ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ພັນລາວ.ຄອມ » ປະກາດ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ພັນລາວ.ຄອມ » ປະກາດ » ອອກແບບ “ພັນລາວ ໓ (ສາມ)” !!!

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເນື່ອງໃນໂອກາດທີ່ ພັນລາວ.ຄອມ ຈະມີອາຍຸຄົບຮອບ ໑ ປີໃນວັນທີ່ ໑ ເດືອນມີນາທີ່ຈະມາຮອດນີ້ ທາງທີມງານຈຶ່ງມີແຜນການທີ່ຈະປັບປຸງລະບົບໃໝ່ຄືນທັງໝົດ ທີ່ສຳຄັນແມ່ນໜ້າຕາຂອງເວັບຈະໄດ້ຮັບການອອກແບບໃໝ່ຄືນໝົດ ໂດຍສະເພາະແມ່ນໜ້າໂປຣໄຟລ໌ ແລະໜ້າທຳອິດຂອງເວັບ



ສ່ວນທີ່ຈະເຮັດໃໝ່ຈະມີເຊັ່ນ..


- ຍຸບລະບົບແຖບຕ່າງ ໆ ໃນໜ້າໂປຣໄຟລ໌ ເຊັ່ນ ໂປຣໄຟລ໌, ໝູ່, ຄຳເຫັນ, ໄດອາຣີ່, ຯລຯ ອອກໝົດ ແລ້ວເຮັດເປັນໜ້າດຽວລ້ວນ (ແປວ່າ ຕໍ່ໄປຈະໄດ້ເຫັນລາຍຊື່ໝູ່, ຄຳເຫັນ, ແລະຂໍ້ມູນໂປຣໄຟລ໌ໃນໜ້າດຽວ ບໍ່ຕ້ອງຄລິກຫຼາຍຕໍ່)

- ຂໍ້ມູນຈະມີການຈັດຮຽງກັນຕາມລຳດັບ ອາດຈະແບ່ງ column ໃນໜ້າໂປຣໄຟລ໌ເປັນ 2 ແລະ 3 columns ອັນຕາມຄວາມເໝາະສົມ
- ເມນູຢູ່ຫົວເວັບ ຕ້ອງເຮັດໃໝ່ຄືນໝົດ

- ໜ້າທຳອິດຈະວ່າງ ໆ ມີຂໍ້ມູນນ້ອຍ ເພື່ອໃຫ້ໂຫຼດໄດ້ໄວຂຶ້ນຫຼາຍກວ່າເກົ່າ ອາດຈະມີເຫຼືອພຽງຂໍ້ຄວາມຕ້ອນຮັບ ແລະບ່ອນໃຫ້ login ເຂົ້າລະບົບ ແລ້ວກໍ່ບ່ອນສະມັກສະມາຊິກ ເທົ່ານັ້ນພໍ

- ໜ້າເຫດການໃໝ່ ອາດຈະປ່ຽນຊື່ເປັນ ໜ້າບ້ານ ເຊິ່ງໃນໜ້າບ້ານພັນລາວ ຈະບໍ່ມີແຖບແລ້ວ ເຮັດເປັນ column ແທນ



ແຕ່ນັ້ນກໍ່ຍັງບໍ່ເປັນທີ່ຕົກລົງເທື່ອ ເພາະຍັງຕ້ອງປັບແຕ່ງໃຫ້ເໝາະສົມອີກຫຼາຍຢ່າງ ກວ່າຈະແລ້ວຄົງຈະແມ່ນປະມານ 4-5 ເດືອນໜ້າ ດັ່ງນັ້ນ ກະທູ້ນີ້ຈຶ່ງຖືກຕັ້ງຂຶ້ນມາເພື່ອຂໍຄວາມເຫັນຂອງສະມາຊິກທຸກຄົນວ່າ ຢາກໃຫ້ໜ້າເວັບເປັນລັກສະນະໃດ ແລະເປັນໄປໃນທິດທາງໃດ

ຕາມນັ້ນ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໂຫະໆ ໒ ຍັງບໍ່ອອກໃດ໋

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
^
^
^
ແຜນການໄລຍະຍາວ ອີກປະມານ ໔ ເດືອນຈຶ່ງເກີດ


໒ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
hmmmm

(お前ちょうむかつくー!!)

໕ ກະທູ້
໑໐໐ ໂພສ
ນັກການກະທູ້
ໂອ ດີໆ ຈຶ່ງສະດວກໃນການນຳໃຊ້ຂຶ້ນອີກ
ແຕ່ວ່າ ຂໍຖາມແດ່ ຫ້ອງສົນທະນາກະຊິເອົາອອກຢູ່ຫວາ?
ແລ້ວກະມີອີກຫຼາຍຢ່າງທີ່ຢາກຖາມ ແລະ ກະແນະນຳນຳ
ແຕ່ຕອນນີ້ເອົາເທົ່ານີ້ກ່ອນ ຄິດບໍ່ອອກເທື່ອ ຮະຮະ

ຂ້ອຍແມ່ນ in2on!!

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
@in2on
ຊ່ວງນີ້ແນະນຳມາໄດ້ເດີ້ ເພາະເກັບກຳໄປເຮັດໂຄງສ້າງໃໝ່ຢູ່ :)


໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ເຊືອວ່າພັນລາວຕ້ອງພັດທະນາໄດ້ດີແລະສວຍງາມຢ່າງແນ່ນອນ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໒ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຊິເປັນຈັ່ງໃດ ກະໃຫ້ມັນຄັກກວ່າເກົ່າເດີ ສູ້ສູ້ ໆໆໆໆໆໆໆໆໆ


໕ ກະທູ້
໙໙ ໂພສ
ນັກການກະທູ້
- ຍຸບລະບົບແຖບຕ່າງ ໆ ໃນໜ້າໂປຣໄຟລ໌ ເຊັ່ນ ໂປຣໄຟລ໌, ໝູ່, ຄຳເຫັນ, ໄດອາຣີ່, ຯລຯ ອອກໝົດ ແລ້ວເຮັດເປັນໜ້າດຽວລ້ວນ (ແປວ່າ ຕໍ່ໄປຈະໄດ້ເຫັນລາຍຊື່ໝູ່, ຄຳເຫັນ, ແລະຂໍ້ມູນໂປຣໄຟລ໌ໃນໜ້າດຽວ ບໍ່ຕ້ອງຄລິກຫຼາຍຕໍ່)


ອັນນິແຫລະຫາມານານ ອິອິ
ອັນອື່ນບໍ່ປານໃດ ຕ້ອງເບິ່ງຕົວຈິງ

Your life would suck without me. LaoMac.net
Macbook Pro 15.4/CTO redesign late 2008
2.8GHz Intel Core 2 Duo processor with 6MB shared L2 cache 1066MHz frontside bus
4GB (two 2GB SO-DIMMs) of 1066MHz DDR3 SDRAM
320GB Serial ATA @ 5400
NVIDIA GeForce 9600M GT 512MB of GDDR3/GeForce 9400M 256MB of DDR3 SDRAM

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ແລ້ວແຕ່ຫົວຫນ້າ

K.Soubandith

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ຢາກເຂົ້າພັນລາວໄດ້ຄືກັບຊ່ວງທຳອິດນະ....ເຮັດຫຍັງກໍ່ໄດ້ຫມົດ.
ສູ້2ເດີ້...ຫົວຫນ້ານິນ....ເພື່ອຊາວພັນລາວເຮົາທຸກຄົນ.
ວ່າແຕ່ເສື້ອພັນລາວນະ....ໄປຮອດໃສແລ້ວ....ຂພຈ ຂໍຈອງ2ໂຕເດີ້...ເລື່ອງລາຄາບໍ່ມີບັນຫາ....ອິອິອິອິອິອິ.

[img]null[/img]

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຢາກໃຫ້ມີ top friend

ຊີວິດລິຂິດເອງ noOK

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໃຫ້ ອັບໂຫລດ ວິດີໂອ ໄດ້ຫລາຍກ່ວາເກົ່າ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
@Xx5xX
ເລື່ອງອັບໂຫລດວິດີໂອ ກໍ່ເປັນໄປຕາມແບບຫັ້ນນະ ປົກກະຕິຈະອັບໄດ້ 3 ແຕ່ອັບເກຣດສະຖະນະສະມາຊິກແລ້ວຈະອັບໄດ້ 5 (ຫຼື 6 ບໍ່ຈັກ ລືມ) ເພາະວ່າເຮັດແບບນີ້ເພື່ອກັນຄົນອັບໂຫຼດແບບໂລເລ ບໍ່ຮູ້ປະຢັດ ບາງຄົນ(ຫຼາຍຄົນ) ບອກບໍ່ໃຫ້ອັບໂຫຼດເພງມິວສິກວິດີໂອທີ່ມີລິຂະສິດກໍ່ຍັງອັບກັນຢູ່ ທັງທີ່ຄວາມຈິງຕ້ອງການໃຫ້ໃຊ້ເພື່ອອັບໂຫຼດວິດີໂອທີ່ຖ່າຍເອງຫຼາຍກວ່າ

ກໍ່ຍາກ ຫຼາຍຄົນ ຫຼາຍຄວາມຄຶດ :(


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫັຍງກາໄດ້ ແຕ່ຫ້າມເອົາອັນດັບມະຫາເສດຖີອອກເດີ້ ກິກິກິກິກິກ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໕ ກະທູ້
໒໕໑ ໂພສ
ນັກການກະທູ້
ເອົາຈັ່ງໃດກະໄດ້ ເປັນໄປໄດ້ຢາກໃຫ້ມີ ເລື້ອງລາສີ ນຳ ແຫ່ແຫ່
ເອົາ ຂ່າວ ສານບ້ານເມືອງນຳກະດີ ແຫ່ແຫ່ ຂໍຫຼາຍໄປແລ້ວຂ້ອຍ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າຈັ່ງໃດວ່າຕາມ
ຢາກເຫັນຮູບແບບໃໝ່ຄືກັນ ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ

<td>
<a href="linkout.php?referal=http://istorelao.com" target="_blank"><img src="http://img.laoupload.com/images/0tmwxnslwc9c30g4dbp.jpg" onload="thumbImg(this)" alt="" width="430" height="88"><br>
ແນະນຳເວບມືຖືຂອງຄົນລາວເພື່ອຄົນລາວ</a></td>

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ແນວໃດກະໄດ້ ຂໍໃຫ້ໂຫລດໄວກ່ວາເກົ່າກະພໍ

M99NOY

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວຯຯຯຯ ຖາມກ່ອນ

ເງິນພັນລາວທອງໃສຊິຫາຍໄປພ້ອມພັນລາວສອງບໍ່ນິ????

ທ້າວທອງໃສ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
^
^
^
ບໍ່ຫາຍ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຄແນ່ ນັ່ງປ້ຳເກືອບຕາຍ ເຫີຯຯ

ເຮັດໂລດຊັນນະ ແນວໃດມັນຊິຄັກເຮັດໂລດ

ທ້າວທອງໃສ

໓ ກະທູ້
໙໑ ໂພສ
ຂາປະຈຳເວັບບອດ
ຢາກໃຫ້ມີລະບົບ ແຟນ ນຳນ່ະ.
ຮ່າໆໆໆ!


໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
yark hai upload hup dai kaiy 4m

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ມີ top friend ຄືຊິດີ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິຕິດຕາມຕອນຕໍ່ໄປ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວີຊັ້ນ 3 ຫວາ

you will when you believe

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ.....

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໘ ກະທູ້
໒໐໒ ໂພສ
ນັກການກະທູ້
ເມສາແລ້ວ


໘ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
@Xx5xX
ເລື່ອງອັບໂຫລດວິດີໂອ ກໍ່ເປັນໄປຕາມແບບຫັ້ນນະ ປົກກະຕິຈະອັບໄດ້ 3 ແຕ່ອັບເກຣດສະຖະນະສະມາຊິກແລ້ວຈະອັບໄດ້ 5 (ຫຼື 6 ບໍ່ຈັກ ລືມ) ເພາະວ່າເຮັດແບບນີ້ເພື່ອກັນຄົນອັບໂຫຼດແບບໂລເລ ບໍ່ຮູ້ປະຢັດ ບາງຄົນ(ຫຼາຍຄົນ) ບອກບໍ່ໃຫ້ອັບໂຫຼດເພງມິວສິກວິດີໂອທີ່ມີລິຂະສິດກໍ່ຍັງອັບກັນຢູ່ ທັງທີ່ຄວາມຈິງຕ້ອງການໃຫ້ໃຊ້ເພື່ອອັບໂຫຼດວິດີໂອທີ່ຖ່າຍເອງຫຼາຍກວ່າ

ກໍ່ຍາກ ຫຼາຍຄົນ ຫຼາຍຄວາມຄຶດ :(


ຕອນນັ້ນບໍ່ໄດ້ອ່ານກົດ ແລະຂໍ້ຫ້າມໃນການອັບໂຫຼດວິດີໂອຄລິບ ລືມຫຼືບໍ່ເຫັນບໍ່ຈັກ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>