ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຟິສິກ/ເຄມີ/ຊີວະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ຟິສິກ/ເຄມີ/ຊີວະ » ມີດອກໄຟປ້ອມເກົ່າ 1ດອກ ກັບນ້ຳ 0.2ລິ ສາມາດຈູດເຈ້ຍໄດ້

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜ້ຮູ້ເຮັດແນວໃດຈຶ່ງຊິໃໝ້, ຕອບແດ່ ແລະອະທິບາຍປະກົດການພ້ອມ ອິອິອິ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍ່ຊື້ກັບໄຟເລີຍຈານ 2000 ກີບ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ບໍ່ໄດ້ສຽບໄຟໃສ່ຕິ ຄິດວ່າສຽບໄຟໃສ່ແລ້ວເອົາເຈ້ຍໄປວາງໃສ່ຕອນເອົາໂກບນອກອອກ ແລ້ວເອົານ້ຳສາດໃສ່ ອ໋າກກກກກກກກກກ ອັນຕະລາຍ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ບໍ່ໄດ້ສຽບໄຟໃສ່ຕິ ຄິດວ່າສຽບໄຟໃສ່ແລ້ວເອົາເຈ້ຍໄປວາງໃສ່ຕອນເອົາໂກບນອກອອກ ແລ້ວເອົານ້ຳສາດໃສ່ ອ໋າກກກກກກກກກກ ອັນຕະລາຍ


ບໍ່ໄດ້ໃຊ້ໄຟຟ້າເດີ້: ມີນ້ຳ,ເຈ້ຍ, ດອກໄຟປ້ອມເກົ່າ(ໃໝ່ກໍ່ໄດ້ຄັນບໍ່ເສຍດາຍ) ອິອິອິ.... , ລວມມ 3 ຢ່າງ ປະກອບກັບສະພາບແວດລ້ອມ ສາມາດທຳປະຕິກິລິຍາໄດ້ ວ່າຊັ້ນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອະທິບາຍເບິ່ງ


໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເອີ່ໜ້າສົນໃຈເນາະ ດອກໄຟ + ນ້ຳ = ຈູດເຈ້ຍໄດ້ ໃຜຮຽນຟີຊິກມາ ຊ່ວຍແບ່ງປັນຄວາມຮູ້ກັນແນ່ເດີ້


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອະທິບາຍເບິ່ງ


ກ່ອນອື່ນເຈາະກົ້ນດອກໄຝ ແລ້ວຖອກນ້ຳໃສ່, ດອກໄຟ ເອົາໄປສ່ອງໃສ່ແດດ ສາມາດຈູດເຈ້ຍໄດ້ລອງເບິ່ງເດີ່ ປະກົດການບໍ່ສາມາດອະທິບາຍໄດ້ ແຕ່ຣູ້ສຶກວ່າໃໝ້ ໃຜຣູ້ປະກົດການ ນິຍາມປະຕິກິລິຍາໃຫ້ຟັງແດ່


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThongdeuanMALIYA ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອະທິບາຍເບິ່ງ


ກ່ອນອື່ນເຈາະກົ້ນດອກໄຝ ແລ້ວຖອກນ້ຳໃສ່, ດອກໄຟ ເອົາໄປສ່ອງໃສ່ແດດ ສາມາດຈູດເຈ້ຍໄດ້ລອງເບິ່ງເດີ່ ປະກົດການບໍ່ສາມາດອະທິບາຍໄດ້ ແຕ່ຣູ້ສຶກວ່າໃໝ້ ໃຜຣູ້ປະກົດການ ນິຍາມປະຕິກິລິຍາໃຫ້ຟັງແດ່



ປະກົດການນີ້ອະທິບາຍໄດ້ ມັນເກີດຈາກຫລັກຫັນເຫຂອງແສງລວມຕົວເຂົ້າໄປຈຸດດຽວແບບແກ້ວຂະຫຍາຍຫັ້ນນະ (ນໍ້າຖອກໃສ່ດອກໄຟ = ແກ້ວຂະຫຍາຍ, ແກ້ວຂະຫຍາຍສາມາດສຸມແສງໄດ້ ລອງເອົາແວ່ນຕາຂະຫຍາຍແຮງສູງມາໄວ້ລະຫວ່າງຫລັງມື ແລະ ແສງດວງອາທິດ ແລ້ວ ຍັບຂື້ນລົງຈົນເຫັນແສງຈຸດແດງໆນ້ອຍສຸດ ຈະຮູ້ວ່າຮ້ອນຂື້ນຫລາຍ) ຄວາມຮ້ອນນີ້ ສາມາດຈູດເຈ້ຍໄດ້ຖ້າອົດທົນ
ຫາໂຟກັດທີ່ມັນຮ້ອນພໍ ແລະ ນັ່ງຖ້າໃຫມັນໄຫມ້ໄດ້ດົນເຕີບ.... ຈັ່ງຊິໄຫມ້ໃຜບໍ່ມີໃຈຮັກດ້ານວິທະຍາສາດແນະນໍາບໍ່ໃຫ້ເຮັດ ຈັ່ງຫນ່ອຍບໍ່ມີຄວາມອົດທົນລະ ຊິລໍຄານລ້າໆ



໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ວ່າລະນາ ຕ້ອງອາໄສແສງແດດ ຢ່າງໜ້ອຍກະຄິດຖືກ ຫີວຫີ້ວ!!!


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຕິກິລິຍານີ້ສາມາດເອົາໄປປະຍຸກໃຊ້ໃນຊິວິດປະຈຳວັນໄດເດີ


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ເຈົ້າຂອງກະທູ້ ກະຕັ້ງຂື້ນມາ ແລ້ວບໍ່ໃຫ້ຄວາມກະຈ່າງແຈ້ງ .....ເວນກໍາ...


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ເຈົ້າຂອງກະທູ້ ກະຕັ້ງຂື້ນມາ ແລ້ວບໍ່ໃຫ້ຄວາມກະຈ່າງແຈ້ງ .....ເວນກໍາ...


ຂພຈ ຖືກຖາມມາ ຈຶງມຕັ້ງກະທູ້ຖາມ ຂອບໃຈເດີ ກັບຄຳອະທິບາຍປະກົດການ ບໍ່ແມ່ນບໍ່ຢາກໃຫ້ ຄວາມກະຈ່າງແຈ້ງ ເດີ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ໜ້າຈະໃຊ້ນ້ຳໃສ່ແກ້ວຫຼອດໄຟ ເຮັດໃຫ້ມີຄຸນສົມບັດເປັນແວ່ນຂະຫຍາຍ ແລ້ວ ໃຊ້ສຸມແສງຕາເວັນໃຫ້ເກີດຄວາມຮ້ອນໄໝ້ເຈ້ຍໄດ້ຕິເບາະ ອັນນິເດາເອົາ ຄິດວ່າເອົາໄປເຮັດຢ່າງອື່ນຄືສິບໍ່ມີທາງເປັນໄປໄດ້ (ນ້ຳ, ແກ້ວ, ເຈ້ຍ ເຮັດແນວໃດມັນກໍ່ບໍ່ເກີດປະຕິກິຍາເຄມີຈົນໄດ້ຄວາມຮ້ອນທີ່ຈະຈູດເຈ້ຍໄດ້)


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍທົດລອງເອົາແກ້ວຂະຫຍາຍຮັບແສງຕາເວັນ ສຸມແສງໃສ່ເຈ້ຍໃຫ້ໄຫມ້ຢູ່


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຫຼົງປ່າ ບໍ່ມີກັບໄຟ ໃຊ້ຖົງຢາງທຳມະດາ ໃສ່ນ້ຳຈູດເຈ້ຍ (ໃຊ້ເວລາດົນຫຼາຍກວ່າດອກໄຟ), ຫຼື ເອົາໄມ້ຖູໄມ້ກໍ່ເກີດໄຟ ແຕ່ຍາກກວ່າ

ອາໃສປະກົດການ ທຳມະຊາດ ປະຍຸກໃຊ້ ໃນຍາມຈຳເປັນ




໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຫາຫາ ຈັກນ້ຳຫຍັງນໍເອົາມາໃສ່ຫັນ.ນຳດື່ມນີບໍ ຫຼື ນຳເຫຼົ້າ.ນຳກົດ.ນ້ຳມັນ.


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ຫາຫາ ຈັກນ້ຳຫຍັງນໍເອົາມາໃສ່ຫັນ.ນຳດື່ມນີບໍ ຫຼື ນຳເຫຼົ້າ.ນຳກົດ.ນ້ຳມັນ.



ນ້ຳຫຍັງກໍ່ໄດ້້ ຂໍໃຫ້ມັນໃສໄດ້ໝົດດ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ລອງແລ້ວລະເບີດເລີຍ