍໃຊ້ຊື່ http://punlao.com/CB7/ ແລະອີເມລ cbobit7@yahoo.com (ສົງໄສຫາກໍໄປຕັ້ງມາໃໝ່) ສະໝັກເຂົ້າມາ ພ້ອມທັງໄປຂຽນຄຳເຫັນໃນໂປຣໄຟລ໌ຂອງສະມາຊິກ “ທິດຝອຍ” ວ່າ “ເຈົ້າຢາກຕາຍບໍ ? ບໍ່ເຊື່ອຢ່າລົບລູ່ແມ ຈັກຫນອ່ຍຖືກຫວ້ານຕາຍບໍ່ຮູ້ເມື່ອ” ແຕ່ຕອນນີ້ ທາງເວັບໄດ້ຍົກເລີກໂປຣໄຟລ໌ໃຫມ່ຂອງທ່ານ “ບ໋ອບ ຄົນສາລະວັນ” ໄປກ່ອນແລ້ວ ເນື່ອງຈາກລະເມີດກົດຂອງເວັບ ແລະກຳລັງຢູ່ໃນລະຫວ່າງການຖືກແບນ.

ປ.ລ.3. ທ່ານ “ບ໋ອບ ຄົນສາລະວັນ” ໄດ້ສະໝັກມາອີກຄັ້ງເປັນຮອບທີ່ 3 ເປັນ http://punlao.com/DuMe ແລະໃຊ້ຊື່ຫຍາບຄາຍ ແຕ່ຖືກ censor ໂດຍອັດຕະໂນມັດຈາກລະບົບ.


ປ.ລ.4. ຫຼ້າສຸດທາງທ່ານ “ບ໋ອບ ຄົນສາລະວັນ” ກໍໄດ້ສົ່ງອີເມລມາຂໍໂທດກັບທາງທີມງານແລ້ວ ໂດຍມີເນື້ອຫາດັ່ງລຸ່ມນີ້:



ຂ້າພະເຈົ້າເອງກໍໄດ້ແຈ້ງຕອບກັບໄປແລ້ວວ່າ ໃຫ້ສະໝັກເປັນຊື່ໃໝ່ ກໍແລ້ວກັນໄປ ສ່ວນຄັ້ງນີ້ຂໍສະຫງວນໄວ້ເປັນກໍລະນີຕົວຢ່າງ ເຊິ່ງກໍຫວັງວ່າຈະບໍ່ມີອີກໃນອະນາຄົດ.

ສຸດທ້າຍນີ້ ຂໍລັອກກະທູ້ນີ້ໄວ້ບໍ່ໃຫ້ຕໍ່ຄວາມຍາວໄປ ເພາະປິດຄະດີແລ້ວ ຈົບຂ່າວ.


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຢ້ານແທ້ຫົວໜ້າ

<-----ຄົນໃຈດີແຟນຄລັບ

໑ ກະທູ້
໑໗໓ ໂພສ
ນັກການກະທູ້
ໂຫໆ.. ອ້າຍນິນ ເປັນຫົວໜ້າເວັບມັນຍາກລຳບາກເນາະ... ມີແຕ່ຄົນບໍ່ເຂົ້າໃຈ ຕັດເອົາເງິນພັນລາວອອກສະ ມັນເປັນຕົ້ນເຫດ ເອົາອັນອື່ນມາໃສ່ແທນ


໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ເປັນຕາອີ່ຕົນນິນນໍ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຫຍັງດອກຫົວໜ້າເອົາໃຈຊ່ວຍເດີເຂົ້າຂ້າງຄົນດີສະເໝີໃຈດີສູ້ເສືອຫວ້ານຫັ້ນຂົນມາຫຼາຍໆໂລດເອົາມາຕຳແຈ່ວປັນກັນກິນ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ລະຄືຈຸດຢືນພັນລາວ ໂດນໄປອີກແລ້ວ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີການຫຼີ້ນຫວ້ານອີກຊ້ຳ ມັນໝົດຍຸກລະຕີ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ບໍ່ເຊື່ອແຕ່ຢ່າຫລົບຫລູ່ເກີນໄປເດີພີ່ນອ້ງ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃຜຫວາບໍຢ້ານຫວ້ານ ຂອງແບບນີ້ຖືກແບບບໍ່ຮູ້ເມື່ອຕົວເດີ ແຕ່ຂອ້ຍເອງກະຍັງຢ້ານ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານເຮັດຫຍັງຫວ້ານ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເປັນຄົນລາວແທ້ຯກະຍັງມາເຮັດກັນແບບນີ້ເນາະ ບໍ່ໜ້າເຊື່ອເລີຍ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃຜຢາກເຮັດໂທມາທາງນີ້ ໃຫ້ເຮັດຟຮີ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປເບີ່ງຄຳເຫັນໃນໂປຟາຍຂ້ອຍນຳກັນພີ່ນ້ອງ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ ເຈັບຕັບ

ລະບົບເພິ່ນຊ່າງເທບ


ທ້າວທອງໃສ

໖ ກະທູ້
໑໐໖ ໂພສ
ນັກການກະທູ້
ລົງໂທດຕາມກົດ!!


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດເວບໃຊ້ຫລືບໍລິການໃດກະຢ່າທີ່ມີສ່ວນກ່ຽວຂ້ອງກັບຄົນຈຳນວນຫລາຍຕະຫລອດເວລາ ປະຕິເສດບໍ່ໄດ້ທີ່ຈະເຈິກັບຄົນໂລກຈິດ ເຈົ້າຂອງເວບຕ້ອງທຳໃຈ
ປະຕິບັດຕາມກົດບໍ່ຫວັ່ນໃຫວຫຼືໃຫວຫວັ່ນຕໍ່ເຫດການແບບນີ້....

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຫວ້ານສະລາວັນນິເປັນຈັ່ງໃດ? ຂອງຫວາ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ວ່າຊິຫວ້ານສາລະວັນ,ຫວ້ານວຽງຈັ, ຫວ້ານສະຫວັນ ຫລື ຫວ້ານໃດໆ ກະຄືກັນຫັ້ນລະດ່ຽວ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໙໙ ໂພສ
ນັກການກະທູ້
ມັນຫ້ຽນໄດ້ໃຈຂະໜາດ 5555555555+

Your life would suck without me. LaoMac.net
Macbook Pro 15.4/CTO redesign late 2008
2.8GHz Intel Core 2 Duo processor with 6MB shared L2 cache 1066MHz frontside bus
4GB (two 2GB SO-DIMMs) of 1066MHz DDR3 SDRAM
320GB Serial ATA @ 5400
NVIDIA GeForce 9600M GT 512MB of GDDR3/GeForce 9400M 256MB of DDR3 SDRAM

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຮູ້ແຕ່ຫວ້ານຫາງແຂ້ ກັກໆໆໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ເປັນຕາອີ່ຕົນຫົວໜ້າ ເປັນຄົນລາວແທ້ຯກະຍັງມາເຮັດກັນແບບນີ້ເນາະ ຂໍເອົາໃຈຊ່ວຍ.....sou sou

>>>ຟ້າຍ່ອມມີມື້ປ່ຽນສີ ^_^*

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ມະຫາຫ້ຽນ
ໂຄດກວນລືຍ

M99NOY

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ບໍ່ຣູ້ເລີຍວ່າ ຊຽນຄຳລົງຫຼາຍ ໆ ກໍມີເງຶນໃຊ້ນຳ ສົງສັຍແລະບໍ່ເຂົ້າໃຈວ່າ ທ່ານບ໋ອບ ຄົນສາລະວັນ ຜຶດແນວໃດ ໄຜຊ່ວຍອະທຶບາຍໃຫ້ຂ້ອຍຟັງແນ້


໖ ກະທູ້
໑໐໖ ໂພສ
ນັກການກະທູ້
ເວົ້າກັນບໍ່ຮູ້ເລື້ອງລະນິ ເພື່ອຄວາມສະບາຍໃຈຂອງສະມາຊິກພັນລາວຂໍໃຫ້ທີມງານແບນຊົ່ວຄາວກ່ອນສະ ບໍ່ຊັ້ນຜູ້ກ່ຽວກະຊິຕໍແຍຢູ່ບໍ່ແລ້ວແນວນີ້ລະ ຜິດບໍ່ຍອມຮັບຜິດ ເວົ້າບໍ່ຮູ້ພາສາຄົນລະນິນະ


໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ໂມໂຫພາໂຕຕົກຕ່ຳຜິດເລັກເບົາຫນອ້ຍກະໃຫ້ອະໄພກັນເຮົາຄົນລາວດ້ວຍກັນ


໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ຄືຊິແມ່ນຄຽດແຮງ ເບິ່ງຮູບຫັ້ນຫົວກະຄືວ່າບໍ່ທັນລ້ານນາ...ຄືວ່າມາໃຈນ້ອຍແທະ ອິໆໆ ( ເວົ້າຫລິ້ນຊື່ໆເດີ້ ຢ່າໃສ່ຫວ້ານຂ້ອຍເດີ້ ອານາຄົດຂ້ອຍຍັງໄກ ຍັງຮຽນບໍ່ທັນຈົບເທື່ອຊຳ້ ບໍ່ຢາກຕາຍ ) ອິໆໆໆ


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ພາສາບອກຊາດ ມາລະຍາດບອກຕະກຸນເດີ ພີ້ນ້ອງພັນລາວທຸກຄົນ ເປັນຄົນລາວຄືກັນມີຫຍັງກະເວົ້າກັນດີໆເດີ


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ໃຫ້ກຳລັງໃຈ ຝ່າຍ ເວ້ບມາສເຕີ້ ເດ້ ,, ເປ້ນໄປຕາມກົດ ຫລະ ດີແລ້ວ ຫວ້ານສາລະວັນ ນະ ມາຫາ ຂ້ອຍ ເດ້ ຂ້ອຍ ຈະ ໄດ້ບອກ ໃຫ້ ຊາວ ອິຮັກ ບໍ່ຕ້ອງມີ ລະເບີດ ພລີຊີບ (ໂສຕາຍ ) ເອົາ ມາຂາຍ ໃຫ້ ແດ່ ເດ້ ,,,,ມັນຈັ່ງບໍ່ໄດ້ຍາກຄົນ ອ່ືນ ເຂົາ ,,,,5555555++++ ແລ້ວຂ້ອຍ ຈະໄດ້ຟ້າວກັບ ບ້ານ ,,,, ແລ້ວ ຫນັງສືພີມ ຈະໄດ້ລົງຂ່າວ ວ່າ ສົງຄາມ ອິຮັກ ສະຫງົບ ເພາະ ຫວ້ານ ສາລະວັນ ,,,, ແລ້ວ ເຂົາ ອາດຈະໃຫ້ ຄຳຊົມເຊີຍ ໃຫ້ ທ່ານ ປ໋ອບ ສາລະວັນ ເດ້ ,,,,5555555+++++++

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວເຈົ້າຮູ້ໄດ້ແນວໃດວ່າເປັນ ຜູ້ນັ້ນທີ່ຕັ້ງເຂົ້າມາໃໝ່
ທັ້ງໆທີ່ປ່ຽນຊື່ລະ
ແລ້ວຄົນທີ່ຕັ້ງກະຫຼາຍຄືຮູ້ວ່າແມ່ນລາວ ເກັ່ງແທ້ນໍ້

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວູ້ຯຯຯຯຯ

ອ່ານລະກາເຈັບໝາກໄຂ່ຫລັງເບື້ອງຊ້າຍກັບບາດ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>