ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ພັນລາວ.ຄອມ » ປະກາດ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ພັນລາວ.ຄອມ » ປະກາດ » ຂໍປະຈານທ່ານ Santii ນັກສຶກສາລາວທີ່ປະເທດຈີນ

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
"ຈາກເຫດການທີ່ຜ່ານມາຫຼາຍຄັ້ງ ທາງທີມງານສັງເກດວ່າ ບຸກຄົນທີ່ມັກສ້າງບັນຫາມັກຈະແມ່ນນັກສຶກສາລາວ ທີ່ມີຖິ່ນກຳເນີດຢູ່ພາກໃຕ້ "
*******************************************

ກ່ອນອື່ນ ຂພຈ ຂໍສແດງຄວາມເສັຽໃຈ ທີ່ເຫັນວ່າມີ ອາດີດສະມາຊິກ ບາງຄົນ ມີນິໄສເສັຽ ແນວນັ້ນ ແລະ ຂໍຊົມເຊີຍ ຄນະຜູ້ຄຸມ ເວັບ ທີ່ໄດ້ແກ້ໄຂບັນຫາ.

ຂພຈ ຢາກຂໍຖາມວ່າ ປໂຍກ ຂ້າງເທິງ ທີ່ຖືກຂີດຂ້າ ແລ້ວນັ້ນ ມີຄວາມໝາຍແນວໃດແທ້.
- ມີຫລາຍຄົນບໍ ທີ່ໄດ້ກະທຳແນວນັ້ນ ມາແລ້ວ?
- ດ້ວຍເຫດໃດ ເຮົາ (ທ່ານ) ຈຶ່ງຮູ້ວ່າພວກຜູ້ກ່ຽວ ມີຖິ່ນກຳເນີດ ຢູ່ໃສ?

ຂອບໃຈ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຕອບໃຫ້ທ່ານ Lao4Lao,

ປະໂຫຍກຂ້າງເທິງທີ່ຂີດຂ້າ ມີຄວາມໝາຍຕາມທີ່ໄດ້ອະທິບາຍໄວ້ໃນໜ້າກ່ອນໜ້ານີ້ແລ້ວເດີ... ວ່າແຕ່ເປັນແນວໃດນໍ້ຢູ່ Fresno ອາກາດດີບໍ່?


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
- ມີຫລາຍຄົນບໍ ທີ່ໄດ້ກະທຳແນວນັ້ນ ມາແລ້ວ?
- ດ້ວຍເຫດໃດ ເຮົາ (ທ່ານ) ຈຶ່ງຮູ້ວ່າພວກຜູ້ກ່ຽວ ມີຖິ່ນກຳເນີດ ຢູ່ໃສ?


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອາກາດ ທາງ ແຟຣສໂນ ຮ້ອນແດ່

ທ່ານ au8ust ເດ ຢູ່ເມືອງໃດ? ຈັກໂມງແລ້ວ?


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຜ່ານມາ 6 ຄົນແລ້ວ ມີສອງຄັ້ງທີ່ຍົກມາເປັນກໍລະນີໂຕຢ່າງ ເພື່ອບໍ່ໃຫ້ເອົາເປັນແບບຢ່າງ
ເລື່ອງຖິ່ນກຳເນີດ ຮູ້ໄດ້ບໍ່ຍາກດອກ ເວລາທີ່ບໍ່ມີເລື່ອງ ຄົນເຮົາບໍ່ປົກປິດໂຕເອງ ເວລາທີ່ມີເລື່ອງເກີດຂຶ້ນ ຈຶ່ງປົກປິດໂຕເອງໄວ້

ໂອ້ ຢູ່ພຸ້ນຮ້ອນບໍ ຄຶດວ່າອາກາດຈະເຢັນໆ ໃກ້ລະດູໜາວ ແຕ່ກໍບໍ່ເຄີຍໄປຈັກເທື່ອ ບໍ່ຮູ້ວ່າເປັນແນວນັ້ນເນາະ
ອາກາດຢູ່ທາງຫຼວງພະບາງກໍດີຢູ່ ມີຝົນຕົກໜັກໃນໄລຍະສອງມື້ທີ່ຜ່ານມາ ແຕ່ບໍ່ເທົ່າຫວຽດນາມເຊິ່ງນ້ຳຖ້ວມຫໍພັກໝູ່ຂ້າພະເຈົ້າທີ່ຢູ່ທາງນັ້ນ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຂອບໃຈ ສຳລັບຄຳຕອບ ແລະ ຂ່າວຄາວທາງຫລວງພຣະບາງ ແລະ ຫວຽດນາມ

ທ່ານ au8ust ເດ ຢູ່ເມືອງໃດ? ຈັກໂມງແລ້ວ?


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ທາງເທິງໄດ້ຕອບໄປແລ້ວວ່າຢູ່ຫຼວງພະບາງເດອາວ...
ຫຼວງພະບາງ ແລະແຂວງອື່ນໆທຸກແຂວງໃນລາວແມ່ນໃຊ້ເຂດເວລາ UTC +7 ເຊັ່ນດຽວກັບໄທ, ຫວຽດນາມ ແລະອິນໂດນີເຊຍ ເຊິ່ງນັ້ນຄືເວລາ 7:10 AM ຖ້າແມ່ນຢູ່ Fresno ຄົງຈະເປັນ UTC -8 ຄົງຈະປານມານ 6:11 PM ເນາະ

ໂອ້.. ຕ້ອງຂໍໂທດນຳຫຼາຍໆ ພາອອກທະເລຊ້ຳ ທຳມະດາບໍ່ນິຍົມສົນທະນານອກປະເດັນຂອງຫົວຂໍ້ກະທູ້ ແຕ່ວ່າກໍເລີຍມາຫຼາຍລະ ດັ່ງນັ້ນຂໍງົດໄວ້ກ່ອນເນາະ ຖ້າຈະສົນທະນາຕໍ່ ດຽວຂໍຕໍ່ໃນຊ່ອງທາງອື່ນແທນ :D


໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ເຄັ່ງຄຽດຂະຫນາດເນາະ ກະທູ້ນີ້ນະ
ແຕ່ຈັ່ງໃດກະສູ້ໆເດີ້ ນິນ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫຼຸບວ່າ ບໍ່ເຂົາໃຈເລີຍ.......

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນໃຕ້ມີເຄືອງແບບນິ


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ວົງການເວັບໄຊ໌ຢູ່ລາວນີ້ບໍ່ໄດ້ມີລາຍໄດ້ຫຍັງເລີຍ ນອກຈາກການຮັບຈ້າງສ້າງເວັບ
ສະນັ້ນ ຂໍໃຫ້ພໍ່ແມ່ ພີ່ນ້ອງ ອາວອາ ທັງຫຼາຍຈົ່ງໄດ້ມີມາລະຍາດໃນສົງຄົມອອນລາຍແຫ່ງນີ້
ເພາະການສ້າງເວັບໄຊ໌ນີ້ຂຶ້ນມານັ້ນ ຜູ້ທີ່ສ້າງຕ້ອງລະດົມທັງສະຕິປັນຍາແລະທຶນຮອນສ່ວນໂຕເພື່ອຄວາມສຸກສ່ວນລວມຂອງພວກເຮົາ
ຂ້າພະເຈົ້າເອງກໍ່ເປັນຄົນທີ່ມີອຸດົມການດຽວກັບຄົນສ້າງເວັບທຸກຄົນຄື ຢາກໃຫ້ທຸກໆຄົນມີເວັບໄຊ໌ດີໆ ເພື່ອຈະເພີ່ມຄວາມສະດວກສະບາຍໃນການຕິດຕໍ່ສື່ສານ
ທ້າຍນີ້ກໍ່ຂໍໃຫ້ທຸກຄົນເຫັນໃຈຜູ້ຈັດການເວັບດ້ວຍເທີ້ນ


໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າຍອມຮັບວ່າ ມີສາມະຊິກພັນລາວຈຳນວນໜຶ່ງ ທີ່ມີຖີ່ນກຳເນີດຢູ່ພາກໃຕ້ ໄດ້ສ້າງບັນຫາຢູ່ໃນພັນລາວແທ້.ແຕ່ຂ້າພະເຈົ້າກໍ່ຮູ້ສຶກເສຍໃຈກັບຄຳຕຳນິບາງຄຳຂອງທ່ານLao4Laoທີ່ວ່າ:
(ບຸກຄົນທີ່ມັກສ້າງບັນຫາມັກຈະແມ່ນນັກສຶກສາລາວ ທີ່ມີຖິ່ນກຳເນີດຢູ່ພາກໃຕ້ )ຂ້າພະເຈົ້າຄິດວ່າທ່ານບໍ່ຄວນຈະເວົ້າກວມລວມແບບນັ້ນ
ເພາະວ່າມັນອາດຈະເຄືອງເຖີງບຸກຄົນອື່ນເຊີ່ງກໍ່ເປັນນັກສຶກສາລາວ ທີ່ມີຖິ່ນກຳເນີດຢູ່ພາກໃຕ້ ແຕ່ບໍ່ໄດ້ກ່ຽວຂ້ອງກັບເລື່ອງນີ້ ເຊັ່ນ:ຂ້າພະເຈົ້າເປັນຕົ້ນ.

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໕ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ສະບາຍດີ ແວະມາໃຫ້ກຳລັງໃຈ ແຕ່ຈັ່ງໃດກະສູ້ໆເດີ້ ອ້າຍ ນິນ ຍຶ້ມໆໆນະ

ຄວາມຮັກຂອງສອງເຮົາເປັນແນວນິຫວາ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄນ່.. ນີນບໍ່ໄດ້ໝາຍຄວາມວ່າທຸກຄົນ.. ທີ່ນິນຂຽນຫັ້ນແມ່ນຂຽນໄປຕາມຄວາມເປັນຈິງທີ່ເກີດຂື້ນໃນເວັບ.. ຢ່າຄິດຫລາຍ

<-----ຄົນໃຈດີແຟນຄລັບ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຍອມນຳຄົນອ່ານ ອ່ານໃຫ້ລະອຽດແດ່ເນີ້ກ່ອນຕອບ ຂໍປິດກະທູ້ສາ ດຽວຄົນອ່ານບໍ່ລະອຽດມາຕອບອີກ ເມື່ອຍຊີ້ແຈງ ຊີ້ແຈງແຕ່ເລື່ອງເກົ່າ.


ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>