ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຟິສິກ/ເຄມີ/ຊີວະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ຟິສິກ/ເຄມີ/ຊີວະ » ຕອບຄຳຖາມນີ້ົໄຫ້ແດ່ບໍ່ຮູ້ ຊ່ວຍຕອບແດ່

໒໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ເປັນຫຍັງເວລາເຮົາເອົານໍ້າກ້ອນໃສ່ຈອກ ມັນຈິງລະເຫີຍອາຍອອກມາທາງນອກ ຄ່າຍໆເປັນຄືເຫືອ ຖ້າເປັນພາສາເຄມີ/ຟີຊິກ ເຂົ້າເອີ້ນວ່າຫຍັງວະ

(ຊ່ວຍຕອບແດ່ທ່ານຜູ້ຮູ້)


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄຳຖາມທີ່ຫຼາຍຄົນກໍ່ຢາກຮູ້ ແລະ ຫຼາຍຄົນກໍ່ອາດຈະຮູ້ແລ້ວ.

ຄວາມຈິງແລ້ວ ຢາດນ້ຳ ທີ່ເຮົາເຫັນຕິດຢູ່ນອກ ຈອກນ້ຳແຂງ, ຈອກເບຍ, ຖົງໂອລຽງ ແລະອື່ນໆນັ້ນ ບໍ່ແມ່ນນ້ຳທີ່ຊຶມອອກມາຈາກຂ້າງໃນ ແຕ່ເປັນນ້ຳທີ່ຢູ່ຂ້າງນອກ ຄິດເບິ່ງຄັກໆ ນ້ຳຈະບໍ່ສາມາດຊືມພ່ານ ຈອກ ຫຼື ຖົງຢາງ ໄດ້ເດັດຂາດຍົກເວັ້ນວ່າວັດສະດຸດັ່ງກ່າວມີຮອຍແຕກ ຫຼື ຈີກຂາດ.

ນ້ຳຈາກຂ້າງນອກມາຈາກໃສ ແລະ ເປັນຫຍັງມັນຈຶ່ງໄປຕິດຢູ່ນອກ ຈອກ ຫຼື ຖົງຢາງ ທີ່ມີຄວາມເຢັນ?

ກ່ອນອື່ນເຮົາມາສ້າງຄວາມເຂົ້າໃຈກ່ຽວກັບຄຳວ່າ ອາກາດ(Air) ກັນກ່ອນ. ອາກາດ(Air) ແມ່ນ ກຸ່ມຂອງອາຍແກ໊ດ(A Mixture of Gases) ທີ່ບໍ່ສາມາດເຫັນດ້ວຍຕາເປົ່າ(Invisible) ລອຍໂຕຢູ່ອ້ອມຂ້າງອ້ອມແອວຂອງເຮົານີ້ລະ ແລະ ເຮັດໃຫ້ເຮົາສາມາດຫາຍໃຈໄດ້. ອາກາດ ສ້າງໃຫ້ມີ ຊັ້ນບັນຍາກາດຂອງໂລກ(Earth's Atmosphere) ຊຶ່ງປະກອບມີ:

ໄນໂຕຼເຈັນ(Nitrogen) 78%
ອ໋ອກຊີເຈັນ(Oxygen) 21%
ອາກອນ(Argon) 0.9 %
ຄາບອນໄດອ໋ອກຊາຍ(Carbon-dioxide) 0.03 %
ສ່ວນທີ່ເຫຼືອແມ່ນ ອາຍນ້ຳ( Water Vapor) ແລະອື່ນໆ

ສະແດງວ່າໃນບໍລິເວນອ້ອມຮອບຕົວເຮົານັ້ນມີ ອາຍນ້ຳ ປະປົນ ແລະ ໝູນວຽນຢູ່ທົ່ວໄປ. ສະນັ້ນ ອາຍນ້ຳທີ່ເຮົາເວົ້າເຖິງນີ້ລະທີ່ໄປໂຮມໂຕກັນເປັນຢາດນ້ຳແລະເກາະຫ້ອຍຢູ່ຂ້າງນອກຂອງຈອກນ້ຳແຂງທີ່ວ່າ.

ເປັນຫຍັງອາຍນ້ຳທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າຈິ່ງໂຮມໂຕກັນເປັນຢອດນ້ຳ ແລະ ສາມາດເບິ່ງເຫັນໄດ້ຢ່າງຊັດເຈັນ?

ໂດຍທຳມະຊາດຂອງນ້ຳ ເມື່ອຖືກຄວາມຮ້ອນ ມັນຈະເປື່ອຍ ຈາກແຂງເປັນແຫຼວ ແລະ ຈາກແຫຼວເປັນອາຍ ແລະ ກົງກັນຂ້າມ ເມຶ່ອຖືກກັບຄວາມເຢັນ ມັນຈະຫົດຕົວ ຈາກອາຍເປັນແຫຼວ ແລະ ຈາກແຫຼວເປັນແຂງ.

ສະຫຼຸບກໍ່ຄື ນ້ຳແຂງທີ່ຢູ່ໃນຈອກເຮັດໃຫ້ບໍລິເວັນນອກຈອກມີຄວາມເຢັນ ແລະ ເມື່ອໂມເລກຸນຂອງອາຍນ້ຳທີ່ປະປົນຢູ່ໃນອາກາດ ລອຍມາສໍາພັດກັບຄວາມເຢັນທີ່ຢູ່ຂ້າງນອກຂອງຈອກ ຈຶ່ງບໍ່ສາມາດລອຍໂຕຢູ່ໃນອາກາດໄດ້ອີກຕໍ່ໄປ ແລະ ໂຮມຕົວກັນເຂົ້າຢ່າງໄວວາ ແລະ ໃນທີ່ສຸດກໍ່ກາຍເປັນຢາດນ້ຳທີ່ເຮົາສາມາດເບິ່ງເຫັນໄດ້.

ປະກົດການນີ້ເພິ່ນເອີ້ນວ່າ: ຂະບວນການປ່ຽນສະພາບຈາກອາຍເປັນແຫຼວ(Condensation).

ຫວັງວ່າຂໍ້ມູນຂ້າງເທິງພໍຈະຊ່ວຍໄດ້.