ກະທູ້ມາໃໝ່ | ຫມວດ | ກະດານແຫ... » ຟິສິກ/ເຄມີ/ຊີວະ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
1. ອາຊິດຟອກມິກ (HCOOH) ມີຄວາມເຂັ້ມຂຸ້ນ 0.01 mol/L ມີຄ່າຄົງທີ່ການແຕກຕົວ Ka=1.80x10-5. ຖາມວ່າ ຄວາມເຂັ້ມຂຸ້ນຂອງ [H3O+]=? ແລະທາດລະລາຍນີ້ມີ pH=? 2. ທາດລະລາຍ Zn(NO3)2 ເຂັ້ມຂຸ້ນ 35.0% ໂດຍມວນສານຕໍ່ບໍລິມາດ, density=1.3678 g/mL, ຖ້າຕ້ອງການ Zn(NO3)2 ຈຳນວນ 25.0 g .ຖາມວ່າ ຈະຕ້ອງດູດເອົາທາດລະລາຍນີ້ອອກມາຈັກ mL ? ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Zn=65, N=14, O=16 ) 3. ເອົາທາດແມກນີຊຽມ (Mg) ຈຳນວນ 6 g ທຳປະຕິກິລິຍາກັບ ຮາໂລເຈັນ (ພວກຮາໂລແຊນຈຸ VII A) ສົມມຸດວ່າ ຮາໂລເຈັນດັ່ງກ່າວນັ້ນມີສູດແມ່ນ X2, ຈະໄດ້ທາດປະສົມ MgX2 ເມື່ອນຳເອົາ MgX2 ທີ່ໄດ້ມາເກີດປະຕິກິລິຍາກັບ AgNO3 ທີ່ຫຼາຍເກີນພໍ, ຈະເກີດມີພຶກຂອງ AgX 117.5 g. ຖາມວ່າ X2 ແມ່ນທາດໃດໃນຈຸ VII A ? ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Mg=24, Ag=108, N=14, O=16) 4. ເພິ່ນວິເຄາະອົງຄະທາດຊະນິດໜຶ່ງພົບວ່າມັນປະກອບມີ C 66.66%, H 11.11% ແລະ O 22.22% . ຖາມວ່າ ສູດເຄມີຂອງທາດປະສົມອົງຄະທາດຊະນິດນີ້ແມ່ນແນວໃດ? ມີຊື່ຕາມລະບົບ (IUPAC) ວ່າແນວໃດ? (ຮູ້ວ່າ: ທາດປະສົມອົງຄະທາດຊະນິດນີ້ 3.2 g ຈະມີບໍລິມາດໃນເງື່ອນໄຂມາດຕະຖານແມ່ນ 0.995 L ແລະຮູ້ອີກວ່າ ຈຸເຄື່ອນໄຫວທາງເຄມີຂອງທາດປະສົມອົງຄະທາດຊະນິດນີ້ມີຢູ່ນຳອາຕອມຄາບອນທີສອງ). 5. ທາດລະລາຍ Na2SO4 ທີ່ມີຄວາມເຂັ້ມຂຸ້ນ 5.2% ໂດຍມວນສານຕໍ່ມວນສານ, ຖາມວ່າ ທາດລະລາຍດັ່ງກ່າວນີ້ຈະມີຄວາມເຂັ້ມຂຸ້ນເປັນເທົ່າໃດ molality ຫຼື mol/Kg? ແລ້ວຄຳຖາມແບບນີ້ຈະມີມາອີກໃນສະບັບໜ້າ, ຂອບໃຈທຸກຄົນທີ່ຊ່ວຍແກ້ໂຈດຂ້າງເທິງນີ້ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຂົ້າມາລອງແກ້ກັນໄດ້ເລີຍ ອາດຈະໄດ້ຟື້ນຄວາມຊົງຈຳຄືນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ປີ3ແລ້ວ ກາຍແລ້ວ
ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຈັ່ງໃດ
ຮັກແທ້ມີຢູ່ໃສ? ມີຂາຍບໍ່?
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ngong loey ieie hien bor hod tuea na |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ງົງ ອີ່ຫຍັງນໍ້ນິນ່າສາວpatjoub2 |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
Sam lup pai tee eong karn kae jod Chemistry sern dai lery |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
Kheu wa bor hen mee phai ma kae lery noc |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໂອ ມືດຕຶບເລີຍ
ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຍັງໄຄແຕ່ເຮົາກາຍປີ1ແລ້ວ
ຄົນຄິດຮອດບ້ານ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຮ່າໆລຶມໝົດແລ້ວຮຽນຈົບມາ 5 ປີກ່ອນ ພຸ້ນນາ ຈື່ໄດ້ແຕ່ອາເຊນອນ O2ອົກຊີແຊນ ໃນສະໄໜນັ້ນດັງຂະໜາດເລີຍ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
so easy...
ຈຸດຢືນຂອງຄົນເຮົາແມ່ນ...ຝາ....
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ TOoooOOOOO ຂຽນວ່າ... so easy...Man la man bor dai yark dok poc wa mun man Question sam lap high school |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ງົງ ເລີຍ ຊິລອງ ເຮັດ ລະ ຊິເອົາມາສົງເດີ້
♡ເເມ່ລູກອ໋ອນ♡
. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເອົາເເບບນີ້ ມາສອນຫລາຍໆ ເເນ່ເດີ້
♡ເເມ່ລູກອ໋ອນ♡
. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ... ງົງ ເລີຍ ຊິລອງ ເຮັດ ລະ ຊິເອົາມາສົງເດີ້Doi doi leo si ma kuard hai ner |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ... ງົງ ເລີຍ ຊິລອງ ເຮັດ ລະ ຊິເອົາມາສົງເດີ້Doi doi leo si ma kuard hai ner ຕັ້ງໃຈຮຽນດີເນາະນາງກະຕ່າຍ
ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
sao ka tai, tha kham top yoo ner eeeeeee |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເຄີຍເກັ່ງວິຊາເຄມີຕອນຢູ່ ມ5 - ມ6 ບາດຈົບລະສົ່ງຄວາມຮູ້ຄືນໃຫ້ອາຈານເກືອບໝົດ ຍັງແຕ່ອ່ານໄດ້ໜ້ອຍດຽວ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
Oh song mot lery |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
diaw ja long bg..
ເຮົາຄົບກັນສອງປີແລ້ວ.. ^_^
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
3. ເອົາທາດແມກນີຊຽມ (Mg) ຈຳນວນ 6 g ທຳປະຕິກິລິຍາກັບ ຮາໂລເຈັນ (ພວກຮາໂລແຊນຈຸ VII A) ສົມມຸດວ່າ ຮາໂລເຈັນດັ່ງກ່າວນັ້ນມີສູດແມ່ນ X2, ຈະໄດ້ທາດປະສົມ MgX2 ເມື່ອນຳເອົາ MgX2 ທີ່ໄດ້ມາເກີດປະຕິກິລິຍາກັບ AgNO3 ທີ່ຫຼາຍເກີນພໍ, ຈະເກີດມີພຶກຂອງ AgX 117.5 g. ຖາມວ່າ X2 ແມ່ນທາດໃດໃນຈຸ VII A ? ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Mg=24, Ag=108, N=14, O=16)
ເຮົາຄົບກັນສອງປີແລ້ວ.. ^_^
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ... khor 1.. 2..4.. arn bor kao jai phoc hao khei hian pen pha sa Franc.. lei bor hu wa pha sa lao phern ern e yung pen e yung.. Khor 5 kham tob man 152,65mol/ kg bor? khor 3 hun.. man At.. tae wa.. AgX = 117,5g nun phid dah.. Hao lai hun bor dai dueng ao AgX ma lai.. hao dueng MgX2 ma lai.. kham tob khong X jing thao gub 210g lue wa man Masse atomique khong At.. Tha hao dueng AgX ma lai man lek ja ork ma bor thuek.. mun ja ork pen 300 paiy phoun.. Un t jing pian toe lek dae gah d dah.. phu uen jing gae thuek.. AgX = 104,5g.. PS: hao gah bor hu dork wa hao lai thuek bor.. hao gah job dai 3 pi leo.. pa ju ban gah hian vi sa t bor giow gub Chimie lei.. phid phard pa garn daih khor r phai..
ເຮົາຄົບກັນສອງປີແລ້ວ.. ^_^
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ... khor 1.. 2..4.. arn bor kao jai phoc hao khei hian pen pha sa Franc.. lei bor hu wa pha sa lao phern ern e yung pen e yung.. Khor 5 kham tob man 152,65mol/ kg bor? khor 3 hun.. man At.. tae wa.. AgX = 117,5g nun phid dah.. Hao lai hun bor dai dueng ao AgX ma lai.. hao dueng MgX2 ma lai.. kham tob khong X jing thao gub 210g lue wa man Masse atomique khong At.. Tha hao dueng AgX ma lai man lek ja ork ma bor thuek.. mun ja ork pen 300 paiy phoun.. Un t jing pian toe lek dae gah d dah.. phu uen jing gae thuek.. AgX = 104,5g.. PS: hao gah bor hu dork wa hao lai thuek bor.. hao gah job dai 3 pi leo.. pa ju ban gah hian vi sa t bor giow gub Chimie lei.. phid phard pa garn daih khor r phai.. ຂໍ້ 5 ຄືວ່າ ອອກຫຼ່າຍແທ້ນໍ, ຄຳຖາມທຸກໆຂໍ້ແມ່ນຖືກໝົດແລ້ວບໍ່ມີຕົວເລກໃດຜິດເລີຍ ລອງແກ້ຄືນໃໝ່ເບິ່ງອີກເທື່ອໜຶ່ງເນີ່ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
leo ja hai kae kr dai la ne lairy kr tae2 br mi vara na ao vai okart mai ja ma kae dr tar mi kr diew |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ... 1. ອາຊິດຟອກມິກ (HCOOH) ມີຄວາມເຂັ້ມຂຸ້ນ 0.01 mol/L ມີຄ່າຄົງທີ່ການແຕກຕົວ Ka=1.80 x 10-5. ຖາມວ່າ ຄວາມເຂັ້ມຂຸ້ນຂອງ [H3O+] = ? ແລະທາດລະລາຍນີ້ມີ pH = ?2. ທາດລະລາຍ Zn(NO3)2 ເຂັ້ມຂຸ້ນ 35.0% ໂດຍມວນສານຕໍ່ບໍລິມາດ, density=1.3678 g/mL, ຖ້າຕ້ອງການ Zn(NO3)2 ຈຳນວນ 25.0 g .ຖາມວ່າ ຈະຕ້ອງດູດເອົາທາດລະລາຍນີ້ອອກມາຈັກ mL ? ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Zn=65, N=14, O=16 ) 3. ເອົາທາດແມກນີຊຽມ (Mg) ຈຳນວນ 6 g ທຳປະຕິກິລິຍາກັບ ຮາໂລເຈັນ (ພວກຮາໂລແຊນຈຸ VII A) ສົມມຸດວ່າ ຮາໂລເຈັນດັ່ງກ່າວນັ້ນມີສູດແມ່ນ X2, ຈະໄດ້ທາດປະສົມ MgX2 ເມື່ອນຳເອົາ MgX2 ທີ່ໄດ້ມາເກີດປະຕິກິລິຍາກັບ AgNO3 ທີ່ຫຼາຍເກີນພໍ, ຈະເກີດມີພຶກຂອງ AgX 117.5 g. ຖາມວ່າ X2 ແມ່ນທາດໃດໃນຈຸ VII A ? ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Mg=24, Ag=108, N=14, O=16) 4. ເພິ່ນວິເຄາະອົງຄະທາດຊະນິດໜຶ່ງພົບວ່າມັນປະກອບມີ C 66.66%, H 11.11% ແລະ O 22.22% . ຖາມວ່າ ສູດເຄມີຂອງທາດປະສົມອົງຄະທາດຊະນິດນີ້ແມ່ນແນວໃດ? ມີຊື່ຕາມລະບົບ (IUPAC) ວ່າແນວໃດ? (ຮູ້ວ່າ: ທາດປະສົມອົງຄະທາດຊະນິດນີ້ 3.2 g ຈະມີບໍລິມາດໃນເງື່ອນໄຂມາດຕະຖານແມ່ນ 0.995 L ແລະຮູ້ອີກວ່າຈຸເຄື່ອນໄຫວທາງເຄມີຂອງທາດປະສົມອົງຄະທາດຊະນິດນີ້ມີຢູ່ ນຳອາຕອມຄາບອນທີສອງ). 5. ທາດລະລາຍ Na2SO4 ທີ່ມີຄວາມເຂັ້ມຂຸ້ນ 5.2% ໂດຍມວນສານຕໍ່ມວນສານ, ຖາມວ່າ ທາດລະລາຍດັ່ງກ່າວນີ້ຈະມີຄວາມເຂັ້ມຂຸ້ນເປັນເທົ່າໃດ molality ຫຼື mol/Kg? ຄຳຕອບ 1. Ca = 0.01 mol/L Ka = 1.80 x 10-5 [H3O+] = ? pH = ? ຈາກ: [H3O+]2 = Ka x Ca [H3O+]2 = 1.80 x 10-5 x 0.01 mol/L [H3O+] = 4.24 x 10-4 mol/L ຈາກ: pH = -log[H3O+] pH = -log(4.24 x 10-4) pH = 3.37 ທາດລະລາຍນີ້ມີ pH = 3.37 2. X = 35.0% d = 1.3678 g/mL m = 25.0 g V = ? M = 189 g/mol (Zn(NO3)2) ຈາກ: C = 10dX / M C = 10 x 1.3678 x 35 / 189 C = 2.53 mol/L ຈາກ: m / M = C x V / 1000 V = m x 1000 / M x C V = 25.0 x 1000 / 189 x 2.53 V = 52.2 mL ຖ້າຕ້ອງການ Zn(NO3)2 ຈຳນວນ 25.0 g ຈະຕ້ອງປິແປັດເອົາທາດລະລາຍນີ້ອອກມາ 52.2 mL. 3. Mg + X2 = MgX2 MgX2 + 2 AgNO3 ທີ່ຫຼາຍເກີນພໍ = Mg(NO3)2 + 2 AgX ເມື່ອລວມທັງສອງສົມຜົນເຂົ້າໃສ່ກັນຈະໄດ້ວ່າ: Mg + X2 + 2 AgNO3 ທີ່ຫຼາຍເກີນພໍ = Mg(NO3)2 + 2 AgX (ເຊິ່ງວາງໃຫ້ y ແມ່ນມວນສານໂມເລກຸນຂອງ X) ຈະໄດ້: Mg 6 g ຈະເຮັດໃຫ້ໄດ້ AgX 117 g ຕາມສົມຜົນ: Mg 24 g ຈະໄດ້ AgX [ 2 x (108 + y) ] g 6 x [ 2 x (108 + y) ] = 117 x 24 6 x ( 216 + 2y ) = 2820 1296 + 12y = 2820 12y = 1524 y = 127 ເຊິ່ງເມື່ອທຽບກັບມວນສານໂມເລກຸນຂອງທາດມູນໃນຈຸ VII A ຕາມຕາຕະລາງທາດມູນເຄມີແລ້ວເຫັນວ່າເທົ່າກັນກັບທາດ ໄອໂອດີນ (I2) ສະແດງວ່າ X2 ແມ່ນທາດ ໄອໂອດີນ (I2) ນັ້ນເອງ. 4. C 66.66%, H 11.11% ແລະ O 22.22% m = 3.2 g v = 0.995 L M = ? ສ້າງອັດຕາສ່ວນໂດຍມວນສານຈະໄດ້ວ່າ: C : H : O 66.66 / 12 : 11.11 / 1 : 22.22 / 16 5.55 : 11.11 : 1.38 5.55 / 1.38 : 11.11 / 1.38 : 1.38 / 1.38 4 : 8 : 1 ສູດງ່າຍດາຍແມ່ນ: C4H8O ຈາກ: m / M = v / 22.4 L/mol M = m x 22.4 / v M = 3.2 x 22.4 / 0.995 M = 72 g/mol ສູດແທ້ຈິງ = ( ສູດງ່າຍດາຍ)n 72 = ( C4H8O )n 72 = [( 12 x 4) + ( 1x 8) + 16 ]n 72 = 72n n = 1 ສະແດງວ່າສູດງ່າຍດາຍແລະສູດແທ້ຈິງແມ່ນອັນດຽວກັນຄື: C4H8O ຮູ້ອີກວ່າທາດນີ້ມີຈຸເຄື່ອນໄຫວເຄມີຢູ່ນຳອາຕອມຄາບອນທີສອງ, ນັ້ນກໍ່ສະແດງວ່າທາດນີ້ແມ່ນມີຈຸກຳນົດຂອງເຊຕອນ (Ketone) ເຊິ່ງທາດນີ້ມີສູດໂຄງສ້າງແມ່ນ: CH3-CO-CH2-CH3 ແລະມີຊື່ຕາມແບບIUPACວ່າ: 2-ບູຕານອນ ຫຼື 2-butanone 5. ທາດລະລາຍ Na2SO4 ທີ່ມີຄວາມເຂັ້ມຂຸ້ນ 5.2% ໂດຍມວນສານຕໍ່ມວນສານ ໝາຍຄວາມວ່າ ໃນທາດລະລາຍດັ່ງກ່າວ 100 g ໃດຈະມີເກືອ Na2SO4 ລະລາຍຢູ່ 5.2 g ດັ່ງນັ້ນມວນສານຂອງທາດພາລະລາຍແມ່ນ: ມວນສານທາດລະລາຍລວມ = ມວນສານທາດພາລະລາຍ + ມວນສານທາດຖືກລະລາຍ ມວນສານທາດພາລະລາຍ = ມວນສານທາດລະລາຍລວມ - ມວນສານທາດຖືກລະລາຍ 100 g - 5.2 g = 94.8 g ມວນສານທາດພາລະລາຍ = 94.8 g ຈາກ: m = m1 x 1000 / m2 x M M = 142 g/mol (Na2SO4) m1 = 5.2 g (ມວນສານທາດຖືກລະລາຍ) m2 = 94.8 g (ມວນສານທາດພາລະລາຍ) m = 5.2 x 1000 / 94.8 x 142 m = 0.386 mol/Kg ທາດລະລາຍດັ່ງກ່າວນີ້ຈະມີຄວາມເຂັ້ມຂຸ້ນເປັນ 0.386 molality ຫຼື mol/Kg. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ມີຄຳຕອບມາແລ້ວ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂ້ອຍບໍ່ເກັ່ງເລື້ອງຢ່າງວ່າ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ບໍ່ເປັນຫຍັງດອກບໍ່ເກັ່ງກໍ່ສາມາດເຂົ້າມາເບິ່ງໄດ້ |