ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຟິສິກ/ເຄມີ/ຊີວະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳຖາມແລະຄຳຕອບຂອງຕອນທີ 1 ກົດເບິ່ງໄດ້ຈາກບ່ອນນີ້
ຄຳຖາມຕອນທີ່ 2

1. ທາດລະລາຍ HCl ມີຄວາມເຂັ້ມຂຸ້ນ 0.092 mol/L ມີບໍລິມາດ 10 cm3 ເມື່ອນຳມາເກີດປະຕິກິລິຍາຈາວກັບທາດລະລາຍ NaOH ທີ່ມີຄວາມເຂັ້ມຂຸ້ນ 0.09 mol/L ມີບໍລິມາດ 10 cm3. ຖາມວ່າຫຼັງຈາກປະຕິກິລິຍາສຳເລັດແລ້ວທາດລະລາຍທີ່ໄດ້ຈະມີ pH ເປັນເທົ່າໃດ?

2. Alcohol ອີ່ມຕົວຊະນິດໜຶ່ງບັນຈຸອອກຊີເຈັນ (O2) ຢູ່ 26.7% ທາງດ້ານມວນສານ. ຖາມວ່າ:
ກ. ສູດໂມເລກຸນຂອງ Alcohol ອີ່ມຕົວຊະນິດນີ້ແມ່ນແນວໃດ?
ຂ. ສູດໂຄງສ້າງທີ່ເປັນໄປໄດ້ທັງໝົດຂອງ Alcohol ອີ່ມຕົວຊະນິດນີ້, ພ້ອມທັງອ່ານຊື່ຕາມລະບົບ IUPAC.

3. ໃນຂະບວນການເອເລັກໂຕຣລີເຊີຂອງເກືອ NaNO3 ດ້ວຍກະແສໄຟຟ້າ 4A ເປັນໄລຍະເວລາ 2 ຊົ່ວໂມງ. ຖາມວ່າຢູ່ທີ່ຂົ້ວໄຟຟ້າຈະເກີດມີໂລຫະ Na ທີ່ຖືກປົດປ່ອຍອອກມາຈັກກຼາມ?

4. ທາດປະສົມຮີໂດຣກາກບົວ (Hydrocarbon) ຊະນິດໜຶ່ງປະກອບມີ C 64.86%, H 13.5%, ແລະສ່ວນທີ່ເຫຼືອແມ່ນອອກຊີເຈນ. (ຮູ້ວ່າ: ທາດປະສົມນີ້ 2 g ມີບໍລິມາດ 0.3306 L ພາຍໃຕ້ຄວາມດັນ 2atm ແລະອຸນຫະພູມ 298K, ກຳນົດໃຫ້: R = 0.0821 L atm mol-1 K-1). ຖາມວ່າ:
ກ. ສູດໂມເລກຸນຂອງທາດນີ້ແມ່ນແນວໃດ?
ຂ. ຂຽນສູດໂຄງສ້າງພ້ອມທັງອ່ານຊື່ທາດປະສົມດັ່ງກ່າວຕາມລະບົບ IUPAC (ເຊິ່ງທາດປະສົມດັ່ງກ່າວນີ້ແມ່ນມີຈຸກຳນົດແມ່ນ OH)

5. ນັກຮຽນຄົນໜຶ່ງໄດ້ນຳເອົາໂລຫະ Mg ຈຳນວນ 6g ມາປະຕິກິລິຍາກັບທາດລະລາຍອາຊິດຊຸນຟູຣິກ H2SO4 ທີ່ເຂັ້ມຂຸ້ນ 6.25 mol/L ຈຳນວນ 20 cm3 ຕາມສົມຜົນຂ້າງລຸ່ມນີ້:
Mg + H2SO4 = MgSO4 + H2
ຖາມວ່າ:
ກ. ມີທາດໃດເຫຼືອຫຼັງຈາກປະຕິກິລິຍາສິ້ນສຸດລົງ, ແລະເຫຼືອເທົ່າໃດ?
ຂ. ທາດໃດເປັນຕົວກຳນົດປະຕິກິລິຍາ?
ຄ. ເກືອທີ່ໄດ້ຮັບພາຍຫຼັງຈາກປະຕິກິລິຍາສິ້ນສຸດລົງຈະມີຈັກ g?
ງ. ບໍລິມາດທາດອາຍ H2 ທີ່ໄດ້ຮັບໃນເງື່ອນໄຂມາດຕະຖານຈະມີຈັກ dm3 ພາຍຫຼັງຈາກປະຕິກິລິຍາສິ້ນສຸດລົງ?

6. ນັກຮຽນຜູ່ໜຶ່ງຕ້ອງການທາດລະລາຍອາຊິດນີຕຣິກ HNO3 ທີ່ມີຄວາມເຂັ້ມຂຸ້ນ 0.5 mol/L ຈຳນວນ 150 mL ເພື່ອໃຊ້ໃນການທົດລອງຂອງລາວ, ແຕ່ຢູ່ໃນຫ້ອງທົດລອງປະກົດວ່າມີຂວດອາຊິດນີຕຣິກທີ່ມີສະຫຼາກຕິດບອກໄວ້ວ່າອາຊິດມີຄວາມເຂັ້ມຂຸ້ນ 6 mol/L. ຖາມວ່າ: ຖ້າເຈົ້າເປັນໝູ່ຂອງລາວ, ພວກເຈົ້າຈະເຮັດແນວໃດເພື່ອໃຫ້ໄດ້ລະລາຍອາຊິດນີຕຣິກຕາມທີ່ຕ້ອງການເພື່ອໃຊ້ໃນການທົດລອງ?

ແລ້ວຄຳຖາມແບບນີ້ຈະມີມາອີກໃນສະບັບໜ້າ, ຂອບໃຈທຸກຄົນທີ່ຊ່ວຍເຂົ້າມາແກ້ໂຈດຂ້າງເທິງນີ້


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍເຊີນເຂົ້າຮ່ວມການແກ້ບົດໂຈດໄດ້


໒ ກະທູ້
໒໒໒ ໂພສ
ນັກການກະທູ້
ຂ້ອຍກະບໍ່ເກັ່ງດອກ ກະພໍຕົວະຄົນອື່ນໄດ້ ຮາຮາ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ່ ມີການຕົວະນຳ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງເຂົ້າມາແກ້ໂຈດກັນໄດ້


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົ່ງບົດຮຽນຄືນອາຈານຫມົດແລ້ວ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອຸ່ຍ amay ຄືສົ່ງເພິ່ນຄືນໄວແທ້ນໍ, ບໍ່ເປັນຫຍັງເອົາໄປລອງແກ້ກ່ອນກາໄດ້ ຖືກຜິດບໍ່ວ່າກັນ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ອຍ! ຂະຫນາດອ່ານຊື່ທາດເຄມີຍັງມຶນຕຶບລະ (ອ່ານບໍ່ເປັນ)


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮີ່ໆໆໆໆໆ ເບີ່ງກ່ອນກາໄດ້ເນີບໍ່ເປັນຫຍັງ


໓ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
haehae yorm dr

Pookie Ordinary Girl

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ່ poukey ຄືຍອມໄວແທ້ຍັງບໍ່ທັນໄດ້ແກ້ເທື່ອນ່າ


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຊອກຫາ ph ຈັງໂດຫວາ ລື່ມໆ

♡ເເມ່ລູກອ໋ອນ♡



.

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຂໍເວລາ 2 ມື້ ລະຈະເອົາມາສົງ

♡ເເມ່ລູກອ໋ອນ♡



.

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ໆບໍ່ເປັນບັນຫາເດີ່ ຮີໆໆໆໆ


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
1. pH 3
2. ກ. C3H8O ຂ. CH3CH2CH2OH=propanol(propyl alcohol) CH3CH(OH)CH3=2-propanol(isopropyl alcohol)
3. 6,86 g
4. ກ. C4H10O ຂ. 1-Butanol ...I don't know
5. ກ. Mg 0,125 mol (3 g)
ຂ. H2SO4
ຄ. 15 g
ງ. 2,8 dm3
6. 12,5 mL of 6 mol/L HNO3 --dilute-> 150 ml solution
(sorry I can't write in sentence.)


໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ຍອມຮັບວ່າ: ເຈົ້າຂອງກະທູ້ມີຄວາມພາກພຽນ ແລະ ເມົາມັນໃນການພິມຂະໜານແທ້...


໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ແກ້ໄດ້ແຕ່ເຄື່ອງນຸ່ງ ອິໆໆ

K.Soubandith

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ແກ້ໄດ້ແຕ່ເຄື່ອງນຸ່ງ ອິໆໆ





໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PTDT ຂຽນວ່າ...
ຍອມຮັບວ່າ: ເຈົ້າຂອງກະທູ້ມີຄວາມພາກພຽນ ແລະ ເມົາມັນໃນການພິມຂະໜານແທ້...

ຮີໆໆໆ ເພື່ອພັນລາວເຮົາເຮັດໄດ້ສະເໝີ ຂອບໃຈເນີ່


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thesis ຂຽນວ່າ...
1. pH 3
2. ກ. C3H8O ຂ. CH3CH2CH2OH=propanol(propyl alcohol) CH3CH(OH)CH3=2-propanol(isopropyl alcohol)
3. 6,86 g
4. ກ. C4H10O ຂ. 1-Butanol ...I don't know
5. ກ. Mg 0,125 mol (3 g)
ຂ. H2SO4
ຄ. 15 g
ງ. 2,8 dm3
6. 12,5 mL of 6 mol/L HNO3 --dilute-> 150 ml solution
(sorry I can't write in sentence.)

ເກັ່ງຫຼາຍຄຳຕອບແມ່ນຖືກຕ້ອງໝົດທຸກຂໍ້.


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ມີຄົນມາຕອບກອນເສີຍ

♡ເເມ່ລູກອ໋ອນ♡



.

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ເອົາວິທີເເກ້ໃຫ້ເບີ່ງເເເນ່ດູ

♡ເເມ່ລູກອ໋ອນ♡



.

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຕອບໄວໆເດີ້

♡ເເມ່ລູກອ໋ອນ♡



.

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
bor hu leuang lei..


ເຮົາຄົບກັນສອງປີແລ້ວ.. ^_^

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍອມ!!!!!!!


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ຮູ້ເດີ້...


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ຕອບໄວໆເດີ້

ໂອເຄ ແລ້ວຈະມີຄຳຕອບມາໃຫ້ຕາມຫຼັງເນີ້


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ grasshopper ຂຽນວ່າ...
ຍອມ!!!!!!!

ຮື່ ຍອມໄວແທ້ນໍ ຍັງບໍ່ທັນໄດ້ແກ້ເທື່ອຈຳ້ ລອງກ່ອນກະໄດ້ເນີ້


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ມິດ ຈ້ອຍ.............

♡ເເມ່ລູກອ໋ອນ♡



.

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ມິດເທື່ອຖ້າເພິ່ນມາຕອບກ່ອນແລ້ວຈຶ່ງຊິເອົາບົດແກ້ໃຫ້ເບິ່ງນຳຫຼັງ


ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>