ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ພັນລາວ.ຄອມ » ປະກາດ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ພັນລາວ.ຄອມ » ປະກາດ » ຂໍປະຈານທ່ານ Santii ນັກສຶກສາລາວທີ່ປະເທດຈີນ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ນີ້ເປັນອີກຄັ້ງນຶ່ງທີ່ເວັບໄຊພັນລາວຖືກກໍ່ກວນໂດຍບຸກຄົນບໍ່ຫວັງດີ ຄົນເຫຼົ່ານີ້ເປັນຄົນມີການສຶກສາ ແຕ່ມາລະຍາດຜັດວ່າຕ່ຳຕິດດິນ ປານດັ່ງຂີ້ຕົມໃນຍາມຝົນສະນັ້ນ

ເລື່ອງທີ່ຂ້າພະເຈົ້າໃນຖານະຂອງທີມງານຈະມາປະກາດໃນມື້ນີ້ ກໍຄື ການກະທຳຂອງທ່ານ Santii ເຊິ່ງໄດ້ຮັບຂໍ້ມູນມາໄລຍະນຶ່ງແລ້ວ ແຕ່ທາງທີມງານກໍບໍ່ໄດ້ຖືຊາຫຍັງ ໄດ້ປ່ອຍໂອກາດໃຫ້ກັບໂຕກັບໃຈປ່ຽນນິໄສ ແຕ່ແນວໃດທ່ານ Santii ກໍຍັງບໍ່ຍອມປ່ຽນ ແລະຍັງສືບຕໍ່ສ້າງຄວາມປັ່ນປ່ວນຢູ່ຢ່າງບໍ່ຢຸດ ໂດຍກໍລະນີຫຼ້າສຸດແມ່ນການໄປປອມໂຕເປັນສະມາຊິກຄົນນຶ່ງຄື http://punlao.com/OB/

ການປອມໂຕແມ່ນ http://punlao.com/Santii/ ໄປກັອບຂໍ້ມູນ ຮວມເຖິງຮູບຕ່າງ ໆ ໃຫ້ເປັນແບບດຽວກັບ http://punlao.com/OB/ ຈົນຕອນນີ້ສະມາຊິກ OB ໄດ້ປ່ຽນຮູບແລະປ່ຽນການຕັ້ງຄ່າໂປຣໄຟລ໌ໃຫ້ເປັນແບບສ່ວນໂຕແທນ (ໝາຍຄວາມວ່າ ຖ້າທ່ານຄລິກເຂົ້າໄປເບິ່ງໂປຣໄຟລ໌ Santii ຈະເຫັນເປັນໂປຣໄຟລ໌ຂອງ OB ແທນ ເຊິ່ງເປັນຄົນລະຄົນກັນ ຖ້າຕ້ອງການເບິ່ງໂປຣໄຟລ໌ເກົ່າຂອງທ່ານ Santii ກະລຸນາເບິ່ງໄດ້ຈາກ cache ຂອງ google)

ທາງທີມງານເອງເມື່ອຮູ້ດັ່ງນັ້ນກໍບໍ່ໄດ້ປ່ອຍປະລະເລີຍແຕ່ຢ່າງໃດ ໄດ້ຈັດການຍົກເລີກສະຖານະສະມາຊິກຂອງທ່ານ Santii ແລະປາກົດວ່າ ທ່ານ Santii ໄດ້ສະໝັກມາໃນຊື່ໃໝ່ຄື http://punlao.com/SantiiODM/ ເຊິ່ງທີມງານກໍຈັດການຍົກເລີກສະຖານະສະມາຊິກໄວ້ອີກຮອບ ເນື່ອງຈາກຍັງມີຄະດີທີ່ຍັງບໍ່ແລ້ວເທື່ອ. ຕໍ່ມາ ທ່ານ OB ກໍໄດ້ຂຽນໄດອາຣີ່ ເພື່ອບອກກ່າວເຖິງຄວາມເປັນໄປ ສາມາດອ່ານໄດ້ຈາກ http://punlao.com/OB/diary/8099/.

ເມື່ອທາງທ່ານ Santii ຮູ້ວ່າຕົນບໍ່ສາມາດເຂົ້າໃຊ້ໂປຣໄຟລ໌ຕົນເອງໄດ້ ຈຶ່ງຂຽນຂໍ້ຄວາມມາຫາທີມງານໂດຍມີເນື້ອໃນດັ່ງລຸ່ມນີ້...



ນີ້ຄືການກະທຳຂອງນັກສຶກສາລາວຢູ່ປະເທດຈີນຄົນນຶ່ງ ທີ່ສະແດງອອກເຖິງຮາກເຫງົ້າຂອງຕົນໄດ້ເປັນຢ່າງດີ. ຈາກເຫດການທີ່ຜ່ານມາຫຼາຍຄັ້ງ ທາງທີມງານສັງເກດວ່າ ບຸກຄົນທີ່ມັກສ້າງບັນຫາມັກຈະແມ່ນນັກສຶກສາລາວ ທີ່ມີຖິ່ນກຳເນີດຢູ່ພາກໃຕ້ ແລະໄດ້ມີໂອກາດໄປສຶກສາຕໍ່ຢູ່ຕ່າງປະເທດ ບໍ່ວ່າຈະເປັນຫວຽດນາມ ຫຼືປະເທດຈີນ ເຊິ່ງກໍຫວັງເປັນຢ່າງຍິ່ງວ່າ ຈະມີເປັນສ່ວນໜ້ອຍ ບໍ່ແມ່ນທັງໝົດເນາະ...

ໃນກະທູ້ນີ້ ຈຶ່ງຂໍປະຈານພຶດຕິກຳເສຍ ໆ ຂອງທ່ານສັນຕິ (ເພິ່ນຢູ່ຈຳປາສັກ ແລະກຳລັງຮຽນຢູ່ປະເທດຈີນ) ອີກຄັ້ງນຶ່ງ ຂໍໃຫ້ຢ່າໄດ້ເອົາເປັນແບບຢ່າງຕໍ່ໜ້າສືບໄປອີກເລີຍ.

ຂ້າພະເຈົ້າຕັ້ງໃຈສ້າງເວັບນີ້ມາ ເພື່ອໃຫ້ເປັນບ່ອນແລກປ່ຽນຄວາມເຫັນ ແລະໄດ້ຮູ້ຈັກກັບຄົນລາວນຳກັນທີ່ມີຢູ່ທົ່ວໂລກ ບໍ່ໄດ້ສ້າງມາໃຫ້ເປັນເວັບສຳລັບໂຈມຕີ ຫຼືປອມໂຕເປັນໃຜທັງສິ້ນທັງປວງ. ການສ້າງເວັບນີ້ ກໍບໍ່ໄດ້ງ່າຍ ຕ້ອງໃຊ້ເວລາ ແລະທຶນຮອນຫຼາຍ ໂດຍໂຕຂອງຂ້າພະເຈົ້າເອງກໍບໍ່ໄດ້ມີລາຍໄດ້ຫຍັງກັບມັນເລີຍ ແຕ່ສ້າງເພື່ອໃຫ້ເປັນຂອງພວກເຮົາຄົນລາວທຸກຄົນ. ທາງທີມງານ ຮວມເຖິງຂ້າພະເຈົ້າ ກໍມີພຽງແຕ່ເບິ່ງແຍງຄວາມເປັນລະບຽບຮຽບຮ້ອຍ ແລະຮັກສາກົດຕ່າງ ໆ ເພື່ອໃຫ້ພາຍໃນເວັບ ມີຄວາມເປັນລະບຽບຮຽບຮ້ອຍນັ້ນເອງ.

ເຖິງປານນັ້ນແລ້ວ ກໍຍັງມີກຸ່ມບຸກຄົນບາງຄົນ ທີ່ບໍ່ໄດ້ຮູ້ສຶກຮູ້ສາຫຍັງເລີຍໃນຄວາມຍາກລຳບາກຂອງການສ້າງພັນລາວ ເພື່ອໃຫ້ທຸກຄົນໄດ້ໃຊ້ລ້າ ໆ ແລະທີມງານກໍຕ້ອງມາເສຍຄວາມຮູ້ສຶກເພື່ອຮັບຟັງຄຳດ່າຂອງນັກສຶກສາ ທີ່ມີອາການປານດັ່ງຄົນບໍ່ມີການສຶກສາເຫຼົ່ານີ້ຢູ່ເປັນປະຈຳ.

ກໍຫວັງວ່າ ຄັ້ງນີ້ຈະເປັນຄັ້ງສຸດທ້າຍ ທີ່ຈະໄດ້ກ່າວຕັກເຕືອນບັນດານັກສຶກສາ ທີ່ອົດສາໄດ້ມີໂອກາດໄປຮຽນຕ່າງປະເທດ ແຕ່ຜັດວ່າມີຈິດຕົກຕ່ຳເຖິງປານນີ້.

ຫຍໍ້ໜ້າສຸດທ້າຍ ຢາກຈະຝາກບຸກຄົນທີ່ມັກສ້າງຄວາມເດືອດຮ້ອນວ່າ “ຖ້າຄຶດຫຍັງສ້າງສັນບໍ່ເປັນ ກໍຢ່າໄປຄຶດຫຍັງເລີຍ ນອນລ້າ ໆ ດີກວ່າທ້ອນ ທ່ານເອີຍ”


໑ ກະທູ້
໑໑໖ ໂພສ
ນັກການກະທູ້
ກົດ ຕ້ອງເປັນກົດ

ສັດໂລກ ຍ່ອມເປັນໄປຕາມກຳ

໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ມາເປີດກະທູ້

ຕັ້ງເປັນຕາໜ່າຍເນາະຄົນພວກນີ້

ອັນເວົ້າວ່າເວບນີ້ຫ່ວຍໆ

ຄົນຫ່ວຍໆກາຍັງເຂົ້າມາຫຼິ້ນເສີຍ

ກໍ່ກວນຄົນອື່ນເຮັດຫຍັງ

ເພິ່ນສ້າງໃຫ້ໄວ້ເພື່ອແລກປ່ຽນຄວາມຄິດເຫັນຕ່າງໆ

ລະເຮົາກໍ່ບໍ່ໄດ້ໄປເສຍເງິນນຳເພິ່ນ

ແມ່ນຄວາມອ້າຍຫັນລະ ສ້າງມາລະມາເຮັດໃຫ້ເສຍກຳລັງໃຈ



ອ້າຍນີນນນນນນນສູ້ໆໆໆໆໆໆໆໆໆໆໆໆໆ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ທ້າວ ເອມາຕັດໜ້າ ກ່ອນຊ້ຳເນາະ ບໍ່ທັນໄດ້ເປີດຊ້ຳ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຊົມເຊີຍການເອົາໃຈໄສ່ເບິ່ງແຍງເວັບບອດຂອງ au8ust ເດີ້ . . . ຢາກຊ່ວຍຢູ່ ແຕ່ບໍ່ມີຄວາມຮູ້ ຂໍເປັນກຳລັງໃຈເອົາສະເນາະ ອິອິອິ


໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ເປັນເຖິງນັກຮຽນທີ່ໄດ້ໂອກາດໄປສຶກສາຢູ່ຕ່າງປະເທດ ບໍ່ໜ້າເຊື່ອວ່າຈະມີພຶດຕິກັມຄືກັບວ່າບໍ່ໄດ້ຮັບການສຶກສາເລີຍ. ຖ້າໄປຮຽນທຶນຣັຖບາລ ນີ້ເປັນການສ່ອງແສງໃຫ້ເຫັນເຖິງຈຸດອ່ອນໃນການຄັດເລືອກຜູ້ທີ່ມີຄຸນສົມບັດທີ່ເໝາະສົມຂອງຄນະກັມມະການຄັດເລືອກກໍວ່າໄດ້.


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຕິດບ້ວງແຫ ລະບາດນິ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
เหีแนวนี้กะมีน้ออ้ายน้อ
ขอโทษที้เขียนลาวบ่อได้เด้อ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ติดบวงแห หรือติดหนี้ DIOW

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຕິດອິສັງເຈົ້າ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ກໍພິນິຈພິຈາຣະນາຕາມອາກນຊື່ ໆ! ຢ່າຄິດໄປໄກຫລາຍ


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ຈັງແມ່ນບໍ່ດີ ຢາກເຫັນໜ້າເດ ຜູ້ຊື່ ສັນຕິ ນິ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ໂລກນີ້ຕັ້ງປາສະຈາກ "ຫ້ຽນ" ບໍ່ໄດ້

M99NOY

໗ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ຂ້າພະເຈົ້າບໍ່ກ່ຽວເດີ້ ເເຕ່ມີລາງສັງຮອນວ່າຄົນເເຖວປະເທດຕ້າລີກໍາລັງຖືກຂອງເຮີເຮີ

i did it all to my own , turned a chair to a thrown ,i'm a KING in this world

໓ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ສັງຄົມກວ້າງເທົ່າໃດ ການແບ່ງແຍກ ຄວາມຂັດແຍ່ງ ກໍ່ຍິງມີຫລາຍເທົ່ານັ້ນ
ແຕ່ເຮົາຄົນລາວນຳກັນ ຄວນສາມັກຄີ ແລະ ຮັກແພງກັນໄວ້ໃຫ້ຫລາຍໆ...


໒ ກະທູ້
໒໒໑ ໂພສ
ນັກການກະທູ້
umm ..wa sun jung man lao


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອຍ ເມື່ອຍໃຈນຳເດ ເຈັບຕັບອີກເທື່ອຫນຶ່ງ
ນິນເອີຍ.....
ກຳ......

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ຂໍຂອບໄຈນຳທີມງານ ພັນລາວທຸກຄົນ


໙ ກະທູ້
໒໘໘ ໂພສ
ນັກການກະທູ້
ກະແສ...ກວນເມືອງກຳລັງມາແຮງ - -1
ສ້າງກະແສປ້ຳເງີນກະມີແລ້ວ,ສ້າງກະແສແອບອ້າງກະມີມາລ່າສຸດ...
ຕໍ່ໄປຈະມີຄົນປະເພດໃດອີກນໍ???

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ກໍ່ກວນຄົນອື່ນແບບນີ້ແລ້ວທ້າວສັນຕິເພີ່ນໄດ້ຫຍັງຂື້ນມາເດນໍ
ບໍ່ເຂົ້າໃຈນຳລາວເລີຍ ປານນັ້ນຊື່ສັນຕິ ບໍ່ສົມຊື່ເລີຍ


໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ດຽວນີ້ຮູ້ສຶກວ່າເກີດປາກົດການແບບນີ້ຕະຫຼອດນໍ້
ແນວໃດກະມີ ອີຕົນເຈົ້າຂອງເວັບເດ້ ຖືກດ່າຕະຫຼອດ ອົດສາສ້າງເວັບນີ້ມາໂດຍເສຍສະຫລະເງິນສ່ວນຕົວຕົນເອງ ບໍໄດ້ຮັບຜົນກຳໄລອີຫຍັງ
ເຮັດດີປານນີ້ກະຍັງມີຄົນມາດ່າ ຕະຫຼອດ
ເມື່ອຍແທນ



໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຄົນເຮົານະ ຊິເຮັດດີປານໃດກະຊ່າງ ບໍ່ດີປານໃດກະຊ່າງ ກະມີທັງຖືກຊົມຖືກດ່າດ້ວຍກັນ ແຕກຕ່າງຢູ່ບ່ອນວ່າຈະຊົມຫລືດ່າ ໜ້ອຍຫລືຫຼາຍເທົ່ານັ້ນ
ມີສິງດຽວກະຄືຄວາມອົດທົນ
( ຊິອົດໄປຮອດໃສລະ ເມື່ອຍອົດກະຊິດ່າກັບເທົ່ານັ້ນລະ ) ແຮະໆໆ
ສູ້ໆເດີ ນິນ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
@ETarBank <<<<<<<<

ມີສິງດຽວກະຄືຄວາມອົດທົນ ( ຊິອົດໄປຮອດໃສລະ ເມື່ອຍອົດກະຊິດ່າກັບເທົ່ານັ້ນລະ ) ແຮະໆໆ
ສູ້ໆເດີ ນິນ


ໂອ໋ຍ...ຈັງແມ່ນຖືກໃຈແທ້ເດ່ປະໂຫຍກດັ່ງກ່າວ....ອາລົມຂ້ອຍກຳລັງເປັນແບບນັ້ນແລະ,ອົດຯຯອົດທົນ
ອົດທົນຈົນວ່າ ດຽວກູດ່າກັບເລີຍ "ສັງຄົມທັງຫຼາຍ" 5555

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ການສຶກສາສູງບໍ່ໄດ້ໝາຍຄວາມວ່າຈະຂັດເກົາຈິດໃຈໃຫ້ເປັນຄົນດີມີລະດັບໃນສັງຄົມໄດ້,
ການສຶກສາປຽບຄືດາບສອງຄົມຖ້າຢູ່ໃນມືຂອງຄົນດີກໍ່ໃຊ້ໃຫ້ເປັນປະໂຫຍດກັບສັງຄົມໄດ້ແຕ່
ຖ້າຕົກຢູ່ໃນຄົນບໍ່ດີກໍ່ສາມາດສ້າງຄວາມເດືອດຮ້ອນໃຫ້ຄົນອື່ນໄດ້ເຊັ່ນດຽວກັນ. ຖືເອົາເປັນຕົວຢ່າງ
ທີ່ບໍ່ຄວນຮຽນແບບ ຄົນຜູ້ດຽວເຮັດໃຫ້ນັກຮຽນພາກໃຕ້ທີ່ຮຽນຢູ່ຈີນເສຍຫາຍໝົດ. ຖ້າເຕືອນສອງສາມເທື່ອ
ບໍ່ຟັງກໍ່ໂພດສຮູບເລີຍໂລດ ຈະໄດ້ຮູ້ຈັກຫນ້າຕາໄວ້ ເຫັນຫນ້າຈະໄດ້ແລ່ນໜີໄກໆ.


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ນິນກໍ່ບໍ່ຕ້ອງຄິດຫຍັງຫຼາຍ ຢ່າເອົາໃຈໄປໃສ່ກັບກຸ່ມຄົນທີ່ເຮັດໂຕເປັນຂີ້ເຫຍື້ອສັງຄົມ
ເອົາດີບໍ່ໄດ້ ເລີຍຮຽກຮ້ອງຄວາມສົນໃຈຈາກສັງຄົມດ້ວຍການກວນບ້ານເມືອງໄປແຕ່ລະມື້.
ເສຍດາຍທຶນທີ່ຜູ້ກ່ຽວໄດ້ໄປຮຽນ ຫນ້າຈະໃຫ້ຜູ້ທີ່ຢາກຮຽນທີ່ດ້ອຍໂອກາດຍັງມີຫຼາຍ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາອີກແລ້ວ
ບໍ່ຊຶ່ນໃຈເລີຍຍາມໄດ້ຮູ້ຂ່າວ ແບບນີ້!


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນນາມຂ້າພະເຈົ້າຮູ້ສຶກບໍ່ພໍໃຈຫຼາຍ ຕໍ່ກັບຄຳວ່າ “ເວບໄຊຫ່ວຍໆ”
ຄົນແນວນີ້ຮຽນໄປກໍ່ບໍ່ມີຄຸນປະໂຫຍດຫຍັງ ຄົນບໍ່ມີຄຸນສົມບັດເຖີງການສືກສາຈະສູງແຕ່ບໍ່ມີວັນທີ່ຈະກ້າວໜ້າຍ້ອນຄວາມປາກບໍ່ມີສະມາຄະລະວະ
ເວບໄຊ້ຄົນລາວໜ້າຈະສັນລະເສີນ ແລະ ຮັກສາໄວ້ຄຽງຄູ່ຄົນລາວ ນີ້ແລະເຂົາວ່າ ເປັນຄົນລືມຫົວເປັນງົວລືມຕີນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຄຳທີ່ໄດ້ highlightໄວ້ຂ້ອຍຄິດວ່າມັນບໍ່ຄວນທີ່ຢ່າງຍິ່ງເພາະທີ່ກ່າວມານັ້ນມັນກາເປັນນິໃສສ່ວນໂຕຂອງໃຜມັນ ບໍ່ແມ່ນນິໃສ່ຂອງຄົນທີ່ມີຖິ່ນກຳເນິດຢູ່ພາກໃຕ້ທັງໝົດ ເຈົ້າຢ່າມາໃຊ້ອາລົມມາຕັດສິນຄົນທີີ່ມີຖິ່ນກຳເນິດຢູ່ພາກໃຕ້



໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
@sirilattana
ອ່ານໃຫ້ຄົບທັງວັກໜ້າ ແລະວັກຫຼັງເດີ້ ມັນເປັນປະໂຫຍກເງື່ອນໄຂ ບໍ່ໄດ້ເປັນປະໂຫຍກດ່ຽວ ບໍ່ໄດ້ໝາຍຄວາມວ່າ ທຸກຄົນທີ່ຢູ່ພາກໃຕ້ເປັນແນວນັ້ນ ຂ້າພະເຈົ້າເຄີຍໄປຢູ່ໃຕ້ ອັດຖະຍາໄສຂອງຄົນຢູ່ໃຕ້ກໍດີຫຼາຍ. ຢາກໃຫ້ອ່ານວັກໜ້າແລະວັກຫຼັງໃຫ້ຄົບ ພ້ອມທັງເຂົ້າໃຈເງື່ອນໄຂຂອງປະໂຫຍກ (ໃນປະໂຫຍກນັ້ນມີຄຳເຊື່ອມປະກອບນຳ ສັງເກດບໍ່?)

ຂຶ້ນຊື່ວ່າຄົນບໍ່ດີ ຢູ່ໃສກໍມີ ໃນຕ່າງປະເທດ ທີ່ເປັນປະເທດຈະເລີນແລ້ວ ມີຄວາມສິວິໄລເຂົາກໍມີຄົນບໍ່ດີ ມັນກໍບໍ່ແປກບ່ອນໃດ.

ແຕ່ແນວໃດກໍຕາມ ເພື່ອໃຫ້ບໍ່ເປັນທີ່ເຄືອງໃຈຊາວໃຕ້ ກໍຄືຊາວລາວທົ່ວປະເທດ ຂ້າພະເຈົ້າໄດ້ຂີດຂ້າປະໂຫຍກນັ້ນໄວ້ແລ້ວເດີ.


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົານ່າ.. ຢ່າຄິດຫລາຍພີ່ນ້ອງ
ຄິດສະວ່າຂະເຈົ້າເຂົ້າມາເພີ່ມສີສັນໃຫ້ເວັບໄຊ ອີກອາລົມໜຶ່ງ.. ອິອິ

<-----ຄົນໃຈດີແຟນຄລັບ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>