ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຟິສິກ/ເຄມີ/ຊີວະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ຟິສິກ/ເຄມີ/ຊີວະ » ມາລອງແກ້ໂຈດເຄມີ ຄຳຖາມຕອນທີສາມອອກມາແລ້ວ...

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳຖາມແລະຄຳຕອບຂອງຕອນທີ 2 ກົດເບິ່ງໄດ້ຈາກບ່ອນນີ້

ຄຳຖາມຕອນທີ 3

1. ຈົ່ງຊັ່ງຊາສົມຜົນລຸ່ມນີ້ໃຫ້ຄົບຖ້ວນແລ້ວບອກວ່າຄ່າ a, b, c, d, e, f ມີຄ່າເທົ່າກັບເທົ່າໃດ?
ກ. aCu + bHNO3 = cCu(NO3)2 + dH2O + eN2O
ຂ. aK2Cr2O7 + bFeCl2 + cHCl = dCrCl3 + eKCl + fFeCl3 + gH2O
ຄ. aNaOH + bCl2 = cNaCl + dNaClO3 + eH2O
ງ. aFe(OH)3 + bNaOH + cCl2 = dNa2FeO4 + eNaCl + fH2O

2. ໃນປະຕິກິລິຍາເຄມີ Cu(s) + 2H2SO4(aq) = CuSO4(aq) + SO2(g) + 2H2O(l) ຂໍ້ຄວາມທີ່ຖືກຕ້ອງແມ່ນ:

ກ. Cu 22.4 dm3 ປະຕິກິລິຍາກັບ H2SO4 98 g ແລ້ວເກີດ SO2 22.4 dm3 ທີ່ STP.
ຂ. Cu 6.02 x 1023 ອາຕອມ ປະຕິກິລິຍາກັບ H2SO4 12.04 x 1023 ໂມເລກຸນ ແລ້ວເກີດ SO2 6.02 x 1023 ໂມລ.
ຄ. Cu 63.5 g ປະຕິກິລິຍາກັບ H2SO4 196 g ແລ້ວເກີດ SO2 6.4 g.
ງ. Cu 63.5 g ປະຕິກິລິຍາກັບ H2SO4 196 g ແລ້ວເກີດ SO2 22.4 L ທີ່ STP.

3. ຈາກສົມຜົນ Na2CO3 + H2SO4 = Na2SO4 + H2O + CO2 ຈະຕ້ອງໃຊ້ Na2CO3 ເຂັ້ມຂຸ້ນ 1mol/L ຈັກ cm3 ປະຕິກິລິຍາກັບ H2SO4 ເກີນພໍຈຶ່ງຈະໄດ້ອາຍ CO2 ເກີດຂຶ້ນ 5 L ທີ່ STP.

4. ນ້ຳເປື່ອຍ HCl ມີຄວາມເຂັ້ມຂຸ້ນ 30% ດ້ານມວນສານ ມີຄວາມໜາແໜ້ນ 1.19 g/mL. ຖ້າຕ້ອງການປຸງແຕ່ງເປັນນ້ຳເປື່ອຍທີ່ມີຄວາມເຂັ້ມຂຸ້ນ 1mol/L ຈຳນວນ 500mL ຈະຕ້ອງໃຊ້ນ້ຳເປື່ອຍ HCl 30% ນີ້ຈຳນວນເທົ່າໃດmL ແລະນ້ຳຈັກmL ?

5. ຈົ່ງນຳໃຊ້ນິຍາມອາຊິດ-ບາເຊີຂອງ ບຣົງສເຕດ-ລາວຣີ ບອກວ່າທາດໃດໃນສົມຜົນລຸ່ມນີ້ເປັນອາຊິດແລະບາເຊີ.
ກ. HS- + H2O = H3O+ + S2-
ຂ. S2- + H2O = OH- + HS-



໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາລອງແກ້ກັນໄດ້


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍອມຈົນປັນຍາ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິມາຍອມໄວແທ້ທ້າວໂຈ້ຍ ກະດຽວວ່າປີໜຶ່ງກະໄດ້ຮຽນນຳກັນຢູ່


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ທັນມີໃຜມາແກ້ເທື່ອເນາະ ຖ້າຄຳຕອບຢູ່ເດີ້...


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີໃຜມາຕອບຊ້ຳ


໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
แก้บ่อเปัน บ่อมักเรียนวิชานี้ T T


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າເລື່ອງນີ້ແລ້ວງົງ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ຈັ່ງແມ່ນຫົວໜ້ານໍ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າແນວໃດສອບ ລອງແກ້ແມ


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ລືມໝົດແລ້ວ


໐ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ລືມໝົດແລ້ວ ຕັ້ງບັກດົນໆ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sob ຂຽນວ່າ...
ລືມໝົດແລ້ວ

ຊິມາລືມໄວລືມວາແທ້ ຫາກະ 3-4 ປີໜຶ່ງ


໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
yak kae num u tae bung ern koi toke chemi hun ti.........

ຄົນລາວຄົນມີນ້ຳໃຈ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
torng dai pai khon puem kao ma bg korn lae......

khwam hu song khuen t.c mod leo


໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ເເກ້ໃຫ້ເເດ່
I . / ຊັ່ງຊາສົມຜົນ
1./ Fe + KMNO2 + HSO4 -----> Fe2(SO4)3 + MNSO4
2./ KMNO4 + H2C2O4 -----> K2CO3 + MNO2 +CO2 + H2O
II ./ ຈົ່ງຂຽນສົມຜົນປະຕິກິລິຍາ ເຊິ່ງຈາກສົມຜົນດັ່ງກ່າວ ສາມາດດຳເນິນການປຽນເເປງລຸມນິ້
1 ./ CH3-CH3 ---> CH3-CH2-CL ----> CH2=CH2 ---> HO-CH2-CH2-OH

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ boboTHEoFIRSToGanG ຂຽນວ່າ...
ເເກ້ໃຫ້ເເດ່
I . / ຊັ່ງຊາສົມຜົນ
1./ Fe + KMNO2 + HSO4 -----> Fe2(SO4)3 + MNSO4
2./ KMNO4 + H2C2O4 -----> K2CO3 + MNO2 +CO2 + H2O
II ./ ຈົ່ງຂຽນສົມຜົນປະຕິກິລິຍາ ເຊິ່ງຈາກສົມຜົນດັ່ງກ່າວ ສາມາດດຳເນິນການປຽນເເປງລຸມນິ້
1 ./ CH3-CH3 ---> CH3-CH2-CL ----> CH2=CH2 ---> HO-CH2-CH2-OH

ຂໍ້ I ແນ່ໃຈວ່າຂຽນມາຖືກໝົດແລ້ວ???
ເພາະວ່າສົມຜົນທີ່ຂຽນມານັ້ນມັນບໍ່ຖືກແລະບາງອັນກໍ່ບໍ່ຄົບເທື່ອໄປເບິ່ງມາໃໝ່ກ່ອນເນີ....
ແກ້ໄດ້ແຕ່ຂໍ້ II ເນີ່
CH3CH3 + Cl2 = CH3CH2Cl + HCl
CH3CH2Cl + NaOH ໃຊ້ອຸ່ນຫະພູມ to C = CH2=CH2 + NaCl + H2O
CH2=CH2 + H2O = CH3CH2OH


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນາງ ບຸນພັກ ຈັ່ງ ແມ່ນເກັ່ງນໍເຈົ້າ ເຄມີຕະຫຼອດ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ຈັ່ງແມ່ນເກັ່ງນໍເຈົ້າ ເຄມີຕະຫຼອດ

ໂທ່ໆໆໆໆໆທ້າວໂຈ້ຍ ເຈົ້າຊິມາຮ້ອງຊື່ຂ້ອຍຄັກແທ້ຫ່ະ!!!
ເປັນບ້າຫວາ ຂ້ອຍເປັນທ້າວບໍ່ແມ່ນນາງ ເອີ້ນໃໝ່ເດີ່


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ອີອີອີ
ເອີ້ນຖືກລະເດ ຮ່າາາາາາາາາາ


໑໑ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ເລື່ອງນີ້ຂ້ອຍໂລດຍອມ

[img][/img]


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຟ້າວຍອມເທື່ອແມ້ຍັງບໍ່ທັນໄດ້ລອງແກ້ເທື່ອນ່າ


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
kae bor dai